APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ

09:21 | 02/10/2026

ຍສໝ - ວັນທີ 1-2/10 ທີ່ ຮ່າໂນ້ຍ, ກອງເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດຫວຽດນາມ ປະສານສົມທົບກັບກະຊວງການຕ່າງປະເທດສະຫະລັດອາເມລິກາ ຈັດກອງສຳມະນາ “ການກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດດ້ານການຈັດຕັ້ງ ແລະ ການປະສານສົມທົບ”, ສຸມໃສ່ແລກປ່ຽນບົດຮຽນການບໍລິຫານ, ປັບປຸງກົນໄກການປະສານສົມທົບ ແລະ ຍົກສູງຄວາມສາມາດໃນການກະກຽມສຳລັບປີ APEC ຫວຽດນາມ 2027.

APEC 2027 ຍົກລະດັບຄວາມສາມາດດ້ານພິທີການຕ່າງປະເທດຂອງຫວຽດນາມ APEC 2027 ກ້າວເຂົ້າສູ່ໄລຍະກະກຽມທີ່ສຳຄັນ

ເຂົ້າຮ່ວມກອງສຳມະນາມີ ທ່ານ ຫງວຽນມິງຫວູ, ກຳມະການສູນກາງພັກ, ຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ, ຫົວໜ້າກອງເລຂາແຫ່ງຊາດ APEC 2027; ທ່ານນາງ Courtney Beale, ຮອງເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳຫວຽດນາມ; ທ່ານ Eduardo Pedrosa, ຜູ້ອຳນວຍການບໍລິຫານກອງເລຂາ APEC ສາກົນ; ບັນດາວິທະຍາກອນ, ຊ່ຽວຊານຈາກບັນດາເສດຖະກິດທີ່ເຄີຍເປັນເຈົ້າພາບ APEC ພ້ອມດ້ວຍຜູ້ແທນເກືອບ 100 ຄົນ ຈາກບັນດາກະຊວງ, ຂະແໜງການ, ບັນດາອະນຸກຳມະການຂຶ້ນກັບຄະນະກຳມະການແຫ່ງຊາດ APEC 2027 ແລະ ບັນດາທ້ອງຖິ່ນທີ່ເຂົ້າຮ່ວມວຽກງານກະກຽມ.

ສືບຕໍ່ຈາກກອງສຳມະນາຄັ້ງທຳອິດທີ່ຈັດຂຶ້ນໃນເດືອນ 4, ໂຄງການຄັ້ງນີ້ສຸມໃສ່ວຽກງານການຈັດຕັ້ງ, ບໍລິຫານ ແລະ ການປະສານສົມທົບລະຫວ່າງບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນ, ໂດຍມີການຮ່ວມເດີນທາງຂອງກອງເລຂາ APEC ສາກົນ ແລະ ບັນດາຄູ່ຮ່ວມ.

APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ
ບັນດາຜູ້ແທນຖ່າຍຮູບຮ່ວມກັນທີ່ກອງສຳມະນາ.

ກ່າວຄຳປາໄສເປີດກອງສຳມະນາ, ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ ເນັ້ນໜັກວ່າ ຫວຽດນາມຮັບບົດບາດເປັນເຈົ້າພາບ APEC 2027 ໃນໄລຍະທີ່ປະເທດກ້າວເຂົ້າສູ່ສັງກາດໃໝ່ແຫ່ງການພັດທະນາ, ກຳນົດຮູບແບບການເຕີບໂຕທີ່ອີງໃສ່ຜະລິດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດແຂ່ງຂັນ, ມຸ່ງສູ່ເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ຄຽງຄູ່ກັບນັ້ນ, ຫວຽດນາມສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຫຼາຍຝ່າຍ, ຫຼາຍຮູບແບບໃນສາຍພົວພັນຕ່າງປະເທດ; ເປັນເຈົ້າການ, ຫ້າວຫັນໃນການເຊື່ອມໂຍງສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນ. ໃນຂະບວນການນີ້, APEC ແລະ ພາກພື້ນອາຊີ - ປາຊີຟິກ ສືບຕໍ່ມີຖານະສຳຄັນ.

ຕາມທ່ານ ຫງວຽນມິງຫວູ, ການເປັນເຈົ້າພາບປີ APEC 2027 ແມ່ນໜຶ່ງໃນບັນດາໜ້າທີ່ການຕ່າງປະເທດຈຸດສຸມຂອງຫວຽດນາມ ນັບແຕ່ນີ້ຮອດປີ 2030, ຮຽກຮ້ອງໃຫ້ວຽກງານກະກຽມ ແລະ ການຈັດຕັ້ງ ຕ້ອງສົມຄູ່ກັບຄວາມໝາຍ ແລະ ຂອບຂະໜາດຂອງເຫດການ.

