| ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ເຊື່ອມໂຍງນັກວິຊາການ, ນັກວິທະຍາສາດ ຢູ່ ໂອຕຣິດ ນຳພາ ຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງ |
![]() |
| ເສັ້ນທາງປະດັບໂຄມໄຟທີ່ຍາວທີ່ສຸດໃນຫວຽດນາມ ພາຍໃນງານບຸນໂຄມໄຟສາກົນ Ocean. |
ແຕ່ວັນທີ 3 ຫາ 6 ທັນວາ 2026, ເມືອງເກົ່າໂຮ້ຍອ່ານ, ນະຄອນດ່ານັງ, ຈະເປັນສະຖານທີ່ຈັດເທດສະການໂຄມໄຟສາກົນ ໂຮ້ຍອ່ານ 2026 ພາຍໃຕ້ຫົວຂໍ້ “ໂຮ້ຍອ່ານ - ສີສັນມໍລະດົກ”. ນີ້ແມ່ນຄັ້ງທຳອິດທີ່ໂຮ້ຍອ່ານຈັດງານເທດສະການໃນລັກສະນະດັ່ງກ່າວ, ໂດຍມຸ່ງຍົກຍ້ອງອາຊີບເຮັດໂຄມໄຟພື້ນເມືອງ ຜ່ານການຈັດສະແດງສິລະປະ, ກິດຈະກຳວັດທະນະທຳ ແລະ ການແລກປ່ຽນປະສົບການພາຍໃນຊຸມຊົນ.
ຕະຫຼອດ 4 ວັນຂອງເທດສະການ, ນັກທ່ອງທ່ຽວຈະໄດ້ສຳຜັດກັບບັນຍາກາດວັດທະນະທຳອັນເປັນເອກະລັກຂອງໂຮ້ຍອ່ານ ຜ່ານບັນດາລາຍການທີ່ຫຼາກຫຼາຍ. ໃນນັ້ນ, ພິທີເປີດງານຈະປະສົມປະສານການສະແດງສິລະປະທັງບົນບົກ ແລະ ບົນນ້ຳ, ສ້າງພາບບັນຍາກາດແຫ່ງແສງສີທີ່ສະທ້ອນກິ່ນອາຍຂອງເມືອງມໍລະດົກ. ຄະນະຈັດງານມີແຜນຈັດວາງຜົນງານໂຄມໄຟສິລະປະຂະໜາດໃຫຍ່ປະມານ 15 ກຸ່ມ ຕາມບັນດາພື້ນທີ່ສາທາລະນະ. ຜົນງານແຕ່ລະກຸ່ມຈະມີເນື້ອໃນ ແລະ ຫົວຂໍ້ແຕກຕ່າງກັນ, ຖ່າຍທອດເລື່ອງລາວທາງປະຫວັດສາດ, ຄຸນຄ່າວັດທະນະທຳ ແລະ ຂະບວນການແລກປ່ຽນຕິດຕໍ່ຂອງໂຮ້ຍອ່ານໃນແຕ່ລະຍຸກສະໄໝ.
ຍສໝ - ການຫັນເປັນດິຈິຕອນ ພວມກາຍເປັນແຮງຂັບເຄື່ອນສຳຄັນ ເພື່ອຍົກສູງຜະລິດຕະພາບ, ຄວາມໂປ່ງໃສຂອງຕ່ອງໂສ້ມູນຄ່າ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງສິນຄ້າກະສິກຳຫວຽດນາມ. ຢ່າງໃດກໍຕາມ, ເພື່ອໃຫ້ຂະບວນການນີ້ ບັນລຸຜົນຢ່າງແທ້ຈິງ ບໍ່ພຽງແຕ່ຕ້ອງການເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງອາໄສການປະສານງານຢ່າງໃກ້ຊິດລະຫວ່າງລັດ, ວິສາຫະກິດ, ອົງການສາກົນ, ສະຖາບັນຄົ້ນຄວ້າ ແລະ ຊາວກະສິກອນ ເພື່ອສ້າງລະບົບນິເວດການຮ່ວມມືຈາກຫຼາຍຝ່າຍ ສຳລັບການພັດທະນາຢ່າງຍືນຍົງ. |
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ສຳນັກງານໃຫຍ່ກະຊວງປ້ອງກັນຊາດ, ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະບານ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird, ເອກອັກຄະລັດຖະທູດອົດສະຕຣາລີປະຈຳຫວຽດນາມ. |
ແທັງຮັ່ງ
