ການຂົນສົ່ງສິນຄ້າຈາກຫວຽດນາມຜ່ານຈີນໄປຍັງເອີຣົບ ແມ່ນໄວກວ່າການຂົນ​ສົ່ງທາງທະເລ 7 ວັນ

18:57 | 04/08/2021

ຍສໝ - ຕາມແຜນການດຳເນີນງານແລ້ວ, ຖ້ຽວລົດໄຟຈາກກວາງຊີໄປຫາເຈີ້ງໂຈວ ຈາກນັ້ນຜ່ານກາຊັກສະຖານ, ຣັດເຊຍ ... ໄປເຖິງແບນຊິກ ໃຊ້ເວລາປະມານ 25 ມື້, ປະຢັດປະມານ 1 ອາທິດ ແລະມີປະສິດທິຜົນການຂົນສົ່ງສູງກວ່າການຂົນສົ່ງທາງທະເລ.

ຖະ​ຫວາຍ​ທູບ​ທຽນ ແລະ ລະ​​​ນຶກ​ເຖິງອາ​ໄລ​ຫາ ວັນ​ຄ​້າຍ​ວັນ​ເກີດ​ຂອງ​ປ​ະ​ທານ​ໄກ​ສອນ​ ພົມ​ວິ​ຫານ ຄົບ​ຮອບ 100 ປີ ຖະ​ຫວາຍ​ທູບ​ທຽນ ແລະ ລະ​​​ນຶກ​ເຖິງອາ​ໄລ​ຫາ ວັນ​ຄ​້າຍ​ວັນ​ເກີດ​ຂອງ​ປ​ະ​ທານ​ໄກ​ສອນ​ ພົມ​ວິ​ຫານ ຄົບ​ຮອບ 100 ປີ
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ
ການຂົນສົ່ງສິນຄ້າຈາກຫວຽດນາມຜ່ານຈີນໄປຍັງເອີຣົບ ແມ່ນໄວກວ່າການຂົນ​ສົ່ງທາງທະເລ 7 ວັນ. ພາບປະກອບ
ການຂົນສົ່ງສິນຄ້າຈາກຫວຽດນາມຜ່ານຈີນໄປຍັງເອີຣົບ ແມ່ນໄວກວ່າການຂົນ​ສົ່ງທາງທະເລ 7 ວັນ. ພາບປະກອບ

ຖ້ຽວລົດໄຟໝາຍເລກ 42090 ທີ່ບັນທຸກສິນຄ້າຂອງຫວຽດນາມຫຼາຍກວ່າ 250 ໂຕນ ໄດ້ອອກຈາກສະຖານີລົດໄຟ ບັ່ງເຕື່ອງ (ກວາງຊີ - ຈີນ) ໄປຍັງເອີຣົບ. ນີ້ແມ່ນຖ້ຽວລົດໄຟຂົນສົ່ງສິນຄ້າທຳອິດດ້ວຍທາງລົດໄຟໄປຍັງເອີຣົບ ໂດຍຈີນ ແລະຫວຽດນາມ ຮ່ວມມືກັນຈັດຕັ້ງຜັນ​ຂະ​ຫຍາຍ.

ທ່ານ ເຕືອງຕິງ, ຫົວໜ້າສະຖານີລົດໄຟ ບັ່ງເຕື່ອງ ໃຫ້ຮູ້ວ່າ: ການຂົນສົ່ງຈາກຫວຽດນາມໄປເອີຣົບແມ່ນເລີ່ມຈາກສະຖານີລົດໄຟ ດົງແອງ (ຮ່າໂນ້ຍ - ຫວຽດນາມ) ໄປຫາສະຖານີລົດໄຟ ບັ່ງເຕື່ອງ (ເຊິ່ງຮັບຜິດຊອບໂດຍບໍລິສັດໃຫຍ່ລົດໄຟຫວຽດນາມ).

​ຈາກສະຖານີລົດໄຟ ບັ່ງເຕື່ອງ ໄປ ເຈີ້ງໂຈວ ແລະຈາກນັ້ນໄປ​ເຖິງປະເທດແບນຊິກ​ດ້ວຍເສັ້ນທາງລົດໄຟ ຈີນ - ເອີຣົບ ເຊິ່ງຮັບຜິດຊອບໂດຍອົງການລົດໄຟຈີນ. ຄາດວ່າການເດີນທາງຈະໃຊ້ເວລາ 25 ມື້, ສັ້ນລົງປະມານ 7 ມື້ເມື່ອທຽບກັບການຂົນສົ່ງທາງທະເລ.

ນັບແຕ່ປີ 2017 ເປັນຕົ້ນມາ, ເມື່ອທາງລົດໄຟຈີນ-ຫວຽດນາມໄດ້ເປີດນຳໃຊ້, ການຂົນສົ່ງຕູ້ຄອນເທນເນີຂ້າມຊາຍແດນໄດ້ມີປະສິດທິຜົນຫຼາຍຂຶ້ນ. ໃນ 6 ເດືອນທໍາອິດຂອງປີ 2021 ມີລົດໄຟຂົນສົ່ງຕູ້ຄອນເທນເນີ ລະຫວ່າງຈີນ - ຫວຽດນາມ 145 ຖ້ຽວ, ເພີ່ມຂຶ້ນ 64,8% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ​ອັນ​ໄດ້ສ້າງພື້ນຖານອັນສຳຄັນໃຫ້ກັບການຂົນສົ່ງຕູ້ຄອນເທນເນີຈາກຫວຽດນາມໄປຍັງເອີຣົບ.

ຄາດວ່າໃນເດືອນສິງຫານີ້, ຈີນຈະສືບຕໍ່ຮ່ວມມືກັບຫວຽດນາມ ເພື່ອຜັນຂະຫຍາຍການຂົນສົ່ງທາງລົດໄຟສອງສາຍ ລະຫວ່າງຫວຽດນາມ - ຈີນ - ເອີຣົບ.

ໄຊພອນ

ເຫດການ
302 Found

Found

The document has moved here.