ປະຊາຄົມຊາວຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ໄທ

14:34 | 31/08/2026

ຍສໝ - ນັບແຕ່ການຮັກສາພາສາຫວຽດນາມ, ວັດທະນະທຳຂອງຊາດ ຈົນເຖິງການເຊື່ອມຕໍ່ການແລກປ່ຽນປະຊາຊົນ, ປະຊາຄົມຊາວຫວຽດນາມຢູ່ໄທ ພວມປະກອບສ່ວນຢ່າງແທດຈິງເຂົ້າໃນການທະນຸຖະໜອມສາຍພົວພັນ ຫວຽດນາມ - ໄທ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ເປັນຮູບປະທຳ.

ສິລະປະຈິດຕະກຳເຊື່ອມສາຍສຳພັນມິດຕະພາບ ຫວຽດນາມ - ໄທ ເຄິ່ງສະຕະວັດແຫ່ງການສ້າງສາສາຍພົວພັນ ຫວຽດນາມ - ໄທ

ວັນທີ 29/8, ກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ (ໄທ) ໄດ້ຈັດໂຄງການສະເຫຼີມສະຫຼອງ 81 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026) ແລະ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (6/8/1976 - 6/8/2026).

ເຂົ້າຮ່ວມໂຄງການມີ ທ່ານ ດິງຮວ່າງລິງ, ກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ; ການນຳບັນດາແຂວງພາກຕາເວັນອອກສ່ຽງເໜືອຂອງໄທ; ຜູ້ຕາງໜ້າສະມາຄົມມິດຕະພາບ ໄທ - ຫວຽດນາມ, ສະມາຄົມຊາວຫວຽດນາມທົ່ວປະເທດໄທ, ສະມາຄົມນັກທຸລະກິດ ໄທ - ຫວຽດນາມ ທົ່ວປະເທດໄທ, ບັນດາສາຂາສະມາຄົມຊາວຫວຽດນາມ ພ້ອມດ້ວຍຊາວຫວຽດນາມທີ່ອາໄສຢູ່ເຂດພາກຕາເວັນອອກສ່ຽງເໜືອຂອງໄທ ປະມານ 1.000 ຄົນ.

ປະຊາຄົມຊາວຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ໄທ
ໂຄງການສະເຫຼີມສະຫຼອງ 81 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ.

ກ່າວຄຳປາໄສທີ່ງານດັ່ງກ່າວ, ທ່ານ ໂຮ່ວັນເລິມ, ປະທານສະມາຄົມຊາວຫວຽດນາມທົ່ວປະເທດໄທ ເນັ້ນໜັກວ່າ ນີ້ແມ່ນໂອກາດທີ່ມີຄວາມໝາຍເປັນພິເສດ ເພື່ອໃຫ້ປະຊາຄົມຊາວຫວຽດນາມຫວນຄິດເຖິງປະເທດຊາດ, ພາກພູມໃຈໃນຮາກເຫງົ້າຂອງຕົນ, ພ້ອມທັງຫວນຄືນເສັ້ນທາງເຄິ່ງສະຕະວັດແຫ່ງມິດຕະພາບ, ການຮ່ວມມື ແລະ ຄວາມຜູກພັນລະຫວ່າງສອງຊາດ.

ສຳລັບຊາວຫວຽດນາມທີ່ດຳລົງຊີວິດຫ່າງໄກຈາກບ້ານເກີດເມືອງນອນ, ໂດຍສະເພາະປະຊາຄົມຊາວຫວຽດນາມຢູ່ໄທ, ວັນຊາດມີຄວາມໝາຍອັນສັກສິດ. ບໍ່ວ່າຈະດຳລົງຊີວິດຢູ່ໃສ, ຜ່ານມາຫຼາຍລຸ້ນຄົນ, ແຕ່ລະຄົນຍັງຄົງຮັກບ້ານເກີດເມືອງນອນ ແລະ ພາກພູມໃຈໃນຮາກເຫງົ້າຂອງຕົນ.

ທ່ານ ໂຮ່ວັນເລິມ ຮຽກຮ້ອງໃຫ້ຊາວຫວຽດນາມແຕ່ລະຄົນຢູ່ໄທ ກາຍເປັນພົນລະເມືອງທີ່ດີ, ຮັກສາພາສາຫວຽດນາມ, ວັດທະນະທຳຫວຽດນາມ ແລະ ຄວາມຮັກຕໍ່ບ້ານເກີດເມືອງນອນ, ພ້ອມທັງສົ່ງເສີມບົດບາດເປັນຂົວເຊື່ອມ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ບົດບາດຂອງປະຊາຄົມຊາວຫວຽດນາມ ຍັງໄດ້ຮັບການຮັບຮູ້ຈາກບັນດາຜູ້ແທນໄທ. ທ່ານ Nattapong Khamwongpin, ຮອງເຈົ້າແຂວງອຸດອນທານີ ໃຫ້ຮູ້ວ່າ ຕະຫຼອດ 50 ປີຜ່ານມາ, ສາຍພົວພັນ ໄທ - ຫວຽດນາມ ໄດ້ພັດທະນາໃນຫຼາຍຂົງເຂດ, ນັບແຕ່ການເມືອງ, ເສດຖະກິດ ຈົນເຖິງສັງຄົມ. ຢູ່ອຸດອນທານີ, ປະຊາຄົມຊາວໄທເຊື້ອສາຍຫວຽດນາມ ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມຂອງແຂວງ.

