ນະຄອນໂຮ່ຈີມິນ ຮັບອຸປະກອນການແພດ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ COVID-19 ຈາກ ກໍາປູເຈຍ

19:27 | 20/07/2021

ຍສໝ - ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ສະໜາມບິນ ເຕິນເຊີນເຍີດ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຈັດພິທີມອບ - ຮັບ ເຄື່ອງອຸປະກອນການແພດທີ່ລັດຖະບານ ແລະປະຊາຊົນລາຊະອານາຈັກ ກໍາປູເຈຍ ໜູນຊ່ວຍ ນະຄອນໃນການປ້ອງກັນ ແລະ ສະກັດກັ້ນ COVID-19.

ສະຖານກົງສຸນຂອງບັນດາປະເທດ ສະໜັບສະໜູນບ້ວງເງິນ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ COVID-19 ທີ່ ນະຄອນໂຮ່ຈິມິນ ສະຖານກົງສຸນຂອງບັນດາປະເທດ ສະໜັບສະໜູນບ້ວງເງິນ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ COVID-19 ທີ່ ນະຄອນໂຮ່ຈິມິນ
ໜູນຊ່ວຍຊາວ ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໜູນຊ່ວຍຊາວ ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
BNG
ນະຄອນໂຮ່ຈີມິນ ຮັບອຸປະກອນການແພດ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ COVID-19 ຈາກ ກໍາປູເຈຍ. ພາບ: BNG

ເຄື່ອງອຸປະກອນການແພດປະກອບມີ ເຄື່ອງຜະລິດອົກຊີເຈນ ຈຳນວນ 100 ເຄື່ອງ, ຜ້າອັດປາກ N95 100.000 ອັນ, ຜ້າອັດປາກທາງການແພດ 1.000.000 ອັນ ແລະ ເງິນ ຈໍານວນ 200.000 ໂດລາສະຫະລັດ.

ໃນພິທີມອບຮັບ, ທ່ານນາງ Youk Sambath, ລັດ​ຖະ​ມົນ​ຕີກະຊວງສາທາລະນະສຸກ ແຫ່ງລາຊະອານາຈັກກຳປູເຈຍ ໃນນາມຕາງໜ້າລັດຖະບານ ແລະປະຊາຊົນກໍາປູເຈຍ ໄດ້ສົ່ງຄຳແບ່ງປັນ ແລະ ໃຫ້ກໍາລັງໃຈມາຍັງ ນະຄອນໂຮ່ຈີມິນ ທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດໃນໄລຍະເກີດການລະບາດຂອງ COVID-19 ຮອບໃໝ່ໃນຄັ້ງນີ້.

ທ່ານນາງ Youk Sambath ຫວັງວ່າ ການໜູນຊ່ວຍທີ່ທັນເວລາທັນ​ການໃນຄັ້ງນີ້ ຈະສາມາດຊ່ວຍໃຫ້ນະຄອນໂຮ່ຈິມິນ ຄວບຄຸມການລະບາດໄດ້ໂດຍໄວ, ​ນຳຊີວິດການເປັນຢຸ່ຂອງປະຊາຊົນ ແລະ​ການຟື້ນຟູການພັດທະນາການຜະລິດ ກ​ັບ​ຄ​ື​ນ​ສູ່​ປົກ​ກ​ະ​ຕິ​ໂດຍ​ໄວ.

ຕາງໜ້າອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເຢືອງແອງດຶກ ໄດ້ສະແດງຄວາມເຄົາລົບນັບຖື ຕໍ່​ຄວາ​ມ​ຮູ້​ສຶກ, ຄວາມເອົາໃຈໃສ່ ແລະການໜູນຊ່ວຍຢ່າງທັນການຂອງ ທ່ານນາຍົກລັດຖະມົນຕີ ຮຸນແຊນ, ລັດຖະບານພະບໍລົມ​ວົງສານຸວົງ ແລະປະຊາຊົນ ຂອງລາຊະອານາຈັກ ກຳປູເຈຍ ສໍາລັບວຽກງານປ້ອງກັນແລະສະກັດກັ້ນ COVID-19 ຂອງປະຊາຊົນຫວຽດນາມເວົ້າລວມ ແລະນະຄອນໂຮ່ຈີມິນເວົ້າສະເພາະ.

ບັນດາ ການກະທຳທີ່​ມີ​ຄວາມ​ໝາຍອັນສູງສົ່ງນີ້ ໄດ້ສະແດງໃຫ້ເຫັນຄວາມ​ຮູ້​ສຶ​ກ​ຖານບ້ານໃກ້ເຮືອນຄຽງ, ສະໜິດຕິດພັນມິດຕະພາບ, ການເສຍສະຫຼະ, ການຊ່ວຍເຫລືອເຊິ່ງກັນແລະກັນ, ຢືນຢັນ​ມູນ​ເຊື້ອຄວາມຮັກແພງເຊິ່ງກັນແລະກັນຂອງສອງປະເທດ.

ທ່ານ ເຢືອງແອງດຶກ ເຊື່ອໝັ້ນວ່າ ສອງປະເທດຈະປະສົບຜົນສຳເລັດໃນການປ້ອງກັນພະຍາດ, ຟື້ນຟູຂອງເສດຖະກິດ ແລະການຄ້າ, ເຊື່ອມ​ຕໍ່ການເຄື່ອນ​ໄຫວ​ພົບ​ປະແລກປ່ຽນ ແລະການຮ່ວມມືກັນໂດຍໄວ ເພື່ອຮັດແໜ້ນສາຍພົວພັນຖານ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມ​ໝັ້ນ​ຄົງຍາວນານ” ລະຫວ່າງ ຫວຽດນາມ ແລະກຳປູເຈຍ, ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງນະຄອນຫຼວງພະນົມເປັນ ແລະນະຄອນໂຮ່ຈີມິນ.

ໄຊພອນ

ເຫດການ
302 Found

Found

The document has moved here.