ອົງການ UNDP ສະແດງຄວາມຊົມເຊີຍ ຫວຽດນາມ ໃນການເຜີຍແຜ່ສະຖິຕິກ່ຽວກັບຄວາມທຸກຍາກຈາກຫຼາຍດ້ານ

12:46 | 24/06/2021

ຍສໝ - ທ່ານ ສາດສະດາຈານ ປະລິນຍາເອກ Jonathan Pincus - ຜູ້ຊ່ຽວຊານດ້ານເສດຖະສາດຂັ້ນສູງຂອງໂຄງການພັດທະນາສະຫະປະຊາຊາດ (UNDP) ໄດ້ສະແດງຄວາມຊົມເຊີຍກົມໃຫຍ່ສະຖິຕິຂອງຫວຽດນາມ ສຳລັບການເຜີຍແຜ່ການສະຖິຕິທີ່ໄດ້ປະກາດຂໍ້ມູນສະຖິຕິກ່ຽວກັບຄວາມທຸກຍາກໃນ ຫຼາຍດ້ານ, ເຊິ່ງມີຄວາມສຳຄັນຕໍ່ການສ້າງນະໂຍບາຍທີ່ສຸດ, ໂດຍສະເພາະແມ່ນໃນສະພາບການລະບາດຂອງ COVID-19.

ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ
ບັນດາອົງການຈັດຕັ້ງສາກົນ UNDP, UNICEF, WHO ຕີລາຄາສູງຕໍ່ໝາກຜົນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ບັນດາອົງການຈັດຕັ້ງສາກົນ UNDP, UNICEF, WHO ຕີລາຄາສູງຕໍ່ໝາກຜົນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ

ຕາມນັ້ນແລ້ວ, ອັດຕາຄວາມທຸກຍາກໃນຫລາຍດ້ານຂອງຫວຽດນາມມີທ່າອ່ຽງຫຼຸດລົງ, ຈາກ 9,9% ໃນປີ 2016 ລົງເປັນ 4,5% ໃນປີ 2020. ອັດຕາຄວາມທຸກຍາກຈາກຫຼາຍດ້ານຢູ່ໃນເຂດຊົນນະບົດ ແມ່ນຍັງສູງກວ່າຢູ່ຕົວເມືອງ, ແຕ່ວ່າໄລຍະຫ່າງກໍ່ພວມຄ່ອຍໆຫລຸດລົງ.

ອົງການ UNDP ສະແດງຄວາມຊົມເຊີຍ ຫວຽດນາມ ໃນການເຜີຍແຜ່ສະຖິຕິກ່ຽວກັບຄວາມທຸກຍາກຈາກຫຼາຍດ້ານ
ອັດຕາຄວາມທຸກຍາກໃນຫລາຍດ້ານຂອງຫວຽດນາມມີທ່າອ່ຽງຫຼຸດລົງ, ຈາກ 9,9% ໃນປີ 2016 ລົງເປັນ 4,5% ໃນປີ 2020.

ນີ້ແມ່ນຜົນຂອງການສຳຫຼວດລະດັບການດຳລົງຊີວິດປະຊາກອນໃນປີ 2020 ທີ່ໄດ້ປະກາດໂດຍກົມໃຫຍ່ສະຖິຕິຂອງຫວຽດນາມ (ກະຊວງແຜນການ ແລະ ການລົງທືນ), ໃນຂອບການຮ່ວມມືເພື່ອພັດທະນາວິທີການຄິດໄລ່ອັດຕາສ່ວນຄວາມທຸກຍາກຈາກຫຼາຍດ້ານ ລະຫວ່າງ ອົງການ UNDP ແລະ ກົມໃຫຍ່ສະຖິຕິຂອງຫວຽດນາມ.

ໃນໄລຍະ 2016-2019, ອັດຕາສ່ວນຄອບຄົວທີ່ຂາດດຸນການບໍລິການສັງຄົມ ມີທ່າອ່ຽງຫຼຸດລົງຕາມແຕ່ລະປີ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ບັນດາຄອບຄົວໃນຫວຽດນາມ ມີການເຂົ້າເຖິງການບໍລິການສັງຄົມຂັ້ນພື້ນຖານນັບມື້ນັບດີກວ່າເກົ່າ. ຕົວເລກປະກັນສຸຂະພາບໄດ້ຫຼຸດລົງໄວທີ່ສຸດ, ຈາກ 40,6% ໃນປີ 2016 ມາເປັນ 19% ໃນປີ 2020.

ການກວດສຸຂະພາບ ແລະ ການສຶກສາເດັກ ແມ່ນຕົວເລກທີ່ມີລະດັບຂາດດຸນໜ້ອຍ. ບັນດາຕົວເລກທີ່ມີລະດັບການຂາດດຸນບໍ່ປ່ຽນແປງຫຼາຍ ແມ່ນຊັບສິນຂໍ້ມູນຂ່າວສານ, ການເຂົ້າເຖິງຂໍ້ມູນຂ່າວສານ, ການກວດສຸຂະພາບ ແລະ ການປິ່ນປົວ, ການສຶກສາຂອງເດັກນ້ອຍ ແລະ ການສຶກສາຜູ້ໃຫຍ່.

