ຍສໝ - ວັນທີ 24 ມັງກອນ, ທີ່ມະຫາວິທະຍາໄລເຕັກໂນໂລຢີ Nanyang (NTU), ສິງກະໂປ, ມູນນິທິ "ຮ່ວມກັນ" ຂອງສິງກະໂປໄດ້ຈັດງານຄອນເສີດລະດົມທຶນເພື່ອຮັບທຶນການສຶກສາພາຍໃຕ້ຫົວຂໍ້ “Fuel the Future – ເມື່ອດົນຕີເຊື້ອເພີງອະນາຄົດ".
ຍສໝ - ຕອນບ່າຍວັນທີ 12 ມັງກອນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫງວຽນຮວ່າບິ່ງ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Gan Kim Yong.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫງວຽນຮວ່າບິ່ງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດຫວຽດນາມ ປະຈຳສິງກະໂປ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ສິງກະໂປ.
ຍສໝ - ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງສະມາຄົມມິດຕະພາບຫວຽດນາມ - ສິງກະໂປ (VSFA) ໄດ້ຈັດຕັ້ງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານເພື່ອສະຫຼຸບການເຄື່ອນໄຫວໃນປີ 2025 ແລະ ວາງທິດທາງ, ໜ້າທີ່ໃນປີ 2026. ບັນດາຜູ້ແທນໄດ້ຢັ້ງຢືນບົດບາດອັນຕັ້ງໜ້າຂອງການພົວພັນແລກປ່ຽນປະຊາຊົນໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສິງກະໂປ; ກຳນົດເອົາປີ 2026 ເປັນປີທີ່ສຳຄັນ, ຈະສຸມໃສ່ສ້າງເຄືອຂ່າຍທຸລະກິດ, ນະວັດຕະກຳ, ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 3.
ຍສໝ - ການແລກປ່ຽນລະຫວ່າງສະຫະພັນແຮງງານນະຄອນໂຮ່ຈິມິນ ແລະ ຄະນະຜູ້ແທນຄະນະກຳມາທິການແມ່ຍິງຂອງກອງປະຊຸມໃຫຍ່ການຄ້າແຫ່ງຊາດສິງກະໂປ ໄດ້ສຸມໃສ່ບັນດານະໂຍບາຍປົກປ້ອງແຮງງານຍິງ, ແບບຢ່າງການໜູນຊ່ວຍຄອບຄົວ, ປະສົບການເຈລະຈາໃນວິສາຫະກິດ, ວິທີການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນສະພາບການຕະຫຼາດແຮງງານທີ່ມີການປ່ຽນແປງຢ່າງວ່ອງໄວ.
ຍສໝ - ວັນທີ 30 ຕຸລານີ້, ຢູ່ນອກກອງປະຊຸມສຸດຍອດການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ທີ່ຈັດຂຶ້ນຢູ່ Gyeongju, ສ.ເກົາຫຼີ, ຫວຽດນາມ ແລະ ສິງກະໂປໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOC) ກ່ຽວກັບການຄ້າເຂົ້າສານ.
ຍສໝ - ວັນທີ 15 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນລາຍການ “ສ້າງອະນາຄົດຮ່ວມກັນ: ເຊື່ອມຕໍ່ວິສາຫະກິດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ປະຊາຄົມ”, ດ້ວຍການເຂົ້າຮ່ວມຂອງຜູ້ຕາງຫນ້າວິສາຫະກິດໃຫຍ່ ແລະ , ບໍລິສັດເລີ່ມສ້າງຕົວ (startup) ເກືອບ 150 ແຫ່ງຂອງຫວຽດນາມ ແລະສິງກະໂປ.
ຍສໝ - ຕອນບ່າຍວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong, ທ່ານ ຮອງປະທານກອງທຶນສາກົນສິງກະໂປ Lian Wee Cheow ແລະ ທ່ານຮອງປະທານ - ເລຂາໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ຫງວຽນດຶກຮຸ່ງ ໄດ້ລົງນາມ ແລະ ມອບບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດພົບປະແລກປ່ຽນປະຊາຊົນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການ “ຕັດສິນໃຈ, ທັນການ” ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງບຸກທະລຸໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຍສໝ - ວັນທີ 14 ມີນາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນ ໂຮ່ຈີມິນ, ສະຖາບັນບັນຊີທະບຽນສານສິງກະໂປ (ISCA) ແລະ ອົງການບັນຊີແຫ່ງຊາດ ສິງກະໂປ ໄດ້ຈັດຕັ້ງເວທີປາໄສພັດທະນາແບບຍືນຍົງ ຫວຽດນາມ - ສິງກະໂປ.
