| ການຢ້ຽມຢາມການາດາ ເປີດເພີ່ມແຮງຂັບເຄື່ອນໃຫ້ສາຍພົວພັນສອງຝ່າຍ Vietnam Innovation Day 2026 ເປີດກວ້າງການເຊື່ອມໂຍງເຕັກໂນໂລຊີ ຫວຽດນາມ - ເຢຍລະມັນ |
![]() |
| ຮູບປະກອບ. |
ຂໍ້ມູນດັ່ງກ່າວ ໄດ້ຖືກຍົກຂຶ້ນທີ່ກອງປະຊຸມນັກລາຍງານສູນກາງ ປະຈຳເດືອນ 9 ທີ່ຈັດໂດຍຄະນະໂຄສະນາສູນກາງ ໃນຕອນເຊົ້າວັນທີ 18/9 ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ເຊື່ອມຕໍ່ທາງອອນລາຍໄປຍັງບັນດາຈຸດປະຊຸມຢູ່ແຂວງ, ນະຄອນທົ່ວປະເທດ.
ລາຍງານກ່ຽວກັບສະພາບເສດຖະກິດ - ສັງຄົມຫວຽດນາມ ໃນ 9 ເດືອນປີ 2026, ທ່ານ ຫງວຽນດຶກຮຽນ, ຮອງຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ໃຫ້ຮູ້ວ່າ ຫວຽດນາມພວມຫັນຈຸດສຸມຈາກການຟື້ນຟູການເຕີບໂຕ ໄປສູ່ການສ້າງພື້ນຖານໃຫ້ແກ່ວົງຈອນການເຕີບໂຕ ແລະ ພັດທະນາໃໝ່, ໂດຍມີເປົ້າໝາຍສູ້ຊົນບັນລຸອັດຕາເຕີບໂຕສອງຕົວເລກໃນບັນດາປີຕໍ່ໄປ.
ຕາມທ່ານ ຫງວຽນດຶກຮຽນ, ພາຍໃຕ້ການນຳພາຂອງພັກ, ການຮ່ວມເດີນທາງຂອງສະພາແຫ່ງຊາດ ພ້ອມດ້ວຍຄວາມພະຍາຍາມໃນການບໍລິຫານຂອງລັດຖະບານ ແລະ ນາຍົກລັດຖະມົນຕີ, ສະພາບເສດຖະກິດ - ສັງຄົມໃນ 9 ເດືອນຜ່ານມາ ໄດ້ບັນລຸຫຼາຍຜົນສຳເລັດທີ່ຕັ້ງໜ້າ. ໃນຂະນະທີ່ການເຕີບໂຕຂອງຫຼາຍເສດຖະກິດໃນພາກພື້ນ ແລະ ໃນໂລກ ຍັງຢູ່ໃນລະດັບຕ່ຳ, ຫວຽດນາມຍັງຄົງຢູ່ໃນກຸ່ມບັນດາປະເທດທີ່ມີອັດຕາເຕີບໂຕສູງທີ່ສຸດໃນໂລກ.
ທ່ານເຫັນວ່າ ສິ່ງສຳຄັນແມ່ນ ຫວຽດນາມຍັງສືບຕໍ່ຮັກສາໄດ້ສະຖຽນລະພາບເສດຖະກິດມະຫາພາກ ໃນສະພາບການທີ່ຍັງຄົງມີແຮງກົດດັນດ້ານອັດຕາດອກເບ້ຍ ແລະ ເງິນເຟີ້.
ເຖິງຢ່າງໃດກໍຕາມ, ໜ້າທີ່ໃນບັນດາເດືອນທ້າຍປີ ຍັງຄົງມີຫຼາຍສິ່ງທ້າທາຍ. ຕາມທ່ານ ຫງວຽນດຶກຮຽນ, ຫວຽດນາມຈຳເປັນຕ້ອງສືບຕໍ່ຜັນຂະຫຍາຍຢ່າງຄົບຊຸດບັນດາມາດຕະການພັດທະນາເສດຖະກິດ - ສັງຄົມ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມເງິນເຟີ້, ຮັບປະກັນບັນດາດຸນຍະພາບໃຫຍ່ຂອງເສດຖະກິດ, ພ້ອມທັງເປີດກວ້າງຕະຫຼາດ ແລະ ຊຸກຍູ້ການສົ່ງອອກ.
| ການເຕີບໂຕ GDP ໃນ 6 ເດືອນຕົ້ນປີ 2026 ບັນລຸ 8,18%, ເປັນລະດັບສູງທີ່ສຸດນັບແຕ່ປີ 2011. ຫຼາຍອົງການຄາດຄະເນວ່າ ການເຕີບໂຕໃນໄຕມາດ III ອາດຈະສູງກວ່າ 9%. ໃນ 8 ເດືອນ, ຍອດມູນຄ່າການນຳເຂົ້າ - ສົ່ງອອກ ບັນລຸຫຼາຍກວ່າ 770 ຕື້ USD, ເພີ່ມຂຶ້ນເກືອບ 29% ທຽບໃສ່ໄລຍະດຽວກັນ. ການດຶງດູດທຶນລົງທຶນຕ່າງປະເທດ (FDI) ບັນລຸປະມານ 40,6 ຕື້ USD. |
ຍສໝ - ໃນໂອກາດການເຄື່ອນໄຫວເຮັດວຽກຢູ່ ແຂວງ ອັດຕະປື (ລາວ) ໃນວັນທີ 17 ກັນຍາ, ຕາງໜ້ານະຄອນ ດານັງ ໄດ້ເຂົ້າຢ້ຽມຢາມ ສູນພາສາຫວຽດນາມ ຢູ່ທ້ອງຖິ່ນ. ນີ້ແມ່ນຂົວຕໍ່ສຳຄັນ ເພື່ອຊ່ວຍປົກປັກຮັກສາວັດທະນະທຳ, ຖ່າຍທອດພາສາ ແລະ ຮັດແໜ້ນສາຍພົວພັນການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ສອງປະເທດ. |
ຍສໝ - ເນື່ອງໃນໂອກາດຄົບຮອບ 53 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ຍີ່ປຸ່ນ (21/9/1973 - 21/9/2026), ທ່ານ Ito Naoki, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ ເນັ້ນໜັກວ່າ ລະດັບຄວາມໄວ້ວາງໃຈສູງລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ ແມ່ນພື້ນຖານສຳຄັນເພື່ອສືບຕໍ່ເປີດກວ້າງການຮ່ວມມື ຈາກການແລກປ່ຽນປະຊາຊົນ, ການສຶກສາ ໄປຈົນເຖິງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານ ແລະ ປ້ອງກັນຊາດ. |
ຄຳສີ
