ເຊື່ອມຕໍ່ຂໍ້ມູນ ແລະ ເຕັກໂນໂລຊີ, ສ້າງລະບົບນິເວດການທ່ອງທ່ຽວອັດສະລິຍະ

08:32 | 30/09/2026

ຍສໝ - ຕອນເຊົ້າວັນທີ 28/9, ທີ່ກອງປະຊຸມຄະນະຊີ້ນຳແຫ່ງລັດດ້ານການທ່ອງທ່ຽວ, ທ່ານ ເຈິ່ນຈຸງຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ ກະຊວງພວມປະສານສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜັນຂະຫຍາຍບັນດາໜ້າທີ່ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ພັດທະນາການທ່ອງທ່ຽວອັດສະລິຍະ ຕາມມະຕິເລກທີ 26-NQ/TW ແລະ ມະຕິເລກທີ 263/NQ-CP ຂອງລັດຖະບານ.

ເຊື່ອມຕໍ່ແຫຼ່ງຊັບພະຍາກອນສາກົນ ເພື່ອການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ ຮ່າໂນ້ຍ - ອິນເດຍ ເປີດກວ້າງການຮ່ວມມືດ້ານເຕັກໂນໂລຊີສູງ, ນະວັດຕະກຳ

ໜຶ່ງໃນບັນດາໜ້າທີ່ຈຸດສຸມທີ່ຖືກວາງອອກແມ່ນການສ້າງລະບົບນິເວດການທ່ອງທ່ຽວອັດສະລິຍະທີ່ຄົບຊຸດ, ໃນນັ້ນ ຂໍ້ມູນ, ແພລັດຟອມ, ການບໍລິການ ແລະ ບັນດາພາກສ່ວນໃນຕ່ອງໂສ້ມູນຄ່າການທ່ອງທ່ຽວ ໄດ້ຮັບການເຊື່ອມຕໍ່ເຂົ້າຫາກັນ.

ຕາມທິດທາງນີ້, ຖານຂໍ້ມູນການທ່ອງທ່ຽວແຫ່ງຊາດ ຈຳເປັນຕ້ອງສ້າງຂຶ້ນໃນທິດທາງເຊື່ອມຕໍ່, ແບ່ງປັນຂໍ້ມູນກ່ຽວກັບການບໍລິຫານ, ຊັບພະຍາກອນ, ໂຄງລ່າງ, ຕະຫຼາດ, ຜະລິດຕະພັນ, ການບໍລິການ, ຈຸດໝາຍປາຍທາງ ແລະ ແຮງງານດ້ານການທ່ອງທ່ຽວ ລະຫວ່າງອົງການຄຸ້ມຄອງລັດຈາກສູນກາງເຖິງທ້ອງຖິ່ນ ກັບວິສາຫະກິດ.

ຂໍ້ມູນການທ່ອງທ່ຽວຈະຄ່ອຍໆຖືກເຊື່ອມລວມເຂົ້າໃນແພລັດຟອມຖານຂໍ້ມູນແຫ່ງຊາດນຳໃຊ້ຮ່ວມກັນ, ພ້ອມທັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງຂໍ້ມູນ ແລະ ປົກປ້ອງຂໍ້ມູນສ່ວນບຸກຄົນຂອງນັກທ່ອງທ່ຽວ.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງກຳນົດວ່າ ຈຳເປັນຕ້ອງຊຸກຍູ້ການຄົ້ນຄວ້າ, ນຳໃຊ້ບັນດາເຕັກໂນໂລຊີໃໝ່ ເພື່ອພັດທະນາຜະລິດຕະພັນທ່ອງທ່ຽວທີ່ເຊື່ອມໂຍງກັບອຸດສາຫະກຳວັດທະນະທຳ, ເສດຖະກິດມໍລະດົກ, ເສດຖະກິດກາງຄືນ ແລະ ບັນດາຜະລິດຕະພັນສ້າງສັນທີ່ມີມູນຄ່າເພີ່ມສູງ.

