Saigon Children’s Charity CIO ຊ່ວຍໃຫ້ເດັກທີ່ເປັນພະຍາດອໍທິສຕິກຢູ່ເກີ່ນເທີ ໄດ້ຮັບການປີ່ນປົວໂດຍໄວ

15:07 | 30/05/2022

ຍສໝ - ການດຳເນີນການປີ່ນປົວໃຫ້ແກ່ເດັກອໍທິສຕິກໂດຍໄວ ຢູ່ສູນປະຕິບັດວຽກງານສັງຄົມນະຄອນເກີ່ນເທີ; ຍົກສູງຄວາມອາດສາມາດຄວາມຮູ້, ທັກສະບົ່ງມະຕິ ແລະ ປີ່ນປົວເດັກອໍທິສຕິກໂດຍໄວໃຫ້ແກ່ພະນັກງານປະຕິບັດວຽກງານສັງຄົມ, ແພດໝໍ, ຜູ້ປົກຄອງເດັກອໍທິສຕິກ (ຄົນປີ່ນປົວໂດຍກົງ) ແລະ ປະຊາຊົນ.

Lawrence S. Ting ມອບທຶນການສຶກສາ ຈຳນວນ 8,5 ຕື້ດົ່ງ ໃຫ້ແກ່ນັກຮຽນ, ນັກສຶກສາ Lawrence S. Ting ມອບທຶນການສຶກສາ ຈຳນວນ 8,5 ຕື້ດົ່ງ ໃຫ້ແກ່ນັກຮຽນ, ນັກສຶກສາ
Lawrence S. Ding ມອບລົດເຂັນ ຈຳນວນ 25 ຄັນ ໃຫ້ແກ່ຄົນພິການຢູ່ເມືອງ ຮືງງວຽນ, ແຂວງ ເຫງ້ອານ Lawrence S. Ding ມອບລົດເຂັນ ຈຳນວນ 25 ຄັນ ໃຫ້ແກ່ຄົນພິການຢູ່ເມືອງ ຮືງງວຽນ, ແຂວງ ເຫງ້ອານ
ພາບປະກອບ
ພາບປະກອບ

ນີ້ແມ່ນບັນດາເປົ້າໝາຍລະອຽດຂອງໂຄງການ “ຊ່ວຍໃຫ້ເດັກທີ່ເປັນພະຍາດອໍທິສຕິກຢູ່ເກີ່ນເທີ ໄດ້ຮັບການປີ່ນປົວໂດຍໄວ ໄລຍະ 2022-2024” ໂດຍອົງການຈັດຕັ້ງ Saigon Children’s Charity CIO (SCC) ອຸປະຖໍາ ເຊິ່ງໄດ້ຮັບອະນຸມັດຈາກຄະນະກໍາມະການປະຊາຊົນນະຄອນເກີ່ນເທີ. ໃນນັ້ນ,ໂຄງການປະກອບສ່ວນປະຕິບັດ, ຊຸກຍູ້ວຽກງານປ້ອງກັນ, ດູແລ ແລະ ສຶກສາເດັກນ້ອຍເວົ້າລວມ, ເວົ້າສະເພາະແມ່ນເດັກນ້ອຍພິການຢູ່ນະຄອນເກີ່ນເທີ ແລະ ບັນດາແຂວງ/ນະຄອນອ້ອມຂ້າງໃຫ້ນັບມື້ນັບພັດທະນາ ແລະ ສົມບູນແບບ.

ຫຼັງຈາກໂຄງການສິ້ນສຸດ, ຮູບການປີ່ນປົວໃຫ້ແກ່ເດັກນ້ອຍທີ່ມີອາຍຸ 3-6 ປີທີ່ເປັນພະຍາດອໍທິສຕິກ (ເດັກອໍທິສຕິກ) ກໍໄດ້ຮັບການສ້າງຕັ້ງຂຶ້ນຢູ່ນະຄອນເກີ່ນເທີ ຈາກການສ້າງຕັ້ງ ແລະ ປະຕິບັດການປ້ອງກັນປີ່ນປົວແຕ່ໄວ ດ້ວຍອຸປະກອນທີ່ໄດ້ມາດຕະຖານ ແລະ ຖັນແຖວພະນັກງານທີ່ໄດ້ຮັບການບຳລຸງສ້າງດ້ານວິຊາສະເພາະຕອບສະໜອງໃຫ້ວຽກງານບົ່ງມະຕິພະຍາດ, ປີ່ນປົວ ແລະ ສື່ສານກ່ຽວກັບອາການຜິດປົກກະຕິອໍທິສຕິກ.

ໂດຍໄດ້ຊາບວ່າ ລວມຍອດທຶນຂອງໂຄງການແມ່ນ 55.246 ໂດລາສະຫະລັດ, ເທົ່າກັບ 1.255.200.000 ດົ່ງ; ລວມມີທຶນຊ່ວຍເຫຼືອລ້າ ແລະ ທຶນສົມທົບ. ເວລາປະຕິບັດໃນ 3 ປີ (2022-2024); ໜ່ວຍງານປະຕິບັດ:ສູນປະຕິບັດວຽກງານສັງຄົມນະຄອນເກີ່ນເທີ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.