ບັນ​ດາ​ສ່ວນ​ເຂົ້າ​ແບ່ງ​ໃຫ້​ຜູ້​ທຸກ​ຍາກ​ໃນ​ລະ​ດູ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

12:00 | 28/06/2021

ຍ​ສ​ໝ - ປັດ​ຈຸ​ບັນ,ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນດັ່ງ​ນັ້ນ​ຜູ້​ມາ​ຮັບ​ເຂົ້າ​ກໍ່​ມີ​ສະ​ຕິໂດຍບໍ່​ເຕົ້າ​ໂຮມຫຼາຍ​ຄົນ, ຮັກ​ສາ​ໄລ​ຍະ​ຫ່າງ, ຮັບ​ເຂົ້າ​ຕາມ​ລຳ​ດັບ​ແລ້ວ​ກັບເມື​ອກິນ​ຢູ່​ບ້ານ.​

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສືບ​ຕໍ່​ໃຫ້​ການສະ​ໜັບ​ສະ​ໜູນ​ແກ່ບ​ັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສືບ​ຕໍ່​ໃຫ້​ການສະ​ໜັບ​ສະ​ໜູນ​ແກ່ບ​ັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ
ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ” ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ”
ບັນ​ດາ​ສ່ວນ​ເຂົ້າ​ແບ່ງ​ໃຫ້​ຜູ້​ທຸກ​ຍາກ​ໃນ​ລະ​ດູ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ຄົນ​ທຸກ​ຍາກ​ໄດ້​ຮັບ​ເຂົ້າ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 (ພາບ: nhandan.vn)

ໃນ​ຊຸມ​ວັນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ບັນ​ດາ​ຫ້ອງ​ຄົວ​ເພື່ອ​ການ​ກຸ​ສົນ​ຢູ່​ເມືອງໝີ​ລອງ, ນະ​ຄອນ​ລອງ​ຊວຽນເວົ້າ​ສະ​ເພາະແລະທົ່ວ​ແຂວງອານ​ຢາງ​ເວົ້າ​ລວມໄດ້​ແບ່ງ​ປັນ​ໃຫ້ກັບ​ຜູ້​ອອກ​ແຮງ​ງານ, ຜູ້​ທຸກ​ຍາກ​ບັນ​ດາ​ຖ້ວຍ​ເຂົ້າ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ.

ໃນ​ໄລ​ຍະ​ກ່​ວາ 7 ປີ​ຜ່ານ​ມາ, ຫ້ອງຄົວ​ເພື່ອ​ການ​ກຸ​ສົນໝີ​ລອງໂດຍ​ຄະ​ນະ​ບໍ​ລິ​ຫານ​ງານພຸດ​ທະ​ສາ​ສະ​ໜາ​ ຮ່​ວາ​ຫາວເມືອງໝີ​ລອງ, ນະ​ຄອນ​ລອ​ງ​ຊວຽນ​ຄຸ້ມ​ຄອງໄດ້​ກາຍ​ເປັນ​ສະ​ຖານ​ທີ່​ລຶ້ງ​ເຄີຍ​ຂອງ​ນັກ​ສຶກ​ສາ, ນັກ​ຮຽນ, ຜູ້​ອອກ​ແຮງ​ງານແລະຜູ້​ປະ​ສົບ​ກັບຄວາມ​ຫ​ຍຸ້ງ​ຍາກ​ຕ່າງໆ. ຫ້ອງ​​ຄົ​ວ​ໄດ້​ເຄື່ອນ​ໄຫວ 6 ວັນ​ຕໍ່​ອາ​ທິດ, ຜັກ​ຜ່ອນ​ພຽງ​ແຕ່​ວັນ​ອາ​ທິດ, ເປີດ​ຫ້ອງ​ຄົວ​ແຕ່​ເວ​ລາ 9 ໂມງ​ເຊົ້າ​ຫາ 14 ໂມງ​ແລງ. ແຕ່​ລະ​ວັນ, ຫ້ອງ​​ຄົວ​ໄດ້​ຮັບ​ໃຊ້​ໃຫ້​ແກ່ 800 – 1200 ຊຸ​ດ​ເຂົ້າ.

ປັດ​ຈຸ​ບັນ,ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນດັ່ງ​ນັ້ນ​ຜູ້​ມາ​ຮັບ​ເຂົ້າ​ກໍ່​ມີ​ສະ​ຕິໂດຍບໍ່​ເຕົ້າ​ໂຮມຫຼາຍ​ຄົນ, ຮັກ​ສາ​ໄລ​ຍະ​ຫ່າງ, ຮັບ​ເຂົ້າ​ຕາມ​ລຳ​ດັບ​ແລ້ວ​ກັບເມື​ອກິນ​ຢູ່​ບ້ານ.​ ບັນ​ດາ​ມາ​ຜູ້​ມາ​ຫ້ອງ​ຄົວ​ລ້ວນ​ແຕ່​ແມ່ນ​ຄົນ​ທຸກ​ຍາກ: ​ເຊິ່ງເປັນ​ປ້ອງ​ກັນ, ຂັບ​ລົດ, ຂາຍ​ຫວຍ, ​ກໍ່​ສ້າງ, ຜູ້​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ… ມີ​ບາງ​ຄົນ​ມາ​ເອົາ​ສ່ວນ​ເຂົ້າ​ຂອງ​ຕົນ​ແລ້ວ​ກໍ່​ເອົາ​​ເພື່ອ​ໃຫ້ຄົນ​ອື່ນ​ນຳຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ມາ​​ເອງໄດ້​​ເພາະເປັນ​ພະ​ຍາດຫຼື​ເປັນ​ຄົນ​ພິ​ການ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເດີນ​ທາງ​ໄປ​ມາ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ການ​ຮັບ​ໃຊ້​ເຂົ້າ​ທ່ຽງ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ມາ​ຮັບ​ເຂົ້າ, ບັນ​ດາ​ສະ​ມາ​ຊິກ​ຂອງ​ຫ້ອງ​ຄົວ​ຍັງ​ຈັດ​ຕັ້ງ​ການ​ແຈກ​ຢາຍ​ເຂົ້າ​ເຄື່ອນ​ທີ່​ໄປ​ໃຫ້ຄົນ​ພິ​ການ, ຜູ້​ອາ​ຍຸ​ສູງ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສຊຶ່ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເຂດ​ຕະຫຼາດລອງ​ຊວຽນ.

ພາຍຫຼັງ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 7 ປີ, ຫ້ອງ​​ຄົວ​ໄດ້​ຮັບ​ໃຊ້​ໃຫ້​ແກ່​ນັກ​ສຶກ​ສາ, ນັກ​ຮຽນ, ຜູ້​ອອກ​ແຮງ​ງານ, ຜູ້​ທຸກ​ຍາກ​ນັບ​ພັນໆ​ຄົນ. ບັນ​ດາ​ແມ່​​ຄົວ​ຂອງ​ຫ້ອງ​​ຄົ​ວ​ລ້ວນ​ແຕ່​ໄດ້​ຮຽນ​ແຕ່ງ​ກິນແລະໄດ້​ຮັບ​ໃບ​ຢັ້ງ​ຢືນ. ຫ້ອງ​​ຄົວ​ມີ 10 ກຸ່ມ, ແຕ່​ລະ​ກຸ່ມມີ​ສະ​ມາ​ຊິກ​ແຕ່ 10 – 15 ຄົນເຮັດ​ວ​ຽນ​ໝູນ​ວຽນ​ກັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.