ບັນດາຮູບແບບດິຈິຕອນຢູ່ບັນດາເຂດ ແລະ ສະຖານທີ່ທ່ອງທ່ຽວ ໄດ້ຮັບການສະເໜີເພື່ອປັບການດຳເນີນງານໃຫ້ເໝາະສົມສູງສຸດ ແລະ ຍົກສູງປະສົບການໃຫ້ແກ່ນັກທ່ອງທ່ຽວ. ໃນນັ້ນ ມີບັນດາວິທີແກ້ໄຂ ເຊັ່ນ: ແຜນທີ່ທ່ອງທ່ຽວດິຈິຕອນ, ປີ້ເອເລັກໂຕຣນິກ, ຜູ້ຊ່ວຍທ່ອງທ່ຽວສະເໝືອນຈິງຫຼາຍພາສາ, ຫໍພິພິທະພັນດິຈິຕອນ, ລະບົບບັນຍາຍຫຼາຍສື່, ລະບົບແຈ້ງເຕືອນ ແລະ ຊ່ວຍເຫຼືອນັກທ່ອງທ່ຽວ.

ພ້ອມກັນນັ້ນ, IoT ແລະ ປັນຍາປະດິດ ຖືກກຳນົດທິດໃຫ້ນຳໃຊ້ໃນການຄຸ້ມຄອງພະລັງງານ, ປະຢັດໄຟຟ້າ, ນ້ຳ ແລະ ຕິດຕາມກວດກາຄຸນນະພາບສິ່ງແວດລ້ອມຢູ່ບັນດາສະຖານປະກອບການທ່ອງທ່ຽວ.

ເຊື່ອມຕໍ່ຂໍ້ມູນ ແລະ ເຕັກໂນໂລຊີ, ສ້າງລະບົບນິເວດການທ່ອງທ່ຽວອັດສະລິຍະ
ທ່ານ ເຈິ່ນຈຸງຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກ່າວຄຳປາໄສທີ່ກອງປະຊຸມຄະນະຊີ້ນຳແຫ່ງລັດດ້ານການທ່ອງທ່ຽວ.

ຄັດເລືອກຈຸດໝາຍປາຍທາງເພື່ອຜັນຂະຫຍາຍຢ່າງເປັນຮູບປະທຳ

ເພື່ອໃຫ້ບັນດາໜ້າທີ່ດ້ານເຕັກໂນໂລຊີເຂົ້າສູ່ພາກປະຕິບັດຢ່າງແທ້ຈິງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະເໜີໃຫ້ປະສານສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຄັດເລືອກບາງເຂດ ແລະ ຈຸດໝາຍປາຍທາງບູລິມະສິດ, ກ່ອນອື່ນແມ່ນບັນດາພື້ນທີ່ຮັບໃຊ້ປີ APEC 2027 ແລະ ບັນດາເຂດທ່ອງທ່ຽວແຫ່ງຊາດ.

ບົນພື້ນຖານນັ້ນ, ບັນດາອົງການຈະກຳນົດເຕັກໂນໂລຊີ ແລະ ເຄື່ອງມືທີ່ຈຳເປັນຢ່າງລະອຽດ ເພື່ອແກ້ໄຂບັນດາບັນຫາຕົວຈິງ, ໂດຍເລີ່ມຈາກຄວາມຕ້ອງການຂອງນັກທ່ອງທ່ຽວ, ວິສາຫະກິດ ແລະ ອົງການຄຸ້ມຄອງ.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະເໜີໃຫ້ທົບທວນສະພາບຂໍ້ມູນໃນປັດຈຸບັນ, ຄວາມສາມາດໃນການເຊື່ອມໂຍງລະບົບ ແລະ ຄຸນນະພາບການເຊື່ອມຕໍ່ໂທລະຄົມຢູ່ບັນດາພື້ນທີ່ທີ່ຖືກຄັດເລືອກ. ນີ້ຈະເປັນພື້ນຖານເພື່ອສ້າງຂໍ້ກຳນົດການເຊື່ອມຕໍ່ກັບແພລັດຟອມການທ່ອງທ່ຽວແຫ່ງຊາດ, ໂຄງການປັນຍາປະດິດຊ່ວຍເຫຼືອນັກທ່ອງທ່ຽວ ແລະ ແຜນຍົກສູງຄຸນນະພາບການເຊື່ອມຕໍ່.

