| ການາດາ ແລະ Petrovietnam ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ ເອກະລາດ, ເອກະລາດຕັດສິນຕົນເອງຂອງຫວຽດນາມ ຜ່ານມຸມມອງຂອງເພື່ອນມິດການາດາ |
![]() |
| ທ່ານ ຟ້າມຫວິງກວາງ, ເອກອັກຄະລັດຖະທູດຫວຽດນາມປະຈຳການາດາ ໄດ້ແບ່ງປັນທັດສະນະກ່ຽວກັບການຢ້ຽມຢາມການາດາລະດັບລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ. |
ຕາມທ່ານ ຟ້າມຫວິງກວາງ, ນັບແຕ່ສອງປະເທດສ້າງຕັ້ງຂອບຄູ່ຮ່ວມຮອບດ້ານ ໃນປີ 2017, ສາຍພົວພັນ ຫວຽດນາມ - ການາດາ ໄດ້ພັດທະນາຢ່າງໜັກແໜ້ນໃນຫຼາຍຂົງເຂດ.
ການຮ່ວມມືດ້ານເສດຖະກິດ - ການຄ້າ ສືບຕໍ່ບັນທຶກບັນດາຜົນສຳເລັດທີ່ຕັ້ງໜ້າ, ໂດຍຍອດມູນຄ່າການຄ້າສອງຝ່າຍ ເພີ່ມຂຶ້ນຢ່າງແຮງໃນບັນດາປີຜ່ານມາ. ຜົນສຳເລັດນີ້ ສະທ້ອນເຖິງປະສິດທິຜົນຂອງບັນດາຂອບການຮ່ວມມື, ໃນນັ້ນ ມີຂອບຄູ່ຮ່ວມຮອບດ້ານ ແລະ ສັນຍາຄູ່ຮ່ວມຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ກໍຄື ລັກສະນະສົ່ງເສີມເກື້ອໜູນກັນລະຫວ່າງສອງເສດຖະກິດ.
ຜ່ານນັ້ນ, ຫວຽດນາມໄດ້ກາຍເປັນຄູ່ຮ່ວມການຄ້າໃຫຍ່ທີ່ສຸດຂອງການາດາໃນ ASEAN.
ຄຽງຄູ່ກັບການຮ່ວມມືສອງຝ່າຍ, ຫວຽດນາມ ແລະ ການາດາ ຍັງຮັກສາການປະສານງານຢ່າງໃກ້ຊິດຢູ່ຫຼາຍກົນໄກ ແລະ ເວທີຫຼາຍຝ່າຍ ເຊັ່ນ ສະຫະປະຊາຊາດ, ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ASEAN ແລະ ປະຊາຄົມຝຣັ່ງໂກໂຟນ.
ທ່ານ ຟ້າມຫວິງກວາງ ເນັ້ນໜັກວ່າ ການຢ້ຽມຢາມການາດາລະດັບລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຈະປະກອບສ່ວນນຳການຮ່ວມມືກັບບັນດາຄູ່ຮ່ວມສຳຄັນ ເຂົ້າສູ່ລວງເລິກ, ເປັນຮູບປະທຳ, ມີປະສິດທິຜົນ ແລະ ຍືນຍົງ.
ຕາມທ່ານເອກອັກຄະລັດຖະທູດ, ການຢ້ຽມຢາມຍັງຈະສ້າງແຮງຂັບເຄື່ອນເພີ່ມຕື່ມ ເພື່ອນຳສາຍພົວພັນ ຫວຽດນາມ - ການາດາ ຂຶ້ນສູ່ລະດັບພັດທະນາໃໝ່, ຕອບສະໜອງຜົນປະໂຫຍດໄລຍະຍາວຂອງປະຊາຊົນສອງປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.
ຍສໝ - ວັນທີ 22 ມິຖຸນາ, ຢູ່ທີ່ສໍານັກງານກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ), ຊຸດອົບຮົມນາຍທະຫານເສນາທິການ ສປຊ (UNSOC) ໂດຍແມ່ນ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຊຸດອົບຮົມທຳອິດ ທີ່ໄດ້ຮັບການຜັນຂະຫຍາຍ ພາຍຫຼັງທີ່ແຜນງານ UNSOC ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ ສປຊ ວ່າບັນລຸມາດຕະຖານ ໃນເດືອນມີນາ 2026, ອັນເປັນການໝາຍບາດກ້າວຂະຫຍາຍຕົວໃໝ່ ພາຍໃດວຽກງານການກໍ່ສ້າງບຳລຸງສ້າງກຳລັງ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ. |
ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ. |
ຄຳສີ
