| 5 ຫຼັກການປັບຕົວຕໍ່ເຕັກໂນໂລຊີຈາກສິງກະໂປ ການສົນທະນາຍຸດທະສາດສ້າງແຮງຂັບເຄື່ອນໃໝ່ໃຫ້ສາຍພົວພັນຫວຽດນາມ - ສິງກະໂປ |
ການເຂົ້າພົບປະຄັ້ງນີ້ ດຳເນີນໄປໃນຂອບເຂດການຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກິດປະຊາຊົນສິງກະໂປ (PAP) ຂອງທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ.
ທີ່ການພົບປະ, ທ່ານ ເຈິ່ນເກີ່ມຕູ໋ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະ ຮອບຄອບຂອງການນຳສິງກະໂປ ທີ່ມີຕໍ່ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ; ພ້ອມທັງສົ່ງຄຳຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນດີງາມຂອງທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ເຖິງທ່ານ Seah Kian Peng, ປະທານລັດຖະສະພາສິງກະໂປ.
ທ່ານ ເຈິ່ນເກີ່ມຕູ໋ ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງແຂງແຮງຂອງສິງກະໂປ; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກິດປະຊາຊົນ ແລະ ລັດຖະບານສິງກະໂປ, ປະເທດນີ້ຈະປະສົບຜົນສຳເລັດໃນການປະຕິບັດຍຸດທະສາດພັດທະນາເສດຖະກິດໃນໄລຍະໃໝ່, ມຸ່ງສູ່ເປົ້າໝາຍເພີ່ມຍອດຜະລິດຕະພັນພາຍໃນ (GDP) ຂຶ້ນສອງເທົ່າພາຍໃນປີ 2040, ສ້າງສາປະເທດສະຫຼາດ 2.0 ໃຫ້ປະສົບຜົນສຳເລັດ ແລະ ສືບຕໍ່ຢືນຢັນຖານະເປັນໜຶ່ງໃນບັນດາສູນກາງພັດທະນາທີ່ຫ້າວຫັນ, ປະດິດສ້າງ ແລະ ຍືນຍົງແຖວໜ້າຂອງໂລກ.
![]() |
| ທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ເຂົ້າພົບປະ ທ່ານ Seah Kian Peng, ປະທານລັດຖະສະພາສິງກະໂປ. |
ທ່ານ Seah Kian Peng, ປະທານລັດຖະສະພາສິງກະໂປ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ປະກອບສ່ວນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນບັນດາການຢ້ຽມຢາມຂັ້ນສູງໃນມໍ່ໆມານີ້, ໂດຍສະເພາະການຢ້ຽມຢາມສິງກະໂປຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ; ພ້ອມທັງຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ພັດທະນາຢ່າງພ້ອມພຽງຜ່ານຊ່ອງທາງພັກ, ລັດ ແລະ ການພົວພັນປະຊາຊົນ.
ທ່ານ Seah Kian Peng ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ໃນໄລຍະຜ່ານມາ ແລະ ຢືນຢັນວ່າ ສິງກະໂປຈະສືບຕໍ່ຮ່ວມເດີນທາງ, ແບ່ງປັນບົດຮຽນປະສົບການກັບຫວຽດນາມ ແລະ ເປີດກວ້າງບັນດາຂົງເຂດຮ່ວມມືທີ່ເໝາະສົມກັບໄລຍະພັດທະນາໃໝ່ຂອງສອງປະເທດ.
ການນຳທັງສອງທ່ານເຫັນດີຕີລາຄາສູງບັນດາບາດກ້າວພັດທະນາຢ່າງຮອບດ້ານຂອງສາຍພົວພັນສອງຝ່າຍ. ທ່ານ ເຈິ່ນເກີ່ມຕູ໋ ຢືນຢັນວ່າ ສາຍພົວພັນຫວຽດນາມ - ສິງກະໂປ ພວມຢູ່ໃນໄລຍະພັດທະນາອັນດີງາມ, ດ້ວຍບັນດາຂົງເຂດຮ່ວມມືທີ່ນັບມື້ນັບເປີດກວ້າງ ແລະ ເລິກເຊິ່ງ. ສິງກະໂປແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າທີ່ສຳຄັນຂອງຫວຽດນາມ ໃນດ້ານການລົງທຶນ, ການຄ້າ ແລະ ການເຊື່ອມຕໍ່.
ສາຍພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກິດປະຊາຊົນສິງກະໂປ ກໍມີບາດກ້າວພັດທະນາໃໝ່, ໂດດເດັ່ນແມ່ນການສ້າງຕັ້ງ ແລະ ຜັນຂະຫຍາຍກົນໄກການສົນທະນາຍຸດທະສາດ, ສະແດງເຖິງລະດັບການໃຫ້ບຸລິມະສິດ ແລະ ຄວາມໄວ້ວາງໃຈທາງການເມືອງສູງລະຫວ່າງສອງພັກ.
