ຫວຽດນາມທົດລອງ ຜະລິດ ວັກຊິນ Spunik -V ງວດທຳອິດ

15:19 | 24/07/2021

ຍສໝ - ວັນ​ທີ 21 ກໍ​ລະ​ກົດ, ສື່ມວນ​ຊົນ​ລັດ​ເຊຍ ໄດ້​ຄັດ​ສະ​ເໜີ​ແຈ້ງ​ການ​ຂອງກອງທຶນ​ລົງ​ທຶນ​ໂດຍ​ກົງ ລັດ​ເຊຍ (RDIF) ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້​ທົດ​ລອງ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 Spunik -V ງວດ​ທຳ​ອິດ ໂດຍ​ລັດ​ເຊຍ ​ຄົ້ນ​ຄວ້າ​ພັດ​ທະ​ນາ. ບໍ​ລິ​ສັດ VABIOTECH ຢູ່​ຫວຽດ​ນາມ ໄດ້ຢັ້ງ​ຢືນ​ຂໍ້​ມູນ​ດັ່​ງ​ກ່າວ.

ວັກຊິນ 30 ລ້ານຫຼອດ ຈະມາຮອດຫວຽດນາມ, ໄວສຸດແມ່ນໃນໄຕມາດ 1 ນີ້ ວັກຊິນ 30 ລ້ານຫຼອດ ຈະມາຮອດຫວຽດນາມ, ໄວສຸດແມ່ນໃນໄຕມາດ 1 ນີ້
ຄາດວ່າວັນທີ 1 ມີນາ 2021, ວັກຊິນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດ ໂດຍ ຫວຽດນາມ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້ ສສ.ຫວຽດນາມ ຄາດວ່າວັນທີ 1 ມີນາ 2021, ວັກຊິນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດ ໂດຍ ຫວຽດນາມ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້ ສສ.ຫວຽດນາມ
ຫວຽດນາມທົດລອງ ຜະລິດ ວັກຊິນ Spunik -V ງວດທຳອິດ
​ວັກ​ຊິນ​ກັນ​ໂຄວິດ - 19 Spunik -V (ພາບ: AFP/TTXVN)

ວິ​ທະ​ຍຸ​ກະ​ຈາຍ​ສຽງ Sputnik , ສຳ​ນັກ​ຂ່າວ​ສານ Reuters ໄດ້​ລົງ​ຂ່າວ​ບັນ​ດາ​ຕົວ​ຢ່າງ​ຂອງ​ວັກ​ຊິນ​ກັນ​ໂຄວິດ - 19 ງວດ​ທົດ​ລອງນີ້ ຈະ​ໄດ້​ສົ່ງ​ໄປ​ຍັງ​ສູນ ຢູ່​ລັດ​ເຊຍ ເພື່ອ​ຕີ​ລາ​ຄາ​ຄຸນ​ນະ​ພາບ.

ແຈ້ງ​ການ​ຂອງ RDIF ຊີ້​ແຈ້ງວ່າ: “ກອງ​ທຶນ​ລົງ​ທຶນໂດຍ​ກົງ​ຂອງ ລັດ​ເຊຍ ແລະ VABIOTECH ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບໍ​ລິ​ສັດ​ການ​ຢາ​ແຖວ​ໜ້າ ຢູ່ ຫວຽດ​ນາມ ໄດ້ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ທົດ​ລອງ​ຜະ​ລິດ​ວັກ​ຊິນ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 Spunik –V. ບັນ​ດາ​ຕົວ​ຢາງ​ໃນ​ງວດ​ວັກ​ຊິນ​ຈະ​ໄດ້​ສົ່ງ​ໄປ​ຍັງ​ອົງ​ການກວດ​ກາ​ຄຸນ​ນະ​ພາບ​ຂອງ​ລັດ​ເຊຍ”.