ຍສໝ - ທ່ານເລຂາທິການໃຫຍ່ ສະເໜີໃຫ້ປະຊາຊົນສືບຕໍ່ສາມັກຄີ, ຮ່ວມມືກໍ່ສ້າງປະຊາຄົມພັດທະນາ, ໂຄສະນາຄວາມງາມຂອງຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ, ເປັນຂົວຕໍ່ທີ່ໝັ້ນຄົງໃນການພົວພັນຫວຽດນາມ - ສິງກະໂປ.
ຍສໝ - ແຕ່ວັນທີ 6 – 8 ກຸມພາ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ນຳໜ້າຄະນະຜູ້ແທນຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປເຮັດວຽກຢູ່ສິງກະໂປ.
ຍສໝ - ວັນທີ 6 ມັງກອນນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ໄດ້ສົມທົບກັບສະຖານທູດສິງກະໂປ ປະຈຳຫວຽດນາມ ໄດ້ຈັດຕັ້ງພິທີປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ. logo ເປັນທາງການໄດ້ຮັບການປະກາດ ເພື່ອແນໃສ່ເປັນຂີດໝາຍບາດກ້າວບຸກທະລຸໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ສິງກະໂປ ໃນປີ 2025 - ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ແລະ ວັນຊາດ ສິງກະໂປ ຄົບຮອບ 60 ປີ.
ຍສໝ - ຕາມການຈັດອັນດັບກ່ຽວກັບປະສິດທິພາບຂອງບັນດາການບໍລິການສາທາລະນະ ແລະ ອົງການບໍລິຫານລັດໂດຍມະຫາວິທະຍາໄລ Oxford (ອັງກິດ) ແລ້ວ, ສິງກະໂປ ຢືນອັນດັບຫນຶ່ງໃນໂລກ.
ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ-ສິງກະໂປ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ ແລະຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ.
ຍສໝ - ໂດຍປະຕິບັດຕາມລາຍການພົວພັນຕ່າງປະເທດ ປີ 2024 ຂອງກະຊວງປ້ອງກັນປະເທດຫວຽດນາມ, ໃນລະຫວ່າງວັນທີ 4-7 ພະຈິກ, ຢູ່ສິງກະໂປ, ນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ມີການເຄື່ອນໄຫວພົບປະແລກປ່ຽນຢ່າງມີຄວາມໝາຍ, ແທດຈິງຫຼາຍຢ່າງກັບນາຍທະຫານໜຸ່ມກໍາລັງປະກອບອາວຸດສາທາລະນະລັດສິງກະໂປ.
ຍສໝ - ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໃນລະຫວ່າງວັນທີ 1-3 ທັນວາ, ປະໂຫຍກທີ່ສອງຝ່າຍໄດ້ກ່າວຫຼາຍກວ່າໝູ່ແມ່ນ “ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືພັດທະນາ”, “ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນ”.
ຍສໝ - ຕາມແຈ້ງການຂອງຄະນະກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຫວຽດນາມ, ໂດຍໄດ້ຮັບຄຳເຊີນຂອງທ່ານ Seah Kian Peng ປະທານສະພາແຫ່ງຊາດ ສິງກະໂປ ແລະ ທ່ານ Sekiguchi Masakazu ປະທານສະພາສູງ ຍີ່ປຸ່ນ, ທ່ານ ເຈີ່ນແທັງເມິ້ນ ປະທານສະພາແຫ່ງຊາດ ແລະ ພັນລະຍາ ຈະໄປຢ້ຽມຢາມສາທາລະນະລັດສິງກະໂປ ແລະ ຍີ່ປຸ່ນຢ່າງເປັນທາງການແຕ່ວັນທີ 1-7 ທັນວາ 2024.
ຍສໝ - ວັນທີ 1 ຕຸລາ, ຢູ່ ນະຄອນໂຮ່ຈີມິນ (HCMC), ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໂດຍມີການສົມທົບ, ໜູນຊ່ວຍຂອງກົງສຸນໃຫຍ່ ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ເຊື່ອມຕໍ່ການຊຸກຍູ້ການຄ້າ, ການລົງທຶນ ຫວຽດນາມ - ສິງກະໂປ”. ນີ້ແມ່ນເວທີປາໄສເພື່ອຊ່ວຍໃຫ້ວິສາຫະກິດຂອງທັງສອງປະເທດກຳແໜ້ນທ່າອ່ຽງດຳເນີນທຸລະກິດໃໝ່, ຊອກຫາຄູ່ຮ່ວມມື ເພື່ອຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ຈາກນັ້ນ ກໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງຝ່າຍ. ເຫດການ ໄດ້ດຶງດູດເກືອບ 100 ວິສາຫະກິດ ແລະ ນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນທີ່ມາຈາກ ສິງກະໂປ ແລະ ຫວຽດນາມ.