| ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ ສະມາຄົມມິດຕະພາບຫວຽດນາມ - ລາວ ຮ່ວມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ |
ກ່າວຕ້ອນຮັບຄະນະຜູ້ແທນລາວ, ທ່ານນາງ ເລ ທິ ທູ ຮັ່ງ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ເປັນກິດຈະກຳທີ່ມີຄວາມໝາຍຢ່າງເປັນຮູບປະທຳ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດເວົ້າລວມ, ກໍຄືລະຫວ່າງກົມຂ່າວສານ ແລະ ໜັງສືພິມ ຂອງຫວຽດນາມ ກັບກົມການຂ່າວ ຂອງລາວເວົ້າສະເພາະ.
ທ່ານນາງເນັ້ນວ່າ ການຢ້ຽມຢາມດຳເນີນຂຶ້ນໃນໄລຍະທີ່ມີຄວາມໝາຍສຳຄັນຕໍ່ສາຍພົວພັນສອງປະເທດ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ພິເສດ, ເນື້ອໃນສາຍພົວພັນສອງປະເທດໄດ້ຮັບການເພີ່ມເຕີມເປັນ 16 ຄຳວ່າ “ມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ, ຮ່ວມມືຮອບດ້ານ, ເຊື່ອມໂຍງຍຸດທະສາດ”.
ຕາມທ່ານນາງ ເລ ທິ ທູ ຮັ່ງ ແລ້ວ, ການນຳກະຊວງການຕ່າງປະເທດຫວຽດນາມທຸກຮຸ່ນລ້ວນແຕ່ໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບມູນເຊື້ອກັບລາວ. ຝ່າຍຫວຽດນາມຍາມໃດກໍພ້ອມແບ່ງປັນ, ຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນປະສົບການກັບບັນດາສະຫາຍລາວ, ໂດຍສະເພາະໃນວຽກງານຂໍ້ມູນຂ່າວສານຕ່າງປະເທດ.
![]() |
| ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ສະຫາຍ ສົມຄິດ ວັນຄຳ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດລາວ, ໃນການພົບປະວັນທີ 17/8. |
ທາງດ້ານຝ່າຍລາວ, ສະຫາຍ ສົມຄິດ ວັນຄຳ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາງ ເລ ທິ ທູ ຮັ່ງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ພ້ອມທັງຂອບໃຈບັນດາເພື່ອນຮ່ວມງານຂອງກະຊວງການຕ່າງປະເທດຫວຽດນາມ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃກ້ຊິດສະໜິດສະໜົມ.
ສະຫາຍ ສົມຄິດ ວັນຄຳ ຢືນຢັນວ່າ ກົນໄກການປະສານງານລະຫວ່າງກົມການຂ່າວ ຂອງລາວ ແລະ ກົມຂ່າວສານ ແລະ ໜັງສືພິມ ຂອງຫວຽດນາມ ໄດ້ຖືກຮັກສາ ແລະ ດຳເນີນມາຢ່າງຕໍ່ເນື່ອງເປັນເວລາຫຼາຍປີ. ນີ້ເປັນການສະທ້ອນເຖິງການໃຫ້ຄຸນຄ່າຂອງສອງຝ່າຍຕໍ່ມິດຕະພາບ ແລະ ຄວາມສາມັກຄີອ້າຍນ້ອງລາວ - ຫວຽດນາມ, ລວມທັງສາຍພົວພັນລະຫວ່າງສອງກະຊວງ ແລະ ສອງກົມ.
ສະຫາຍປາດຖະໜາວ່າ ຜ່ານການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ຄະນະລາວຈະໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນປະສົບການອັນມີຄຸນຄ່າຈາກບັນດາເພື່ອນຮ່ວມງານກົມຂ່າວສານ ແລະ ໜັງສືພິມ ກະຊວງການຕ່າງປະເທດຫວຽດນາມ, ທັງໃນວຽກງານຂ່າວສານ, ໜັງສືພິມ, ການໂຄສະນາຕ່າງປະເທດ, ໂດຍສະເພາະການຖະແຫຼງຂ່າວ, ການອອກຖະແຫຼງການ ແລະ ວຽກງານຂໍ້ມູນຂ່າວສານຕ່າງປະເທດ.
ຕີລາຄາສູງຜົນການປະສານງານຢ່າງໃກ້ຊິດລະຫວ່າງສອງກົມໃນໄລຍະຜ່ານມາ, ທ່ານນາງ ເລ ທິ ທູ ຮັ່ງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນປະສົບການ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ປະສານງານໃຫ້ມີປະສິດທິຜົນຍິ່ງຂຶ້ນ, ບົນພື້ນຖານຄວາມໄວ້ວາງໃຈທາງການເມືອງ ແລະ ສອດຄ່ອງກັບໜ້າທີ່, ພາລະກິດຂອງແຕ່ລະຝ່າຍ.
ໃນນັ້ນ, ສອງກົມຄວນໃຫ້ຄວາມສຳຄັນຕໍ່ການປະສານງານ, ແລກປ່ຽນທັດສະນະ ແລະ ຈຸດຢືນຕໍ່ບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ. ພ້ອມກັນນັ້ນ, ຄວນສົ່ງເສີມການເຜີຍແຜ່ຂໍ້ມູນຂ່າວສານໃນທາງບວກກ່ຽວກັບສາຍພົວພັນຫວຽດນາມ - ລາວ ແລະ ສະພາບການຂອງແຕ່ລະປະເທດ, ເພື່ອຊ່ວຍໃຫ້ປະຊາຊົນສອງປະເທດ, ໂດຍສະເພາະຄົນຮຸ່ນໜຸ່ມ, ມີຄວາມເຂົ້າໃຈເຊິ່ງກັນແລະກັນຫຼາຍຂຶ້ນ.
ຍສໝ - ທ່ານ ຫງວຽນມິງເຕີມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ ການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນ ກຳລັງກາຍເປັນແຮງຂັບເຄື່ອນສຳຄັນ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ພັດທະນາໄປໃນທິດທາງທີ່ເປັນຮູບປະທຳ ແລະ ມີປະສິດທິຜົນຫຼາຍຂຶ້ນ. |
ຍສໝ - ໃນໂອກາດຢ້ຽມຢາມ ລາວ ຢ່າງເປັນທາງການ ໃນວັນທີ 5 ສິງຫາ, ການນຳກອງທັບຂອງສອງປະເທດ ຢືນຢັນຈະສືບຕໍ່ເພີ່ມທະວີການປະສານງານດ້ານວຽກງານພັກ, ວຽກງານການເມືອງ, ການຝຶກອົບຮົມພະນັກງານ, ການຄຸ້ມຄອງຊາຍແດນ ແລະ ການຊອກຫາ, ເກັບກຳອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ. |
ມິງດຶກ
