ເລີ່ມສັກວັກຊິນກັນໂຄວິດ - 19 ຊະນິດທີ 2 ຂອງ ຫວຽດນາມ | |
ລອງອານມອບເງິນ ແລະ ວັດຖຸປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ແຂວງ Prey Veng (ປະເທດ ກຳປູເຈຍ) |
ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານຕີລາຄາໝາກຜົນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຮອບເວລາ 1 ປີຜ່ານມາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ພາຍຫຼັງພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດ, ນາຍົກລັດຖະມົນຕີໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
![]() |
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານຕີລາຄາໝາກຜົນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. (ພາບ: TTXVN) |
ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະບານ, ຈິດໃຈປ້ອງກັນ, ສະກັດກັ້ນໂລກລະບາດ “ໄວ, ໄວກວ່າອີກ”, ເດັດດຽວ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງຂະແໜງສາທາລະນະສຸກ, ບັນດາທ້ອງຖິ່ນສຸມໃສ່ປະຕິບັດ. ປະຊາຊົນກໍ່ປະຕິບັດບັນດາການແນະນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ. ຍ້ອນບັນດາສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມ ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນນັບທັງ 3 ຄັ້ງໃນຮອບເວລາ 14 ເດືອນຜ່ານມາ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາສະມາຊິກເຂົ້າຮ່ວມກອງປະຊຸມຕ້ອງຖອດຖອນບົດຮຽນ, ບັນດາການຄາດຄະເນ, ມາດຕະການແກ້ໄຂໃນໄລຍະຈະມາເຖິງ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນກວ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນບັນດາບົດຮຽນທີ່ຖອດຖອນມາໄດ້.
“ທີໜຶ່ງແມ່ນການຊີ້ນຳ, ນຳພາທີ່ຖືກຕ້ອງ, ຂ້ຽວຂາດ, ທັນການຂອງພັກ, ລັດ, ຄວາມມານະພະຍາຍາມຂອງລະບົບການເມືອງ. ທີ່ສອງແມ່ນ, ດ້ວຍທັດສະນະຮັກສາສຸຂະພາບ, ປົກປ້ອງຊີວິດອິນຊີຂອງປະຊາຊົນ ແມ່ນວຽກງານສຳຄັນແຖວໜ້າ ໄດ້ເປັນປະຖົມປັດໄຈແກ່ຄວາມມານະພະຍາຍາມສ້າງຄວາມເຫັນດີເຫັນພ້ອມ ແລະ ລະດົມແຫຼ່ງກຳລັງໃນພຳສັງຄົມ. ທີສາມແມ່ນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີກັນເປັນຈິດໜຶ່ງໃຈດຽວ. ທີສີ່ແມ່ນ, ຫວຽດນາມ ເປັນປະເທດທີ່ມີປະຊາທິປະໄຕ, ບົດບາດຂອງຄວາມເປີດເຜີຍ, ໂປ່ງໃສໃນການປ້ອງກັນ, ສະກັດກັ້ນໂລກລະບາດ.”
![]() | ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ນັບແຕ່ວັນທີ 8 ມີນາ 2021, ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ຢູ່ 13 ແຂວງ, ນະຄອນ ໃນນັ້ນ ມີນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ ແລະ ແຂວງ ຫາຍເຢືອງ. |
![]() | ຫວຽດນາມ ເພີ່ມຂຶ້ນ 3 ລຳດັບກ່ຽວກັບສິດອຳນາດອ່ອນທົ່ວໂລກ ຍ້ອນຜົນກະທົບຈາກການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຍສໝ - ບັນດາປະເທດ ແລະ ເຂດແຄ້ວນໄດ້ຕີລາຄາອີ່ງໃສ່ບັນດາປັດໄຈຄື ຄວາມຮັບຮູ້, ຜົນສະທ້ອນ, ອິດທິພົນຊື່ສຽງທົ່ວໂລກ, ການສະແດງໃນບັນດາຂົງເຂດຫຼັກແຫຼ່ງຄື ການຄ້າ, ການບໍລິຫານ, ວັດທະນະທຳ ແລະ ມໍລະດົກ, ການສື່ສານ, ການສຶກສາ ແລະ ວິທະຍາສາດ, ມະນຸດ ແລະ ມູນຄ່າ. |
![]() | ໂຄວິດ - 19 ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ນັກສຶກສາຫວຽດນາມໄປຮຽນຢູ່ຕ່າງປະເທດ ຍສໝ - ຕາມຕົວເລກສະຖິຕິຂອງກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມແລ້ວ, ປັດຈຸບັນ ຫວຽດນາມ ມີນັກສຶກສາ ປະມານ 190.000 ຄົນທີ່ພວມຮ່ຳຮຽນ, ຄົ້ນຄ້ວາ ຢູ່ຕ່າງປະເທດ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. |
vovworld.vn
ຂ່າວທີ່ກ່ຽວຂ້ອງ

ເລຂາທິການໃຫຍ່ ໂຕເລິມ: ວຽກງານປັບປຸງລະບອບລະບຽບການກົດໝາຍໃຫ້ສົມບູນແບບຕ້ອງເປີດເສັ້ນທາງໃຫ້ແກ່ຂໍ້ລະເລີ່ມພັດທະນາ

ຫຼາຍຈຸດທີ່ປະກາຍແຈ້ງດ້ານເສດຖະກິດໃນ 5 ເດືອນຕົ້ນປີ 2025

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ
ທ່ານອາດຈະມັກ

ທ່ານເລຂາທິການໃຫຍ່ ໂຕເລິມ: ບົດບາດຂອງແຂວງ ອານຢາງໃໝ່ ໃນໂຄງປະກອບເສດຖະກິດແຫ່ງຊາດ

ໜັງສືພິມລາວ: ຫວຽດນາມ ຢືນຢູ່ຈຸດເວລາ “ຄໍາ” ຂອງປະຫວັດສາດ ກ້າວສູ່ຍຸກແຫ່ງເຕີບໂຕຂອງຊາດ

ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມສາກົນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການໂອ້ລົມສົນທະນາກັບວິສາຫະກິດ, ສະຫະສະມາຄົມວິສາຫະກິດ

ໄຂການໂອ້ລົມສົນທະນາ Shangri-La 2025
