ບູ​ຊາ​ວັນ​ເພັງ​ເດືອນ 7: ສິ່ງ​ສຳ​ຄັນ​ແມ່ນ​ພິ​ທີ​ກິນ​ເຈ

11:57 | 16/08/2021

ຍ​ສ​ໝ - ວັນ​ບຸນ​ຕອ​ບ​ບຸນ​ແທນ​ຄຸນ​ພໍ່​ແມ່, ມີຫຼາຍ​ຄົນ​ຄິດ​ວ່າ ຈະ​ຕ້ອງບູ​ຊາ​ພາ​ເຂົ້າ​ທີ່​ມີ​ຂອງ​ກິນ​ແຊບ, ຈູດ​ກົງ​ເຕັກຫຼາຍໆ ເພື່ອ​ຜູ້​ທີ່​​ລ່​ວງ​ລັບ​ໄປ​ແລ້ວນັ້ນ​ຮູ້​ສຶກ​ດີ​ໃຈ. ນັ້ນ​ແມ່ນ​ທັດ​ສະ​ນະ​ທີ່​ຜິດ​ພາດ. ຕໍ່​ໄປ​ບັນ​ດາ​ນັກ​ຊ່ຽວ​ຊານ​ຈະອະ​ທິ​ບາຍ, ແນະ​ນຳ​ກ່ຽວ​ກັບ​ວິ​ທີ​ການ​ບູ​ຊາ​ໃນ​ວັນ​ເພັງ​ເດືອນ 7 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ…

ພິ​ທີ​ເຄົາ​ລົບ​ທຸງ ແລະ ວັນ​ຄອບ​ຄົວ ອາ​ຊຽນ ແລະ ວັນ​ສ້າງ​ຕັ້ງ ອາ​ຊຽນ ພິ​ທີ​ເຄົາ​ລົບ​ທຸງ ແລະ ວັນ​ຄອບ​ຄົວ ອາ​ຊຽນ ແລະ ວັນ​ສ້າງ​ຕັ້ງ ອາ​ຊຽນ
ການຂົນສົ່ງສິນຄ້າຈາກຫວຽດນາມຜ່ານຈີນໄປຍັງເອີຣົບ ແມ່ນໄວກວ່າການຂົນ​ສົ່ງທາງທະເລ 7 ວັນ ການຂົນສົ່ງສິນຄ້າຈາກຫວຽດນາມຜ່ານຈີນໄປຍັງເອີຣົບ ແມ່ນໄວກວ່າການຂົນ​ສົ່ງທາງທະເລ 7 ວັນ
ບູ​ຊາ​ວັນ​ເພັງ​ເດືອນ 7: ສິ່ງ​ສຳ​ຄັນ​ແມ່ນ​ພິ​ທີ​ກິນ​ເຈ
ພາ​ເຂົ້າ​ບູ​ຊາບູ​ຊາ​ວັນ​ເພັງ​ເດືອນ 7: ສິ່ງ​ສຳ​ຄັນ​ແມ່ນ​ພິ​ທີ​ກິນ​ເຈ

ຕາມ​ນັກ​ຊ່ຽວ​ຊານ ດ່າວ​ກວາງ​ເຕ້ວ ແລ້ວ, ຄຳ​​ພ​ີຂອງ​ພະ​ພຸດ​ທະ​ເຈົ້າ ໄດ້​ຖື​ວ່າ ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ສະ​ແດງ​ຄວາມ​ກະ​ຕັນ​ຍູຕໍ່​ບັນ​ພະ​ບຸ​ລຸດ ໃນ​ໂອ​ກາດ​ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່ນ​ແມ່ນ​ຕ້ອງ​ສວດ​ມົນ​ພາ​ວະ​ນາ, ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ດວງ​ວິນ​ຍານ​ໄດ້ໄປ​​ຜຸດ​ໄປ​ເກີດ. ທຸກໆ​ຄົນ​ຕ້ອງ​ຈຳ​ແຍກ​ຢ່າງ​ຈະ​ແຈ້ງລະ​ຫວ່າງ ພິ​ທີ​ຕອບ​ບຸນ​ແທນ​ບຸນ ແລະ ພິ​ທີ​ຫໍ່​ເຂົ້າ​ປະ​ດັບ​ດິນ, ພ້ອມ​ທັງ​ຕ້ອງ​ຮູ້​ວິ​ທີ​ການ​ຊື້​ເຄື່ອງ​ຂອ​ງ​ບູ​ຊາ. ບໍ່​ແມ່ນ​ວ່າ ຊື້​ເຄື່ອງ​ຂອງ​ແຊບ​ເພື່ອ​ບູ​ຊາ​ໃນ​ວັ​ນ​ເພັງ​ເດືອນ​ 7 ໄລ່​ຕາມ​ຈັດ​ທະ​ປະ​ຕິ​ທິນ​​ແລ້ວແມ່ນ​ດີ. ດ້ວຍ​ບັນ​ດາ​ວັນ​ບຸນ​ໃນ​ເດືອນ 7 ນັ້​ນ, ດີ​ທີ່​ສຸດ ແມ່​ນຄວນ​ນຳ​ໃຊ້ດອກ​ເບັນຈະມາດ ໂດຍ​ແມ່ນດອກ​ໄມ້​ສັນ​ຍະ​ລັກ​ຂອງສາ​ສະ​ໜາ​ພຸດ.