ກ່າວ​ຄຳ​ເຫັນ​ຕໍ​່​ວົງ​ການ​ນັນ​ຂ່າວ, ທ່ານ Kirill Dmitriev ຜູ້​ອຳ​ນວຍ​ການ RDIF ໃຫ້​ຮູ້​ວ່າ: RDIF ແລະ Vabiotech ພວມ​ຕັ້ງ​ໜ້າ​ຮ່ວມ​ມື​ໃນ​ວິ​ວັດ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ. ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ບັນ​ດາ​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ ແລະ ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ພວມ​ເກີດ​ຂຶ້ນ​ຢູ່ຫຼາຍ​ບ່ອນ​ທີ່​ແຕກ​ຕ່າງ​ກັນ​ໃນ​ທົ່ວ​ໂລກ, ເພາະ​ສະ​ນັ້ນ RDIF ພວມ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ Sputnik- V, ເພື່ອເພີ່ມ​ທະ​ວີ​ອັດ​ຕາ​ສັກ​ວັກ​ຊິນ​ດ້ວຍ​ໜຶ່ງ​ໃນ​ບັນ​ດາ​ຢາ​ຊະ​ນິດ​ດີ​ທີ່​ສຸດ​ໃນ​ໂລກ.

Sputnik- V ແມ່ນ​ວັກ​ຊິນ​ກັນ​ໂຄວິດ - 19 ທຳ​ອິດ​ໃນ​ໂລກທີ່​ໄດ້ຮັບການ​ຮັບ​ຮອງ​ເອົາ. ແຕ່​ວັນ​ທີ 11 ສິງ​ຫາ 2020, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລັດ​ເຊຍ​ໄດ້​ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນ​ໃນ​ຂອບ​ຂະ​ໜາດ​ທົ່ວ​ປະ​ເທດ ນັບ​ທັງ​ໃນ​ຂະ​ນະ​ທີ່​ວັກ​ຊິນນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ທົດ​ລອງສັກ​ວັກ​ຊິນ​ຕໍ່​ຄົນ​ໄລ​ຍະ​ທີ 3. ຕາມ RDIF ແລ້ວ, ມາ​ຮອດ​ປັດ​ຈຸ​ບັນ, ມີ​ເກືອບ 68 ປະ​ເທດ ແລະ ເຂດ​ແຄ້ວນ​ດ້ວຍ​ປະ​ຊາ​ກອນ​ກ່​ວາ 3,7 ຕື້​ຄົ​ນ ພ​ວມ​ຈົດ​ທະ​ບຽນ​ສັກ​ວັກ​ຊິນ Sputnik- V.

ນັກ​ວິ​ທະ​ຍາ​ສາດ​ລັດ​ເຊຍ Denis Logunov ໂດຍ​ເປັນ​ຜູ້​ໄດ້​ຮັບ​ຖື​ວ່າ​ຜູ້​ພັດ​ທະ​ນາ​ແຖວ​ໜ້າ​ວັກ​ຊິນ Sputnik- V ໃຫ້​ຮູ້​ວ່າ ໃນ​ບົດ​ລາຍ​ງານ​ຕີ​ລາ​ຄາ​ອີງ​ໃສ່​ຂໍ້​ມູນ​ຂອງ​ 3,8 ລ້ານ​ຄົນ, ວັ​ກ​ຊິນ Sputnik- V ບັນ​ລຸໄດ້​ປະ​ສິດ​ທິ​ຜົນ ກ່​ວາ 97,6% ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ສະ​ຖາ​ບັນ Gamaleya ໃນ​ວັນ​ທີ 29 ມິ​ຖຸ​ນາ​ ກໍ່​ໃຫ້​ຮູ້​ວ່າ ວັກ​ຊິນ Sputnik- V ກໍ່​ບັນ​ລຸ​ໄດ້​ປະ​ສິດ​ທິ​ຜົນ​ປະ​ມານ 90% ໃນ​ການ​ປ້ອງ​ກັນ, ຕ້ານ​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ Delta ຂອງເຊື້ອ​ໄວ​ຣັດ SARS-CoV-2

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.