ໄຂກອງປະຊຸມສູນກາງພັກຄັ້ງທີ 3 ສະໄໝທີ XIV

15:05 | 20/07/2026

ຍສໝ - ຕອນເຊົ້າວັນທີ 20 ກໍລະກົດ, ທີ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV ໄດ້ໄຂຂຶ້ນຢ່າງສົມກຽດ. ກອງປະຊຸມມີກຳນົດດຳເນີນໄປຈົນຮອດວັນທີ 24 ກໍລະກົດ, ໂດຍຈະພິຈາລະນາ ແລະ ຕັດສິນໃຈບັນດາບັນຫາສຳຄັນກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ພັກຄັ້ງທີ XIV, ວຽກງານກໍ່ສ້າງພັກ, ລະບົບການເມືອງ ແລະ ການພັດທະນາປະເທດໃນໄລຍະໃໝ່.

ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI
ທ່ານນາງ ບຸຍທິມິງຮ່ວາຍ ດຳລົງຕຳແໜ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI

ກ່າວຄຳປາໄສໄຂກອງປະຊຸມ, ທ່ານ ໂຕ ເລີມ, ເລຂາທິການໃຫຍ່ພັກ, ປະທານປະເທດຫວຽດນາມ, ເນັ້ນວ່າ ກອງປະຊຸມໃຫຍ່ພັກຄັ້ງທີ XIV ໄດ້ກຳນົດແນວທາງ, ເປົ້າໝາຍ ແລະ ທິດທາງຍຸດທະສາດສຳຄັນ; ສ່ວນກອງປະຊຸມສູນກາງຄັ້ງທີ 2 ໄດ້ວາງພື້ນຖານດ້ານການຈັດຕັ້ງ ແລະ ລະບຽບການດຳເນີນງານຂອງອາຍຸການ. ດັ່ງນັ້ນ, ກອງປະຊຸມຄັ້ງທີ 3 ຈຶ່ງຕ້ອງຫັນບັນດາທິດທາງເຫຼົ່ານັ້ນໃຫ້ເປັນການຕັດສິນໃຈທີ່ສາມາດແກ້ໄຂຈຸດຄັບຂ້ອງ, ປົດປ່ອຍແຫຼ່ງພະລັງ ແລະ ສ້າງຂີດຄວາມສາມາດໃໝ່ໃຫ້ແກ່ການພັດທະນາ. ທັງ 13 ເນື້ອໃນທີ່ນຳມາປຶກສາຫາລືໃນຄັ້ງນີ້ ລ້ວນແຕ່ມຸ່ງໄປສູ່ການຍົກສູງຄວາມສາມາດໃນການນຳພາ, ການກຳອຳນາດ, ການບໍລິຫານ, ການປະຕິບັດງານ, ການພັດທະນາ ແລະ ການປົກປັກຮັກສາປະເທດຊາດ.

ທ່ານ ໂຕ ເລີມ ຊີ້ໃຫ້ເຫັນ 4 ການຫັນປ່ຽນທາງຍຸດທະສາດທີ່ບັນດາການຕັດສິນໃຈຂອງສູນກາງພັກຕ້ອງສ້າງໃຫ້ເກີດຂຶ້ນ ຄື: ຍົກສູງຄວາມສາມາດນຳພາ, ການກຳອຳນາດ ແລະ ຄຸນນະພາບການດຳເນີນງານຂອງພັກ ແລະ ກົງຈັກລັດ; ບໍລິຫານພື້ນທີ່ການພັດທະນາຢ່າງເປັນເອກະພາບ ແລະ ນຳໃຊ້ແຫຼ່ງພະລັງຂອງຊາດໃຫ້ມີປະສິດທິຜົນ; ສ້າງຮູບແບບການພັດທະນາທີ່ອີງໃສ່ຜະລິດຕະພາບ, ຄວາມຮູ້, ເຕັກໂນໂລຊີ ແລະ ມະນຸດ; ພ້ອມທັງເພີ່ມຄວາມສາມາດໃນການປ້ອງກັນ, ຮັບມື, ປັບຕົວ ແລະ ປົກປັກຮັກສາປະເທດຊາດ. ທຸກການຕັດສິນໃຈຕ້ອງຕອບໄດ້ວ່າ ຈະແກ້ໄຂຈຸດຄັບຂ້ອງໃດ, ສ້າງຄວາມສາມາດໃໝ່ຫຍັງ ແລະ ຕ້ອງມີເງື່ອນໄຂໃດແດ່ເພື່ອໃຫ້ການປະຕິບັດບັນລຸຜົນສູງສຸດ.