ສ່ວນ​ໝາກ​ໄມ້, ຄວນ​ຊື້​ໝາກ​ໄມ້ 5 ຊະ​ນິດ ທີ່​ມີ​ຮູບ​ວົງ​ມົນເພື່ອ​ບູ​ຊາ ຍ້ອນ​ວ່າ ເມື່ອ​​ຈັດ​ໃສ່​ໃນ​ຈານ​ມັນ​ຈະ​ງາມ. ພາ​ເຂົ້າ​ບູ​ຊາທີ່ມີ​​ເຍື່ອງ​ຂອງ​ເຄັມ​ແມ່ນ​​ເພື່ອ​ບູ​​ຊາ​ເທ​ວະ​ດາ. ສ່ວນ​ພາ​ເຂົ້າ​ເພື່ອ​ບູ​ຊາ​ບັນ​ພະ​ບຸ​ລຸດ​ຄວນ​ມີ​ພາ​ເຂົ້າ​ທີ່​ມີ​ແກງ, ມີ​ເຂົ້າ ແລະ ອາ​ຫານ​​ຈຳ​ນວນ​ໜຶ່ງ. ຕາມ​ປົກ​ກະ​ຕິ, ພາ​ເຂົ້າ​ເພື່ອ​ບູ​ຊາ​ເທວະ​ດາ​ຈະ​ບູ​ຊາ​ກ່ອນ. ສວດ​ມົນແລ້ວ​ຈຶ່ງ​ນຳ​ພາ​ເຂົ້າ​ບູ​ຊາ​ບັນ​ພະ​ບຸ​ລຸດ​ຂຶ້ນບູ​ຊາ. ພາ​ເຂົ້າ​ບູ​ຊາ​ທີ່​ມີ​ຂອງ​ເຄັມ ​ຄວນ​ມີ​ເຂົ້າ​ໜຽວ​ຂາວ ແລະ ນ້ຳ​ຫວານ 2 – 3 ຖ້ວຍ ເພື່ອ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ.

​​ບົດ​ສູດ​ມົນ​ຕ້ອງເນັ້ນ​ເຖິງ​ການ​ເຊື​້ອ​ເຊີນ​ພະ​ພຸດ​ທະ​ເຈົ້າ ແລະ ບັນ​ດາ​ເທວະ​ດາ ຄຸ້ມ​ຄອງມວນມະນຸດ, ຈາກ​ນັ້ນ​ແມ່ນ​ເຊື້ອ​ເຊີນ​ ເຈົ້າ​ທີ່​ເຈົ້າ​ທາງ, ສຸດ​ທ້າຍ​ຈຶ່ງ​​ເຊີນ​ບັນ​ພະ​ບຸ​ລຸດ. ຫຼັງ​ຈາກ​ນັ້ນ​ຈຶ່ງ​ສວດ​ມົນ. ເປັນ​ຕົ້ນ​ແມ່ນ​ສວດ​ມົນ ເພື່ອ​ໃຫ້ບັນ​ດາ​ຜູ້​ທີ່​​ລ່ວງ​ລັບ​ໄປ​ແລ​້ວນັ້​ນ​ໄດ້​ໄປ​ຜຸດ​ໄປ​ເກີດ…