ການກະກຽມຢ່າງຮອບຄອບ, ການຈັດຕັ້ງຢ່າງເປັນມືອາຊີບ ຈະສະແດງເຖິງຄວາມຮັບຜິດຊອບ ແລະ ຄວາມສາມາດຂອງປະເທດເຈົ້າພາບ, ປະກອບສ່ວນປັບປຸງຄວາມເຊື່ອໝັ້ນ, ສ້າງຄວາມສະດວກໃຫ້ແກ່ການສົນທະນາ ແລະ ການຮ່ວມມືລະຫວ່າງບັນດາສະມາຊິກ, ມຸ່ງສູ່ບັນດາຜົນສຳເລັດທີ່ເປັນຮູບປະທຳສຳລັບປະຊາຊົນ ແລະ ວິສາຫະກິດ.

ໂດຍຕີລາຄາສູງຕໍ່ຄວາມເປັນເຈົ້າການຂອງບັນດາທ້ອງຖິ່ນ, ທ່ານຮອງລັດຖະມົນຕີເນັ້ນໜັກເຖິງການສົ່ງເສີມບົດບາດ, ຄວາມຮັບຜິດຊອບຂອງແຕ່ລະທ້ອງຖິ່ນ, ພ້ອມທັງຮັບປະກັນຄວາມເປັນເອກະພາບໃນການປະສານສົມທົບກັບບັນດາອົງການສູນກາງ ແມ່ນປັດໄຈສຳຄັນຕໍ່ຜົນສຳເລັດຂອງປີ APEC 2027.

ທ່ານຮອງລັດຖະມົນຕີສະເໜີໃຫ້ກອງເລຂາແຫ່ງຊາດ APEC 2027, ບັນດາອະນຸກຳມະການ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ປັບປຸງກົນໄກການປະສານສົມທົບ, ແບ່ງງານ ແລະ ກຳນົດຄວາມຮັບຜິດຊອບຢ່າງຈະແຈ້ງ ພ້ອມທັງຮັບປະກັນການແກ້ໄຂ, ຕັດສິນໃຈບັນດາບັນຫາທີ່ເກີດຂຶ້ນຢ່າງທັນການ.

ແຕ່ລະເຫດການ APEC ຍັງຖືກຖືວ່າເປັນໂອກາດເພື່ອໂຄສະນາທ່າແຮງດ້ານເສດຖະກິດ, ຄົນ, ວັດທະນະທຳ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ, ຜ່ານນັ້ນ ປະກອບສ່ວນແນະນຳພາບພົດຂອງຫວຽດນາມທີ່ຫ້າວຫັນ, ອຸດົມດ້ວຍເອກະລັກ ແລະ ນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ໂລກ.

ກ່າວຄຳປາໄສທີ່ກອງສຳມະນາ, ທ່ານນາງ Courtney Beale, ຮອງເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳຫວຽດນາມ ຢືນຢັນວ່າ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມສຳຄັນຂອງສະຫະລັດອາເມລິກາໃນພາກພື້ນອິນເດຍ - ປາຊີຟິກ, ດ້ວຍບົດບາດ ແລະ ຖານະທີ່ນັບມື້ນັບເພີ່ມຂຶ້ນໃນພາກພື້ນ ແລະ ໃນເວທີສາກົນ.

ທ່ານນາງ Courtney Beale ເຫັນວ່າ ການທີ່ຫວຽດນາມເຄີຍເປັນເຈົ້າພາບປີ APEC ຢ່າງສຳເລັດຜົນສອງຄັ້ງ ໃນປີ 2006 ແລະ 2017 ໄດ້ສະແດງເຖິງຄວາມສາມາດດ້ານການຈັດຕັ້ງ, ປະສານງານ ແລະ ນຳພາ. ປີ APEC ຫວຽດນາມ 2027 ສືບຕໍ່ເປັນໂອກາດໃຫ້ຫວຽດນາມສະແດງວິໄສທັດ, ບົດບາດທີ່ເປັນເຈົ້າການ ແລະ ຊຸກຍູ້ບັນດາຜົນການຮ່ວມມືທີ່ເປັນຮູບປະທຳສຳລັບພາກພື້ນ.

ທ່ານນາງຮອງເອກອັກຄະລັດຖະທູດຢືນຢັນວ່າ ສະຫະລັດອາເມລິກາຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບຫວຽດນາມ, ພ້ອມໜູນຊ່ວຍຍົກສູງຄວາມສາມາດ, ທັກສະ ແລະ ແບ່ງປັນບົດຮຽນການຈັດຕັ້ງໃນໄລຍະຕໍ່ໜ້າ, ມຸ່ງສູ່ປີ APEC 2027 ທີ່ມີປະສິດທິຜົນ ແລະ ປະສົບຜົນສຳເລັດ.

