ຍສໝ - ວັນທີ 27/9, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳເກຣັກ ໄດ້ຕ້ອນຮັບຄະນະປະຕິບັດງານແຂວງ ຟູເຖາະ ນຳໂດຍທ່ານ ບຸ່ຍດຶກຮິງ, ຮອງເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ເພື່ອແລກປ່ຽນກ່ຽວກັບໂອກາດການຮ່ວມມື ແລະ ໂຄສະນາຜະລິດຕະພັນທ້ອງຖິ່ນຢູ່ເກຣັກ.
ຍສໝ - ຕອນເຊົ້າວັນທີ 26/9 ທີ່ເຂດ ໝາຈີ່, ບ້ານ ມາຍເຊີນ, ຕາແສງ ຫວິງບ໋າວ, ນະຄອນ ຫາຍຟ່ອງ ໄດ້ຈັດພິທີຖະຫວາຍດອກໄມ້, ຖະຫວາຍທູບທຽນ ແລະ ຜັນຂະຫຍາຍວຽກງານຊອກຫາ, ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ສູ້ຊົນສຳເລັດກ່ອນວັນທີ 10/10/2026 ໃນຂອບ “ບັ້ນຮົບ 500 ທັງເວັນທັງຄືນ ຊຸກຍູ້ການຊອກຫາ, ເຕົ້າໂຮມ ແລະ ກຳນົດອັດຕະລັກອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ”.
ຍສໝ - ວັນທີ 29/9, ສະມາຄົມນັກສຶກສາຫວຽດນາມຢູ່ອົດສະຕາລີ (SVAU) ໄດ້ຕັດສິນໃຈສ້າງຕັ້ງສະມາຄົມນັກສຶກສາຫວຽດນາມຢູ່ດິນແດນພາກເໜືອຂອງອົດສະຕາລີ (NOVAS), ຜ່ານນັ້ນ ເຮັດໃຫ້ເຄືອຂ່າຍການຈັດຕັ້ງສະມາຄົມໃນທຸກລັດ ແລະ ດິນແດນຂອງອົດສະຕາລີສົມບູນ.
ຍສໝ - ຕອນບ່າຍວັນທີ 29/9 ທີ່ ຮ່າໂນ້ຍ, ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະ, ພ້ອມທັງແລກປ່ຽນກ່ຽວກັບການຮ່ວມມືໃນວຽກງານແນວຄິດ, ໂຄສະນາ, ໜັງສືພິມ, ຂ່າວສານຕ່າງປະເທດ ແລະ ການຮັບມືກັບບັນດາສິ່ງທ້າທາຍໃໝ່ໃນສະພາບແວດລ້ອມດິຈິຕອນ.
ຍສໝ - ວັນທີ 2/10 ທີ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຈະເປັນປະທານຈັດເວທີປາໄສທະເລຫວຽດນາມ 2026 ພາຍໃຕ້ຫົວຂໍ້ “ການຮ່ວມມື ແລະ ການເຊື່ອມໂຍງສາກົນໃນການສ້າງຫວຽດນາມໃຫ້ກາຍເປັນປະເທດທາງທະເລທີ່ເຂັ້ມແຂງ”, ຄາດວ່າຈະມີຜູ້ແທນພາຍໃນ ແລະ ສາກົນຫຼາຍກວ່າ 200 ຄົນເຂົ້າຮ່ວມ, ສຸມໃສ່ແລກປ່ຽນກ່ຽວກັບການລະດົມແຫຼ່ງກຳລັງ, ເຕັກໂນໂລຊີ, ຄວາມຮູ້ ແລະ ບົດຮຽນສາກົນ ເພື່ອຮັບໃຊ້ການພັດທະນາທະເລ.
ຍສໝ - ທີ່ Sofia, ທ່ານນາງ ຫງວຽນທິມິງຫງວຽດ, ເອກອັກຄະລັດຖະທູດຫວຽດນາມປະຈຳບຸນກາຣີ ໄດ້ເຮັດວຽກກັບທ່ານ Plamen Abrovski, ລັດຖະມົນຕີກະສິກຳ ແລະ ອາຫານ ບຸນກາຣີ, ແລກປ່ຽນບັນດາມາດຕະການເພື່ອຫັນການຮ່ວມມືກະສິກຳໃນຂອບຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດໃຫ້ເປັນຮູບປະທຳ.
ຍສໝ - ທີ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV, ອາຍຸການ 2026–2028 ຂອງສະມາຄົມນັກສຶກສາຫວຽດນາມຢູ່ໂອຕຣິດ, ທ່ານ ຫວູເລໄທຮວ່າງ, ເອກອັກຄະລັດຖະທູດຫວຽດນາມປະຈຳສາທາລະນະລັດໂອຕຣິດ ເນັ້ນໜັກເຖິງບົດບາດຂອງນັກສຶກສາ, ປັນຍາຊົນໜຸ່ມ ໃນການຮັກສາເອກະລັກ, ເຊື່ອມໂຍງຊຸມຊົນ ແລະ ປະກອບສ່ວນໃຫ້ແກ່ປະເທດຊາດ.