​ໂດຍມີ​ທັດ​ນະ​ສະ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ການ​ກະ​ກຽມ​ຂອງ​ບູ​ຊາ​ໃນ​ເດືອນ 7 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ນັກ​ຊ່ຽວ​ຊານ ຫງວຽນ​ຮົ່ງ​ກວາງ​ ຖື​ວ່າ ໃນ​ເດືອນ 7 ຄວ​ນ​ຄະ​ລຳ ຂ້າ​ສັດ, ຫຼີກ​ລ້ຽງ​ການ​ໂຕ້​ຖຽງ​ກັນ​ກັບ​ພໍ່​ແມ່… ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ບັນ​ດາ​ສິ່ງ​ນັ້ນ​ຍາມ​ໃດ​ກໍ່​ຕ້ອງ​ຄະ​ລຳ. ພິ​ເສດ ແມ່ນ​ໃນ​ເດືອນ​ 7 ໂດຍ​ແມ່ນ​ເດືອນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພໍ່​ແມ່ ແລະ ປ່ອຍ​ສັດ ຍິ່​ງ​ຕ້ອງ​ຄະ​ລຳ. ເພາະ​ສະ​ນັ້ນ​ພາ​ເຂົ້າ​ກໍ່​ບໍ່​ຄວນ​ມີປະ​ເພ​ດ​ຊີ້ນ.

ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່​, ບັນ​ພະ​​ບູລຸ​ດ ເລີ່ມມາ​ຈາກ​ນິ​ຍາຍ​ພະ​ແມ່ກວານ​ອີມ ໄດ້​ຊ່ວຍຊີ​ວິດ​ຂອງ​ແມ່ຂອງ​ຕົນ. ພິ​ທີ​ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ກາຍ​ເປັນ​ວັນ​ບຸນ​ປະ​ຈຳປີ​ເພື່ອ​​ລະ​ນຶກ​ເຖິງ​​ຄຸນ​ງາມ​ຄາມ​ດີບຸນ​ຄ​ຸນ​ຂອງ​ພໍ່​ແມ່ ແລະ ບັນ​ພະ​ບູ​ລຸດ​ເວົ້າ​ລວມ, ຕັກ​ເຕືອນ​ວ່າ ແຕ່​ລະ​ຄົນ​ຕ້ອງ​ເຄົາ​ລົບ​ນັບ​ຖື​ສິ່ງ​ທີ່​ຕົນ​ເອງ​ພວມ​ມີ​ຢູ່​ແລ້ວ, ຕັກ​ເຕືອນ​ພັນ​ທະ​ເປັນ​ລູກ​ຍາມ​ໃດ​ກໍ່​ຕ້ອງ​ຮູ້​ບຸນ​ຄຸນ​ລ້ຽງດູ​​ຂອງພໍ່​ແມ່​ ເຊິ່ງ​ຕ້​ອງ​ມີ​ບັນ​ດາ​ການ​ກະ​ທຳ​ທີ່​ສະ​ແດງຄວາມ​ຮັກ ແລະ ​ຄວາມ​ຮູ້​ບຸນ​ຄຸນຕໍ່​ພໍ່​ແມ່.

ນັບ​ແຕ່​ເວ​ລາສາ​ສະ​ໜາພ​ຸ​ດໄດ້​ເຜີຍ​ແຜ່​ມາ​ເຖິງ ຫວຽດ​ນາມ, ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່ (ວັນ​ເພັງ ​ເດືອນ​ 7 ຕາມ​ຈັນ​ທະ​ປະ​ຕິ​ທິນ​ຂອງ​ທຸກໆ​ປີ) ໄດ້​ກາຍ​ເປັນມູນ​ເຊື້ອ​ຂອງ​ຈິດ​ໃຈ​ຕອບ​ບຸນ​ແທນຄຸນ​ພໍ່​ແມ່, ສອດ​ຄ່ອງ​ກັບ​ຈິດ​ໃຈ​ຄວາມ​ເຊື່ອ​ຖື​ສາ​ສະ​ໜ​າ​ບູ​ຊາ​ບັນ​ພະ​ບຸ​ລຸດ​ທີ່​ສັກ​ສິດ​ຂອງ​ຊາວ ຫວຽດ​ນາມ.

ປັດ​ຈຸ​ບັນ, ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູ​ລຸ​ດ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ດ້ານ​ສາ​ສະ​ໜາ​ທີ່​ສັກ​ສິດເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ “ວັນ​ບຸນ​ວັດ​ທະ​ນະ​ທຳ​ທີ່​ເຕັມ​ໄປ​ດ້ວຍ​ຈິດ​ໃຈ​ຄວາມ​ເປັນມະ​ນຸດ”. ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ພິ​ເສດ, ​ປະ​ຊາ​ຊົນ​​ທຸກ​ຄົນມຸ່ງ​ກັບ​ຄືນ​ກົກ​ເຄົ້າ​ເຫງົ້າ​ກໍ, ດ້ວຍຫຼັກ​ສິນ​ທຳ​ທີ່​ວ່າ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ກັບ​ບັນ​ພະ​ບຸ​ລຸດ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.