ທ່ານ Sanan Angubolkul, ປະທານສະມາຄົມມິດຕະພາບ ໄທ - ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະ 5 ທົດສະວັດຜ່ານມາ, ສາຍພົວພັນສອງປະເທດ ໄດ້ພັດທະນາຈາກມິດຕະພາບໄປສູ່ການຮ່ວມມືຢ່າງແໜ້ນແຟ້ນ ໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນປະຊາຊົນ.

ທ່ານສະແດງຄວາມປາຖະໜາວ່າ ຊາວໄທເຊື້ອສາຍຫວຽດນາມ, ໂດຍສະເພາະຄົນຮຸ່ນໜຸ່ມ, ຈະທັງພາກພູມໃຈໃນປະເທດໄທ, ທັງຮັບຮູ້ ແລະ ໃຫ້ຄຸນຄ່າແກ່ຮາກເຫງົ້າ, ພາສາ, ວັດທະນະທຳ ແລະ ເອກະລັກຫວຽດນາມ. ນີ້ແມ່ນພື້ນຖານເພື່ອໃຫ້ປະຊາຄົມສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາສັງຄົມທີ່ຕົນອາໄສຢູ່, ພ້ອມທັງທະນຸຖະໜອມມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ກ່າວຄຳປາໄສໃນໂຄງການ, ທ່ານ ດິງຮວ່າງລິງ, ກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ ຢືນຢັນວ່າ ຕະຫຼອດ 81 ປີແຫ່ງການສ້າງສາ ແລະ ພັດທະນາ, ຫວຽດນາມໄດ້ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ບັນລຸຜົນສຳເລັດຫຼາຍດ້ານ, ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມສາກົນ, ເປີດກວ້າງສາຍພົວພັນການຕ່າງປະເທດ, ນັບມື້ນັບຢືນຢັນບົດບາດ ແລະ ຖານະຂອງຕົນໃນພາກພື້ນ ແລະ ໃນເວທີສາກົນ.

ປະຊາຄົມຊາວຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ໄທ
ບັນດາສິລະປິນໄທ ສະແດງຟ້ອນພື້ນເມືອງໃນໂຄງການ.

ໂດຍກ່າວເຖິງຂີດໝາຍ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ, ທ່ານ ດິງຮວ່າງລິງ, ກົງສຸນໃຫຍ່ຫວຽດນາມ ໃຫ້ຮູ້ວ່າ ນີ້ແມ່ນໂອກາດທີ່ມີຄວາມໝາຍ ເພື່ອໃຫ້ສອງປະເທດສືບຕໍ່ມຸ່ງສູ່ອະນາຄົດແຫ່ງການຮ່ວມມືທີ່ນັບມື້ນັບສົດໃສ.

ດ້ວຍພື້ນຖານທີ່ໄດ້ຮັບການທະນຸຖະໜອມຕະຫຼອດ 5 ທົດສະວັດ ພ້ອມກັບຄວາມໄວ້ວາງໃຈທາງການເມືອງທີ່ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ທ່ານເຊື່ອໝັ້ນວ່າ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ໄທ ຈະສືບຕໍ່ພັດທະນາໃຫ້ນັບມື້ນັບເລິກເຊິ່ງ, ເປັນຮູບປະທຳ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ກາຍເປັນແບບຢ່າງຂອງການຮ່ວມມືເພື່ອການພັດທະນາໃນອາຊຽນ.

ທ່ານ Khajornkiat Rakphanitmanee, ເຈົ້າແຂວງຂອນແກ່ນ, ເນັ້ນໜັກວ່າ ປະຊາຊົນໄທ ແລະ ຫວຽດນາມ ໄດ້ຮັກສາສາຍພົວພັນອັນແໜ້ນແຟ້ນມາຢ່າງຍາວນານ. ສອງຊາດມີຫຼາຍຈຸດຄ້າຍຄືກັນດ້ານວັດທະນະທຳ, ຮີດຄອງປະເພນີທາງສັງຄົມ ແລະ ຊີວິດການເປັນຢູ່, ສ້າງພື້ນຖານໃຫ້ແກ່ການເພີ່ມທະວີການແລກປ່ຽນ, ຮ່ຳຮຽນເຊິ່ງກັນແລະກັນ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ວັດທະນະທຳ ແລະ ສິລະປະ.

