ຕະຫລາດນັດ 0 ດົ່ງ ຢູ່ ແຂວງ ຕຽນຢາງ

17:18 | 11/07/2021

ໃນສະພາບໂລກລະບາດໂຄວິດ 19 ລະບາດຮອບໃຫມ່, ມີປະຊາຊົນຫລາຍຄົນຢູ່ແຂວງ ຕຽນຢາງ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນວ່າງງານ. ເຂົາເຈົ້າໄດ້ຮັບການຊ່ວຍເຫລືອທາງໄກຈາກບັນດາອົງການ, ສ່ວນບຸກຄົນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ. ຕະຫລາດນັດ 0 ດົ່ງ (ບໍ່ເກັບຄ່າ) ຢູ່ ຕາແສງ ລອງດິ້ງ ເມືອງເຈົາແທ່ງ ແຂວງ ຕຽນຢາງ ແມ່ນແບບຢ່າງກ່ຽວກັບການຊ່ວຍເຫລືອທີ່ມີຄວາມໝາຍນັ້ນ.

ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.
ວັນທະນະທຳສິລະປະຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ ໃນສະພາບເຕັກໂນໂລຊີ 4.0 ວັນທະນະທຳສິລະປະຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ ໃນສະພາບເຕັກໂນໂລຊີ 4.0
ສະມາຊິກໃນສະພາຮັບເຄື່ອງຂອງຈາກຜູ້ສະຫນັບສະຫນູນ
ສະມາຊິກໃນສະພາຮັບເຄື່ອງຂອງຈາກຜູ້ສະຫນັບສະຫນູນ

ແຕ່ຮຸ່ງເຊົ້າ ມີປະຊາຊົນ ຢູ່ ເມືອງ ເຈົາແທ່ງ, ເຕິນເຟືອກ ຫລາຍໆຄົນ ໄດ້ລົງຕະຫລາດນັດ 0 ດົ່ງ ໂດຍສະພາກາແດງ ຕາແສງ ລອງດິ້ງ ເມືອງ ເຈົາແທ່ງ ແຂວງ ຕຽນຢາງ ຈັດຕັ້ງ. ເຖິງວ່າ ຫາກໍ່ເປີດຕົວ ແຕ່ ຕະຫລາດນັດ 0 ດົ່ງ ໄດ້ດຶງດູດລູກຄ້າເປັນຈຳນວນຫລວງຫລາຍ. ນັ້ນແມ່ນ ບັນດາຄອບຄົວຂາຍຫວຍຕາມແຄມທາງ, ຜູ້ອາຍຸສູງທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ເປັນພະຍາດ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນຊີວິດ. ຊີວິດການເປັນຢູ່ຂອງເຂົາເຈົ້າມີຄວາມຫຍຸ້ງຍາກລຳບາກກວ່າອີກນັບແຕ່ເກີດມີໂລກລະບາດໂຄວິດ 19.

ມາຕະຫລາດນັດ 0 ດົ່ງນີ້, ພໍ່ແມ່ປະຊາຊົນຈະໄດ້ຮັບບັນດາປະເພດສິນຄ້າລວມມີ: ເຂົ້າສານ 0,5 ກິໂລກຼາມ, ໝີ່ 2 ຫໍ່, ປາ 2 - ໂຕ, ເຕົາຮູ້ ແລະ ບັນດາປະເພດສິນຄ້າອື່ນທີ່ຈຳເປັນຄື: ນ້ຳຕານ, ແປ້ງນົວ, ຜັກໝາກໄມ້… ເພື່ອພໍກິນໃນມື້ຫນຶ່ງ. ດ້ວຍສານທີ່ວ່າ “ຖ້າປະສົບກັບຄວາມຫຍຸ້ງຍາກ ຂໍເອົາອາຫານຄາບຫນຶ່ງ”, ແຕ່ລະຄົນມາທີ່ນີ້ ບໍ່ຕ້ອງຈ່າຍຫຍັງ ຫາກຍັງໄດ້ຮັບການຮັບໃຊ້ຢ່າງສຸດຈິດສຸດໃຈຈາກບັນດາສະມາຊິກຢູ່ຕະຫລາດນັດແຫ່ງນີ້ອີກດ້ວຍ.

