| ມະຕິເລກທີ 23: ຈາກ “ການເອົາໃຈໃສ່” ສູ່ການສ້າງກົນໄກເພື່ອສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ ບຸນໄຫວ້ພະຈັນ ເຊື່ອມສາຍສຳພັນຊຸມຊົນຊາວຫວຽດນາມຢູ່ເຢຍລະມັນ |
SiviCamp ແມ່ນໂຄງການປະຈຳປີຂອງປະຊາຄົມຄົນໜຸ່ມຫວຽດນາມຢູ່ເຢຍລະມັນ, ຈັດຂຶ້ນໝູນວຽນຢູ່ບັນດານະຄອນທີ່ມີສາຂາຂຶ້ນກັບສະມາຄົມນັກສຶກສາຫວຽດນາມປະຈຳສະຫະພັນສາທາລະນະລັດເຢຍລະມັນ. ພາຍຫຼັງຫຼາຍກວ່າໜຶ່ງທົດສະວັດ, ໂຄງການໄດ້ກາຍເປັນກິດຈະກຳເຊື່ອມຕໍ່ຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ, ພ້ອມທັງເປີດກວ້າງການແລກປ່ຽນກັບຄົນໜຸ່ມຫວຽດນາມຢູ່ຫຼາຍປະເທດໃນເອີຣົບ.
ປີນີ້, ດ້ວຍຫົວຂໍ້ “SiviCamp 2026 – RAMmastic” ແລະ ສານ “AI ກໍຕ້ອງເລີ່ມຈາກບ່ອນໃດບ່ອນໜຶ່ງ”, ໂຄງການໄດ້ໃຫ້ຈຸດສຸມແກ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.
SiviCamp 2026 ໂດຍສະມາຄົມນັກສຶກສາຫວຽດນາມປະຈຳສະຫະພັນສາທາລະນະລັດເຢຍລະມັນ (SiviDuc) ປະສານງານກັບເຄືອຂ່າຍນະວັດຕະກຳ ຫວຽດນາມ - ເຢຍລະມັນ (VGI) ແລະ ສະມາຄົມນັກສຶກສາຫວຽດນາມນະຄອນ Frankfurt am Main (VSAF) ຈັດຕັ້ງ, ໂດຍມີຜູ້ຕາງໜ້າບັນດາອົງການການທູດ, ອົງການປະຊາຄົມ, ຊ່ຽວຊານ, ວິສາຫະກິດ ພ້ອມດ້ວຍຊາວໜຸ່ມ, ນັກສຶກສາຫວຽດນາມຈຳນວນຫຼາຍຢູ່ເອີຣົບ ເຂົ້າຮ່ວມ.
![]() |
| ພິທີເປີດຄ້າຍພັກຮ້ອນພອນສະຫວັນຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ - SiviCamp 2026. |
ກ່າວຄຳປາໄສເປີດງານ, ທ່ານ ຟຸ່ງວັນເອືອກ, ປະທານສະມາຄົມນັກສຶກສາຫວຽດນາມປະຈຳສະຫະພັນສາທາລະນະລັດເຢຍລະມັນ, ຫົວໜ້າຄະນະຈັດຕັ້ງໂຄງການ, ໄດ້ກ່າວເຖິງສາຍພົວພັນລະຫວ່າງມະນຸດ ແລະ ເຕັກໂນໂລຊີ ໃນບໍລິບົດທີ່ປັນຍາປະດິດພັດທະນາຢ່າງວ່ອງໄວ, ພ້ອມທັງເນັ້ນໜັກວ່າ ຄົນໜຸ່ມບໍ່ພຽງແຕ່ເຂົ້າເຖິງ ແຕ່ຍັງຕ້ອງເປັນເຈົ້າການທົດລອງ ແລະ ກຳເອົາເຕັກໂນໂລຊີ.
