ຖົ່​ວ​ລຽນ ຫວຽດ​ນາມ​ ​ຂາຍ​ດີ ຢູ່ ອົດ​ສະ​ຕາ​ລີ

23:14 | 12/08/2021

ຍ​ສ​ໝ - ພາຍຫຼັງ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ໃນ​ວັນ​ທີ 6 ສິງ​ຫາ, ໂດຍ​ປະ​ຕິ​ບັດ​ຄຳ​ຊີ້ນຳ​ຂອງ ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ຂອງ​ອົງ​ການ​ຕາງ​ໜ້າ, ຫ້ອງ​ການກ​ານ​ຄ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ໄດ້​ເຊື່ອມ​ຕໍ່ບັນ​ດາ​ບໍ​ລິ​ສັດ ແລະ ຜູ້​ນຳ​ເຂົ້າ​ໃຫຍ່ ເພື່ອ​ສືບ​ຕໍ່​ນຳ​ເຂົ້າ​ຖົ່ວ​ລຽນ ແລະ ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ເດືອນ​ສິງ​ຫານີ້​ຕື່ມ​ອີກ.

ສື່​ມວນ​ຊົນ ອົດ​ສະ​ຕາ​ລີ: ບັນ​ດາ​ປັດ​​ໄຈ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ ສື່​ມວນ​ຊົນ ອົດ​ສະ​ຕາ​ລີ: ບັນ​ດາ​ປັດ​​ໄຈ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ
ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຖົ່​ວ​ລຽນ ຫວຽດ​ນາມ​ ​ຂາຍ​ດີ ຢູ່ ອົດ​ສະ​ຕາ​ລີ
ຖົ່ວ​ລຽນ Ri6

ຕາມ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ຢູ່ ​ອົດ​ສະ​ຕາ​ລີ, ນັບ​ແຕ່​ຕົ້ນ​ປີ 2021, ເຖິງວ່າຫຼາຍ​ນະ​ຄອນ​ຢູ່ ອົດ​ສະ​ຕາ​ລີ ໄດ້​ປະ​ຕິ​ບັດ​ການ​ລ໋ອກ​ດາວກໍ່​ຕ​າມ, ​ແຕ່ຖົ່ວ​ລຽນ Ri6 ຍັງ​ມີ​ກຳ​ລັງ​​ຊື້​ຢ່າງ​ແຮງ. ຫວ່າງ​ແລ້ວນີ້, ມີ​ຖົ່ວ​ລຽນ​ແຊ່​ເຢັນ ​ກ່​ວາ 15 ໂຕນ ຂອງ​ບໍ​ລິ​ສັດ ອຶວ​ດ່າມ ​ທີ່​ສົ່ງ​ອອກ​ໄປ​ຍັງ ອົດ​ສະ​ຕາ​ລີ ໄດ້ຂາຍ​ໝົດ​ໃນ​​ເວ​ລາ 2 ວັນ ເຊິ່ງ​ຈຳ​ໜ່າຍ​ແຕ່ 23 – 24 ກໍ​ລະ​ກົດ.

ນອກ​ຈາກ​ນັ້ນ, ຖົ່ວ​ລຽນ RI6 ​ຍີ່​ຫ​ໍ້ ອຶວ​​ດ່າມ 45 ໂຕນ ທີ່ພວມ​ຢູ່​ທະ​ເລ​ກໍ່​ຂາຍອອ​ກ​ໝົດ​ແລ້ວ ຍ້ອນ​ບັນ​ດາ​ສິນ​ຄ້າ​ໄດ້​ຮັບ​ການ​ສັ່ງ​ຊື້​​ກ່ອນນັ້ນ​ແລ້ວ. ລາ​ຄາ​ຕ່ຳ​ສຸດ​ແຕ່ 18,99 AUD/ກິໂລກຣາມ ສຳ​ລັບ​ຖົ່ວ​ລຽນ​ແຊ​່ເຢັນ​ເປັນ​ໜ່ວຍ ແລະ 20 – 25 AUD/ກິໂລກຣາມ ສຳ​ລັບ​ຖົ່ວ​ລຽນຂາຍ​ເປັນບົວ.

ພາຍຫຼັງ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ໃນ​ວັນ​ທີ 6 ສິງ​ຫາ, ໂດຍ​ປະ​ຕິ​ບັດ​ຄຳ​ຊີ້ນຳ​ຂອງ ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ຂອງ​ອົງ​ການ​ຕາງ​ໜ້າ, ຫ້ອງ​ການກ​ານ​ຄ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ໄດ້​ເຊື່ອມ​ຕໍ່ບັນ​ດາ​ບໍ​ລິ​ສັດ ແລະ ຜູ້​ນຳ​ເຂົ້າ​ໃຫຍ່ ເພື່ອ​ສືບ​ຕໍ່​ນຳ​ເຂົ້າ​ຖົ່ວ​ລຽນ ແລະ ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ເດືອນ​ສິງ​ຫານີ້​ຕື່ມ​ອີກ.

ສະ​ເພາະ​ບໍ​ລິ​ສັດ ​ອຶວ​​ດ່າມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຍູ້​ແຮງ​ການ​ສົ່ງ​ອອກ​ຖົ່ວ​ລຽນ Ri16 ໄປ​ຍັງ​ອົດ​ສະ​ຕາ​ລີ ແຕ່ 100 – 150 ໂຕນ. ສິ່ງນີ້​ຈະ​ເປັນ​ການເປີດ​ໂຄງ​ການ​ໃໝ່​ເພື່ອ​ຊ່ວຍ​​ໃຫ້​ຍີ່​ຫໍ້ Ri16 ​ໝັ້ນ​ຄົງ​ກ່​ວາ​ອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.