ພ້ອມກັນນັ້ນ, ຈຳເປັນຕ້ອງເອກະພາບກົນໄກການປະສານສົມທົບລະຫວ່າງບັນດາກະຊວງ, ອົງການຄຸ້ມຄອງການທ່ອງທ່ຽວ, ອົງການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີທ້ອງຖິ່ນ ແລະ ວິສາຫະກິດ, ໃນນັ້ນ ແຕ່ລະໜ້າທີ່ຕ້ອງກຳນົດຈຸດປະສານງານ ແລະ ຄວາມຮັບຜິດຊອບໃນການປະຕິບັດໃຫ້ຈະແຈ້ງ.

ທ່ານ ເຈິ່ນຈຸງຕິ໊ງ ຢືນຢັນວ່າ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມປະສານສົມທົບກ່ຽວກັບໂຄງສ້າງຂໍ້ມູນ, ມາດຕະຖານການເຊື່ອມຕໍ່, ການເຊື່ອມລວມ, ການແບ່ງປັນຂໍ້ມູນ ແລະ ການຫັນເປັນດິຈິຕອນຢູ່ບັນດາຈຸດລວມສູນ; ພ້ອມທັງປະສານສົມທົບກັບທະນາຄານແຫ່ງລັດ ໃນການຜັນຂະຫຍາຍການຊຳລະແບບບໍ່ໃຊ້ເງິນສົດໃນຂະແໜງທ່ອງທ່ຽວ.

ສ້າງພື້ນຖານໃຫ້ແກ່ລະບົບນິເວດການທ່ອງທ່ຽວອັດສະລິຍະ

ຕາມກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ການຫັນປ່ຽນດິຈິຕອນໃນຂະແໜງທ່ອງທ່ຽວພວມຖືກຜັນຂະຫຍາຍໃນຫຼາຍເນື້ອໃນ.

ກະຊວງໄດ້ເຊື່ອມຕໍ່ຂໍ້ມູນຂອງຂະແໜງທ່ອງທ່ຽວກັບຖານຂໍ້ມູນແຫ່ງຊາດດ້ານປະຊາກອນ, ການລະບຸຕົວຕົນ ແລະ ການຢັ້ງຢືນທາງເອເລັກໂຕຣນິກ; ພ້ອມທັງເຊື່ອມລວມການຢັ້ງຢືນບັດປະຈຳຕົວພົນລະເມືອງສຳລັບຜູ້ນຳທ່ຽວ ເຂົ້າໃນແພລັດຟອມບໍລິຫານ ແລະ ດຳເນີນທຸລະກິດທ່ອງທ່ຽວ.

ແອັບພລິເຄຊັນ “ທ່ອງທ່ຽວຫວຽດນາມ - Vietnam Travel” ຍັງໄດ້ເຊື່ອມລວມບັນດາໜ້າທີ່ລະບຸຕົວຕົນ, ຢັ້ງຢືນທາງເອເລັກໂຕຣນິກ, ຊ່ວຍຢັ້ງຢືນຂໍ້ມູນພົນລະເມືອງ, eKYC, ການຊຳລະແບບບໍ່ໃຊ້ເງິນສົດ ແລະ ການນຳໃຊ້ບັນດາການບໍລິການດິຈິຕອນ.

ວັນທີ 11/9/2026, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ປະກາດໃຊ້ແຜນການຜັນຂະຫຍາຍແພລັດຟອມດິຈິຕອນນຳໃຊ້ຮ່ວມກັນແຫ່ງຊາດ ດ້ານການບໍລິຫານ ແລະ ດຳເນີນທຸລະກິດທ່ອງທ່ຽວ; ພ້ອມທັງສ້າງແນວທາງລົງທຶນໂຄງການ “ສ້າງແພລັດຟອມຂໍ້ມູນດິຈິຕອນການທ່ອງທ່ຽວຫວຽດນາມ”.

ກະຊວງຍັງຜັນຂະຫຍາຍແພລັດຟອມປີ້ເອເລັກໂຕຣນິກນຳໃຊ້ຮ່ວມກັນ ເພື່ອຮັບໃຊ້ດ້ານວັດທະນະທຳ, ສິລະປະ, ກິລາ ແລະ ການທ່ອງທ່ຽວ; ເພີ່ມ 10 ພາສາໃໝ່ໃນເວັບໄຊ vietnam.travel.

