ປະດັບຫລຽນໄຊ ຫລຽນກາແຮງງານ ໃຫ້ນັກກິລາທີມຊາດລາວ

00:54 | 13/05/2019

ວັນທີ 28 ທັນວາ 2018 ຜ່ານມາ ກະຊວງ ສຶກສາທິການ ແລະ ກິລາ ໄດ້ຈັດພິທີປະດັບຫລຽນໄຊ, ຫລຽນກາແຮງງານ ​ແລະ ມອບໃບຍ້ອງຍໍ ໃຫ້ຄະນະນຳ, ຄູຝຶກ ​ແລະ ນັກກິລາທີມຊາດລາວ ເພື່ອຍ້ອງຍໍຜົນສຳເລັດ ໃນການເຂົ້າຮ່ວມງານມະຫາກຳກິລາເອຊຽນເກມຄັ້ງທີ 18, ເອຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດອິນໂດເນເຊຍ ແລະ ການເຂົ້າຮ່ວມແຂ່ງຂັນລະດັບສາກົນ ​ໃນປີ 2018 ໃຫ້ກຽດມອບໃບຍ້ອງຍໍ ແລະ ປະດັບຫລຽນໄຊແຮງງານ ຂອງທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກໍາມະ ການໂອແລມ ປິກແຫ່ງຊາດລາວ, ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ.

ປະດັບຫລຽນໄຊ ຫລຽນກາແຮງງານ ໃຫ້ນັກກິລາທີມຊາດລາວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍ ໃຫ້ນັກກິລາທີມຊາດ ລາວ.

​ໂອ​ກາດ​ດັ່ງກ່າວ, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ລາຍງານໂດຍຫຍໍ້ຄວາມເປັນມາ ຂອງແຕ່ລະສະຫະພັນ ໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທີ່ສາມາດຍາດໄດ້ຫລຽນລາງວັນ ມາໃຫ້ປະເທດຊາດ ເປັນຕົ້ນແມ່ນສຳເລັດ ການເຂົ້າຮ່ວມແຂ່ງຂັນງານກິລາເອຊຽນເກມ ຄັ້ງທີ 18 ທີ່ປະເທດອິນໂດເນເຊຍ ສາ ມາດຍາດໄດ້ 2 ຫລຽນເງິນ ແລະ 3 ຫລຽນທອງ, ເອຊຽນພາລາເກມ ຄັ້ງທີ 12 ປີ 2018 ທີ່ປະເທດອິນໂດເນເຊຍ ສາມາດຍາດໄດ້ 1 ຫລຽນຄຳ ຈາກປະເພດກິລາຍົກນ້ຳໜັກດ່ຽວຊາຍ, ເຂົ້າຮ່ວມແຂ່ງຂັນ ກິລາໂວ ວີນາມຊີງ ແຊັມ ອາຊຽນ ຄັ້ງທີ 5 ທີ່ນະຄອນເນປີດໍ ປະເທດມຽນມາ ສາມາດຍາດໄດ້ 1ຫລຽນຄຳ, 3 ຫລຽນເງິນ ແລະ 1 ຫລຽນທອງ, ເຂົ້າຮ່ວມແຂ່ງຂັນກິລາກະຕໍ້ຊີງແຊັມໂລກ ຄັ້ງທີ 33 ທີ່ປະເທດໄທ ສາມາດຍາດໄດ້ 2 ຫລຽນຄຳ, 1 ຫລຽນເງິນ ແລະ 1 ຫລຽນທອງ. ຕໍ່ກັບຜົນງານດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ 14 ທ່ານ ແລະ 2 ກົມກອງ ທີ່ໄດ້ຈາກການເຂົ້າຮ່ວມແຂ່ງຂັນກິລາກະຕໍ້ຊີງແຊັມໂລກ ຄັ້ງທີ 33 ແລະ ກິລາເອຊຽນພາຣາເກມ ຄັ້ງທີ 12; ປະດັບຫລຽນໄຊແຮງງານຊັ້ນ II ໃຫ້ 26 ທ່ານ ແລະ4 ກົມກອງ ທີ່ໄດ້ຈາກການເຂົ້າຮ່ວມແຂ່ງຂັນກິລາເອຊຽນເກມ ຄັ້ງທີ 18, ປະດັບຫລຽນໄຊແຮງງານຊັ້ນ III ໃຫ້ 26 ທ່ານ ແລະ 1 ກົມກອງ, ປະດັບຫລຽນກາແຮງງານ ໃຫ້ 26 ທ່ານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ 2 ທ່ານ ແລະ 21 ກົມກອງ.

​ໃນ​​ໂອກາດ​ດຽວ​ກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫລວງ ຂອງຄະນະນຳຄູຝຶກ ແລະ ນັກກິລາ ທຸກຄົນ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອ ແຮງຂອງຕົນ ຈົນສາມາດ ສ້າງຊື່ສຽງມາໃຫ້ປະເທດຊາດ. ພ້ອມ​​ເນັ້ນ​ໃຫ້ຄະນະພັກ, ຄະນະນຳ ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ຊີ້ນຳວຽກງານແນວຄິດການເມືອງ ໃຫ້ບັນດາສະຫະພັນກິລາແຫ່ງຊາດລາວ, ຄູຝຶກ ແລະ ນັກກິລາ ໃຫ້ໄປຕາມທິດ ຫັນປ່ຽນໃໝ່ຂອງພັກ-ລັດ, ໃຫ້ສືບຕໍ່ມູນເຊື້ອທີ່ດີງາມໃນການສ້າງ ແລະ ພັດທະນາວຽກງານກິລາ ທີ່ມີແລ້ວນັ້ນໃຫ້ດີຂຶ້ນກວ່າເກົ່າ; ສ້າງນັກກິລາ ໃນລະດັບເຍົາວະຊົນໄວ້ເປັນພື້ນຖານ; ສ້າງທຸກເງື່ອນໄຂໃຫ້ມີການ ພັດທະນາກິລາ ແບບຕໍ່ເນື່ອງ ເພື່ອເຮັດໃຫ້ນັກກິລາຂອງລາວເຮົາ ເປັນທີ່ຍອມຮັບຂອງນາໆຊາດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