66 ວັນ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່

18:00 | 17/06/2020

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກມີສື່ມວນຊົນເຂົ້າຮ່ວມ.

66 ວ ນ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ ຄະນະພົວພັນຕ່າງປະເທດສູນກາງພັກເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງຊາດ ແລະ ສາກົນ
66 ວ ນ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ ເສດຖະກິດຂອງລາວເຕີບໂຕ ຢູ່ໃນລະດັບຕໍ່າທີ່ສຸດພາຍໃນ 30 ປີ ຍ້ອນ Covid-19
66 ວ ນ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ
ພາບປະກອບ

ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ແຈ້ງໃຫ້ຮູ້ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 16 ມິຖຸນາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ມີຈໍານວນຜູ້ເດີນທາງເຂົ້າມາ ທັງໝົດ 2.208 ຄົນ, ໃນນັ້ນມີ ຈຸດຜ່ານດ່ານລາວ-ໄທ 1.615 ຄົນ, ຜ່ານດ່ານຂົວມິດຕະພາບແຫ່ງທີ I ມີ 04 ຄົນ (ຄົນອົດສະຕາລີ 01 ຄົນ ແລະ ຄົນໄທ 03 ຄົນ), ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີ ແຮງງານລາວ 104 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 84 ຄົນ, ຄໍາມ່ວນ 09 ຄົນ, ວຽງຈັນ 07 ຄົນ, ສາລະວັນ 02 ຄົນ ແລະ ຈໍາປາສັກ 02 ຄົນ), ຜ່ານດ່ານ ຂົວມິດຕະພາບແຫ່ງທີ III ມີ ແຮງງານລາວ 22 ຄົນ (ມີຖິ່ນຖານຈາກ ຄໍາມ່ວນ 20 ຄົນ ແລະ ບໍລິຄໍາໄຊ 02 ຄົນ), ຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີ ແຮງງານລາວ 27 ຄົນ (ມີຖິ່ນຖານຈາກຈໍາປາສັກ 20 ຄົນ, ສາລະວັນ 05 ຄົນ ແລະ ສະຫວັນນະເຂດ 02 ຄົນ), ເຫລືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 1.458 ຄົນ. ຜ່ານດ່ານລາວ - ຈີນ 33 ຄົນ, ທັງໝົດ ແມ່ນຜູ້ຂັບ ລົດຂົນສົ່ງສິນຄ້າ. ຜ່ານດ່ານ ລາວ - ຫວຽດນາມ 560 ຄົນ, ໃນນີ້ມີພະນັກງານການທູດລາວ ເຂົ້າມາຜ່ານດ່ານນໍ້າພາວ, ແຂວງ ບໍລິຄໍາໄຊ 01 ຄົນ, ເຫລືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ. ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີ ອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິ ເວນ ທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ສຳລັບວັນທີ 16 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 156 ຄົນ, ໃນນັ້ນແຮງງານລາວກັບມາແຕ່ໄທ 149 ຄົນ, ໃນນັ້ນມີກໍລະນີສົງໄສ 04 ຄົນ. ຜົນກວດຂອງແຮງງານລາວ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ບໍ່ພົບເຊື້ອ. ນັບແຕ່ເດືອນມັງກອນ ມາຮອດວັນທີ 16 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 11.249 ຕົວຢ່າງມາກວດ, ກວດພົບເຊື້ອທັງໝົດ 19 ຄົນ (66 ມື້ແລ້ວທີ່ບໍ່ມີ ຜູ້ຕິດເຊື້ອເພີ່ມ). ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 89 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.103 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ທ່ານ ນາງ ດຣ. ລັດສະຫມີ ວົງຄຳຊາວ ໄດ້ແຈ້ງຕື່ມວ່າ: ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ປະຕິບັດ ຕາມແຈ້ງການ ແລະ ຄຳແນະນຳຂອງຂະແໜງການ ຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ຈົນກວ່າຈະມີການປ່ຽນແປງໃໝ່.

66 ວ ນ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ ອາເມຣິກາ ສະໜັບສະໜູນການຫຼຸດຜ່ອນເດັກຂາດສານອາຫານຢູ່ລາວ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການເຊື່ອມສານວຽກງານໂພຊະນາການນໍ້າ ແລະ ສຸຂານາໄມ ໄລຍະ 2 ປີ 2020-2021 ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະລັດອາເມຣິກາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ (USAID).

66 ວ ນ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ, ເຊິ່ງການດໍາເນີນກິດຈະການ ໃຫ້ບໍລິການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ ແມ່ນການຄຸ້ມຄອງການຢັ້ງຢືນ ລາຍເຊັນເອເລັກໂຕຣນິກ, ການໃຫ້ການບໍລິການ ແລະ ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ຂອງບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍມີກົດໝາຍທີ່ຕິດພັນກັບ ກິດຈະການລາຍເຊັນເອເລັກໂຕຣນິກ ເພື່ອສົ່ງເສີມການດໍາເນີນ ກິດຈະການໃຫ້ ເປັນລະບຽບ, ຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ, ປອດໄພ ແລະ ວ່ອງໄວ ແນ່ໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ...

66 ວ ນ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ ແຂວງ ເລີມດົ່ງ ໄດ້ມອບເງິນຈໍານວນ 400 ລ້ານດົ່ງ ເພື່ອສະໜັບສະໜູນປະຊາຊົນລາວໃນການຕໍ່ຕ້ານກັບການລະບາດຂອງ COVID-19

ຍສໝ - ທີ່ສຳນັກງານກົງສຸນໃຫຍ່ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຄະນະປະຕິບັດງານແຂວງ ເລີມດົ່ງ ໄດ້ມອບເງິນຈໍານວນ 400 ລ້ານດົ່ງເພື່ອສະໜັບສະໜູນ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຈຳປາສັກ ແລະ ແຂວງບໍລິຄຳໄຊ ໃນການປ້ອງກັນ, ຕໍ່ຕ້ານກັບການລະບາດຂອງ COVID-19.

ໄຊພອນ

kpl.gov.la

ເຫດການ
302 Found

Found

The document has moved here.