ປີນີ້ເສດຖະກິດ ລາວ ຈະຕິດລົບເປັນເທື່ອທໍາໃນຮອບ 30 ປີ

12:44 | 19/09/2020

ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນ ວັນທີ 15 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍ ທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດ ພະຍາດໂຄວິດ-19. ຂະນະທີ່ ບົດລາຍງານການ ພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ(GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າ ຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະ ບາດຂອງພະຍາດ ທີ່ອາດຈະຫລຸດລົງຢ່າງຊ້າໆ.

ປ ນ ເສດຖະກ ດ ລາວ ຈະຕ ດລ ບເປ ນເທ ອທ າໃນຮອບ 30 ປ ສະຫະພັນບັນດາອົງການມິດຕະພາບຫວຽດນາມຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ ຢູ່ ກາວບັ່ງ
ປ ນ ເສດຖະກ ດ ລາວ ຈະຕ ດລ ບເປ ນເທ ອທ າໃນຮອບ 30 ປ ໜ່ວຍຊາວໜຸ່ມສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ມາຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ
ປ ນ ເສດຖະກ ດ ລາວ ຈະຕ ດລ ບເປ ນເທ ອທ າໃນຮອບ 30 ປ
ພາບປະກອບ

ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໃຫ້ຮູ້ວ່າ: ການແຜ່ລະບາດພະຍາດ ໂຄວິດ-19 ບໍ່ພຽງແຕ່ເຮັດໃຫ້ອັດຕາ ການເຕີບໂຕຂອງ ເສດຖະກິດໃນປີ 2020 ຫລຸດລົງເທົ່ານັ້ນ ແຕ່ມັນຍັງເປັນການກີດ ຂວາງຄວາມຄາດຫວັງ ຂອງລັດຖະບານ ໃນການຈັດເກັບລາຍຮັບ ຊຶ່ງສະຖານະການນີ້ ຈະເຮັດ ໃຫ້ການຂາດດຸນ ງົບປະມານເພີ່ມຂຶ້ນ ແລະ ເພີ່ມຄວາມກົດດັນຕໍ່ ການຊໍາລະໜີ້ ສາທາລະນະ. ແຕ່ບາດກ້າວຕໍ່ໄປ, ລັດຖະບານຈຳເປັນຕ້ອງປັບປຸງ ຂອບງົບປະມານມະຫາພາກ ແລະ ເລັ່ງລັດການປັບປຸງ ການເງິນພາກລັດ ເພື່ອສ້າງຊ່ອງທາງການຈັດເກັບ ງົບປະມານໃຫ້ໄດ້ຫລາຍຂຶ້ນ ເພື່ອຮອງຮັບກັບສະຖານນະ ການທີ່ເກີດຂຶ້ນຢ່າງກະທັນຫັນ.”

ສຳລັບຂະແໜງກະສິກຳ ຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີ 2020 ຊຶ່ງຕໍ່າກວ່າ 2,5% ຕາມທີ່ໄດ້ຄາດຄະເນໄວ້ ໃນເດືອນເມສາ ເນື່ອງຈາກປະລິມານ ນໍ້າຝົນຫນ້ອຍ, ໃນຂະນະທີ່ອັດຕາການຂະຫຍາຍຕົວ ຂອງຂະແໜງອຸດສາຫະກຳ ຄາດວ່າຢູ່ທີ່ 1,4% ໝົດປີນີ້. ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວທີ່ -5,5% ຍ້ອນວ່າມີຈຳນວນນັກທ່ອງທ່ຽວ ທີ່ເຂົ້າມາຫລຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດຕິ ການເຂົ້າມາທັງໝົດ ແລະ ມີການຫົດຕົວ ຂອງຂະແໜງການຄ້າ ທັງຂາຍສົ່ງ ແລະຂາຍຍ່ອຍ, ການຂົນສົ່ງ ພ້ອມທັງສະຖານທີ່ ໃຫ້ບໍລິການຕ່າງໆ. ກະແສຂອງການລົງທຶນ ໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງ ຈະກະທົບໃຫ້ແກ່ການລົງທຶນ ທັງໝົດໃນປະເທດຫລຸດລົງ 17,5%. ອັດຕາເງິນເຟີ້ຂອງ ສປປ ລາວ ໃນປີນີ້ຄາດວ່າຈະຢູ່ທີ່ 5,5%, ຍ້ອນລາຄາອາຫານທີ່ສູງຂຶ້ນ ແລະ ການຫລຸດລົງຂອງຄ່າເງິນກີບ. ໃນ 6 ເດືອນຕົ້ນປີ, ອັດຕາແລກປ່ຽນເງິນກີບຫລຸດລົງ 1,6% ເມື່ອທຽບໃສ່ກັບຄ່າເງິນໂດລາສະຫະລັດ ໃນອັດຕາທະນາຄານ ແລະ ເທົ່າກັບ 5,7% ເມື່ອທຽບກັບອັດຕາ ຂອງຕະຫລາດທົ່ວໄປ. ຊ່ອງວ່າງ ລະຫວ່າງສອງຕະຫລາດ ສະທ້ອນໃຫ້ເຫັນເຖິງ ການຂາດແຄນເງິນຕາຕ່າງປະເທດ. ສ່ວນອັດຕາເງິນເຟີ້ສຳລັບປີ 2021 ຄາດວ່າຈະຢູ່ໃນລະດັບ 4,5%, ຍ້ອນວ່າລາຄາອາຫານ ຄາດວ່າຈະຫລຸດລົງ ຍ້ອນຜົນເກັບກ່ຽວໄດ້ດີຂຶ້ນ.

