ອິນເດຍ ຮ່ວມມືກັບ ຫວຽດນາມ ທົດລອງ ແລະ ຜະລິດວັກຊິນ Nanocovax

22:01 | 11/08/2021

ປະຈຸບັນ, ສະຖານທູດພວມສົ່ງເສີມການສ້າງຕັ້ງເຂດອຸດສາຫະກຳ “ສູນຜະລິດຕະພັນການຢາ” ຢູ່ຫວຽດນາມ.

ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ
ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19 ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19
ອິນເດຍ ຮ່ວມມືກັບ ຫວຽດນາມ ທົດລອງ ແລະ ຜະລິດວັກຊິນ Nanocovax

ພິທີລົງນາມ (ພາບ: ອົງການການຄ້າຫວຽດນາມ ປະຈຳ ອິນເດຍ)

ພາຍຫຼັງບັນດາຄວາມມານະພະຍາຍາມຂົນຂວາຍຂອງ “ກຸ່ມປະຕິກິລິຍາໄວກ່ຽວກັບຢາ ແລະ ວັກຊິນ” ໂດຍທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມແຊງເຈົາ ສ້າງຕັ້ງນັ້ນ, ໃນໄລຍະຜ່ານມາ, ສະຖານທູດຫວຽດນາມ ປະຈຳ ອິນເດຍ ໄດ້ເປັນສັກຂີພິຍານພິທີລົງນາມສັນຍາຮັກສາຄວາມລັບ (Non-Disclosure Agreement, NDA) ລະຫວ່າງຜູ້ຕາງໜ້າບໍລິສັດ Vekaria Healthcare LLP ຂອງ ອິນເດຍ ແລະ ຜູ້ຕາງໜ້າບໍລິສັດ Nanogen ຂອງຫວຽດນາມ ເພື່ອແນໃສ່ຮັບໃຊ້ການຖ່າຍທອດເຕັກໂນໂລຊີ, ຜະລິດ ແລະ ແຈກຢາຍວັກຊິນ Nanocovax. ພິທີລົງນາມຖືກດຳເນີນທາງອອນລາຍ.

ເລື່ອງລົງນາມໃນຂໍ້ຕົກລົງ NDA ຈະແມ່ນພື້ນຖານເພື່ອໃຫ້ 2 ຝ່າຍກ້າວໄປເຖິງການປຶກສາຫາລືເລິກກວ່າກ່ຽວກັບບັນດາເນື້ອໃນຮ່ວມມືລະອຽດທີ່ກ່ຽວຂ້ອງເຖິງການທົດລອງໄລຍະທີ 3 ເປີດກວ້າງ, ຜະລິດ, ແຈກຢ່າຍວັກຊິນ Nanocovax ດ້ວຍຂອບຂະໜາດໃຫຍ່ ເມື່ອບັນດາອົງການທີ່ມີໜ້າທີ່ອະນຸຍາດນຳໃຊ້ໂດຍດ່ວນ.

ປະຈຸບັນ, ສະຖານທູດພວມສົ່ງເສີມການສ້າງຕັ້ງເຂດອຸດສາຫະກຳ “ສູນຜະລິດຕະພັນການຢາ” ຢູ່ຫວຽດນາມ ດ້ວຍເນື້ອທີປະມານ 500 ເຮັກຕາ, ເງິນລົງທຶນເບື້ອງຕົ້ນປະມານ 500 ລ້ານ USD.

​vovworld.vn

ເຫດການ
302 Found

Found

The document has moved here.