ທ່ານ ເລືວຊວັນດົ່ງ, ກົງສຸນໃຫຍ່ຫວຽດນາມປະຈຳ Frankfurt ຕີລາຄາສູງສະຕິປັນຍາ, ພອນສະຫວັນ ແລະ ຈິດໃຈນະວັດຕະກຳຂອງຄົນຮຸ່ນໜຸ່ມຫວຽດນາມຢູ່ເຢຍລະມັນ. ທ່ານ ເຫັນວ່າ ການນຳ Hackathon ເຂົ້າໃນໂຄງການຄ້າຍພັກຮ້ອນ ແມ່ນແນວທາງໃໝ່, ປະກອບສ່ວນຫັນບັນດາທິດທາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ ໃຫ້ເປັນຮູບປະທຳ.
ໃນຂອບເຂດ SiviHack, 14 ທີມແຂ່ງຂັນ ມີເວລາ 24 ຊົ່ວໂມງຕໍ່ເນື່ອງ ເພື່ອພັດທະນາຜະລິດຕະພັນ, ສ້າງວິທີແກ້ໄຂ ແລະ ສຳເລັດບົດນຳສະເໜີ ໂດຍອີງໃສ່ໂຈດດ້ານເຕັກໂນໂລຊີ 2 ຂໍ້ ທີ່ບັນດາຄູ່ຮ່ວມວິຊາສະເພາະກຳນົດ.
ບັນດາຜູ້ເຂົ້າແຂ່ງຂັນ ໄດ້ນຳໃຊ້ຄວາມຮູ້ດ້ານເຕັກໂນໂລຊີ, AI, ລະບົບອັດຕະໂນມັດ ແລະ ການພັດທະນາຜະລິດຕະພັນ, ພ້ອມທັງຝຶກຝົນທັກສະການເຮັດວຽກເປັນທີມ, ການແກ້ໄຂບັນຫາ ແລະ ການນຳສະເໜີ.
ຕາມຄະນະຈັດຕັ້ງແລ້ວ, SiviHack ບໍ່ພຽງແຕ່ແມ່ນການແຂ່ງຂັນດ້ານເຕັກໂນໂລຊີ ແຕ່ຍັງມຸ່ງໄປສູ່ການສ້າງພື້ນທີ່ເຊື່ອມຕໍ່ຄົນໜຸ່ມຫວຽດນາມກັບຊ່ຽວຊານ, ວິສາຫະກິດ ແລະ ລະບົບນິເວດນະວັດຕະກຳຢູ່ເຢຍລະມັນ. ຜ່ານບັນດາໂຈດຕົວຈິງ, ການແຂ່ງຂັນໄດ້ສ້າງເງື່ອນໄຂໃຫ້ຄວາມຮູ້ຖືກຫັນເປັນບັນດາແນວຄິດ ແລະ ຜະລິດຕະພັນທີ່ສາມາດນຳໃຊ້ໄດ້.
ອີກຈຸດເດັ່ນໜຶ່ງຂອງໂຄງການ ແມ່ນ Gala SIVITA 2026 - ເວທີສິລະປະປະຈຳປີ ສຳລັບປະຊາຄົມຄົນໜຸ່ມຫວຽດນາມຢູ່ເຢຍລະມັນ.
ງານ Gala ໄດ້ເຕົ້າໂຮມ 12 ລາຍການສະແດງ ດ້ວຍຫຼາຍຮູບແບບ ເຊັ່ນ: ເຕັ້ນສະໄໝໃໝ່, ຮ້ອງດ່ຽວ, ຮ້ອງຄູ່ ແລະ ບັນເລງເຄື່ອງດົນຕີ. ບັນດາລາຍການສະແດງຂອງຄະນະກຳມະການຕັດສິນ ໄດ້ປະສົມປະສານລະຫວ່າງເຄື່ອງດົນຕີພື້ນເມືອງຫວຽດນາມ ແລະ ດົນຕີຄລາສສິກຕາເວັນຕົກ, ປະກອບສ່ວນສ້າງພື້ນທີ່ແລກປ່ຽນປະສານວັດທະນະທຳ ແລະ ຊຸກຍູ້ຄົນຮຸ່ນໜຸ່ມໃຫ້ສືບຕໍ່ຮັກສາ, ໂຄສະນາເອກະລັກຫວຽດນາມ.