ຢູ່ ວັນມ໊ຽວ - ກວັກຕື໋ຢາມ, ຮູບແບບການຫັນປ່ຽນດິຈິຕອນໄດ້ຖືກຜັນຂະຫຍາຍດ້ວຍລະບົບບັນຍາຍຫຼາຍສື່ສຳລັບວັດຖຸຈັດສະແດງ 50 ລາຍການ ໃນ 14 ພາສາ.

ຕາມທິດທາງທີ່ຍົກຂຶ້ນໃນກອງປະຊຸມ, ຂໍ້ຮຽກຮ້ອງໃນໄລຍະຕໍ່ໜ້າ ບໍ່ພຽງແຕ່ຢຸດຢູ່ທີ່ການພັດທະນາແອັບພລິເຄຊັນແຕ່ລະອັນເພີ່ມຕື່ມ ຫາກແມ່ນການເຊື່ອມຕໍ່ຂໍ້ມູນ, ແພລັດຟອມ ແລະ ການບໍລິການ ໃຫ້ກາຍເປັນລະບົບນິເວດໜຶ່ງດຽວທີ່ເປັນເອກະພາບ.

ໃນນັ້ນ, ເຕັກໂນໂລຊີຈຳເປັນຕ້ອງຖືກຄັດເລືອກຈາກຄວາມຕ້ອງການຕົວຈິງ, ຜ່ານນັ້ນ ປະກອບສ່ວນຍົກສູງຄຸນນະພາບປະສົບການ, ປັບການດຳເນີນງານໃຫ້ເໝາະສົມສູງສຸດ ແລະ ສ້າງແຮງຊຸກດັນເພີ່ມຕື່ມໃຫ້ແກ່ການເຕີບໂຕຂອງຂະແໜງທ່ອງທ່ຽວ.

ຫວຽດນາມ - ກາຕາ ເປີດກວ້າງທ່າແຮງຮ່ວມມືດ້ານການລົງທຶນ, ພະລັງງານ ແລະ ເຕັກໂນໂລຊີ ຫວຽດນາມ - ກາຕາ ເປີດກວ້າງທ່າແຮງຮ່ວມມືດ້ານການລົງທຶນ, ພະລັງງານ ແລະ ເຕັກໂນໂລຊີ
ຍສໝ - ຕອນຄ່ຳວັນທີ 21/9 ຢູ່ Doha, ສະຖານທູດຫວຽດນາມປະຈຳກາຕາ ໄດ້ຈັດພິທີລະນຶກ 81 ປີ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ໂດຍມີແຂກຮັບເຊີນຫຼາຍກວ່າ 200 ຄົນເຂົ້າຮ່ວມ. ທີ່ເຫດການ, ທ່ານ ຫງວຽນຮຸຍຮຽບ, ເອກອັກຄະລັດຖະທູດ ເນັ້ນໜັກເຖິງທ່າແຮງເປີດກວ້າງການຮ່ວມມື ຫວຽດນາມ - ກາຕາ ໃນບັນດາຂົງເຂດການລົງທຶນ, ພະລັງງານ, ໂຄງລ່າງ, ການຫັນປ່ຽນດິຈິຕອນ ແລະ ປັນຍາປະດິດ.
SiviCamp 2026 ເຊື່ອມຕໍ່ຄົນໜຸ່ມຫວຽດນາມຢູ່ເອີຣົບ ຜ່ານເຕັກໂນໂລຊີ ແລະ ວັດທະນະທຳ SiviCamp 2026 ເຊື່ອມຕໍ່ຄົນໜຸ່ມຫວຽດນາມຢູ່ເອີຣົບ ຜ່ານເຕັກໂນໂລຊີ ແລະ ວັດທະນະທຳ
ຍສໝ - ແຕ່ວັນທີ 17-20/9 ຢູ່ Frankfurt, ຄ້າຍພັກຮ້ອນພອນສະຫວັນຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ - SiviCamp 2026 ໄດ້ເຕົ້າໂຮມຊາວໜຸ່ມ, ນັກສຶກສາຫວຽດນາມຫຼາຍກວ່າ 200 ຄົນ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ເຢຍລະມັນ ແລະ ຫຼາຍປະເທດໃນເອີຣົບ, ດ້ວຍບັນດາກິດຈະກຳທີ່ສຸມໃສ່ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາທັກສະ ແລະ ການຮັກສາເອກະລັກວັດທະນະທຳ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