ຊາວຫວຽດນາມຢູ່ນູແວນເຊລັງ ປະກອບສ່ວນພູນສ້າງສາຍພົວພັນສອງປະເທດ

14:01 | 22/09/2026

ຍສໝ - ແຕ່ວັນທີ 17-20/9, ຄະນະປະຕິບັດງານກະຊວງການຕ່າງປະເທດ ໄດ້ພົບປະກັບປະຊາຄົມຊາວຫວຽດນາມຢູ່ Auckland ແລະ Wellington, ແຈ້ງໃຫ້ຊາບກ່ຽວກັບບັນດາແນວທາງ, ນະໂຍບາຍໃໝ່, ຮັບຟັງຄວາມໃນໃຈ ແລະ ຂໍ້ສະເໜີຂອງຊາວຫວຽດນາມຢູ່ຕ່າງປະເທດ, ພ້ອມທັງສະເໜີໃຫ້ປະຊາຄົມສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມໃນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ນູແວນເຊລັງ.

ມະຕິເລກທີ 23: ຈາກ “ການເອົາໃຈໃສ່” ສູ່ການສ້າງກົນໄກເພື່ອສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ ບຸນໄຫວ້ພະຈັນ ເຊື່ອມສາຍສຳພັນຊຸມຊົນຊາວຫວຽດນາມຢູ່ເຢຍລະມັນ
ຊາວຫວຽດນາມຢູ່ນູແວນເຊລັງ ປະກອບສ່ວນພູນສ້າງສາຍພົວພັນສອງປະເທດ
ຄະນະປະຕິບັດງານພົບປະກັບຊຸມຊົນຊາວຫວຽດນາມ ຢູ່ Wellington, ນູແວນເຊລັງ.

ຄະນະປະຕິບັດງານ ນຳໂດຍທ່ານນາງ ຫງວຽນກວິ່ງມາຍ, ຮອງຫົວໜ້າຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ, ເປັນຫົວໜ້າຄະນະ. ເຂົ້າຮ່ວມບັນດາການພົບປະ ມີທ່ານ ຟານມິງຢາງ, ເອກອັກຄະລັດຖະທູດຫວຽດນາມປະຈຳນູແວນເຊລັງ ພ້ອມດ້ວຍຜູ້ຕາງໜ້າບັນດາສະມາຄົມ, ປັນຍາຊົນ, ນັກທຸລະກິດ, ນັກສຶກສາ ແລະ ຊາວຫວຽດນາມຈຳນວນຫຼາຍທີ່ພວມດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ນູແວນເຊລັງ.

ປັດຈຸບັນ, ປະຊາຄົມຊາວຫວຽດນາມຢູ່ນູແວນເຊລັງ ມີປະມານ 15.000 ຄົນ, ໃນນັ້ນ ປະມານ 10.000 ຄົນ ດຳລົງຊີວິດຢູ່ Auckland. ຕາມທ່ານ ຟານມິງຢາງ, ປະຊາຄົມໂດຍພື້ນຖານມີຊີວິດການເປັນຢູ່ທີ່ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສັງຄົມໄດ້ດີ, ມີສະຕິຮັກສາປະເພນີ ແລະ ເອກະລັກວັດທະນະທຳຂອງຊາດ, ພ້ອມທັງຫັນໃຈໄປຫາປິຕຸພູມຢູ່ສະເໝີ. ປະຊາຄົມຍັງເປັນເຈົ້າການເຂົ້າຮ່ວມບັນດາກິດຈະກຳແລກປ່ຽນວັດທະນະທຳ, ສັງຄົມ ແລະ ການກຸສົນຢູ່ປະເທດທີ່ຕົນອາໄສຢູ່.

ບັນດາສະມາຄົມ, ອົງການຂອງຊາວຫວຽດນາມ ໄດ້ຮັບການສ້າງຕັ້ງຢູ່ຫຼາຍນະຄອນໃຫຍ່ຂອງນູແວນເຊລັງ, ໃນຂະນະທີ່ ບັນດາສະມາຄົມນັກສຶກສາຫວຽດນາມ ຮັກສາກິດຈະກຳຢ່າງຄຶກຄື້ນ ແລະ ຕັ້ງໜ້າ.

ທີ່ບັນດາການພົບປະ, ຄະນະປະຕິບັດງານ ໄດ້ແຈ້ງໃຫ້ປະຊາຄົມຊາບກ່ຽວກັບບາງມະຕິ, ແນວທາງ ແລະ ນະໂຍບາຍໃໝ່ຂອງພັກ, ລັດ, ໃນນັ້ນ ມີມະຕິເລກທີ 23-NQ/TW ລົງວັນທີ 2/8/2026 ຂອງກົມການເມືອງ ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ ແລະ ມະຕິເລກທີ 06-NQ/TW ລົງວັນທີ 19/5/2026 ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ທ່ານ ຟ້າມຮວ່າງຕຸ່ງ, ຮອງຫົວໜ້າກົມກົງສຸນ, ຍັງໄດ້ແນະນຳບາງນະໂຍບາຍໃໝ່ທີ່ກ່ຽວຂ້ອງກັບຊາວຫວຽດນາມຢູ່ຕ່າງປະເທດ ເຊັ່ນ: ກົດໝາຍສັນຊາດ, ກົດໝາຍວ່າດ້ວຍບັດປະຈຳຕົວ ແລະ ຄຳແນະນຳການປະຕິບັດສົນທິສັນຍາ Apostille ກ່ຽວກັບການຫຼຸດຜ່ອນຂັ້ນຕອນການຢັ້ງຢືນເອກະສານທີ່ນຳໃຊ້ຢູ່ຕ່າງປະເທດ.

