ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ

16:42 | 16/04/2021

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ຮ່າກິມຫງອກ ໄດ້ມີການໂອ້ລົມສົນທະນາທາງຖ່າຍທອດສົດກັບ ຜູ້ແທນສະພາຕ່ຳອາເມລິກາ ທ່ານ Joaquin Castro - ປະທານຮ່ວມກຸ່ມອາຊຽນປະຈຳສະພາອາເມລິກາ, ປະທານອະນຸກຳມະການພັດທະນາສາກົນ, ອົງການຈັດຕັ້ງສາກົນ ແລະ ຜົນກະທົບທາງສັງຄົມຂອງທຸລະກິດທົ່ວໂລກ.

ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ
ຫວຽດນາມ-ອາເມລິກາ ມຸ່ງໄປເຖິງການພັດທະນາດ້ານການຄ້າແບບຍືນຍົງ ຫວຽດນາມ-ອາເມລິກາ ມຸ່ງໄປເຖິງການພັດທະນາດ້ານການຄ້າແບບຍືນຍົງ

ທີ່ການແລກປ່ຽນ, ສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ສະຫະລັດອາເມລິກາ, ຄູ່ຮ່ວມມືຍຸດທະສາດອາຊຽນ - ສະຫະລັດອາເມລິກາ ແລະ ບາງບັນຫາໃນພາກພື້ນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ທ່ານເອກອັກຄະລັດຖະທູດຮ່າກິມຫງອກ ແລະທ່ານ Joaquin Castro ສະແດງຄວາມປິຕິຊົມຊື່ນຕໍ່ຄວາມຄືບໜ້າຂອງການພົວພັນຫວຽດນາມ - ອາເມລິກາ ພາຍຫຼັງ 25 ປີແຫ່ງການພົວພັນທາງການທູດ ແລະ ສະແດງຄວາມຫວັງວ່າ 2 ຝ່າຍຈະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ສະພາແຫ່ງຊາດໂດຍໄວພາຍຫຼັງການແຜ່ລະບາດຂອງພະຍາດ COVID-19 ໄດ້ຄວບຄຸມເປັນຢ່າງດີ.

ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ
ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ.

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ສະແດງຄວາມຂອບໃຈສະຫະລັດອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ຫວຽດນາມ ແລະ ອາຊຽນໃນການຮັບມືຕໍ່ໂລກລະບາດຂອງພະຍາດ COVID-19 ແລະ ການຟື້ນຕົວຂອງເສດຖະກິດ; ສະເໜີເພີ່ມເຕີມການສະໜັບສະໜູນ ໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໃນການເຂົ້າເຖິງວັກຊີນປ້ອງກັນ ແລະ ຕ້ານພະຍາດ COVID-19, ຮ່ວມມືກັບຫວຽດນາມໃນການຖ່າຍທອດເຕັກໂນໂລຢີ ແລະ ໃບອະນຸຍາດການຜະລິດວັກຊີນ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ແລະ ຜູ້ແທນສະພາຕ່ຳອາເມລິກາ ທ່ານ Joaquin Castro ກໍ່ໄດ້ປຶກສາຫາລືບາງບັນຫາພາກພື້ນ. ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ສະເໜີໃຫ້ລັດຖະບານ ແລະ ລັດຖະສະພາອາເມລິກາ ຕ້ອງການມີຄວາມສົນໃຈ, ອຸທິດບັນດາແຫຼ່ງກຳລັງເພື່ອປະຕິບັດການພົວພັນຄູ່ຮ່ວມມືແມ່ນ້ຳຂອງ - ອາເມລິກາຢ່າງມີປະສິດທິຜົນ, ສ້າງເຄືອຂ່າຍເພື່ອນມິດ ແລະ ສະໜັບສະໜູນບັນດາຄູ່ຮ່ວມມືພາຍໃຕ້ຂອບເຂດແມ່ນ້ຳຂອງ...

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ຕີລາຄາສູງຕໍ່ຫຼັກໝັ້ນຂອງອາເມລິກາ ໃນການຮັກສາບັນດາຫຼັກການພື້ນຖານ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງທະເລ ແລະ ຍົກສູງຜົນປະໂຫຍດທີ່ຊອບທຳຂອງຫວຽດນາມຢູ່ທະເລຕາເວັນອອກ.

FBI (ສະຫະລັດອາເມລິກາ) ແລກປ່ຽນປະສົບການກັບກະຊວງຕຳຫຼວດຫວຽດນາມ FBI (ສະຫະລັດອາເມລິກາ) ແລກປ່ຽນປະສົບການກັບກະຊວງຕຳຫຼວດຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທີ່ສຳນັກງານກົມການຕ່າງປະເທດ, ກະຊວງຕຳຫຼວດ ໄດ້ປະສານສົມທົບກັບອົງການສືບສວນຂອງ ສະຫະລັດອາເມລິກາ (FBI) ເພື່ອຈັດກອງປະຊຸມສຳມະນາທາງອອນລາຍ ເພື່ອຍົກສູງຄວາມສາມາດຂອງກຳລັງຕຳຫຼວດໃນການປ້ອງກັນ, ຕ້ານອາດຊະຍາກຳ ຂອງຫວຽດນາມເວົ້າສະເພາະ ແລະ ປະເທດອື່ນໆເວົ້າລວມ.

ສະຫະລັດອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືກັບອະນຸພາກພື້ນແມ່ນໍ້າຂອງ ສະຫະລັດອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືກັບອະນຸພາກພື້ນແມ່ນໍ້າຂອງ

ຍສໝ - ທ່ານ ຫ່າກີມຫງອກ, ເອກອັກຄະລັດຖະທູດຫວຽດນາມປະຈຳສະຫະລັດອາເມລິກາ ໄດ້ກ່າວຄຳປາໄສໃນກອງປະຊຸມສຳມະນາທາງຖ່າຍທອດສົດ ໂດຍປະກາດບົດລາຍງານ “ເພີ່ມທະວີການປົກຄອງຂອງແມ່ນໍ້າຜ່ານຂ້າມຊາຍແດນ: ແກ້ໄຂສິ່ງທ້າທາຍຕ່າງໆໃນເຂດຫຼົ້ົ້ງແມ່ນ້ຳຂອງ” ທີ່ຈັດຕັ້ງໂດຍສູນກາງຕາເວັນອອກ - ຕາເວັນຕົກ.

ຫວຽດນາມ ໃຫ້ຄຳເຫັນກ່ຽວກັບປື້ມແນະນຳກ່ຽວກັບຍຸດທະສາດຄວາມໝັ້ນຄົງແຫ່ງຊາດຊົ່ວຄາວ ຂອງສະຫະລັດອາເມລິກາ ຫວຽດນາມ ໃຫ້ຄຳເຫັນກ່ຽວກັບປື້ມແນະນຳກ່ຽວກັບຍຸດທະສາດຄວາມໝັ້ນຄົງແຫ່ງຊາດຊົ່ວຄາວ ຂອງສະຫະລັດອາເມລິກາ

ຍສໝ - ເມື່ອບໍ່ດົນມານີ້, ທີ່ກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລຖິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວ ເພື່ອໃຫ້ຄຳເຫັນກ່ຽວກັບ “ປື້ມແນະນຳກ່ຽວກັບຍຸດທະສາດຄວາມໝັ້ນຄົງແຫ່ງຊາດຊົ່ວຄາວ ຂອງສະຫະລັດອາເມລິກາ".

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.