ໄຂກອງປະຊຸມສູນກາງພັກຄັ້ງທີ 3 ສະໄໝທີ XIV
ວາລະໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV

ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ບັນດາກຳມະການສູນກາງພັກປຶກສາຫາລືຢ່າງເລິກເຊິ່ງໃນກຸ່ມ, ສະແດງຄຳເຫັນຢ່າງຈະແຈ້ງໃນຫໍປະຊຸມ ແລະ ປະກອບຄຳເຫັນໂດຍກົງຕໍ່ບັນດາຮ່າງມະຕິ, ໂຄງການ ແລະ ແຜນດຳເນີນງານ. ຄຳເຫັນຕ້ອງກະທັດຮັດ, ກົງປະເດັນ, ລະບຸຈະແຈ້ງທັງເຈດຈຳນົງ, ເຫດຜົນ, ຂໍ້ສະເໜີ ແລະ ທາງເລືອກ. ທ່ານເນັ້ນວ່າ ທຸກທາງເລືອກຕ້ອງຖືຜົນປະໂຫຍດຂອງຊາດ ແລະ ປະຊາຊົນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ພ້ອມທັງປະສິດທິຜົນໄລຍະຍາວຂອງປະເທດເປັນສຳຄັນສູງສຸດ. ພາຍຫຼັງກອງປະຊຸມ, ບັນດາມະຕິ ແລະ ຂໍ້ສະຫຼຸບຕ້ອງຖືກຫັນເປັນແຜນງານທີ່ກຳນົດຈະແຈ້ງທັງເປົ້າໝາຍ, ໜ້າທີ່, ສິດອຳນາດ, ແຫຼ່ງພະລັງ, ຄວາມຮັບຜິດຊອບ, ໄລຍະເວລາ, ຜົນຜະລິດ ແລະ ຜົນສຳເລັດ, ພ້ອມທັງແກ້ໄຂສະພາບການທີ່ແນວທາງຖືກຕ້ອງແຕ່ການສ້າງກົນໄກຍັງຊັກຊ້າ ແລະ ການປະຕິບັດຍັງບໍ່ເຂັ້ມແຂງ. ກ່ອນພິທີໄຂກອງປະຊຸມ, ຄະນະຜູ້ແທນສູນກາງພັກໄດ້ວາງພວງມາລາ ແລະ ເຂົ້າໄວ້ອາໄລຢູ່ສຸສານປະທານໂຮ່ຈີມິນ, ພ້ອມທັງຈູດທູບລະນຶກເຖິງບັນດາວິລະຊົນ ແລະ ທະຫານຜູ້ເສຍສະຫຼະ ຢູ່ອະນຸສາວະລີວິລະຊົນທີ່ຖະໜົນບັກເຊີນ.

ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031 ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031

ຍສໝ - ສືບຕໍ່ລາຍການເຮັດວຽກ, ໃນຕອນບ່າຍວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031 ໄດ້ຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026-2031; ປຶກສາຫາລືເອກະພາບແຕ່ງຕັ້ງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ ...

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ: ກອງປະຊຸມໃຫຍ່ແຫ່ງການກະທຳ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ: ກອງປະຊຸມໃຫຍ່ແຫ່ງການກະທຳ

ຍສໝ - ຫຼັງຈາກເຮັດວຽກເປັນເວລາຫ້າມື້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມໄດ້ສິ້ນສຸດລົງທີ່ຮ່າໂນ້ຍໃນຕອນບ່າຍຂອງວັນທີ 23 ມັງກອນ. ກ່າວຄຳປາໄສໃນກອງປະຊຸມຂ່າວສາກົນທັນທີຫຼັງຈາກກອງປະຊຸມປິດ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ກ່າວວ່າ ກອງປະຊຸມໃຫຍ່ຄັ້ງທີ 14 “ປະສົບຜົນສຳເລັດຢ່າງງົດງາມ, ເປັນຜົນສຳເລັດອັນຍິ່ງໃຫຍ່ຫຼາຍ”.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