ຜູ້ຕາງໜ້າກົມກົງສຸນ ພ້ອມກັນນັ້ນ ກໍໄດ້ຕອບບັນດາຄຳຖາມຂອງປະຊາຄົມ ກ່ຽວກັບການອອກໜັງສືຜ່ານແດນ, ການແຈ້ງເກີດ, ປະຫວັດຕຸລາການ ແລະ ບາງຂັ້ນຕອນກົງສຸນອື່ນໆ.

ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ໄດ້ປະກອບຫຼາຍຄຳເຫັນກ່ຽວກັບການປະຕິຮູບຂັ້ນຕອນບໍລິຫານ ແນໃສ່ດຶງດູດການລົງທຶນ, ຄົ້ນຄວ້າກົນໄກວີຊາສະເພາະສຳລັບຊ່ຽວຊານ (Tech visa), ກໍຄື ບັນດາວິທີແກ້ໄຂເພື່ອຍົກສູງປະສິດທິຜົນການສອນ ແລະ ຮຽນພາສາຫວຽດນາມ.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານ ໄດ້ມອບປຶ້ມ ແລະ ປຶ້ມນິທານພາສາຫວຽດນາມຈຳນວນຫຼາຍ ໃຫ້ແກ່ຜູ້ຕາງໜ້າປະຊາຄົມຊາວຫວຽດນາມຢູ່ນູແວນເຊລັງ, ຜ່ານນັ້ນ ຊຸກຍູ້ໃຫ້ປະຊາຄົມສືບຕໍ່ຮັກສາ ແລະ ເຜີຍແຜ່ພາສາຫວຽດນາມໃນບັນດາລຸ້ນໜຸ່ມ.

ຄະນະຍັງໄດ້ແຈ້ງຂໍ້ມູນກ່ຽວກັບບາງໂຄງການສຳລັບຊາວຫວຽດນາມຢູ່ຕ່າງປະເທດ ເຊັ່ນ: ລະດູບານໃໝ່ບ້ານເກີດ, ຄ້າຍພັກຮ້ອນ ແລະ ບັນດາກິດຈະກຳເຊື່ອມໂຍງຊາວຫວຽດນາມຢູ່ຕ່າງປະເທດ ກັບບ້ານເກີດ, ປະເທດຊາດ.

ທ່ານ ຟານມິງຢາງ ຢືນຢັນວ່າ ສະຖານທູດຫວຽດນາມປະຈຳນູແວນເຊລັງ ຈະສືບຕໍ່ໃຫ້ຄວາມສຳຄັນແກ່ວຽກງານປົກປ້ອງພົນລະເມືອງ, ຮ່ວມເດີນທາງກັບບັນດາສະມາຄົມ, ອົງການ ແລະ ປັບປຸງຂັ້ນຕອນບໍລິຫານ, ຜ່ານນັ້ນ ຕອບສະໜອງຄວາມຕ້ອງການ ແລະ ຄວາມປາຖະໜາອັນຊອບທຳຂອງປະຊາຄົມຊາວຫວຽດນາມຢູ່ປະເທດທີ່ຕົນອາໄສຢູ່ ໃຫ້ດີຂຶ້ນນັບມື້.

ມະຕິເລກທີ 23 ເປີດກົນໄກສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ ມະຕິເລກທີ 23 ເປີດກົນໄກສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ
ຍສໝ - ມະຕິເລກທີ 23-NQ/TW ກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ, ພ້ອມທັງຫັນປ່ຽນຢ່າງແຮງຈາກການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ດູແລ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ.
ເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດຕື່ນຕັນໃຈຕໍ່ເສັ້ນທາງແຄມເປນ 500 ວັນຄືນ; ໃນການໂຮມເອົາອັດຖິຂອງບັນດາວີລະຊົນນັກຮົບເກົ່າ ເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດຕື່ນຕັນໃຈຕໍ່ເສັ້ນທາງແຄມເປນ 500 ວັນຄືນ; ໃນການໂຮມເອົາອັດຖິຂອງບັນດາວີລະຊົນນັກຮົບເກົ່າ
ຍສໝ - ການສຳຜັດປະສົບການຕົວຈິງ ແລະ ເລື່ອງລາວທາງປະຫວັດສາດ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈີມິນ) ໃນຕອນບ່າຍວັນທີ 25/8 ໄດ້ນຳເອົາຄວາມຮູ້ສຶກອັນເລິກເຊິ່ງມາສູ່ເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ 50 ຄົນ ທີ່ມາຈາກທົ່ວໂລກ. ກິດຈະກຳນີ້ຈັດຂຶ້ນໃນຂອບເຂດຄ່າຍລະດູຮ້ອນເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະ ໄວໜຸ່ມນະຄອນ ຄັ້ງທີ 19 ປີ 2026, ພາຍໃຕ້ຫົວຂໍ້ “ພູມໃຈນະຄອນທີ່ໄດ້ຮັບເກຽດຊື່ປະທານໂຮ່ຈີມິນ”.

ຄຳສີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