| ຫວຽດນາມ - ກາຕາ ຮ່ວມມືສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ ຮັກສາຈິດວິນຍານຂອງຫວຽດນາມຢູ່ຕ່າງປະເທດ: ການເດີນທາງເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ກາຕາ |
ພິທີລະນຶກຈັດຂຶ້ນຢູ່ໂຮງແຮມ St. Regis Doha, ໂດຍມີທ່ານ Ali bin Saeed bin Samikh Al Marri, ລັດຖະມົນຕີກະຊວງແຮງງານກາຕາ; ທ່ານ Ibrahim Fakhroo, ຫົວໜ້າກົມພິທີການ ກະຊວງການຕ່າງປະເທດກາຕາ, ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງກາຕາ, ບັນດາອົງການຕາງໜ້າການທູດ, ວິສາຫະກິດ, ນັກຂ່າວ ແລະ ປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ກາຕາ.
ກ່າວຄຳປາໄສທີ່ພິທີ, ທ່ານ ຫງວຽນຮຸຍຮຽບ, ເອກອັກຄະລັດຖະທູດຫວຽດນາມປະຈຳກາຕາ ໄດ້ສະແດງຄວາມຍິນດີ ທີ່ໄດ້ຕ້ອນຮັບບັນດາແຂກຮັບເຊີນ ເນື່ອງໃນໂອກາດລະນຶກ 81 ປີ ແຫ່ງວັນທີ່ປະທານ ໂຮ່ຈິມິນ ປະກາດສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ.
ທ່ານເອກອັກຄະລັດຖະທູດ ເນັ້ນໜັກເຖິງຄວາມໝາຍທາງປະຫວັດສາດຂອງຂີດໝາຍນີ້, ເປີດໄລຍະໃໝ່ໃຫ້ຊາດຫວຽດນາມເປັນເຈົ້າການກຳນົດຊະຕາກຳຂອງປະເທດ.
ເມື່ອຫວນຄືນຂະບວນການກໍ່ສ້າງ ແລະ ປົກປ້ອງປິຕຸພູມ, ທ່ານ ຫງວຽນຮຸຍຮຽບ ໃຫ້ຮູ້ວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມໄດ້ຜ່ານຜ່າຫຼາຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດໄດ້ໄຊຊະນະໃນບັນດາສົງຄາມປົດປ່ອຍຊາດ, ປົກປ້ອງບູລະນະພາບແຫ່ງດິນແດນ, ດຳເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ບັນລຸຫຼາຍຜົນສຳເລັດ.
ບົນພື້ນຖານນັ້ນ, ຫວຽດນາມສືບຕໍ່ຊຸກຍູ້ການພັດທະນາປະເທດຕາມທິດທາງຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ມຸ່ງໄປສູ່ເປົ້າໝາຍກາຍເປັນປະເທດພັດທະນາທີ່ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງລະດັບສູງ ໃນປີ 2030 ແລະ ປະເທດພັດທະນາ, ມີລາຍຮັບສູງ ໃນປີ 2045.
ຕາມທ່ານເອກອັກຄະລັດຖະທູດ, ຈາກບັນດາປະສົບການທາງປະຫວັດສາດຂອງຊາດ, ຫວຽດນາມຍາມໃດກໍເຄົາລົບສັນຕິພາບ, ເຊີດຊູການສົນທະນາ ແລະ ການຮ່ວມມື, ພ້ອມທັງພະຍາຍາມປະກອບສ່ວນສ້າງສະພາບແວດລ້ອມສາກົນທີ່ສະຖຽນ, ສັນຕິພາບ ແລະ ເອື້ອອຳນວຍໃຫ້ການພັດທະນາ. ສັນຕິພາບ ແລະ ສະຖຽນລະພາບ ສ້າງເງື່ອນໄຂໃຫ້ຫວຽດນາມສຸມຊັບພະຍາກອນພັດທະນາປະເທດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ໂລກ.
ບັນດາການປ່ຽນແປງນັ້ນ ສະແດງອອກຜ່ານບັນດາຜົນການພັດທະນາເສດຖະກິດໃນໄລຍະຜ່ານມາ. ປີ 2025, GDP ຂອງຫວຽດນາມເພີ່ມຂຶ້ນ 8,02%, ຂະໜາດເສດຖະກິດບັນລຸປະມານ 514 ຕື້ USD. ໃນ 8 ເດືອນຕົ້ນປີ 2026, ຍອດມູນຄ່ານຳເຂົ້າ - ສົ່ງອອກ ບັນລຸ 770,14 ຕື້ USD, ເພີ່ມຂຶ້ນ 28% ທຽບໃສ່ໄລຍະດຽວກັນ; ຍອດທຶນລົງທຶນຕ່າງປະເທດທີ່ຈົດທະບຽນ ບັນລຸ 40,63 ຕື້ USD, ເພີ່ມຂຶ້ນ 55,4%.
![]() |
| ທ່ານ ຫງວຽນຮຸຍຮຽບ, ເອກອັກຄະລັດຖະທູດຫວຽດນາມປະຈຳກາຕາ ກ່າວຄຳປາໄສທີ່ພິທີລະນຶກ 81 ປີ ວັນຊາດຫວຽດນາມ. |
ຊຸກຍູ້ການຮ່ວມມືດ້ານການລົງທຶນ, ພະລັງງານ ແລະ ເຕັກໂນໂລຊີ
ກ່ຽວກັບສາຍພົວພັນສອງຝ່າຍ, ທ່ານ ຫງວຽນຮຸຍຮຽບ ຕີລາຄາວ່າ ສາຍພົວພັນມິດຕະພາບ ຫວຽດນາມ - ກາຕາ ໄດ້ພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນການທູດໃນປີ 1993.
