APEC 2027 ກ້າວເຂົ້າສູ່ໄລຍະກະກຽມທີ່ສຳຄັນ

10:16 | 24/09/2026

ຍສໝ - ຕອນບ່າຍວັນທີ 22/9 ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນມິງຫວູ, ລັດຖະມົນຕີຊ່ວຍວ່າການຜູ້ປະຈຳ, ຫົວໜ້າຄະນະເລຂາແຫ່ງຊາດ APEC 2027 ໄດ້ເປັນປະທານກອງປະຊຸມກວດຄືນຄວາມຄືບໜ້າ, ຊຸກຍູ້ບັນດາໜ້າທີ່ກະກຽມສຳລັບປີ APEC 2027, ໃນນັ້ນ ເນັ້ນໜັກຂໍ້ຮຽກຮ້ອງໃຫ້ຜັນຂະຫຍາຍວຽກງານສື່ສານແຕ່ຫົວທີ, ສ້າງສານແຫ່ງຊາດທີ່ສອດຄ່ອງຕະຫຼອດ ແລະ ເພີ່ມທະວີການປະສານງານລະຫວ່າງບັນດາອົງການທີ່ກ່ຽວຂ້ອງ.

ຫວຽດນາມ ແບ່ງປັນກ່ຽວກັບວິໄສທັດ ແລະ ວຽກງານການກະກຽມໃຫ້ແກ່ ປີ APEC 2027 APEC 2027 ຍົກລະດັບຄວາມສາມາດດ້ານພິທີການຕ່າງປະເທດຂອງຫວຽດນາມ

ເຂົ້າຮ່ວມກອງປະຊຸມ ມີບັນດາສະມາຊິກຄະນະເລຂາແຫ່ງຊາດ APEC 2027. ກອງປະຊຸມສຸມໃສ່ຕີລາຄາຄວາມຄືບໜ້າ, ກວດຄືນບັນດາໜ້າທີ່ທີ່ພວມຜັນຂະຫຍາຍ ແລະ ກຳນົດບັນດາເນື້ອໃນທີ່ຕ້ອງສືບຕໍ່ເລັ່ງລັດໃນໄລຍະຕໍ່ໄປ.

ກ່າວຄຳປາໄສຊີ້ນຳ, ທ່ານ ຫງວຽນມິງຫວູ ຮຽກຮ້ອງໃຫ້ຄະນະເລຂາແຫ່ງຊາດ ສືບຕໍ່ເປັນເຈົ້າການ, ເດັດຂາດໃນການຜັນຂະຫຍາຍວຽກງານ. ທ່ານເນັ້ນໜັກວ່າ ວຽກງານສື່ສານຕ້ອງດຳເນີນແຕ່ຫົວທີ, ກ້າວໄປກ່ອນໜຶ່ງບາດກ້າວ, ຜ່ານນັ້ນ ແນະນຳບັນດາຄວາມພະຍາຍາມຂອງຫວຽດນາມໃນຂະບວນການກະກຽມ ແລະ ຮັບບົດບາດເຈົ້າພາບ APEC 2027.

APEC 2027 ກ້າວເຂົ້າສູ່ໄລຍະກະກຽມທີ່ສຳຄັນ
ທ່ານ ຫງວຽນມິງຫວູ, ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການຜູ້ປະຈຳ, ຫົວໜ້າຄະນະເລຂາແຫ່ງຊາດ APEC 2027 ເປັນປະທານກອງປະຊຸມກວດຄືນວຽກງານກະກຽມສຳລັບປີ APEC 2027.

ທ່ານ ຫງວຽນມິງຫວູ ສະເໜີໃຫ້ສ້າງສານແຫ່ງຊາດທີ່ສອດຄ່ອງຕະຫຼອດປີ APEC 2027; ເພີ່ມທະວີການໂຄສະນາພາບລັກຂອງບັນດາທ້ອງຖິ່ນທີ່ຈັດກິດຈະກຳ APEC, ໂດຍສະເພາະ ຟູ໊ກວກ; ສືບຕໍ່ບູລະນະຄະນະກຳມະການແຫ່ງຊາດ APEC 2027 ແລະ ຊຸກຍູ້ການປະສານງານລະຫວ່າງຄະນະເລຂາແຫ່ງຊາດກັບບັນດາອະນຸກຳມະການ.

