ວັກຊິນ 30 ລ້ານຫຼອດ ຈະມາຮອດຫວຽດນາມ, ໄວສຸດແມ່ນໃນໄຕມາດ 1 ນີ້

16:09 | 03/02/2021

ຍສໝ - ສະພາປຶກສາອອກໃບຢັ້ງຢືນອະນຸຍາດໃຫ້ນຳໃຊ້ຢາ, ສັງກັດກະຊວງສາທາລະນະສຸກ ຫວຽດນາມ ໃຫ້ ອະນຸຍາດໃຫ້ວັກຊິນ ກັນໂຄວິດ-19 ຂອງ Astra Zeneca ໄດ້ຮັບການນຳໃຊ້ໃນກໍລະນີສຸກເສີນປ້ອງກັນ, ຕ້ານໂລກພະຍາດ. ນີ້ແມ່ນວັກຊິກກັນໂຄວິດ-19 ຊະນິດທຳອິດໄດ້ຮັບການອະນຸຍາດນຳໃຊ້ຢູ່ ຫວຽດນາມ.

ວ ກແຊງ 30 ລ ານຫ ອດ ຈະມາຮອດຫວຽດນາມ ໄວສ ດແມ ນໃນໄຕມາດ 1 ນ ສະຖານທູດຫວຽດນາມ ປະຈຳຕວກກີ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ 2021
ວ ກແຊງ 30 ລ ານຫ ອດ ຈະມາຮອດຫວຽດນາມ ໄວສ ດແມ ນໃນໄຕມາດ 1 ນ ຫວຽດນາມ ມີຄວາມສົນໃຈໃນການຕິດຕາມ ແລະ ປາດຖະໜາວ່າມຽນມາ ຈະມີສະຖຽນລະພາບໂດຍໄວ
ວ ກແຊງ 30 ລ ານຫ ອດ ຈະມາຮອດຫວຽດນາມ ໄວສ ດແມ ນໃນໄຕມາດ 1 ນ
ພາບປະກອບ

ເມື່ອບໍ່ດົນມານີ້, ສະພາປຶກສາອອກໃບຢັ້ງຢືນອະນຸຍາດໃຫ້ນຳໃຊ້ຢາ, ສັງກັດກະຊວງສາທາລະນະສຸກ ຫວຽດນາມ ໃຫ້ ອະນຸຍາດໃຫ້ວັກຊິນ ກັນໂຄວິດ-19 ຂອງ Astra Zeneca ໄດ້ຮັບການນຳໃຊ້ໃນກໍລະນີສຸກເສີນປ້ອງກັນ, ຕ້ານໂລກພະຍາດ. ນີ້ແມ່ນວັກຊິກກັນໂຄວິດ-19 ຊະນິດທຳອິດໄດ້ຮັບການອະນຸຍາດນຳໃຊ້ຢູ່ ຫວຽດນາມ. ຫວຽດນາມ ອະນຸມັດຜ່ານວັກຊິນ AstraZeneca, ວັກຊິນປະເພດນີ້ໄດ້ຮັບການອະນຸມັດຜ່ານໃຫ້ນໍາໃຊ້ດ່ວນຢູ່ສະຫະພາບເອີລົບ, ອັງກິດ ແລະບັນດາປະເທດອື່ນຢູ່ 4 ທະວີບ.

ມາຮອດປັດຈຸບັນ, ລາຊະອານາຈັກອັງກິດ ໄດ້ປະຕິບັດການສັກວັກຊິນໃຫ້ເກືອບ 10 ລ້ານຄົນ, ພິເສດແມ່ນກຸ່ມເປົ້າໝາຍສ່ຽງໄພສູງກວ່າເພິ່ນ. ອັງກິດ ໃຫ້ຄໍາໝັ້ນສັນຍາປະກອບ 548 ລ້ານປອນໃຫ້ກົນໄກ COVAX ເພື່ອສະໜອງວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 1 ຕື້ຫຼອດໃຫ້ 92 ປະເທດກໍາລັງພັດທະນາ, ໃນນັ້ນມີຫວຽດນາມ ໃນປີ 2021.