ທ່ານ Eduardo Pedrosa, ຜູ້ອຳນວຍການບໍລິຫານກອງເລຂາ APEC ສາກົນ ເຫັນວ່າ ໃນສະພາບທີ່ສະພາບແວດລ້ອມເສດຖະກິດພາກພື້ນ ແລະ ສາກົນມີການປ່ຽນແປງຢ່າງວ່ອງໄວຫຼາຍດ້ານ, APEC ສືບຕໍ່ມີບົດບາດສຳຄັນໃນການສ້າງພື້ນທີ່ສຳລັບການສົນທະນາ, ແບ່ງປັນບົດຮຽນ ແລະ ຍົກສູງຄວາມສາມາດລະຫວ່າງບັນດາເສດຖະກິດ, ຜ່ານນັ້ນ ຊຸກຍູ້ການຮ່ວມມືເພື່ອບັນດາເປົ້າໝາຍຮ່ວມຂອງພາກພື້ນ.

ທ່ານຕີລາຄາສູງຕໍ່ການກະກຽມຢ່າງຫ້າວຫັນ, ເປັນເຈົ້າການຂອງຫວຽດນາມ, ພ້ອມທັງເນັ້ນໜັກວ່າ ຫວຽດນາມແມ່ນໜຶ່ງໃນຈຳນວນສະມາຊິກບໍ່ຫຼາຍທີ່ໄດ້ເປັນເຈົ້າພາບ APEC ສາມຄັ້ງ.

ທ່ານຜູ້ອຳນວຍການບໍລິຫານກອງເລຂາ APEC ສາກົນ ຢືນຢັນວ່າ ກອງເລຂາຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບຫວຽດນາມໃນຂະບວນການກະກຽມ ແລະ ຜັນຂະຫຍາຍປີ APEC 2027, ມຸ່ງສູ່ວາລະການປະຊຸມທີ່ມີປະສິດທິຜົນ, ເປັນຮູບປະທຳ, ສ້າງຈຸດເດັ່ນ ແລະ ປະກອບສ່ວນຢ່າງເປັນຮູບປະທຳຕໍ່ຂະບວນການຮ່ວມມືພາກພື້ນ.

ໃນສອງວັນຂອງກອງສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນກັບກອງເລຂາ APEC ສາກົນ ແລະ ຊ່ຽວຊານຈາກບັນດາເສດຖະກິດທີ່ເຄີຍເປັນເຈົ້າພາບ ກ່ຽວກັບບົດຮຽນດ້ານການຈັດຕັ້ງ, ບໍລິຫານ, ການປະສານສົມທົບລະຫວ່າງບັນດາອົງການ ແລະ ການແກ້ໄຂບັນດາສະຖານະການທີ່ເກີດຂຶ້ນ.

ບັນດາວາລະສົນທະນາຍັງສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນຊີ້ແຈງຂໍ້ຮຽກຮ້ອງດ້ານການກະກຽມ, ສະເໜີຄວາມຕ້ອງການການໜູນຊ່ວຍ ແລະ ແລກປ່ຽນວິທີການສົ່ງເສີມຈຸດແຂງດ້ານເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ, ຜ່ານນັ້ນ ປະກອບສ່ວນຈັດປີ APEC 2027 ໃຫ້ປະສົບຜົນສຳເລັດ, ໂຄສະນາພາບພົດຫວຽດນາມ ແລະ ສ້າງແຮງຂັບເຄື່ອນເພີ່ມຕື່ມໃຫ້ແກ່ການພັດທະນາທ້ອງຖິ່ນ.

ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027 ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027
ຍສໝ - ວັນທີ 6/5, ຢູ່ ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ (Nguyễn Minh Hằng) ໄດ້ຕ້ອນຮັບຄະນະວິສາຫະກິດ ສະຫະລັດ ອາເມລິກາ ໂດຍແມ່ນທ່ານ John Goyer, ຜູ້ອຳນວຍການບໍລິຫານພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສະພາການຄ້າ ສະຫະລັດ ອາເມລິກາ (USCC) ເປັນຫົວໜ້າຄະນະ ແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ເພີ່ມທະວີການປະສານສົມທົບຂອງປະຊາຄົມວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ການທີ່ ຫວຽດນາມ ຮັບບົດບາດເປັນເຈົ້າພາບ ປີ ເອເປັກ (APEC) 2027.
ຫວຽດນາມ ແບ່ງປັນກ່ຽວກັບວິໄສທັດ ແລະ ວຽກງານການກະກຽມໃຫ້ແກ່ ປີ APEC 2027 ຫວຽດນາມ ແບ່ງປັນກ່ຽວກັບວິໄສທັດ ແລະ ວຽກງານການກະກຽມໃຫ້ແກ່ ປີ APEC 2027
ຍສໝ - ທ່ານນາງ ເລທິທູຮັ່ງ (Lê Thị Thu Hằng) - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ APEC ແປວ່າຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນເວທີປາໄສການຮ່ວມມືທາງດ້ານເສດຖະກິດຊັ້ນນຳ, ໃນຂະນະດຽວກັນກໍສຸມໃສ່ 3 ບຸລິມະສິດອັນໃຫຍ່ຫຼວງ ຮອດປີ 2035.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