ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ

11:13 | 21/07/2021

ຍ​ສ​ໝ - ທ່ານ​ຮອງ​ສາ​ດ​ສະ​ດາ​ຈານ, ປ.ອ Faisal Ahmed ສັງ​ກັດ​ພະ​ແນກເສດ​ຖະ​ກິດ​ສາ​ກົນ ໂຮງ​ຮຽນ​ບໍ​ລິ​ຫານ FORE ຢູ່ New Delhi ປະ​ເທດ ອິນ​ເດຍ ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ບົດ​ຂຽນ​ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ “ບາງ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ລັດ​ທິ​ສັງ​ຄົມ ແລະ ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ”…

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ
​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ: ຊົມເຊີຍ ລະດູບານໃໝ່, ບັນຍາກາດໃໝ່, ໄຊຊະນະໃໝ່ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ: ຊົມເຊີຍ ລະດູບານໃໝ່, ບັນຍາກາດໃໝ່, ໄຊຊະນະໃໝ່
ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ
ທ່ານ​ຮອງ​ສາ​ດ​ສະ​ດາ​ຈານ, ປ.ອ Faisal Ahmed ສັງ​ກັດ​ພະ​ແນກເສດ​ຖະ​ກິດ​ສາ​ກົນ ໂຮງ​ຮຽນ​ບໍ​ລິ​ຫານ FORE ຢູ່ New Delhi ປະ​ເທດ ອິນ​ເດຍ (ພາບ: TTXVN)

ທ່ານ​ຮອງ​ສາ​ດ​ສະ​ດາ​ຈານ, ປ.ອ Faisal Ahmed ເວົ້​າ​ວ່າ: ໃນ​ໂລກ​ທີ່ໂລກ​ລະ​ບາດ​ໂຄວິດ - 19 ພວມ​ຄຸ​ກ​ຄ​າມ, ບັນ​ດາ​ປະ​ເທດທີ່​ນຳ​ໃຊ້​ໂຄງສ້າງລັດ​ທິ​ສັງ​ຄົມນ​ິ​ຍົມ​ໄດ້​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຕ້ອງ​ການ​ທາງ​ສັງ​ຄົມ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ໄດ້​​ເປັນ​ຢ່າງ​ດີ. ປັດ​ຈຸ​ບັນ, ພວກ​ເຮົາ​ຕ້ອງ​ນະ​ໂຍ​ບາຍ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ດ້ວຍ​ລັກ​ສະ​ນະ​ແມ່ນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ, ສິດ​ອຳ​ນາດ​ກົດໝາຍ, ບັນ​ດາ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ແຮງ ແລະ ລະ​ບົບ​ຊີ​ວະ​ພາບທາງ​ສັງ​ຄົມ​ທີ່​ມີ​ຄວາມ​ສະ​ໜິດ​ຕິດ​ພັນ. ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ຫຼື​ ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ ຕ້ອງ​ໄດ້​ຮັບ​ການ​ຫັນ​ປ່ຽນ​ກາຍ​ເປັນ​ສະ​ຫວັດ​ດີ​ການ​ສັງ​ຄົມ​ໃນ​ລະ​ດັບ​ສູງ​ກ່​ວາ ແລະ ມີ​ລະ​ດັບ​ການ​ເປັນ​ຢູ່​ທີ່​ດີ​ກ່​ວາ.

ທ່ານ​ຮອງ​ສາ​ດ​ສະ​ດາ​ຈານ, ປ.ອ Faisal Ahmed ຖື​ວ່າ ບົດ​ຂ​ຽນ​ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ໄດ້​ຍົກ​ອອກວິ​ວັດ​ການ​ໃນອະ​ນາ​ຄົດ​ທີ່​ຖື​ມະ​ນຸດ​ເປັນ​ໃຈ​ກາງ ໃຫ້​ແກ່​ຫວຽດ​ນາມ. ວິ​ວັດ​​ຂັ້ນ​ຕອນ​​ນັ້ນ​ເປັນ​ໜ​້າ​ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ທະ​ວີ​ຄູນ​ໃນ​ວົງ​ກ້​ວາງ​ຈາກ​ປະ​ຊາ​ຄົມ​ສາ​ກົນ, ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ. ບົດ​ຂຽນ​ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຖືກ​ຕ້ອງວ່າ ພື້​ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ ລວມ​ມີຫຼາຍ​ຮູບ​ແບບ​​ກຳ​ມະ​ສິດ ແລະ ​ມີຫຼາຍ​ພາ​ກ​ສ່ວນ​ເສດ​ຖະ​ກິດ. ນີ້​ແມ່ນ​ຮູບ​ແບບ​ເສດ​ຖະ​ກິດ​ທີ່​ເໝາະ​ສົມ​ທີ່​ສຸດ ກັບ​ການ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ່ງ​ທົ່ວ​ໂລກ​ຂອງ ຫວຽດ​ນາມ ທາງ​ການ​ຄ້າ ແລະ ການ​ລົງ​ທຶນ.

ທ່ານ​ຮອງ​ສາ​ດ​ສະ​ດາ​ຈານ, ປ.ອ Faisal Ahmed ຖື​ວ່າ ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວທີ່​ກ້າວ​ໜ້າ​ພໍ​ສົມ​ຄວນ​ພາຍຫຼັງ​ປະ​ຕິ​ບັດ​ພາ​ລ​ະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ທາງ​ການ​ຄ້າ​ໃນ​ສາ​ກົນ​ຂອງ ຫວຽດ​ນາມ, ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ່ງ​ທົ່ວ​ໂລກ ແລະ ຊ່ວຍ​ໃຫ້​ຫວຽດ​ນາມ ​ປັບ​ປຸງບົດ​ບາດ​ໃນ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ໂລກ. ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ພາຍ​ໃນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ຊຸມ​ປີ​ຜ່ານ​ມາ ແລະ ສິ່ງ​ນັ້ນ​ກໍ່​ຊ່ວຍ​ໃຫ້​ຫວຽດ​ນາມ​ ໄດ້ຮັບ​​ຜົນ​ປະ​ໂຫຍດ​ຈາກ​ການ​ສົ່ງ​ອອກ. ກະ​ແສ​ທຶນ FDI ເຂົ້າ​ມາ​ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ປັດ​ຈຸ​ບັນ, ໂດຍ​ອີງ​ໃສ່​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ເຊິ່ງ ຫວຽດ​ນາມ ໄດ້​ກາ​ຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ໄວ​ຢູ່​ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ແລະ ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ນັບມື້ນັບຫຼາຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.