ຫວຽດນາມ - ອົດສະຕາລີ: ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19

12:42 | 18/04/2020

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Marise Payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ເພື່ອສືບຕໍ່ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ຫວຽດນາມ ອ ດສະຕາລ ເພ ມທະວ ການຮ ວມມ ປ ອງກ ນ ຕ ານພະຍາດໂຄວ ດ 19 ຫວຽດນາມ - ລາວ: ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຢູ່ເຂດຊາຍແດນ
ຫວຽດນາມ ອ ດສະຕາລ ເພ ມທະວ ການຮ ວມມ ປ ອງກ ນ ຕ ານພະຍາດໂຄວ ດ 19 ເພີ່ມທະວີການປະສານສົມທົບເພື່ອປ້ອງກັນການລະບາດ ຂອງພະຍາດ COVID-19 ຢູ່ຊາຍແດນຫວຽດນາມ - ລາວ
ຫວຽດນາມ ອ ດສະຕາລ ເພ ມທະວ ການຮ ວມມ ປ ອງກ ນ ຕ ານພະຍາດໂຄວ ດ 19
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ.(ພາບ:congly.vn)

ທ່ານ ຟ້າມບິ່ງມິງ ໄດ້ແບ່ງປັນຄວາມມານະພະຍາຍາມຂອງຫວຽດນາມ ແລະອາຊຽນ ເພື່ອແນໃສ່ຮັບມືກັບພະຍາດໂຄວິດ-19, ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືພາກພື້ນ ແລະສາກົນ, ໃນນັ້ນມີການຮ່ວມມືລະຫວ່າງອາຊຽນ ແລະອົດສະຕາລີ ໃນບັນຫານີ້.

ສ່ວນທ່ານນາງ Marise Payne ຕີລາຄາສູງບັນດາຂໍ້ລິເລີ່ມ ແລະບົດບາດນໍາພາຂອງຫວຽດນາມ ໃນໄລຍະຜ່ານມາໃນຖານະເປັນປະທານໝູນວຽນອາຊຽນ 2020, ຢັ້ງຢືນວ່າ ອົດສະຕາລີ ປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຕໍ່ສູ້ກັບພະຍາດໂຄວິດ-19 ກວ່າອີກ, ນັບທັງສອງຝ່າຍ ແລະໃນຂອບເຂດການພົວພັນຄູ່ຮ່ວມມືອາຊຽນ-ອົດສະຕາລີ. ທ່ານນາງ Marise Payne ຂອບໃຈລັດຖະບານຫວຽດນາມ ກ່ຽວກັບການໜູນຊ່ວຍດ້ານການແພດ ແລະກົງສູນຢ່າງມີປະສິດທິຜົນໃຫ້ແກ່ພົນລະເມືອງ, ແຂກທ່ອງທ່ຽວອົດສະຕາລີ ທີ່ຖືກຜົນສະທ້ອນຍ້ອນພະຍາດໂຄວິດ-19 ໃນໄລຍະຜ່ານມາ...

ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມສາມັນລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດໃນໄຕມາດທີ III/2020 ຢູ່ ອົດສະຕາລີຫຼືຜ່ານຮູບການທາງອອນລາຍເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນຕ້ອງເອົາໃຈໃສ່ເຖິງການຮ່ວມມືດ້ານສາທາລະນະສຸກ, ຄ້ຳປະກັນດ້ານສະບຽງອາຫານ, ສົມທົບກັນເພື່ອແນໃສ່ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ - ສັງຄົມທີ່ເກີດຈາກເຊື້ອພະຍາດ Covid – 19ໃຫ້ຢູ່ໃນລະດັບຕ່ຳສຸດ, ຟື້ນຟູບັນດາການເຄື່ອນໄຫວດ້ານການຄ້າ, ການທ່ອງທ່ຽວແລະການຮ່ວມມືໃນບັນດາຂົງເຂດຕ່າງໆໂດຍໄວພາຍຫຼັງສິ້ນສຸດໂລກລະບາດ Covid – 19.

ສອງຝ່າຍກໍເຫັນດີສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີສາກົນ, ໂດຍສະເພາະແມ່ນ ສປຊ ແລະບັນດາກົນໄກ ໂດຍອາຊຽນ ເປັນເຈົ້ານຳພາ, ກໍຄືໃນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການຮ່ວມມືຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກບົນພື້ນຖານການເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຫວຽດນາມ ອ ດສະຕາລ ເພ ມທະວ ການຮ ວມມ ປ ອງກ ນ ຕ ານພະຍາດໂຄວ ດ 19 ສື່ມວນຊົນ ອົດສະຕາລີ ແລະ ເຢຍລະມັນ ຕີລາຄາສູງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ

ຍສໝ - ວິທີການສະກັດກັ້ນໂລກລະບາດ ໂຄວິດ-19 ຂອງ ຫວຽດນາມ ກໍໄດ້ຮັບການຍ້ອງຍໍຊົມເຊີຍຈາກອົງການອະນາໄມໂລກ (WHO) ແລະ ສາມາດຖືວ່າ ແມ່ນບົດຮຽນໃຫ້ແກ່ບັນດາປະເທດໃນການຕໍ່ສູ້ກັບໂລກລະບາດດັ່ງກ່າວ.

ຫວຽດນາມ ອ ດສະຕາລ ເພ ມທະວ ການຮ ວມມ ປ ອງກ ນ ຕ ານພະຍາດໂຄວ ດ 19 ຊາວຫວຽດນາມ ຢູ່ອົດສະຕາລີ ບໍລິຈາກເຂົ້າສານ 5 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນຕໍ່ສູ້ກັບພະຍາດ COVID-19

ຍສໝ - ບັນດາຄອບຄົວ ແລະ ຮ້ານຂາຍເຄື່ອງຂອງ ຊາວຫວຽດນາມ ຈຳນວນໜຶ່ງ ຢູ່ Melbourne ໄດ້ບໍລິຈາກເຂົ້າສານ ເກືອບ 5 ໂຕນ ແລະ ເຂົ້າປຽກຫຼາຍຮ້ອຍກ່ອງ ເພື່ອສະໜັບສະໜູນປະຊາຊົນຜູ້ໄດ້ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນພະຍາດ COVID-19.

ຫວຽດນາມ ອ ດສະຕາລ ເພ ມທະວ ການຮ ວມມ ປ ອງກ ນ ຕ ານພະຍາດໂຄວ ດ 19 ເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ສົ່ງຈົດໝາຍຮຽກຮ້ອງການຫນູນຊ່ວຍນັກສຶກສາສາກົນພວມຮ່ຳຮຽນ ຢູ່ ອົດສະຕາລີ

ຍສໝ - ເມື່ອບໍ່ດົນມານີ້, ເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ຢູ່ ນະຄອນ Canberra ຂອງ ອົດສະຕາລີ ໄດ້ສົ່ງຈົດໝາຍຮ່ວມ ເຖິງລັດຖະມົນຕີກະຊວງສຶກສາ, ກະຊວງການຕ່າງປະເທດ, ຄະນະກຳມະການ ອົດສະຕາລີ ອາຊຽນ...

ໄຊພອນ

ເຫດການ
302 Found

Found

The document has moved here.