ເພື່ອຈັດແບ່ງ “ສິນຄ້າ” ໃຫ້ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຫລາຍຄົນ ແລະ ຫລີກລ້ຽງການຟຸມເຟືອຍເມື່ອກິນບໍ່ໝົດໃນມື້ຫນຶ່ງ, ລູກຄ້າທີ່ມາຕະຫລາດ ຈະເລືອກເອົາອາຫານພຽງແຕ່ພໍກິນໃນມື້ຫນຶ່ງ ແລະ ມື້ຕໍ່ໄປເຂົາເຈົ້າຈິ່ງມາເອົາອີກ. ຮອດ 7 ໂມງເຊົ້າ, ຕະຫລາດນັດ 0 ດົ່ງໄດ້ປິດລົງໃນບັນຍາກາດເບີກບານມ່ວນຊື່ນຂອງພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກໃນຊ່ວງເວລາເກີດໂລກລະບາດໂຄວິດ 19. ປ້າ ເຢືອງທິງອກແອັງ ພາຍຫລັງໄດ້ຮັບສິນຄ້າໂດຍບໍ່ຕ້ອງເສຍຄ່າ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

“ຂ້າພະເຈົ້າ ເຮັດອາຊີບຂາຍຫວຍ, ຍ້ອນເກີດໂລກລະບາດໂຄວິດ 19 ໄລຍະຜ່ານມາບໍ່ໄດ້ໄປຂາຍ ສະນັ້ນ ຊີວິດຂອງຄອບຄົວແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍ. ໂຊກດີທີ່ມີຕະຫລາດ 0 ດົ່ງ ທີ່ໄດ້ສະຫນອງເຂົ້າສານ, ເຄື່ອງກິນໃຫ້. ຖ້າບໍ່ມີຕະຫລາດນີ້ ຜູ້ປະສົບກັບຄວາມຫຍຸ້ງຍາກຄືຂ້າພະເຈົ້າຈະລຳບາກຫລາຍ. ຕະຫລາດນີ້ແມ່ນມີຄວາມໝາຍທີ່ສຸດ”

ຕາມທ່ານ ເລບ໋າວກວັກ, ປະທານສະພາກາແດງ ຕາແສງ ລອງດິ້ງ ແລ້ວ, ໃນມື້ທຳອິດ ຕະຫລາດນັດ ຮັບໃຊ້ຜູ້ທຸກຍາກປະມານ 50 ຄົນ, ລວມມູນຄ່າພຽງປະມານ 1,5 ລ້ານດົ່ງ. ຊຸມມື້ຕໍ່ມາ ລູກຄ້າມາຕະຫລາດນີ້ເພີ່ມຂຶ້ນຫລາຍ. ບາງມື້ ມີເຖິງ 300 ຄົນ.

ຕະຫລາດນີ້ເຄື່ອນໄຫວໃນທຸກມື້ ສະນັ້ນ ແຫລ່ງລາຍຈ່າຍເພື່ອຮັບໃຊ້ໃຫ້ຕະຫລາດບໍ່ແມ່ນຫນ້ອຍ. ເພື່ອຮັກສາການເຄື່ອນໄຫວຂອງຕະຫລາດ, ບັນດາສະມາຊິກໃນສະພາກາແດງ ຕາແສງ ລອງດິ້ງ ໄດ້ຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນ, ວິສາຫະກິດຢູ່ໃກ້ ແລະ ໄກ ສະຫນັບສະຫນູນເງິນ.

