ວັນທີ 31 ພຶດສະພາ: ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ແລະ ໃນ ໂລກ

22:08 | 31/05/2021

ນັບແຕ່ເວລາ 0 ໂມງຂອງວັນທີ 31 ພຶດສະພາ, ນະຄອນໂຮ່ຈີມິນ ມີ ເມືອງກໍເວິບ ແລະ ເມືອງ ແທັງລົກ (ເມືອງ 12) ໄດ້ປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຂອງທ່ານນາຍົກລັດຖະມົນຕີ, ສ່ວນບັນດາທ້ອງຖິ່ນ, ເມືອງຕ່າງໆ ຈະນຳໃຊ້ຄຳສັ່ງເລກທີ 15 ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ດ່າ​ນັ້ງ ສົ່ງ​ຄະ​ນະ​ແພດ​ໝໍ​ທີ່​ດີ​ໜູນ​ຊ່ວຍ​ແຂວງ ບັກ​ຢາງ ດ່າ​ນັ້ງ ສົ່ງ​ຄະ​ນະ​ແພດ​ໝໍ​ທີ່​ດີ​ໜູນ​ຊ່ວຍ​ແຂວງ ບັກ​ຢາງ
ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19

ວັນທີ 31 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 30 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 31 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 61 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 7.168 ຄົນ, ໃນນັນນັ້ນ ມີ 47 ຄົນເສຍຊີວິດ ແລະ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.950 ຄົນ.

ວັນທີ 31 ພຶດສະພາ: ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ແລະ ໃນ ໂລກ
(ພາບ: TTXVN)

ນັບແຕ່ເວລາ 0 ໂມງຂອງວັນທີ 31 ພຶດສະພາ, ນະຄອນໂຮ່ຈີມິນ ມີ ເມືອງກໍເວິບ ແລະ ເມືອງ ແທັງລົກ (ເມືອງ 12) ໄດ້ປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຂອງທ່ານນາຍົກລັດຖະມົນຕີ, ສ່ວນບັນດາທ້ອງຖິ່ນ, ເມືອງຕ່າງໆ ຈະນຳໃຊ້ຄຳສັ່ງເລກທີ 15 ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 31 ພຶດສະພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 171.010.497 ຄົນ, ໃນນັ້ນມີຜູ້ເສຍຊີວິດ 3,55 ລ້ານຄົນ.

ປະເທດມີຈຳນວນຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍທີ່ສຸດໃນໂລກ ຍັງຄົງແມ່ນ ອາເມລິກາ, ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 609.544 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດແມ່ນ 34.043.010 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ.

ດ່າ​ນັ້ງ ສົ່ງ​ຄະ​ນະ​ແພດ​ໝໍ​ທີ່​ດີ​ໜູນ​ຊ່ວຍ​ແຂວງ ບັກ​ຢາງ ດ່າ​ນັ້ງ ສົ່ງ​ຄະ​ນະ​ແພດ​ໝໍ​ທີ່​ດີ​ໜູນ​ຊ່ວຍ​ແຂວງ ບັກ​ຢາງ

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 30 ພຶດ​ສະ​ພາ, ນະ​ຄອນ​ດ່າ​ນັ້ງ ໄດ້​ມອບ​ສົ່ງ​ຄະ​ນະ​ແພດ​ໝໍ​ລວມ​ມີ 10 ຄົນ, ໃນ​ນັ້ນ​ມີ ທ່ານ​ໝໍ​ເກັ່ງ 3 ຄົນ ແລະ ບັນ​ດາ​ພະ​ຍາ​ບານ ທີ່​ມີ​ບົດ​ຮຽນ​ປະ​ສົບ​ການ​ຂອງ​ນະ​ຄອນ ໄປ​ຍັງ​ຈຸດ​ໃຈ​ກາງ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ບັກ​ຢາງ.

ກະ​ຊວງ​ປ້ອງ​ກັນປະ​ເທດ ຫວຽດ​ນາມ ມອບ​ອຸ​ປະ​ກອນ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ອິນ​ເດຍ ກະ​ຊວງ​ປ້ອງ​ກັນປະ​ເທດ ຫວຽດ​ນາມ ມອບ​ອຸ​ປະ​ກອນ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ອິນ​ເດຍ

ຍ​ສ​ໝ - ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ພົນ​ໂທ ຫວູ​ຈຽນ​ທັ້ງ, ຫົວ​ໜ້າ​ກົມ​ພ​ົວ​ພັນ​ຕ່າງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອິນ​ເດຍ ປະ​ຈຳ ຫວຽດ​ນາມ Pranay Verma...

ຫວຽດນາມ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ ຫວຽດນາມ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ

ຍສໝ - ໜັງສືພິມ ຂອງ ສ.ເຊັກໂກ ສະບັບອອກໃນວັນທີ 23 ພຶດສະພາ ໄດ້ລົງຂ່າວກ່ຽວກັບເຫດການ ຫວຽດນາມ ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃນສະພາບການເກີດໂລກລະບາດຮອບໃໝ່. ບົດຂຽນໄດ້ຕີລາຄາສູງເລື່ອງຫວຽດນາມ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.