ດ້ວຍ 3 ອົງປະກອບ SiviHack, SiviTour ແລະ SIVITA, SiviCamp 2026 ໄດ້ເປີດກວ້າງພື້ນທີ່ກິດຈະກຳຂອງຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ ຈາກການແລກປ່ຽນປະຊາຄົມ ໄປສູ່ເຕັກໂນໂລຊີ, ນະວັດຕະກຳ, ວັດທະນະທຳ ແລະ ສິລະປະ.
ໂຄງການຍັງສ້າງເງື່ອນໄຂໃຫ້ຄົນໜຸ່ມພັດທະນາທັກສະ, ເປີດກວ້າງເຄືອຂ່າຍສາຍພົວພັນ ແລະ ເພີ່ມທະວີການເຊື່ອມຕໍ່ກັບປະຊາຄົມຊາວຫວຽດນາມ ກໍຄືບັນດາຄູ່ຮ່ວມຢູ່ເອີຣົບ.
ຕາມຄະນະຈັດຕັ້ງແລ້ວ, ບັນດາກິດຈະກຳສື່ສານຂອງ SiviCamp 2026 ໄດ້ດຶງດູດຫຼາຍກວ່າ 1,2 ລ້ານຄັ້ງເຂົ້າຊົມ ແລະ 20.000 ຄັ້ງປະຕິສຳພັນຢູ່ເຄືອຂ່າຍສັງຄົມ. ພ້ອມກັບການເຂົ້າຮ່ວມຂອງຊາວໜຸ່ມ, ນັກສຶກສາຫຼາຍກວ່າ 200 ຄົນ, ບັນດາຕົວເລກນີ້ ສະແດງໃຫ້ເຫັນເຖິງລະດັບການແຜ່ຂະຫຍາຍຂອງໂຄງການໃນປະຊາຄົມຄົນໜຸ່ມຫວຽດນາມ.
ປິດທ້າຍຢູ່ Frankfurt, SiviCamp 2026 ໄດ້ເຊື່ອມຕໍ່ບັນດາກິດຈະກຳດ້ານເຕັກໂນໂລຊີ, ຄວາມຮູ້, ວັດທະນະທຳ ແລະ ປະຊາຄົມ, ຜ່ານນັ້ນ ສ້າງສະພາບແວດລ້ອມໃຫ້ຄົນໜຸ່ມຫວຽດນາມຢູ່ເອີຣົບ ໄດ້ແລກປ່ຽນ, ພັດທະນາຄວາມສາມາດ, ເປີດກວ້າງການເຊື່ອມຕໍ່ ແລະ ເຜີຍແຜ່ບັນດາຄຸນຄ່າຫວຽດນາມໃນສະພາບແວດລ້ອມສາກົນ.
ຍສໝ - ມະຕິເລກທີ 23-NQ/TW ກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ, ພ້ອມທັງຫັນປ່ຽນຢ່າງແຮງຈາກການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ດູແລ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ. |
ຍສໝ - ການສຳຜັດປະສົບການຕົວຈິງ ແລະ ເລື່ອງລາວທາງປະຫວັດສາດ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈີມິນ) ໃນຕອນບ່າຍວັນທີ 25/8 ໄດ້ນຳເອົາຄວາມຮູ້ສຶກອັນເລິກເຊິ່ງມາສູ່ເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ 50 ຄົນ ທີ່ມາຈາກທົ່ວໂລກ. ກິດຈະກຳນີ້ຈັດຂຶ້ນໃນຂອບເຂດຄ່າຍລະດູຮ້ອນເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະ ໄວໜຸ່ມນະຄອນ ຄັ້ງທີ 19 ປີ 2026, ພາຍໃຕ້ຫົວຂໍ້ “ພູມໃຈນະຄອນທີ່ໄດ້ຮັບເກຽດຊື່ປະທານໂຮ່ຈີມິນ”. |
ມິງດຶກ