ສອງຝ່າຍເຫັນດີເພີ່ມທະວີການປະສານງານ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ອາຊຽນ, ບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະເພາະເມື່ອສິງກະໂປດຳລົງຕຳແໜ່ງປະທານອາຊຽນໃນປີ 2027 ແລະ ຫວຽດນາມເປັນເຈົ້າພາບເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ໃນປີ 2027; ຜ່ານນັ້ນ ປະກອບສ່ວນເສີມສ້າງຄວາມສາມັກຄີ, ສົ່ງເສີມບົດບາດໃຈກາງຂອງອາຊຽນ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ.
ກ່ຽວກັບການຮ່ວມມືລັດຖະສະພາ, ທ່ານ ເຈິ່ນເກີ່ມຕູ໋ ຕີລາຄາວ່າ ສາຍພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາສິງກະໂປ ສືບຕໍ່ໄດ້ຮັບການຮັກສາ ແລະ ພັດທະນາຢ່າງຕັ້ງໜ້າ. ການປະສານງານລະຫວ່າງສອງອົງການນິຕິບັນຍັດ ປະກອບສ່ວນສ້າງຂອບກົດໝາຍທີ່ສະດວກ ສຳລັບການຕິດຕາມກວດກາ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ.
ທ່ານ ເຈິ່ນເກີ່ມຕູ໋ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ສົ່ງເສີມປະສິດທິຜົນບັນດາກົນໄກທີ່ມີຢູ່, ປະກອບສ່ວນຜັນຂະຫຍາຍຂອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ນຳການຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງຮອບດ້ານ ແລະ ແທ້ຈິງ.
ທ່ານ Seah Kian Peng ສະເໜີໃຫ້ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຂັ້ນສູງ, ການພົວພັນລະຫວ່າງບັນດາຄະນະກຳມະການ, ກຸ່ມສະມາຊິກສະພາໜຸ່ມ ແລະ ກຸ່ມສະມາຊິກສະພາແມ່ຍິງ ເພື່ອແບ່ງປັນບົດຮຽນປະສົບການໃນການກໍ່ສ້າງ, ເສີມສ້າງບົດບາດບໍລິຫານຂອງລັດຖະສະພາ; ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ແລະ ສະໜັບສະໜູນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ.
ໃນໂອກາດນີ້, ທ່ານ ເຈິ່ນເກີ່ມຕູ໋ ໄດ້ສົ່ງຄຳເຊີນຂອງທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ ເຊີນທ່ານ Seah Kian Peng, ປະທານລັດຖະສະພາສິງກະໂປ ຢ້ຽມຢາມຫວຽດນາມຢ່າງເປັນທາງການໃນໄລຍະຕໍ່ໜ້າ.
ຍສໝ - ໃນ 6 ເດືອນຕົ້ນປີ 2026, ວຽກງານການຕ່າງປະເທດຂອງແຂວງ ຫວິງລອງ ໄດ້ຮັບການຜັນຂະຫຍາຍຕາມທິດທາງທີ່ເປັນຮູບປະທຳ, ຕິດພັນກັບເປົ້າໝາຍຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ. ຜ່ານບັນດາການເດີນທາງໄປປະຕິບັດວຽກຢູ່ ສິງກະໂປ, ຍີ່ປຸ່ນ, ກຳປູເຈຍ ແລະ ການຕ້ອນຮັບບັນດາຄະນະສາກົນທີ່ມາເຮັດວຽກ, ແຂວງໄດ້ຂະຫຍາຍສາຍພົວພັນການຕ່າງປະເທດ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ ກະສິກຳເຕັກໂນໂລຊີສູງ, ການຄ້າ, ການລົງທຶນ, ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ. |
ຍສໝ - ທີ່ງານພົບປະເນື່ອງໃນໂອກາດລະນຶກຄົບຮອບ 61 ປີ ວັນຊາດສາທາລະນະລັດສິງກະໂປ ໃນຕອນເຊົ້າວັນທີ 19/8 ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ສະເໜີສ້າງ “ພື້ນທີ່ວັດທະນະທຳ ແລະ ມິດຕະພາບ ຫວຽດນາມ - ສິງກະໂປ”, ແນໃສ່ສ້າງສະຖານທີ່ເຊື່ອມຕໍ່ເປັນປະຈຳລະຫວ່າງປະຊາຄົມຂອງສອງປະເທດ. |
ມິງດຶກ
