ຫວຽດນາມ - UNICEF ເພີ່ມທະວີການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ

09:34 | 25/08/2026

ຍສໝ - ຕອນບ່າຍວັນທີ 24/8, ທີ່ສຳນັກງານລັດຖະບານ, ທ່ານນາງ ຟ້າມທິແທັງຈ່າ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບ ທ່ານ Sanjay Wijesekera, ຜູ້ອຳນວຍການກອງທຶນເດັກແຫ່ງສະຫະປະຊາຊາດ (UNICEF) ປະຈຳພາກພື້ນອາຊີ - ປາຊີຟິກ. ສອງຝ່າຍໄດ້ແລກປ່ຽນບັນດາທິດທາງເພື່ອເພີ່ມທະວີການຮ່ວມມື, ໃນນັ້ນ ເອົາໃຈໃສ່ການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ ແລະ ໃນຍຸກປັນຍາປະດິດ (AI).

ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່ ຊຸກຍູ້ການຮ່ວມມືລັດຖະສະພາ ຫວຽດນາມ - ສິງກະໂປ ໃຫ້ນັບມື້ນັບເລິກເຊິ່ງ

ທີ່ການຕ້ອນຮັບ, ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ໃນໄລຍະ 50 ປີຜ່ານມາ, UNICEF ຍາມໃດກໍ່ຮ່ວມເດີນທາງ ແລະ ໃຫ້ການສະໜັບສະໜູນຫວຽດນາມຢ່າງຕັ້ງໜ້າ ໃນວຽກງານປົກປ້ອງ, ເບິ່ງແຍງ, ສຶກສາ ແລະ ພັດທະນາເດັກນ້ອຍ.

ຕາມທ່ານນາງ ຟ້າມທິແທັງຈ່າ, ຫວຽດນາມກຳນົດວ່າ ການປົກປ້ອງ, ເບິ່ງແຍງ ແລະ ສຶກສາເດັກນ້ອຍ ແມ່ນຍຸດທະສາດສຳຄັນ, ຕິດພັນກັບອະນາຄົດຂອງຊາດ ແລະ ປະເທດ. ຫວຽດນາມພວມສືບຕໍ່ປັບປຸງນະໂຍບາຍ ແລະ ກົດໝາຍກ່ຽວກັບເດັກນ້ອຍໃຫ້ສົມບູນ; ຊຸກຍູ້ການເບິ່ງແຍງເດັກນ້ອຍໂດຍອີງໃສ່ຊຸມຊົນ; ຜັນຂະຫຍາຍໂຄງການແຫ່ງຊາດກ່ຽວກັບການປົກປ້ອງເດັກນ້ອຍ ແລະ ການປ້ອງກັນ, ຫຼຸດຜ່ອນແຮງງານເດັກທີ່ບໍ່ຖືກຕາມຂໍ້ກຳນົດຂອງກົດໝາຍ ໄລຍະ 2026-2030.

ປັດຈຸບັນ, ຫວຽດນາມມີເດັກນ້ອຍ 24,95 ລ້ານຄົນ, ໃນນັ້ນ ເດັກນ້ອຍຊົນເຜົ່າກວມເອົາ 18,3%, ເດັກນ້ອຍທີ່ທຸກຍາກຫຼາຍມິຕິກວມເອົາ 8,4% ແລະ ເດັກນ້ອຍທີ່ມີສະພາບການພິເສດກວມເອົາ 3,2%. ປະມານ 80% ຂອງເດັກນ້ອຍທີ່ມີສະພາບການພິເສດໄດ້ຮັບການຊ່ວຍເຫຼືອ.

ຫວຽດນາມ - UNICEF ເພີ່ມທະວີການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ
ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທ່ານ Sanjay Wijesekera, ຜູ້ອຳນວຍການ UNICEF ປະຈຳພາກພື້ນອາຊີ - ປາຊີຟິກ.

ຫວຽດນາມໃຫ້ບູລິມະສິດແກ່ການຮັບປະກັນໃຫ້ເດັກນ້ອຍໄດ້ເຂົ້າເຖິງບັນດາການບໍລິການທີ່ຈຳເປັນຢ່າງສະເໝີພາບ ກ່ຽວກັບການສຶກສາ, ສາທາລະນະສຸກ, ໂພຊະນາການ, ນ້ຳສະອາດ, ສຸຂະອະນາໄມ ແລະ ສະຫວັດດີການສັງຄົມ; ເອົາໃຈໃສ່ເດັກນ້ອຍທີ່ມີສະພາບການພິເສດ, ເດັກນ້ອຍຢູ່ເຂດເລິກ, ເຂດຫ່າງໄກ, ເຂດຊົນເຜົ່າ, ເດັກນ້ອຍພິການ, ສຸຂະພາບຈິດຂອງເດັກນ້ອຍ ແລະ ບັນດາກຸ່ມທີ່ມີຄວາມສ່ຽງ.