ຕາມ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈີນວັນຖ່ວນ, ກະຊວງສາທາລະນະສຸກ ຫວຽດນາມ ພວມເຈລະຈາກັບບັນດາຄູ່ຮ່ວມມື ເພື່ອຊື້ ວັກຊິນ 30 ລ້ານຫຼອດ ຂອງ AstraZeneca ອັງກິດ. ຕາມນັ້ນແລ້ວ, ໃນປີ 2021, ວັກແຊງ 30 ລ້ານຫຼອດ ຈະມາຮອດຫວຽດນາມ, ໄວສຸດແມ່ນໃນໄຕມາດ 1 ນີ້.

ຕາມ ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ແລ້ວ, AstraZeneca ຈະຮ່ວມມືພ້ອມກັບ ລະບົບສູນສັກວັກຊິນຂອງບໍລິສັດຫຸ້ນສ່ວນວັກຊິນຫວຽດນາມ ເພື່ອຊ່ວຍໃຫ້ປະຊາຊົນຫວຽດນາມ ນັບຫຼາຍລ້ານຄົນໄດ້ນຳໃຊ້ວັກຊິນປ້ອງກັນໂຄວິດ-19 ຢ່າງປອດໄພ ແລະວ່ອງໄວທີ່ສຸດ, ເພື່ອໃຫ້ພວກເຮົາສາມາດຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ ແລະ ຟື້ນຟູເສດຖະກິດໂດຍໄວ.

ໄລ່ຮອດປັດຈຸບັນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 100.000.000 ຄົນ, ໃນນັ້ນ ມີ 2.261.970 ຄົນ ເສຍຊີວິດ. ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 1891 ກໍລະນີ. ຫວຽດນາມ ໄດ້ປິ່ນປົ່ວຫາຍດີ 1.416 ກໍລະນີ ແລະ ມີ 35 ກໍລະນີ ເສຍຊີວິດ.ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນຊຸມຊົນ ຕື່ມອີກ 9 ກໍລະນີ. ໃນນັ້ນ ຢູ່ ນະຄອນຫຼວງຮ່າໂນ້ຍ ມີ 1 ກໍລະນີ, ແຂວງຫາຍເຢືອງ ມີ 2 ກໍລະນີ, ບິ່ງເຢືອງ ມີ 2 ກໍລະນີ, ຢາລາຍ ມີ 4 ກໍລະນີ.

ວ ກແຊງ 30 ລ ານຫ ອດ ຈະມາຮອດຫວຽດນາມ ໄວສ ດແມ ນໃນໄຕມາດ 1 ນ ສະຖານທູດຫວຽດນາມ ປະຈຳຕວກກີ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ 2021

ຍສໝ - ພິທີດັ່ງກ່າວໄດ້ດຳເນີນໄປໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ລົດຊາດຄວາມເປັນເອກະລັກຂອງຊາດ ຂອງບັນດາເຍື່ອງອາຫານປີໃໝ່ຫວຽດນາມ.

ວ ກແຊງ 30 ລ ານຫ ອດ ຈະມາຮອດຫວຽດນາມ ໄວສ ດແມ ນໃນໄຕມາດ 1 ນ ຫວຽດນາມ ກໍາລັງແມ່ນຈຸດພົ້ນເດັ່ນກ່ຽວກັບການຄວບຄຸມພະຍາດໂຄວິດ-19

ຍສໝ - ໄລ່ຮອດວັນທີ 2 ກຸມພາ 2021, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໜຶ່ງຄົນ ໃນຊຸມຊົນ.

ວ ກແຊງ 30 ລ ານຫ ອດ ຈະມາຮອດຫວຽດນາມ ໄວສ ດແມ ນໃນໄຕມາດ 1 ນ ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ

ຍສໝ - ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ, ມີຄວາມຮັບຜິດຊອບຕໍ່ການປະຕິບັດກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ດ້ວຍເຈດຕະນາດີ.

ວ ກແຊງ 30 ລ ານຫ ອດ ຈະມາຮອດຫວຽດນາມ ໄວສ ດແມ ນໃນໄຕມາດ 1 ນ

ໄຊພອນ

ເຫດການ
302 Found

Found

The document has moved here.