ADB ໜູນຊ່ວຍເງິນເປັນຈຳນວນ 683 ລ້ານ USD ເພື່ອສ້າງໂຮງງານຜະລິດໄຟຟ້າແຮງລົມແຫ່ງທຳອິດຢູ່ ລາວ | |
ADB ຮັກສາການຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມ |
ວັນທີ 24 ກໍລະກົດ, ທະນາຄານພັດທະນາ ອາຊີ (ADB) ໄດ້ແຕ່ງຕັ້ງທ່ານ Shantanu Chakraborty ດຳລົງຕຳແໜ່ງເປັນຜູ້ອຳນວຍການແຫ່ງຊາດຄົນໃໝ່ປະຈຳ ຫວຽດນາມ.
ຕາມນັ້ນແລ້ວ, ທ່ານ Shantanu Chakraborty ເຂົ້າຮັບຕຳແໜ່ງໃນວັນທີ 24 ກໍລະກົດນີ້, ຈະນຳພາການເຄື່ອນໄຫວຂອງ ADB ຢູ່ຫວຽດນາມ, ເປັນຜູ້ຕາງໜ້າທະນາຄານໃນການສົນທະນາດ້ານນະໂຍບາຍ ແລະ ຊຸກຍູ້ສາຍພົວພັນຂອງທະນາຄານກັບລັດຖະບານ ແລະ ບັນດາຜູ້ມີສ່ວນກ່ຽວຂ້ອງອື່ນໆ.
![]() |
ທ່ານ Shantanu Chakraborty ຈະນຳພາການເຄື່ອນໄຫວຂອງ ADB ປະຈຳ ຫວຽດນາມ, ຕາງໜ້າໃຫ້ທະນາຄານໃນການເຈລະຈານະໂຍບາຍ ແລະ ຊຸກຍູ້ການພົວພັນຂອງທະນາຄານກັບລັດຖະບານ ແລະ ບັນດາອົງການກ່ຽວຂ້ອງ. ທ່ານຈະຕິດຕາມກວດກາເລື່ອງຜັນຂະຫຍາຍຍຸດທະສາດຄູ່ຮ່ວມມືລະດັບຊາດໃຫ້ແກ່ ຫວຽດນາມ ໄລຍະ 2023 – 2026, ສຸມໃສ່ເຂົ້າການຫັນປ່ຽນຂອງ ຫວຽນດາມ ເປັນພື້ນຖານເສດຖະກິດສີຂຽວ, ຂຸດຄົ້ນກຳລັງຄວາມສາມາດຂອງພາກພື້ນເອກະຊົນ ແລະ ຊຸກຍູ້ຄວາມຍຸຕິທຳທາງສັງຄົມ.
ທ່ານ Shantanu Chakraborty (ຖືສັນຊາດ ອິນເດຍ), ເປັນຜູ້ສືບທອດໜ້າທີ່ຂອງທ່ານ Andrew Jefries (ຖືສັນຊາດ ອາເມລິກາ), ຜູ້ຫາກໍ່ສິ້ນສຸດອາຍຸການເປັນຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ.

ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ

ADB ຄາດຄະເນ: ຫວຽດນາມ ຈະແມ່ນພື້ນຖານເສດຖະກິດມີລະດັບການເຕີບໂຕແຮງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນປີ 2022 ແລະ ປີ 2023

ADB ຮັກສາການຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ
ທ່ານອາດຈະມັກ

ເລຂາທິການໃຫຍ່ ໂຕເລິມ: ວຽກງານປັບປຸງລະບອບລະບຽບການກົດໝາຍໃຫ້ສົມບູນແບບຕ້ອງເປີດເສັ້ນທາງໃຫ້ແກ່ຂໍ້ລະເລີ່ມພັດທະນາ

ຫຼາຍຈຸດທີ່ປະກາຍແຈ້ງດ້ານເສດຖະກິດໃນ 5 ເດືອນຕົ້ນປີ 2025

ທ່ານເລຂາທິການໃຫຍ່ ໂຕເລິມ: ບົດບາດຂອງແຂວງ ອານຢາງໃໝ່ ໃນໂຄງປະກອບເສດຖະກິດແຫ່ງຊາດ

ໜັງສືພິມລາວ: ຫວຽດນາມ ຢືນຢູ່ຈຸດເວລາ “ຄໍາ” ຂອງປະຫວັດສາດ ກ້າວສູ່ຍຸກແຫ່ງເຕີບໂຕຂອງຊາດ

ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມສາກົນ
