ຈັດຂຶ້ນລາຍການຍ່າງເພື່ອສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

00:00 | 26/07/2023

ຍສໝ - ໂຄງການດັ່ງກ່າວໄດ້ຈັດຂຶ້ນປີລະເທ່ື່ອ ເພື່ອແນໃສ່ຊ່ວຍໃຫ້ທຸກຄົນເຂົ້າໃຈແຈ້ງກ່ວາກ່ຽວກັບຜົນຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

ຈັດຂຶ້ນລາຍການຍ່າງເພື່ອສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ພົນຈັດຕະວາ ເຈິ່ນງອັກໂຖ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ:VOV)

ທີ່ການພົບປະລະນຶກ 62 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ (10/8/1961 – 10/8/2023) ຈັດຂຶ້ນໃນວັນທີ 7 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ຈັດຂຶ້ນປີລະເທ່ື່ອ ເພື່ອແນໃສ່ຊ່ວຍໃຫ້ທຸກຄົນເຂົ້າໃຈແຈ້ງກ່ວາກ່ຽວກັບຜົນຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ກໍ່ຄືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ; ຮຽກຮ້ອງໃຫ້ມີການປະກອບສ່ວນຂອງບັນດາອົງການຢູ່ພາຍໃນປະເທດ ແລະ ສາກົນເຂົ້າໃນການເຄື່ອນໄຫວໂຄສະນາຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມມີເງື່ອນໄຂບືນຕົວຂຶ້ນ, ມີຊີວິດການເປັນຢູ່ເປັນປົກກະຕິ. ພົນຈັດຕະວາ ເຈິ່ນງອັກໂຖ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:

“ໂດຍລະນຶກ 62 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ, ປີນີ້, ບັນດາການເຄື່ອນໄຫວມີຫຼາຍຮູບແບບກ່ວາເມື່ອທຽບໃສ່ທຸກປີ. ຈຸດປະສົງລວມແມ່ນສືບຕໍ່ສູ້ຊົນກັບຝ່າຍ ອາເມລິກາ ຮຽກຮ້ອງໃຫ້ເຂົາເຈົ້າຕ້ອງມີຄວາມຮັບຜິດຊອບກັບບັນດາຜົນຮ້າຍຢ້ອນຫຼັງທີ່ເກີດຂຶ້ນໃນປາງສົງຄາມຢູ່ ຫວຽດນາມ, ຍາດເອົາສິດຜົນປະໂຫຍດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຄືນ”.

ດີງເລື້ອງ

ເຫດການ
302 Found

Found

The document has moved here.