ທ່ານຍັງກ່າວເຖິງສາຍພົວພັນລະຫວ່າງບັນດາທ້ອງຖິ່ນແຮກສ່ຽວ, ໃນນັ້ນມີແຂວງຂອນແກ່ນ ແລະ ນະຄອນດ່ານັ້ງ, ທີ່ພວມນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ.

ໃນຂອບເຂດໂຄງການ, ບັນດາຜູ້ແທນໄດ້ຊົມວິດີໂອຄລິບ “81 ປີແຫ່ງວັນຊາດຫວຽດນາມ ແລະ 50 ປີແຫ່ງສາຍພົວພັນການທູດ ຫວຽດນາມ - ໄທ”, ແນະນຳບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ ແລະ ບັນດາຂີດໝາຍສຳຄັນໃນສາຍພົວພັນສອງປະເທດ.

ບັນດາຜູ້ແທນຍັງໄດ້ເຂົ້າຮ່ວມງານບຸນດົນຕີ ຫວຽດນາມ - ໄທ ທີ່ມີການສະແດງຂອງນັກຮ້ອງຈາກສອງປະເທດ ແລະ ພິທີມອບລາງວັນການປະກວດນາງງາມຊຸດເສື້ອຍາວ ຫວຽດນາມ - ໄທ ຄັ້ງທີ 1 ປີ 2026.

ບັນດາກິດຈະກຳດັ່ງກ່າວ ແມ່ນຢູ່ໃນຂອບເຂດກິດຈະກຳຕໍ່ເນື່ອງດ້ານການເມືອງ, ວັດທະນະທຳການຕ່າງປະເທດ ແລະ ການຮ່ວມມືດ້ານການສຶກສາ ທີ່ຈັດໂດຍກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ ຢູ່ອຸດອນທານີ ໃນສອງວັນທີ 28 - 29/8, ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ ແລະ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ.

50 ປີ ແຫ່ງການທະນຸຖະໜອມສາຍພົວພັນມິດຕະພາບ ຫວຽດນາມ - ໄທ 50 ປີ ແຫ່ງການທະນຸຖະໜອມສາຍພົວພັນມິດຕະພາບ ຫວຽດນາມ - ໄທ
ຍສໝ - ພວກເຮົາໄດ້ໄປຢ້ຽມຢາມ ຮອງສາດສະດາຈານ, ປະລິນຍາເອກ Anatchai Rattakul ໃນຊຸມວັນເດືອນສິງຫາ ລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ, ໃນຂະນະທີ່ທັງໄທ ແລະ ຫວຽດນາມ ພວມມີຫຼາຍກິດຈະກຳສະເຫຼີມສະຫຼອງ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ເພື່ອຟັງທ່ານເລົ່າຄືນເລື່ອງລາວເມື່ອເຄິ່ງສະຕະວັດກ່ອນ, ເມື່ອບິດາຂອງທ່ານ, ລັດຖະມົນຕີການຕ່າງປະເທດ Bhichai Rattakul, ໄດ້ຮັບມອບໝາຍໜ້າທີ່ປັບປຸງສາຍພົວພັນຂອງໄທກັບບັນດາປະເທດເພື່ອນບ້ານ, ໃນນັ້ນມີຫວຽດນາມ. ດ້ວຍຫົວໃຈທີ່ຈິງໃຈ ແລະ ເຈດຕະນາດີ, ທ່ານ Bhichai Rattakul ໄດ້ປະກອບສ່ວນນຳພາສາຍພົວພັນ ໄທ - ຫວຽດນາມ ກ້າວເຂົ້າສູ່ໜ້າໃໝ່.
50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່ 50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່
ຍສໝ​ - ພາຍຫຼັງ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ການແລກປ່ຽນປະຊາຊົນ ຫວຽດນາມ - ໄທ ພວມມຸ່ງໄປສູ່ການເຊື່ອມຕໍ່ທີ່ເປັນຮູບປະທຳຫຼາຍຂຶ້ນລະຫວ່າງທ້ອງຖິ່ນ, ວິສາຫະກິດ ແລະ ຄົນຮຸ່ນໜຸ່ມ. ທີ່ພິທີລະນຶກຢູ່ ເຫງະອານ, ການນຳຂອງສອງສະມາຄົມມິດຕະພາບໄດ້ຍົກໃຫ້ເຫັນບັນດາຈຸດສຸມສຳລັບໄລຍະຕໍ່ໄປ, ນັບແຕ່ການເຊື່ອມຕໍ່ເສດຖະກິດທ້ອງຖິ່ນ, ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ໄປຈົນເຖິງນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ປັນຍາປະດິດ (AI).

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