ຍສໝ - ວັນທີ 29/9 ທີ່ ຮ່າໂນ້ຍ, ທ່ານ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຈລະຈາກັບທ່ານ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໄລຍະ 2027-2031, ໃນນັ້ນ ສຸມໃສ່ການຫັນປ່ຽນດິຈິຕອນ, ວຽກງານຂ່າວສານຕ່າງປະເທດ, ໜັງສືພິມ - ສິ່ງພິມ ແລະ ການຝຶກອົບຮົມພະນັກງານ.
ຍສໝ - ການພັດທະນາຕົວເມືອງຕາມຈິດໃຈຂອງມະຕິເລກທີ 19-NQ/TW ບໍ່ພຽງແຕ່ວາງຂໍ້ຮຽກຮ້ອງໃນການຂະຫຍາຍພື້ນທີ່ ຫຼື ຍົກລະດັບໂຄງລ່າງເທົ່ານັ້ນ, ຫາກຍັງຮຽກຮ້ອງໃຫ້ຫັນປ່ຽນແນວຄິດຢ່າງແຂງແຮງ ຈາກການຄຸ້ມຄອງ, ຄວບຄຸມ ໄປສູ່ການສ້າງສັນ ແລະ ນຳພາການພັດທະນາ. ຕົວເມືອງຖືກກຳນົດທິດໃຫ້ກາຍເປັນຂົ້ວການເຕີບໂຕສີຂຽວ, ອັດສະລິຍະ, ສາມາດເຊື່ອມຕໍ່ພາກພື້ນ, ປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ.
ຍສໝ - ຕອນຄ່ຳວັນທີ 27/9 ຢູ່ Maldives, ວິທະຍາອຸທິຍານແຫ່ງຊາດ ຟອງຍາ - ແກ່ບ່າງ ໄດ້ຮັບການເຊີດຊູໃນສອງປະເພດລາງວັນ ໃນງານ World Travel Awards 2026 ພາກພື້ນອາຊີ, ໂອເຊອານີ ແລະ ມະຫາສະໝຸດອິນເດຍ, ຜ່ານນັ້ນ ສືບຕໍ່ຢືນຢັນສະເໜ່ຂອງແບຣນການທ່ອງທ່ຽວທຳມະຊາດ ແລະ ຖ້ຳ ໃນຕະຫຼາດສາກົນ.
ຍສໝ - ຕອນເຊົ້າວັນທີ 28/9, ທີ່ກອງປະຊຸມຄະນະຊີ້ນຳແຫ່ງລັດດ້ານການທ່ອງທ່ຽວ, ທ່ານ ເຈິ່ນຈຸງຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ ກະຊວງພວມປະສານສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜັນຂະຫຍາຍບັນດາໜ້າທີ່ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ພັດທະນາການທ່ອງທ່ຽວອັດສະລິຍະ ຕາມມະຕິເລກທີ 26-NQ/TW ແລະ ມະຕິເລກທີ 263/NQ-CP ຂອງລັດຖະບານ.
ຍສໝ - ແຂວງ ນິງບິ່ງ ປະສານສົມທົບກັບກຸ່ມບໍລິສັດລົດໄຟຫວຽດນາມ ຄາດວ່າຈະຈັດໂຄງການສຳຜັດປະສົບການລົດໄຟທ່ອງທ່ຽວລະດັບສູງ ຮ່າໂນ້ຍ - ນິງບິ່ງ, ແນໃສ່ສ້າງຜະລິດຕະພັນທີ່ເຊື່ອມຕໍ່ການຄົມມະນາຄົມກັບມໍລະດົກ, ວັດທະນະທຳ, ອາຫານ ແລະ ບັນດາຈຸດໝາຍປາຍທາງທີ່ໂດດເດັ່ນຂອງທ້ອງຖິ່ນ.
ຍສໝ - ວັນທີ 28/9 ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານ, ໄດ້ໄປຍັງສະຖານທູດສາທາລະນະລັດກາຊັກສະຖານ ປະຈຳຫວຽດນາມ ເພື່ອໄວ້ອາໄລ, ລົງນາມໃນປຶ້ມໄວ້ອາໄລ ແລະ ສົ່ງຄຳແບ່ງປັນຄວາມເສົ້າໂສກເຖິງລັດຖະບານ, ປະຊາຊົນກາຊັກສະຖານ ພ້ອມດ້ວຍຄອບຄົວຂອງບັນດາທະຫານທີ່ເສຍຊີວິດໃນຂະນະປະຕິບັດໜ້າທີ່ຢູ່ແຂວງ Mangystau.