ໃນສະພາບການຫັນເປັນດິຈິຕອນ, ຫວຽດນາມກຳນົດວ່າ ການປົກປ້ອງເດັກນ້ອຍໃນສະພາບແວດລ້ອມອອນລາຍແມ່ນໜ້າທີ່ສຳຄັນ. ທ່ານນາຍົກລັດຖະມົນຕີໄດ້ອະນຸມັດໂຄງການ “ປົກປ້ອງ ແລະ ຊ່ວຍເຫຼືອເດັກນ້ອຍພັດທະນາໃນສະພາບແວດລ້ອມອອນລາຍ ໄລຍະ 2026-2030”.

ທ່ານ Sanjay Wijesekera ຕີລາຄາວ່າ ຫວຽດນາມແມ່ນໜຶ່ງໃນບັນດາປະເທດທຳອິດທີ່ລົງນາມໃນສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍສິດທິເດັກ, ສະແດງເຖິງຄຳໝັ້ນສັນຍາອັນແຮງກ້າໃນຂົງເຂດນີ້. ຕາມທ່ານ, ບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ຈາກບັນດາຍຸດທະສາດແບບຍືນຍົງ ແມ່ນບົດຮຽນປະສົບການໃຫ້ຫຼາຍປະເທດສາມາດສຶກສາອ້າງອີງ.

ທ່ານ Sanjay Wijesekera, ຜູ້ອຳນວຍການ UNICEF ປະຈຳພາກພື້ນອາຊີ - ປາຊີຟິກ ສະເໜີໃຫ້ເພີ່ມທະວີການຮ່ວມມືກ່ຽວກັບຊາວໜຸ່ມ, ການສຶກສາ, ການປ່ຽນແປງດິນຟ້າອາກາດ, ການລົງທຶນເພື່ອເດັກນ້ອຍ; ພ້ອມທັງຊຸກຍູ້ການປະສານສົມທົບກ່ຽວກັບ AI ແລະ ການຫັນເປັນດິຈິຕອນ ເພື່ອນຳໃຊ້ເຕັກໂນໂລຊີຊ່ວຍເຫຼືອເດັກນ້ອຍ ແລະ ປ້ອງກັນບັນດາຄວາມສ່ຽງໃນພື້ນທີ່ອອນລາຍ.

ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕໍ່ຂໍ້ສະເໜີດັ່ງກ່າວ ແລະ ເຫັນວ່າ AI ແລະ ເຕັກໂນໂລຊີດິຈິຕອນ ທັງເປີດກວ້າງໂອກາດອັນໃຫຍ່ຫຼວງ, ທັງວາງອອກບັນດາສິ່ງທ້າທາຍໃໝ່ຕໍ່ວຽກງານປົກປ້ອງ, ເບິ່ງແຍງ ແລະ ສຶກສາເດັກນ້ອຍ, ໂດຍສະເພາະໃນສະພາບແວດລ້ອມອອນລາຍ.

ຫວຽດນາມ - UNICEF ເພີ່ມທະວີການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ
ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ແລະ ທ່ານ Sanjay Wijesekera, ຜູ້ອຳນວຍການ UNICEF ປະຈຳພາກພື້ນອາຊີ - ປາຊີຟິກ ທີ່ການຕ້ອນຮັບ.

ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ສະເໜີໃຫ້ UNICEF ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ມີລັກສະນະຍຸດທະສາດ ກ່ຽວກັບການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ ແລະ ໃນຍຸກປັນຍາປະດິດ (AI); ສ້າງບັນດາວິທີແກ້ໄຂເພື່ອນຳໃຊ້ໂອກາດຈາກເຕັກໂນໂລຊີໃຫ້ເກີດປະໂຫຍດ, ພ້ອມກັນນັ້ນ ປ້ອງກັນບັນດາຜົນກະທົບຕໍ່ສຸຂະພາບຈິດ, ໂພຊະນາການ, ສະຕິປັນຍາ ແລະ ການພັດທະນາຮອບດ້ານຂອງເດັກນ້ອຍ.

