| ແນະນຳຊຸດເສື້ອຍາວ ແລະ ວັດທະນະທຳ ຫວຽດນາມ ໄປເຖິງໝູ່ປະຊາຊົນ ປາກິດສະຖານ ໂຄສະນາພາບພົດຂອງຫວຽດນາມ ທີ່ງານຕະຫຼາດນັດການທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງ ປາກິດສະຖານ |
ຫວ່າງມໍ່ໆ ມານີ້, ຄະນະຜູ້ແທນນຳໂດຍທ່ານ Kohdayar Marri, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອິດສະລາມປາກິດສະຖານ ປະຈຳຫວຽດນາມ, ໄດ້ມີການຢ້ຽມຢາມ ແລະ ພົບປະເຮັດວຽກກັບການນຳນະຄອນເກີນເທີ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບທ່າແຮງ ແລະ ໂອກາດໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການຮ່ວມມືຂອງສອງຝ່າຍໃນໄລຍະຕໍ່ໄປ.
ໃນການພົບປະ, ທ່ານເອກອັກຄະລັດຖະທູດ Kohdayar Marri ໃຫ້ຮູ້ວ່າ ໜຶ່ງໃນເປົ້າໝາຍສຳຄັນຂອງທ່ານໃນໄລຍະຕໍ່ໄປ ແມ່ນການຊ່ວຍເຊື່ອມໂຍງວິສາຫະກິດປາກິດສະຖານກັບວິສາຫະກິດຫວຽດນາມ, ເພື່ອເປີດກວ້າງໂອກາດການຄ້າລະຫວ່າງສອງປະເທດ. ທ່ານຫວັງວ່າ ບັນດາວິສາຫະກິດຂອງປາກິດສະຖານ ແລະ ເກີນເທີ ຈະເພີ່ມທະວີການພົບປະ, ແລກປ່ຽນຂໍ້ມູນ ແລະ ສ້າງຄູ່ຮ່ວມມືໃໝ່, ພ້ອມທັງຊຸກຍູ້ການສົ່ງອອກ ແລະ ນຳເຂົ້າສິນຄ້າທີ່ແຕ່ລະຝ່າຍມີຄວາມໄດ້ປຽບ.
![]() |
| ປະທານຄະນະກຳມະການປະຊາຊົນ ນະຄອນ ເກີນເທີ ທ່ານ ເຈືອງແກັງຕວຽນ ມອບຂອງຂວັນທີ່ທີ່ລະນຶກ ໃຫ້ແກ່ທ່ານ Kohdayar Marri, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ຫວຽດນາມ. |
ສຳລັບຂົງເຂດການທ່ອງທ່ຽວ, ທ່ານ Kohdayar Marri ໄດ້ສະເໜີໃຫ້ນະຄອນເກີນເທີຊ່ວຍສະໜັບສະໜູນ ເພື່ອໃຫ້ນັກທ່ອງທ່ຽວປາກິດສະຖານສາມາດຂໍວີຊາໄດ້ສະດວກຍິ່ງຂຶ້ນ, ຊ່ວຍເພີ່ມຈຳນວນນັກທ່ອງທ່ຽວລະຫວ່າງສອງຝ່າຍ. ທ່ານຍັງສະແດງຄວາມປາດຖະໜາຢາກຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວ, ການແລກປ່ຽນວັດທະນະທຳ ແລະ ສົ່ງເສີມການແລກປ່ຽນຄູອາຈານ, ນັກສຶກສາລະຫວ່າງບັນດາມະຫາວິທະຍາໄລຂອງເກີນເທີ ແລະ ປາກິດສະຖານ.
ທາງດ້ານທ່ານ ເຈືອງ ກ໊າຍ ຕວຽນ, ປະທານຄະນະກຳມະການປະຊາຊົນນະຄອນເກີນເທີ ໄດ້ຢ້ຳຄືນວ່າ ຫວຽດນາມ ແລະ ປາກິດສະຖານ ໄດ້ສ້າງຕັ້ງສາຍພົວພັນການທູດໃນປີ 1972. ຕະຫຼອດໄລຍະກວ່າ 50 ປີຜ່ານມາ, ສາຍພົວພັນມິດຕະພາບລະຫວ່າງສອງປະເທດໄດ້ຮັບການທະນຸບຳລຸງຈາກການນຳ ແລະ ປະຊາຊົນຫຼາຍຮຸ່ນຄົນ, ກາຍເປັນພື້ນຖານສຳຄັນໃຫ້ສອງຝ່າຍສືບຕໍ່ພັດທະນາການຮ່ວມມືໃນຫຼາຍຂົງເຂດ.