ການຂາດດຸນບັນຊີເດີນສະພັດ ຄາດວ່າຈະຫລຸດລົງໃນປີນີ້ ຊຶ່ງຫລຸດລົງຫລາຍກ່ວາ ທີ່ໄດ້ຄາດຄະເນໄວ້ກ່ອນໜ້ານີ້ ຍ້ອນວ່າລາຄານໍ້າມັນຕໍ່າລົງ ແລະ ປະລິມານຄວາມຕ້ອງການ ຂອງການນຳເຂົ້າຫລຸດລົງ ປະກອບ ກັບການສົ່ງອອກ ກະແສໄຟຟ້າມີສູງຂຶ້ນ, ແຕ່ການຂາດດຸນບັນຊີ ເດີນສະພັດຈະເພີ່ມຂຶ້ນອີກ ໃນປີ 2021.

ຄວາມສ່ຽງຕໍ່ການຄາດຄະເນ ສ່ວນໃຫຍ່ແມ່ນດ້ານອ່ອນ ຂອງສະພາບພາຍນອກ ເນື່ອງຈາກປະລິມານຄັງສໍາຮອງ ທີ່ເປັນເງິນຕາສາກົນມີບໍ່ພຽງພໍ ແລະ ໜີ້ສາທາລະນະທີ່ເພີ່ມຂຶ້ນ, ຜົນເສຍຫາຍທີ່ຕິດພັນກັບ ພະຍາດລະບາດຢ່າງຕໍ່ເນື່ອງ ແລະ ການປະເຊີນກັບ ອັນຕະລາຍຈາກ ໄພທຳມະຊາດ. ADB ມຸ່ງໝັ້ນເພື່ອບັນລຸເປົ້າໝາຍ ເຮັດໃຫ້ພາກພື້ນອາຊີ ແລະ ປາຊີຟິກ ມີຄວາມຮຸ່ງເຮືອງສີວິໄລ, ທົ່ວເຖິງ, ພ້ອມຮັບມືກັບການປ່ຽນແປງ ແລະ ສາມາດຍືນຍົງ ໄປພ້ອມກັບ ການຮັກສາຄວາມ ພະຍາຍາມຂອງຕົນ ເພື່ອລົບລ້າງຄວາມທຸກຍາກ.

ປ ນ ເສດຖະກ ດ ລາວ ຈະຕ ດລ ບເປ ນເທ ອທ າໃນຮອບ 30 ປ ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ

ຍສໝ - ຈຳນວນຂອງຂວັນດັ່ງກ່າວລວມມີເຂົ້າສານ, ໝີ່ສໍາເລັດຮູບ, ນໍ້າປາ, ເກືອ, ປາແຫ້ງ, ເຄື່ອງໃຊ້ທີ່ ຈຳເປັນໃນຊິວີດປະຈໍາວັນ, ດ້ວຍຈຳນວນເງິນທັງໝົດເກືອບ 30 ລ້ານດົ່ງ.

ປ ນ ເສດຖະກ ດ ລາວ ຈະຕ ດລ ບເປ ນເທ ອທ າໃນຮອບ 30 ປ ໜູນຊ່ວຍວັດຖຸໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນປະເທດເພື່ອນມິດລາວ ທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19

ຍສໝ - ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ, ອໍານາດການປົກຄອງ ແລະປະຊາຊົນເມືອງອາເລື໊ອຍ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກໍາລັງປະກອບອາວຸດ ແລະປະຊາຊົນບັນດາບ້ານທີ່ຢູ່ຕິດກັບຊາຍແດນລາວ ຈັດກິດຈະກໍາຕ່າງໆເພື່ອໜູນຊ່ວຍສະບຽງອາຫານ, ອຸປະກອນການແພດ, ພິເສດແມ່ນໃນໄລຍະປ້ອງກັນ, ຕ້ານພະຍາດໂຄວິດ-19.

ປ ນ ເສດຖະກ ດ ລາວ ຈະຕ ດລ ບເປ ນເທ ອທ າໃນຮອບ 30 ປ ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ

ຍສໝ - ໃນໄລຍະທີ່ຜ່ານມາ, ຜ່ານບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການແລກປ່ຽນຄະນະຜູ້ແທນ, ການສະໜັບສະໜູນ ດ້ານການສຶກສາ, ຍຸຕິທຳ, ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງບັນດາແຂວງ ແຄງຮ່ວາ, ດັກລັກ, ບິ່ງເຢືອງ ແລະ ບັນດາທ້ອງຖິ່ນຕ່າງໆຂອງລາວນັບມື້ນັບ ໄດ້ຮັບການປັບປຸງ ແລະ ພັດທະນາ, ຕອບສະໜອງຄວາມຕ້ອງການຕົວຈິງຂອງທັງສອງຝ່າຍ.

kpl.gov.la

ເຫດການ
302 Found

Found

The document has moved here.