ເອື້ອຍ ຫງວຽນທິທູຖາວ ສະມາຊິກຂອງສະພາກາແດງ ໃຫ້ຮູ້ວ່າ: 5 ໂມງເຊົ້າທຸກມື້ ໄດ້ມີຫນ້າຢູ່ຕະຫລາດແລ້ວ ເພື່ອພ້ອມກັບບັນດາສະມາຊິກໃນສະພາ ແຈກຢາຍເຄື່ອງຂອງໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ. ເອື້ອຍ ຖາວ ເວົ້າຄວາມໃນໃຈສູ່ຟັງວ່າ: ວຽກງານນີ້ແມ່ນເຮັດໃຫ້ເອື້ອຍມີຄວາມປິຕິຊົມຊື່ນຫລາຍ ເປັນຕົ້ນເມື່ອເຫັນຜູ້ທຸກຍາກດີໃຈເມື່ອໄດ້ຮັບເຄື່ອງຂອງ.

ທ່ານ ເລບ໋າວກວັກ, ປະທານສະພາກາແດງ ຕາແສງ ລອງດິ້ງ ໃຫ້ຮູ້ຕື່ມອີກວ່າ:

ຫົວຂໍ້ຂອງຕະຫລາດນີ້ແມ່ນ ຜູ້ໃດທຸກຍາກຂໍອາຫານຄາບຫນຶ່ງເພື່ອຍັງແບ່ງໃຫ້ຜູ້ອື່ນອີກ. ແນວຄວາມຄິດຂອງພວກຂ້າພະເຈົ້າ ຢາກຈັດຕັ້ງຕະຫລາດນີ້ເພື່ອຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ຜ່ານຜ່າຄວາມຫຍຸ້ງຍາກໃນຊ່ວງເວລາເກີດໂລກລະບາດໂຄວິດ 19 ນີ້. ຂ້າພະເຈົ້າປາດຖະຫນາວ່າ ຜູ້ໃຈບຸນໃຈກຸ້ສົນ ຜູ້ຢູ່ໃກ້ ແລະ ໄກ ຈະສືບຕໍ່ປະກອບສ່ວນ, ສະຫນັບສະຫນູນໃຫ້ຍິ່ງຫລາຍກໍ່ຍິ່ງດີ

ນອກຈາກ ຕະຫລາດນັດ 0 ດົ່ງ, ສະພາກາແດງ ຕາແສງ ລອກດິ້ງ ແລະ ຄອບຄົວ ທ່ານ ເລບ໋າວກວັກ ຍັງຈັດຮ້ານຂາຍເຄື່ອງນຸ່ງ 0 ດົ່ງ, ບໍລິການລົດພະຍາບານ ແລະ ມ້ຽນຄາບອາບສົບໂດຍບໍ່ເກັບຄ່າໃຫ້ແກ່ຜູ້ທຸກຍາກ.

ເລື່ອງເປີດຕະຫລາດ 0 ດົ່ງ ແລະ ບັນດາການເຄື່ອນໄຫວກຸສົນຂອງສະພາກາແດງ ຕາແສງ ລອງດິ້ງ ເມືອງ ເຈົາແທ່ງ ແຂວງ ຕຽນຢາງ ເຖິງວ່າ ມີຂອບຂະຫນາດນ້ອຍກໍຕາມ ແຕ່ໃນຊ່ວງເວລາເກີດໂລກລະບາດໂຄວິດ 19 ພວມແຜ່ລະບາດຄືປະຈຸບັນ ແມ່ນມີຄວາມໝາຍຢ່າງໃຫຍ່ຫລວງ. ນີ້ເປັນການພິສູດໃຫ້ເຫັນຈິດໃຈສາມັກຄີ, ສະຫນິດຕິດພັນ, ກຽມພ້ອມຊ່ວຍເຫລືອເຊິ່ງກັນ ແລະກັນຂອງຊາວ ຫວຽດນາມ ເມື່ອປະສົບກັບຄວາມຫຍຸ້ງຍາກ ຫລື ຖືກເຄາະຮ້າຍ.

vovworld.vn

ເຫດການ
302 Found

Found

The document has moved here.