ສື່ມວນຊົນ ອົດສະຕາລີ ແລະ ເຢຍລະມັນ ຕີລາຄາສູງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ

12:29 | 15/04/2020

ຍສໝ - ວິທີການສະກັດກັ້ນໂລກລະບາດ ໂຄວິດ-19 ຂອງ ຫວຽດນາມ ກໍໄດ້ຮັບການຍ້ອງຍໍຊົມເຊີຍຈາກອົງການອະນາໄມໂລກ (WHO) ແລະ ສາມາດຖືວ່າ ແມ່ນບົດຮຽນໃຫ້ແກ່ບັນດາປະເທດໃນການຕໍ່ສູ້ກັບໂລກລະບາດດັ່ງກ່າວ.

ສ ມວນຊ ນ ອ ດສະຕາລ ແລະ ເຢຍລະມ ນ ຕ ລາຄາສ ງການປ ອງກ ນ ສະກ ດກ ນໂລກລະບາດໂຄວ ດ 19 ຂອງ ຫວຽດນາມ
ພາບປະກອບ

DPA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Park Kidong ຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ທີ່ເຊື່ອໝັ້ນວ່າ ການເຂົ້າຮ່ວມຂອງລັດຖະບານ ຫວຽດນາມ ໂດຍໄວ ແມ່ນປັດໄຈຫຼັກແຫຼ່ງໃນການຕໍ່ສູ້ກັບ ໂຄວິດ-19. DPA ກໍ່ຕີລາຄາວ່າ ສ່ວນໃຫຍ່ໃນຜົນສຳເລັດຂອງ ຫວຽດນາມ ໃນການສະກັດກັ້ນໂລກລະບາດ ແມ່ນຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວສັງຄົມ.

ເວັບໄຊ 7news.com.au ໄດ້ຄັດສະເໜີບົດຂຽນຂອງ Chirs Humphrey ແລະ Bac Pham ຂອງສຳນັກຂ່າວສານ ອົດສະຕາລີ (APP) ຕີລາຄາ ຫວຽດນາມ ວ່າ: ຍ້ອນການສົມທົບກັນລະຫວ່າງການປ້ອງກັນ, ສະກັດກັ້ນໂດຍໄວ, ການວິໄຈຢ່າງກ້ວາງຂວາງ, ຄວບຄຸມເຊື້ອພະຍາດຢ່າງແຮງ ແລະ ມີຄວາມສາມັກຄີໃນສັງຄົມ, ມາຮອດປັດຈຸບັນ ຈິ່ງສາມາດຫຼີກລ້ຽງຄວາມສ່ຽງທີ່ຮ້າຍແຮງຂອງໂລກລະບາດ ໂຄວິດ-19 ໄດ້.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງສືບຕໍ່ປະຕິບັດຄໍາສັ່ງເລກທີ 16 ວ່າດ້ວຍການແຍກຫ່າງໃນສັງຄົມ ໄລຍະປັດຈຸບັນ ເຊິ່ງແມ່ນສິ່ງສໍາຄັນທີ່ສຸດ. ທ່ານກ່າວວ່າ: “ພວກເຮົາປະຕິບັດການແຍກຫ່າງໃນສັງຄົມໃນໄລຍະສັ້ນ ບໍ່ແມ່ນຕ້ອງປະຕິບັດໃນໄລຍະຍາວ. ພວກເຮົາມີເປົ້າໝາຍຄູ່ແຕ່ໃຫ້ບຸລິມະສິດແກ່ການຮັກສາສຸຂະພາບຂອງປະຊາຊົນ. ຍ້ອນເຫດນີ້ເອງ ເລື່ອງສືບຕໍ່ປະຕິບັດຄໍາສັ່ງເລກທີ 16 ໃນໄລຍະນີ້ແມ່ນສໍາຄັນທີ່ສຸດ. ຮອດວັນທີ 15 ເມສາ, ຈະພິຈາລະນາຢ່າງລະອຽດ ເພື່ອຈະມີຂໍ້ຕົກລົງແກ້ໄຂໂດຍພື້ນຖານ. ດັ່ງນັ້ນ, ການແຍກຫ່າງ, ໃສ່ຜ້າອັດປາກ ຕ້ອງສືບຕໍ່ປະຕິບັດ ເປັນຕົ້ນແມ່ນຢູ່ບັນດາຕົວເມືອງໃຫຍ່ ແລະ ບ່ອນເກີດໂລກລະບາດ”.

ໄລ່ຮອດເວລາ 7 ໂມງ 30 ນາທີ ວັນທີ 14 ເມສາ (ຕາມເວລາ ຫວຽດນາມ), ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໄດ້ກາຍຈຳນວນ 2 ລ້ານຄົນແລ້ວ. ທົ່ວໂລກໄດ້ຢັ້ງຢືນ ມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 2.019.320 ຄົນ ໃນນັ້ນມີຜູ້ເສຍຊີວິດ 119.483 ຄົນ. ອາເມລິກາ ສືບຕໍ່ແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ ແລະ ເສຍຊີວິດຍ້ອນໂລກລະບາດ Covid – 19 ສູງທີ່ສຸດໃນໂລກ.

ສ ມວນຊ ນ ອ ດສະຕາລ ແລະ ເຢຍລະມ ນ ຕ ລາຄາສ ງການປ ອງກ ນ ສະກ ດກ ນໂລກລະບາດໂຄວ ດ 19 ຂອງ ຫວຽດນາມ ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຫງວຽນກ໊ວກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບສັນຍາລັກເງິນຈໍານວນ 50.000 ໂດລາສະຫະລັດຂອງຫວຽດນາມ ໃຫ້ແກ່ລັດຖະບານ ແລະປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ-19.

ສ ມວນຊ ນ ອ ດສະຕາລ ແລະ ເຢຍລະມ ນ ຕ ລາຄາສ ງການປ ອງກ ນ ສະກ ດກ ນໂລກລະບາດໂຄວ ດ 19 ຂອງ ຫວຽດນາມ ນາຍົກລັດຖະມົນຕີ ຫວຽດນາມ ສົ່ງສານເຖິງກອງປະຊຸມອອນລາຍ "ສາມັກຄີກັນຕ້ານໂລກລະບາດໂຄວິດ-19" ຂອງ WHO

ຍສໝ - ວັນທີ 08 ເມສາ, ອົງການອະນາໄມໂລກ (WHO) ໄດ້ຈັດກອງປະຊຸມອອນລາຍ ບັນດາລັດຖະມົນຕີກະຊວງສາທາລະນະສຸກ ພາກພື້ນປາຊີຟິກຕາເວັນຕົກ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານຂອງລັດຖະບານຫວຽດນາມ ເຖິງກອງປະຊຸມດັ່ງກ່າວ.

ສ ມວນຊ ນ ອ ດສະຕາລ ແລະ ເຢຍລະມ ນ ຕ ລາຄາສ ງການປ ອງກ ນ ສະກ ດກ ນໂລກລະບາດໂຄວ ດ 19 ຂອງ ຫວຽດນາມ ຫວຽດນາມ ໜູນຊ່ວຍ ລັດຖະບານ ແລະ ປະຊາຊົນລາວ ຮັບມືກັບໂລກລະບາດ ໂຄວິດ - 19

ຍສໝ - ບົນເນື້ອໃນຈິດໃຈສາຍພົວພັນແບບພິເສດ ແລະ ໄມຕີຈິດມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນ ແລະ ຄຽງບ່າຄຽງໄລ່ກັບ ລາວ ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ ເພື່ອໃຫ້ສອງປະເທດມີສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ໄຊພອນ

ເຫດການ
302 Found

Found

The document has moved here.