ອີກໜຶ່ງຈຸດສຸມທີ່ທ່ານນາງ ຟ້າມທິແທັງຈ່າ ກ່າວເຖິງ ແມ່ນການຍົກສູງຄວາມສາມາດໃນການຄຸ້ມຄອງວຽກງານເດັກນ້ອຍ. ໃນສະພາບທີ່ຫວຽດນາມພວມຍົກສູງຄວາມສາມາດບໍລິຫານຄຸ້ມຄອງລະດັບຊາດ ແລະ ທ້ອງຖິ່ນ, ການສ້າງລະບົບຄຸ້ມຄອງຂໍ້ມູນໃຫ້ເປັນເອກະພາບ, ຍົກສູງທັກສະໃຫ້ແກ່ຖັນແຖວພະນັກງານ, ລັດຖະກອນທີ່ເຮັດວຽກງານເດັກນ້ອຍ ແມ່ນຄວາມຮຽກຮ້ອງອັນຮີບດ່ວນ.

ທ່ານນາງ ຟ້າມທິແທັງຈ່າ ປາດຖະໜາໃຫ້ UNICEF ແບ່ງປັນບົດຮຽນປະສົບການ, ເຕັກນິກ ແລະ ແຫຼ່ງກຳລັງ, ສະໜັບສະໜູນຫວຽດນາມໃນການຍົກສູງຄວາມສາມາດບໍລິຫານຄຸ້ມຄອງ, ນຳຄວາມຮູ້ ແລະ ບົດຮຽນປະສົບການສາກົນມານຳໃຊ້ໃນຕົວຈິງ, ຜ່ານນັ້ນ ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານປົກປ້ອງ, ເບິ່ງແຍງ ແລະ ສຶກສາເດັກນ້ອຍ.

ກ່ຽວກັບການຮ່ວມມືສາກົນ, ຫວຽດນາມປາດຖະໜາສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາຂໍ້ລິເລີ່ມລະດັບໂລກກ່ຽວກັບເດັກນ້ອຍ ແລະ ແບ່ງປັນບົດຮຽນປະສົບການໃນການປົກປ້ອງ, ເບິ່ງແຍງເດັກນ້ອຍ.

ທ່ານນາງ ຟ້າມທິແທັງຈ່າ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນຮ່ວມມື ຫວຽດນາມ - UNICEF ຈະສືບຕໍ່ໄດ້ຮັບການເສີມສ້າງໃນທິດທາງທີ່ແທ້ຈິງ, ມີປະສິດທິຜົນ, ປະກອບສ່ວນສ້າງອະນາຄົດທີ່ດີງາມກວ່າໃຫ້ແກ່ເດັກນ້ອຍທຸກຄົນ.

ຊາວໜຸ່ມຫວຽດນາມ - ລາວ ຮ່ວມກັນສ້າງອາຊີບ, ຮັກສາຄວາມສະຫງົບ ຊາວໜຸ່ມຫວຽດນາມ - ລາວ ຮ່ວມກັນສ້າງອາຊີບ, ຮັກສາຄວາມສະຫງົບ
ຍສໝ - ໃນຂອບເຂດການເດີນທາງ “ຂ້ອຍຮັກປະເທດຊາດຂອງຂ້ອຍ” ຢູ່ຫຼວງພະບາງ (ລາວ), ຊາວໜຸ່ມຫວຽດນາມ ແລະ ລາວ ໄດ້ຮ່ວມກັນແລກປ່ຽນບົດຮຽນໃນການຊ່ວຍເຫຼືອຊາວໜຸ່ມສ້າງຕົນ, ສ້າງອາຊີບ, ນຳໃຊ້ເຕັກໂນໂລຊີ, ພ້ອມທັງແບ່ງປັນບັນດາວິທີການໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ. ຜ່ານນັ້ນ, ຄົນຮຸ່ນໜຸ່ມຂອງສອງປະເທດປະກອບສ່ວນທະນຸຖະໜອມການພົວພັນຫວຽດນາມ - ລາວ ດ້ວຍບັນດາກິດຈະກຳຮ່ວມມືທີ່ແທດຈິງ.
ຫວຽດນາມ - ຈີເລ ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ ຫວຽດນາມ - ຈີເລ ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່
ຍສໝ - ວັນທີ 23/8, ທີ່ຮ່າໂນ້ຍ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດຈີເລ Francisco Pérez Mackenna, ໂດຍເຫັນດີສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ຈີເລ ເລິກເຊິ່ງຍິ່ງຂຶ້ນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຍັງມີທ່າແຮງຫຼາຍ ເຊັ່ນ: ການຫັນປ່ຽນສີຂຽວ, ເສດຖະກິດດິຈິຕອນ, ວິທະຍາສາດ - ເຕັກໂນໂລຊີ, ພະລັງງານທົດແທນ ແລະ ແຮ່ທາດຍຸດທະສາດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