ທີ່ກອງປະຊຸມ, ຄະນະເລຂາແຫ່ງຊາດ ໃຫ້ຮູ້ວ່າ ພວມປະສານງານຢ່າງແໜ້ນແຟ້ນກັບອະນຸກຳມະການເນື້ອໃນ APEC 2027 ເພື່ອສຳເລັດແຜນກະກຽມ ແລະ ຜັນຂະຫຍາຍບັນດາບັນຫາດ້ານເນື້ອໃນ APEC 2027, ຮັບປະກັນໃຫ້ຕິດແໜ້ນກັບບັນດາຍຸດທະສາດ ແລະ ທິດທາງພັດທະນາຂອງຫວຽດນາມ.

ກ່ຽວກັບວຽກງານພະລາທິການ, ຄະນະເລຂາແຫ່ງຊາດ ແລະ ບັນດາອະນຸກຳມະການ ໄດ້ດຳເນີນການສຳຫຼວດສະຖານທີ່ຈັດງານຢູ່ບາງທ້ອງຖິ່ນ, ພ້ອມທັງສ້າງແຜນການລະອຽດກ່ຽວກັບພື້ນຖານວັດຖຸ, ມຸ່ງໄປສູ່ການຮັບປະກັນໃຫ້ບັນດາເຫດການໃນປີ APEC 2027 ໄດ້ຮັບການຈັດຢ່າງຮອບຄອບ, ສົມກຽດ ແລະ ມີປະສິດທິຜົນ.

ວຽກງານຝຶກອົບຮົມ, ບຳລຸງສ້າງຊັບພະຍາກອນມະນຸດ ຮັບໃຊ້ປີ APEC 2027 ກໍພວມໄດ້ຮັບການຜັນຂະຫຍາຍ. ຈຸດສຸມແມ່ນຍົກສູງຂີດຄວາມສາມາດໃຫ້ແກ່ຖັນແຖວທີ່ເຂົ້າຮ່ວມຮັບໃຊ້ບັນດາກິດຈະກຳ APEC ໂດຍກົງ, ໂດຍສະເພາະ ຢູ່ບັນດາທ້ອງຖິ່ນທີ່ຈັດງານ.

ສະຫຼຸບກອງປະຊຸມ, ທ່ານ ຫງວຽນມິງຫວູ ເນັ້ນໜັກວ່າ ວຽກງານກະກຽມສຳລັບປີ APEC 2027 ພວມກ້າວເຂົ້າສູ່ໄລຍະທີ່ສຳຄັນ. ທ່ານສະເໜີໃຫ້ຄະນະເລຂາແຫ່ງຊາດ ສືບຕໍ່ສົ່ງເສີມຈິດໃຈເປັນເຈົ້າການ, ຄວາມຮັບຜິດຊອບ, ປະສານງານຢ່າງແໜ້ນແຟ້ນກັບບັນດາອະນຸກຳມະການ ແລະ ອົງການທີ່ກ່ຽວຂ້ອງ, ຮັບປະກັນໃຫ້ບັນດາໜ້າທີ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະ ຖືກຕ້ອງຕາມຄວາມຄືບໜ້າ.

APEC 2027: ນຳໃຊ້ APEC 2027: ນຳໃຊ້ “ພະລັງອຳນາດອ່ອນ” ເພື່ອເປີດທາງສູ່ອະນາຄົດ
ຍສໝ - ຍຸດທະສາດການທູດວັດທະນະທຳຂອງແຂວງ ອານຢາງ ໃນໄລຍະປີ 2026 - 2030 ໄດ້ກຳນົດການປ່ຽນແປງບັນດາມໍລະດົກວັດທະນະທຳ ແລະ ຄຸນຄ່າເອກະລັກທີ່ໂດດເດັ່ນຂອງແຂວງ ໃຫ້ກາຍເປັນກຳລັງແຮງອັນມະຫາສານ ເພື່ອຍົກລະດັບບົດບາດ ແລະ ຕຳແໜ່ງຂອງແຂວງໃນເວທີສາກົນ.
ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027 ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027
ຍສໝ - ວັນທີ 6/5, ຢູ່ ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ (Nguyễn Minh Hằng) ໄດ້ຕ້ອນຮັບຄະນະວິສາຫະກິດ ສະຫະລັດ ອາເມລິກາ ໂດຍແມ່ນທ່ານ John Goyer, ຜູ້ອຳນວຍການບໍລິຫານພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສະພາການຄ້າ ສະຫະລັດ ອາເມລິກາ (USCC) ເປັນຫົວໜ້າຄະນະ ແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ເພີ່ມທະວີການປະສານສົມທົບຂອງປະຊາຄົມວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ການທີ່ ຫວຽດນາມ ຮັບບົດບາດເປັນເຈົ້າພາບ ປີ ເອເປັກ (APEC) 2027.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