ທ່ານປະທານຄະນະກຳມະການປະຊາຊົນນະຄອນຢືນຢັນວ່າ ເກີນເທີມີຄວາມປາດຖະໜາຢາກປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ສາຍພົວພັນຫວຽດນາມ - ປາກິດສະຖານ, ຜ່ານການເຊື່ອມໂຍງລະຫວ່າງທ້ອງຖິ່ນ ແລະ ວິສາຫະກິດ, ຕະຫຼອດເຖິງການຂະຫຍາຍການຮ່ວມມືໃນຂົງເຂດທີ່ສອດຄ່ອງກັບທ່າແຮງ ແລະ ຄວາມຕ້ອງການຂອງແຕ່ລະຝ່າຍ.
ໃນດ້ານການຄ້າ, ເກີນເທີໃຫ້ຄວາມສຳຄັນກັບການຊຸກຍູ້ການພົວພັນລະຫວ່າງບັນດາວິສາຫະກິດຂອງນະຄອນ ແລະ ຄູ່ຮ່ວມມືປາກິດສະຖານ, ໂດຍສະເພາະໃນຂົງເຂດຜະລິດຕະພັນກະສິກຳ ແລະ ສິນຄ້າ Halal. ປັດຈຸບັນ, ນະຄອນມີວິສາຫະກິດປະມານ 70 ແຫ່ງທີ່ດຳເນີນການປຸງແຕ່ງຜະລິດຕະພັນກະສິກຳຕາມມາດຕະຖານ Halal. ນີ້ເປັນພື້ນຖານອັນເອື້ອອຳນວຍໃຫ້ບັນດາວິສາຫະກິດຂະຫຍາຍການຄ້າ ແລະ ສ້າງຄູ່ຮ່ວມມືກັບປາກິດສະຖານ.
ການນຳນະຄອນເກີນເທີຫວັງວ່າ ການຢ້ຽມຢາມຂອງທ່ານ Kohdayar Marri ຈະຊ່ວຍເປີດໂອກາດໃຫ້ວິສາຫະກິດສອງຝ່າຍໄດ້ພົບປະ, ເຂົ້າໃຈຄວາມຕ້ອງການຂອງກັນແລະກັນ ແລະ ກ້າວໄປສູ່ການສ້າງໂຄງການຮ່ວມມືທີ່ຊັດເຈນ. ໃນນັ້ນ, ການຄ້າຜະລິດຕະພັນກະສິກຳ, ສິນຄ້າປະມົງ ແລະ ຜະລິດຕະພັນ Halal ແມ່ນບັນດາຂົງເຂດທີ່ມີທ່າແຮງໃນການຂະຫຍາຍການຮ່ວມມື.
ຄຽງຄູ່ກັບການຄ້າ, ນະຄອນເກີນເທີຍັງມຸ່ງຫວັງເສີມສ້າງການຮ່ວມມືກັບປາກິດສະຖານໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດ. ບັນດາຂົງເຂດທີ່ໄດ້ຮັບຄວາມສົນໃຈລວມມີ ເຕັກໂນໂລຊີຂໍ້ມູນຂ່າວສານ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ກະສິກຳເຕັກໂນໂລຊີສູງ, ພ້ອມທັງການເພີ່ມທະວີການຮ່ວມມືດ້ານການສຶກສາ.
ຕາມຂໍ້ມູນຈາກຄະນະກຳມະການປະຊາຊົນນະຄອນເກີນເທີ, ໃນ 6 ເດືອນຕົ້ນປີ 2026, ນະຄອນໄດ້ດຶງດູດໂຄງການລົງທຶນພາຍໃນປະເທດ 20 ໂຄງການ, ດ້ວຍຍອດທຶນຈົດທະບຽນລວມກວ່າ 38.600 ຕື້ດົ່ງ. ນອກຈາກນັ້ນ, ນະຄອນຍັງມີໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ຍັງມີຜົນບັງຄັບໃຊ້ 123 ໂຄງການ, ດ້ວຍຍອດທຶນຈົດທະບຽນລວມເກືອບ 7,1 ຕື້ໂດລາສະຫະລັດ.
ຍສໝ - ທ່ານໝໍ ໂງຫາຍເຊີນ ແມ່ນນັກປີນພູທີ່ມີສັນຊາດ ຫວຽດນາມ ຄົນທຳອິດທີ່ຂຶ້ນພູ K2 ຂອງ ປາກິດສະຖານ ຢ່າງສຳເລັດຜົນ. K2 ແມ່ນຈອມພູທີ່ສູງອັນດັບສອງໃນໂລກ ແລະ ໄດ້ຕີລາຄາວ່າ ປີນຂຶ້ນຍາກກວ່າຈອມພູ Everest ທີ່ສູງທີ່ສຸດ ເປັນຫຼາຍເທົ່າ. |
ຍສໝ - ຄາດວ່າ ເຝີຫວຽດນາມ ຈະໄດ້ນຳເຂົ້າໃນລາຍການອາຫານຂອງບັນດາໂຮງແຮມ, ຮ້ານອາຫານໃນທົ່ວນະຄອນຫຼວງ Islamabad, ປາກິດສະຖານ. |
ມິງດຶກ