ຕາມທ່ານ ຫງວຽນວັນດ່ວານ - ຫົວໜ້າທີມຄົ້ນຄວ້າ ແລ້ວ, ແຕ່ປີ 2020, ຜົນການຄິດໄລ່ຄວາມທຸກຍາກຈາກຫຼາຍດ້ານ ຈະໄດ້ຮັບການປະກາດເປັນໄຕມາດໂດຍແທນທີ່ຈະເປັນປີ.

ທ່ານ ສາດສະດາຈານ ປະລິນຍາເອກ Jonathan Pincus ໄດ້ສະແດງຄວາມຊົມເຊີຍກົມໃຫຍ່ສະຖິຕິຂອງຫວຽດນາມ ສຳລັບການປະກາດສະຖິຕິກ່ຽວກັບຄວາມທຸກຍາກທີ່ມາຈາກຫຼາຍດ້ານ, ເຊິ່ງມີຄວາມສຳຄັນຕໍ່ການສ້າງນະໂຍບາຍທີ່ສຸດ, ໂດຍສະເພາະແມ່ນໃນສະພາບການລະບາດຂອງ COVID-19 ໃນປະຈຸບັນ. ທ່ານ Jonathan Pincus ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຂໍ້ມູນຂ່າວສານທີ່ລະອຽດ ແລະ ທັນການ, ເພື່ອຊ່ວຍຫລີກລ້ຽງສະຖານະການທີ່ນະໂຍບາຍບໍ່ໄດ້ຮັບການແກ້ໄຂໃຫ້ທັນການ ຍ້ອນຜົນກະທົບທາງດ້ານເສດຖະກິດ - ສັງຄົມຂອງໂລກລະບາດ.

ທ່ານ Jonathan Pincus ໄດ້ກ່າວວ່າ ປະເທດອື່ນໆໄດ້ມີວິທີການປ່ຽນໃໝ່ແລ້ວ, ເຊິ່ງໄດ້ຍົກອອກການຄິດໄລ່ຢ່າງໄວວາ ແລະ ຂ້ອນຂ້າງຊັດເຈນກ່ຽວກັບການປ່ຽນແປງຂອງຮູບແບບລາຍຮັບ ແລະ ສະຫວັດດີການ, ເຊັ່ນວ່າ ຕົວເລກສະແດງຊັບສິນທີ່ຄົງຕົວ, ຕົວເລກການກວດປະເມີນບຸກຄົນ ແລະ ແບບສອບຖາມສັ້ນໆທີ່ບໍ່ຕ້ອງການຂໍ້ມູນລະອຽດກ່ຽວກັບການບໍລິໂພກ.

ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ

ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວໄດ້ ກໍຄື ການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ ດັ່ງກ່າວໄດ້ ມັນຮຽກຮ້ອງໃຫ້ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຊາວກະສິກອນທົ່ວປະເທດ ຕ້ອງດຳເນີນມາດຕະ ການທີ່ຕັ້ງໜ້າ ຢ່າງມີປະສິດຕິພາບ, ເອົາໃຈໃສ່ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ຄວາມຮັບຜິດຊອບ ຂອງຄະນະພັກ ໃນການຊີ້ນຳ-ນຳພາ ການປ້ອງກັນ ແລະ ຮັບມືກັບໄພພິບັດທຳມະຊາດ ແລະ ຄຳສັ່ງຂອງນາຍົກ ...

ອັດຕາຄວາມທຸກຍາກເເຫ່ງຊາດລາວທີ່ຫຼຸດລົງ 6,3% ໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24 6% ໃນປີ 2013 ເປັນ 18 3% ໃນປີ 2019 ອັດຕາຄວາມທຸກຍາກເເຫ່ງຊາດລາວທີ່ຫຼຸດລົງ 6,3% ໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24 6% ໃນປີ 2013 ເປັນ 18 3% ໃນປີ 2019

ອີງໃສ່ການສໍາຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS) ທີ່ດໍາເນີນໃນຂອບເຂດທົ່ວປະເທດ ໃນລະຫວ່າງປີ 2018-2019 ຂໍ້ມູນທີ່ໄດ້ຈາກ LECS ສະແດງໃຫ້ເຫັນວ່າ ອັດຕາຄວາມທຸກຍາກເເຫ່ງຊາດລາວທີ່ຫຼຸດລົງ 6,3% ໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24 6% ໃນປີ 2013 ເປັນ 18 3% ໃນປີ 2019.

ນາຍົກຮຽກຮ້ອງພາກທຸລະກິດຊ່ວຍພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ນາຍົກຮຽກຮ້ອງພາກທຸລະກິດຊ່ວຍພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

ເຖິງແມ່ນວ່າພວກເຮົາ ຈະມີຜົນສຳເລັດຫຼາຍດ້ານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ມາເຖິງປັດຈຸບັນນີ້ ທົ່ວປະເທດພວກເຮົາກໍຍັງມີຄອບຄົວທຸກຍາກ ຈຳນວນ 64.593 ຄອບຄົວ, ບ້ານທຸກຍາກຈຳນວນ 1.536 ບ້ານ ແລະ ເມືອງທຸກຍາກຈຳນວນ 23 ເມືອງ,

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.