ຍສໝ - ພ້ອມກັບການພັດທະນາຢ່າງແຂງແຮງຂອງພື້ນທີ່ອອນລາຍ, ວຽກງານປົກປ້ອງພື້ນຖານແນວຄິດຂອງພັກ ກຳລັງວາງຂໍ້ກຳນົດໃໝ່ຫຼາຍປະການ. ພາລະກິດນີ້ບໍ່ພຽງແຕ່ມຸ່ງເນັ້ນການຕໍ່ສູ້, ຕອບໂຕ້ຕໍ່ທັດສະນະທີ່ຜິດພາດ, ເປັນສັດຕູ ແລະ ເປັນອັນຕະລາຍ, ແຕ່ຍັງຮຽກຮ້ອງໃຫ້ມີການສ້າງສັນ, ເຜີຍແຜ່ຂໍ້ມູນທາງບວກ, ເສີມສ້າງຄວາມເຊື່ອໝັ້ນ ແລະ ສ້າງຄວາມເຫັນພ້ອມໃນສັງຄົມ. ມະຕິເລກທີ 25-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງ ສືບຕໍ່ເນັ້ນຢ້ຳຄວາມຕ້ອງການໃນການດຳເນີນວຽກງານແນວຄິດຢ່າງຄົບວົງຈອນ ທັງໃນພື້ນທີ່ຕົວຈິງ ແລະ ພື້ນທີ່ດິຈິຕອນ.
ຍສໝ - ວັນທີ 27 ກັນຍາ, ຄະນະຊາວໜຸ່ມກະຊວງການຕ່າງປະເທດ ຮ່ວມກັບ ສະມາຄົມນັກສຶກສາຫວຽດນາມຢູ່ອົດສະຕາລີ (SVAU) ຈັດກອງປະຊຸມ “ສົນທະນາບາງມະຕິ ແລະ ຄຳສັ່ງຂອງກົມການເມືອງ ກ່ຽວກັບວຽກງານຊາວໜຸ່ມ ແລະ ນັກສຶກສາຢູ່ຕ່າງປະເທດ”.
ຍສໝ - ໃນຄ່ຳຄືນວັນທີ 25/9, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດງານບຸນໄຫວ້ພະຈັນ ປີ 2026 ສຳລັບນັກຮຽນຊາວເດັກນ້ອຍຫວຽດນາມ ແລະ ລາວຈຳນວນຫຼາຍຂອງໂຮງຮຽນ.
ຍສໝ - ຜະລິດຕະພັນອັນເປັນເອກະລັກຈາກຫຼາຍເຂດພາກຂອງຫວຽດນາມ ຈະຖືກນຳມາແນະນຳ, ວາງສະແດງ ແລະຈຳໜ່າຍໂດຍກົງໃນງານອາທິດຜະລິດຕະພັນ ຫວຽດນາມ - ລາວ ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 1-4/10.
ຍສໝ - ໃນວັນທີ 27/9/2026, ສະໂມສອນມິດຕະພາບ ຫວຽດນາມ - ລາວ ຂອງມະຫາວິທະຍາໄລຖູເຢົ່າເມີຍ ໄດ້ຈັດງານວັນນະຄະດີລາວ ພາຍໃຕ້ຫົວຂໍ້ “ກິ່ນຫອມຈຳປາ ດອກບົວ” ປີ 2026, ສ້າງພື້ນທີ່ແລກປ່ຽນ ແລະສຳຜັດວັດທະນະທຳໃຫ້ແກ່ຄະນະສະມາຊິກຊາວໜຸ່ມ, ນັກສຶກສາຫວຽດນາມ ແລະນັກສຶກສາລາວທີ່ກຳລັງຮຽນຢູ່ມະຫາວິທະຍາໄລ.
ຍສໝ - ດ້ວຍບັນດາມໍລະດົກທີ່ມີຄຸນຄ່າໂດດເດັ່ນ ພ້ອມກັບພື້ນທີ່ວັດທະນະທຳອັນເປັນເອກະລັກ, ກວາງນິງ ພວມຊຸກຍູ້ການທູດວັດທະນະທຳ, ການທູດມໍລະດົກ ເພື່ອໂຄສະນາຮູບພາບຂອງທ້ອງຖິ່ນ, ເປີດກວ້າງການຮ່ວມມືສາກົນ ແລະ ຂຸດຄົ້ນນຳໃຊ້ແຫຼ່ງຊັບພະຍາກອນຮັບໃຊ້ການພັດທະນາໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ຍສໝ - ໃນວັນທີ 22 ກັນຍາ, ອົງການ PeaceTrees Vietnam ປະສົມປະສານກັບ ສະຫະພັນບັນດາອົງການມິດຕະພາບ ນະຄອນ ເຮ້ ໄດ້ປະກາດຢ່າງເປັນທາງການ ບັນດາກິດຈະກຳໂຄງການ ແກ້ໄຂຜົນກະທົບຈາກລະເບີດ ແລະ ວັດຖຸແຕກ. ໂຄງການ ນຳມາເຊິ່ງຄວາມຫວັງໃນການຄືນຄວາມປອດໄພ ໃຫ້ແກ່ຜືນແຜ່ນດິນອັນກວ້າງໃຫຍ່, ລົບລ້າງຄວາມສ່ຽງອັນຕະລາຍ ແລະ ສ້າງພື້ນຖານຢ່າງແຂງແຮງ ສຳລັບການພັດທະນາເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ.