| 50 ປີ ແຫ່ງການທະນຸຖະໜອມສາຍພົວພັນມິດຕະພາບ ຫວຽດນາມ - ໄທ 50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່ |
ງານວາງສະແດງຈັດຂຶ້ນໂດຍສະຖານກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ, ໄທ ຮ່ວມກັບຄະນະຂົນຂວາຍດ້ານວິຈິດສິນ ແລະ ການທູດວັດທະນະທຳຫວຽດນາມ, ມະຫາວິທະຍາໄລຄູສິລະປະສູນກາງ ປະສານສົມທົບກັບມະຫາວິທະຍາໄລຂອນແກ່ນ.
ນີ້ແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳ, ສິລະປະທີ່ໂດດເດັ່ນ ໃນຂອບເຂດບັນດາເຫດການລະນຶກຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (6/8/1976 - 6/8/2026), ປະກອບສ່ວນນຳພາບພົດຂອງປະເທດ, ປະຊາຊົນຫວຽດນາມ ແລະ ໄທ ເຂົ້າໃກ້ສາທາລະນະຊົນສອງປະເທດຍິ່ງຂຶ້ນ.
ກ່າວປາໄສທີ່ພິທີເປີດ, ທ່ານ ດິງຮວ່າງລິງ, ກົງສຸນໃຫຍ່ ເນັ້ນໜັກວ່າ 50 ປີ ແຫ່ງສາຍພົວພັນການທູດ ຫວຽດນາມ - ໄທ ແມ່ນຂີດໝາຍປະຫວັດສາດອັນສຳຄັນ ທີ່ໄດ້ຮັບການສ້າງສາຈາກສາຍໃຍອັນເລິກເຊິ່ງລະຫວ່າງສອງຊາດ, ໄດ້ຮັບການສ່ອງແສງດ້ວຍນ້ຳໃຈມິດຕະພາບອັນສູງສົ່ງຂອງປະທານ ໂຮ່ຈີມິນ, ແລະ ໄດ້ຮັບການຮັກສາ, ສ້າງສາດ້ວຍນ້ຳໃຈອັນຈິງໃຈ ແລະ ຄວາມພະຍາຍາມຜູກພັນຢ່າງໝັ້ນຄົງຂອງຊຸມຊົນຊາວຫວຽດນາມຢູ່ໄທ.
ໃນເສັ້ນທາງເຄິ່ງສະຕະວັດນັ້ນ, ວັດທະນະທຳແມ່ນຂົວເຊື່ອມພິເສດສະເໝີມາ, ປະກອບສ່ວນເຕົ້າໂຮມ ແລະ ເຜີຍແຜ່ບັນດາຄຸນຄ່າອັນດີງາມ, ເຊື່ອມໂຍງຜູ້ຄົນ, ແບ່ງປັນບັນດາຄຸນຄ່າມະນຸດສະທຳ, ຈິດໃຈສາມັກຄີ ແລະ ມິດຕະພາບລະຫວ່າງສອງຊາດ. ງານວາງສະແດງຄັ້ງນີ້ ເປັນອີກໜຶ່ງເຫດການທີ່ສະແດງຢ່າງມີຊີວິດຊີວາເຖິງຄວາມໝາຍແຫ່ງການເຊື່ອມຕໍ່ຂອງການທູດວັດທະນະທຳ.
![]() |
| ບັນດາຜູ້ແທນປະຕິບັດພິທີຕັດແຖບຜ້າ, ເປີດງານວາງສະແດງຈິດຕະກຳ ຫວຽດນາມ - ໄທ ຢ່າງເປັນທາງການ. |
ບັນທຶກມິດຕະພາບຜ່ານບັນດາຜົນງານຈິດຕະກຳ
ຈຸດທີ່ໜ້າສົນໃຈຂອງງານວາງສະແດງແມ່ນ ມີຫຼາຍຜົນງານທີ່ຖືກສ້າງສັນຂຶ້ນໃນລະຫວ່າງການແລກປ່ຽນ, ບັນທຶກບັນດາຄວາມຊົງຈຳກ່ຽວກັບມິດຕະພາບຂອງບັນດາຈິດຕະກອນຫວຽດນາມ ໃນເວລາສ້າງສັນ ແລະ ແລກປ່ຽນສິລະປະກັບບັນດາຈິດຕະກອນໄທ, ກໍຄືເສັ້ນທາງຄົ້ນຫາທິວທັດ, ຜູ້ຄົນ ແລະ ຊີວິດການເປັນຢູ່ໃນດິນແດນແຫ່ງວັດວາອາຮາມສີທອງ.
ບໍ່ພຽງແຕ່ແນະນຳບັນດາຜົນງານເທົ່ານັ້ນ, ທີ່ເຫດການດັ່ງກ່າວ, ມະຫາວິທະຍາໄລຂອນແກ່ນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບຄະນະຂົນຂວາຍດ້ານວິຈິດສິນ ແລະ ການທູດວັດທະນະທຳຫວຽດນາມ ແລະ ມະຫາວິທະຍາໄລຄູສິລະປະສູນກາງ.
ບົດບັນທຶກຄວາມເຂົ້າໃຈໄດ້ສ້າງຂອບການຮ່ວມມືເພື່ອຈັດຕັ້ງບັນດາຂໍ້ລິເລີ່ມດ້ານສິລະປະ, ຈັດການພົບປະແລກປ່ຽນ, ແລກປ່ຽນບົດຮຽນປະສົບການດ້ານການສຶກສາ, ການຝຶກອົບຮົມ ແລະ ການຮ່ວມກັນສ້າງສັນຜົນງານລະຫວ່າງບັນດາສິລະປິນສອງປະເທດໃນໄລຍະຕໍ່ໜ້າ.
![]() |
| ພື້ນທີ່ຈັດສະແດງບັນດາຜົນງານຈິດຕະກຳຂອງສິລະປິນຫວຽດນາມ ແລະ ໄທ ຢູ່ພາຍໃນງານວາງສະແດງ. |
ໃນສະພາບການທີ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ໄທ ນັບມື້ນັບເລິກເຊິ່ງ ແລະ ແທດຈິງ, ການເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ສິລະປະ ແລະ ການຕ່າງປະເທດປະຊາຊົນ ຍິ່ງມີຄວາມໝາຍສຳຄັນ. ງານວາງສະແດງຈິດຕະກຳ ຫວຽດນາມ - ໄທ ໄດ້ປະກອບສ່ວນສ້າງຂົວເຊື່ອມທາງວັດທະນະທຳອີກແຫ່ງໜຶ່ງ, ເສີມສ້າງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.
![]() |
| ບັນດາສິລະປິນຫວຽດນາມ ແລະ ໄທ ພົບປະກັນທີ່ງານວາງສະແດງຈິດຕະກຳ ຫວຽດນາມ - ໄທ. |
ຫ້າສິບປີແມ່ນເສັ້ນທາງແຫ່ງຄວາມພາກພູມໃຈ, ພ້ອມກັນນັ້ນກໍແມ່ນຂີດໝາຍທີ່ເປີດສູ່ບັນດາທົດສະວັດໃໝ່ໃນສາຍພົວພັນສອງປະເທດ. ງານວາງສະແດງຈິດຕະກຳ ຫວຽດນາມ - ໄທ ແມ່ນເຫດການທີ່ມີຄວາມໝາຍ, ປະກອບສ່ວນສ້າງພື້ນຖານອັນໝັ້ນຄົງຍືນຍົງໃຫ້ແກ່ສາຍພົວພັນຮ່ວມມືໃນອະນາຄົດ, ສ້າງໂອກາດເພີ່ມຕື່ມໃຫ້ສິລະປິນສອງປະເທດໄດ້ພົບປະແລກປ່ຽນ, ສ້າງສັນຜົນງານ ແລະ ຮ່ວມກັນຂຽນສືບຕໍ່ເລື່ອງລາວມິດຕະພາບ ຫວຽດນາມ - ໄທ ດ້ວຍພາສາອັນພິເສດຂອງສິລະປະ.
ຍສໝ - ວັນທີ 6/8, ງານວາງສະແດງ “ສານສາຍໃຍມິດຕະພາບ: ເຊີດຊູ 50 ປີແຫ່ງສາຍພົວພັນການທູດ ຫວຽດນາມ - ໄທ” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ, ແນະນຳເຄື່ອງນຸ່ງປະເພນີ ແລະ ຈຸດຄ້າຍຄືກັນດ້ານວັດທະນະທຳລະຫວ່າງສອງປະເທດ. ເຫດການຍັງເນັ້ນໜັກບົດບາດຂອງການແລກປ່ຽນປະຊາຊົນໃນເສັ້ນທາງເຄິ່ງສະຕະວັດແຫ່ງສາຍພົວພັນສອງຝ່າຍ. |
ຍສໝ - ເນື່ອງໃນໂອກາດຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນການທູດລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລາຊະອານາຈັກໄທ (06/8/1976 - 06/8/2026), ວັນທີ 06/8, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ໄດ້ສົ່ງສານອວຍພອນເຖິງທ່ານ Anutin Charnvirakul ນາຍົກລັດຖະມົນຕີໄທ. |
ມິງດຶກ


