ຫວຽດນາມ ໄດ້ສັ່ງຊື້ວັກຊີນ COVID-19 ຈຳນວນ 170 ລ້ານປະລິມານ ເພື່ອສັກຢາໃຫ້ປະຊາຊົນ

06:00 | 07/06/2021

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈີນວັນເຊີນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວລັດຖະບານເປັນປະຈຳ ໃນເດືອນພຶດສະພາ. ສັກຢາວັກຊີນ. ໃນກອງປະຊຸມ, ໜຶ່ງໃນບັນຫາທີ່ສະມາຊິກລັດຖະບານສຸມໃສ່ພິຈາລະນາ ແມ່ນກ່ຽວຂ້ອງກັບວັກຊີນປ້ອງກັນ ແລະ ຕ້ານ COVID-19.

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ໃນນັ້ນໄດ້ເນັ້ນໜັກວ່າຫວຽດນາມ ໄດ້ສັ່ງຊື້ວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 170 ລ້ານປະລິມານ ເພື່ອສັກຢາໃຫ້ປະຊາຊົນ.

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈີ່ນກວກເກືອງ ໃຫ້ຮູ້ວ່າ, ເພື່ອໃຫ້ມີວັກຊີນສຳລັບປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ລັດຖະບານຊຸກຍູ້ທຸກທ້ອງຖິ່ນ ແລະ ວິສາຫະກິດທີ່ມີເງື່ອນໄຂ ແລະ ແຫຼ່ງກຳເນີດຂອງວັກຊີນເຂົ້າຮ່ວມ. ມີສອງວິທີການເຂົ້າຮ່ວມ ແມ່ນການລະດົມທຶນເພື່ອປະກອບສ່ວນເຂົ້າໃນກອງທຶນສັກຢາວັກຊີນ ຫລື ນຳເຂົ້າວັກຊີນໂດຍກົງຈາກແຫຼ່ງທີ່ໜ້າເຊື່ອຖື. ວິທີທີ່ດີທີ່ສຸດໃນການຄວບຄຸມຄຸນະພາບຂອງວັກຊີນ ແມ່ນຊື້ໂດຍກົງຈາກຜູ້ຜະລິດ.

ຫວຽດນາມ ໄດ້ສັ່ງຊື້ວັກຊີນ COVID-19 ຈຳນວນ 170 ລ້ານປະລິມານ ເພື່ອສັກຢາໃຫ້ປະຊາຊົນ
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈີ່ນກວກເກືອງ. (ພາບ: VGP)

ອີງຕາມມະຕິຂອງກົມການເມືອງ ແລະ ມະຕິຂອງລັດຖະບານ, ກະຊວງສາທາລະນະສຸກ ມີໜ້າທີ່ໃນການນຳເຂົ້າວັກຊີນ 150 ລ້ານປະລິມານ ເພື່ອສັກຢາໃຫ້ແກ່ 70% ຂອງປະຊາກອນໃນກຸ່ມອາຍຸ 18 ປີຂຶ້ນໄປ.

ທ່ານຮອງລັດຖະມົນຕີກະຊວງການເງິນ ຕ້າແອັງຕວນ ໃຫ້ຮູ້ວ່າ: ຄ່າໃຊ້ຈ່າຍໃນການຊື້ ແລະ ສັກຢາວັກຊີນແມ່ນໃຫຍ່ຫຼວງ, ປະມານກວ່າ 125 ພັນຕື້ດົ່ງໃນປີ 2021. ສະນັ້ນ, ທັດສະນະຂອງພັກ ແລະ ລັດແມ່ນການນຳໃຊ້ງົບປະມານຂອງລັດ ແລະ ແຫຼ່ງການເງິນອື່ນໆທີ່ຖືກຕ້ອງຕາມກົດໝາຍ ຜ່ານການຫັນໃຫ້ມີລັກສະນະສັງຄົມ ໃນການຊື້ ແລະ ສັກຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ໃຫ້ແກ່ປະຊາຊົນ. ໃນອະນາຄົດອັນໃກ້ນີ້, ຈະມີບັນດາຮູບແບບການບໍລິຈາກທີ່ສະດວກທີ່ສຸດສຳລັບປະຊາຊົນ ແລະ ນັກທຸລະກິດທີ່ຈະປະກອບສ່ວນ.

ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ບັນ​ດາ​ຜູ້​ແທນ​ໄດ້​ກວດ​ກາ​ຄວາມ​ຄືບ​ໜ້າ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ອາ​ຊຽນ​ໃນ​ການ​ຮັບ​ມື ກັບ​ໂລກ​ລະ​ບາດ ໂຄວິດ - 19. ຕາມ​ນັ້ນ​ແລ້ວ, ກອງ​ທຶນ ອາ​ຊຽນ​ຮັບ​ມື​ກັບ​ໂລກ​ລະ​ບາ​ດ - 19 ໄດ້​ສ້າງ​ຕັ້ງ​ຂຶ້ນ​ທີ່ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ 36 ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ​ປະ​ກອບ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 10 ລ້ານ USD ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ຄູ່​ຮ່ວມ​ມື

ໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 48.411.300 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.230.099 ຄົນ ໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 48.411.300 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.230.099 ຄົນ

ອາເມລິກາ ຍັງຄົງແມ່ນປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.798.764 ຄົນ, ໃນນັ້ນມີຜູ້ເສຍຊີວິດ 239.810 ຄົນ.

63 ມື້ແລ້ວທີ່ ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ 63 ມື້ແລ້ວທີ່ ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ

ໄລ່ຮອດຕອນບ່າຍວັນທີ 4 ພະຈິກ, ຫວຽດນາມໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ຫາຍດີ 1069/1206 ຄົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.