ໂດຍສະເພາະ, ການຢ້ຽມຢາມກາຕາຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ, ນາຍົກລັດຖະມົນຕີ ໃນເດືອນ 10/2024 ໄດ້ເປີດໄລຍະຮ່ວມມືໃໝ່ໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ພະລັງງານ.
ປີ 2025, ມູນຄ່າການຄ້າສອງຝ່າຍ ບັນລຸຫຼາຍກວ່າ 700 ລ້ານ USD. ຕາມຂໍ້ມູນຈາກຝ່າຍກາຕາ, ອົງການລົງທຶນກາຕາ (QIA) ພວມລົງທຶນທາງອ້ອມໃນບາງໂຄງການອະສັງຫາລິມະຊັບ ແລະ ອຸດສາຫະກຳຢູ່ຫວຽດນາມ ດ້ວຍຍອດທຶນປະມານ 500 ລ້ານ USD.
ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມປາຖະໜາຫັນສາຍພົວພັນສອງປະເທດ ຈາກການຮ່ວມມືການຄ້າແບບດັ້ງເດີມ ໄປສູ່ການຮ່ວມມືລົງທຶນ ແລະ ເຊື່ອມໂຍງຕ່ອງໂສ້ມູນຄ່າ.
ບັນດາຂົງເຂດທີ່ຫວຽດນາມໃຫ້ບຸລິມະສິດດຶງດູດການລົງທຶນຈາກກາຕາ ປະກອບມີ ນ້ຳມັນ - ອາຍແກັສ ແລະ ພະລັງງານ, ໂດຍສະເພາະ ອາຍແກັສທຳມະຊາດແຫຼວ (LNG); ໂຄງລ່າງ; ການຫັນປ່ຽນດິຈິຕອນ; ປັນຍາປະດິດ; ເຂດອຸດສາຫະກຳ; ຕົວເມືອງ ແລະ ການທ່ອງທ່ຽວ. ຫວຽດນາມຍັງຊຸກຍູ້ບັນດາວິສາຫະກິດພາຍໃນປະເທດເປີດກວ້າງການດຳເນີນງານຢູ່ກາຕາ.
ທ່ານ ຫງວຽນຮຸຍຮຽບ ໄດ້ສະແດງຄວາມເຊື່ອໝັ້ນ ວ່າ ພື້ນຖານການເມືອງທີ່ນັບມື້ນັບໄວ້ວາງໃຈກັນ ພ້ອມກັບຄວາມຕັດສິນໃຈຂອງການນຳສອງປະເທດ ຈະສ້າງທ່າແຮງເພີ່ມຕື່ມໃຫ້ສາຍພົວພັນ ຫວຽດນາມ - ກາຕາ ສືບຕໍ່ພັດທະນາ.
![]() |
| ທ່ານ ຫງວຽນຮຸຍຮຽບ, ເອກອັກຄະລັດຖະທູດ ພ້ອມດ້ວຍລັດຖະມົນຕີກະຊວງແຮງງານກາຕາ ແລະ ຫົວໜ້າກົມພິທີການ ກະຊວງການຕ່າງປະເທດກາຕາ ປະຕິບັດພິທີຕັດເຄັກຊົມເຊີຍ 81 ປີ ວັນຊາດຫວຽດນາມ. |
ເຊີດຊູການສົນທະນາ ແລະ ແກ້ໄຂຄວາມຂັດແຍ່ງດ້ວຍມາດຕະການສັນຕິ
ເມື່ອກ່າວເຖິງສະພາບການພາກພື້ນ, ທ່ານ ຫງວຽນຮຸຍຮຽບ ເຫັນວ່າ ບັນດາເຫດການຄວາມຂັດແຍ່ງຢູ່ຕາເວັນອອກກາງ ພວມວາງອອກຫຼາຍສິ່ງທ້າທາຍດ້ານຄວາມໝັ້ນຄົງ, ສົ່ງຜົນກະທົບຕໍ່ເສດຖະກິດພາກພື້ນ, ໃນນັ້ນ ມີກາຕາ, ພ້ອມທັງຄວາມໝັ້ນຄົງດ້ານພະລັງງານ ແລະ ເສດຖະກິດໂລກ.
ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມປະນາມການນຳໃຊ້ກຳລັງທີ່ລະເມີດກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ອະທິປະໄຕ ແລະ ບູລະນະພາບແຫ່ງດິນແດນຂອງບັນດາປະເທດ; ພ້ອມທັງສະໜັບສະໜູນການສົນທະນາ ແລະ ແກ້ໄຂຄວາມຂັດແຍ່ງດ້ວຍບັນດາມາດຕະການສັນຕິ.
ຫວຽດນາມຕີລາຄາສູງບັນດາຄວາມພະຍາຍາມທາງການທູດຂອງບັນດາປະເທດໃນພາກພື້ນ ແລະ ປະຊາຄົມສາກົນ, ໂດຍສະເພາະ ບົດບາດໄກ່ເກ່ຍຂອງກາຕາ ໃນບັນດາຄວາມພະຍາຍາມຫຼຸດຜ່ອນການເພີ່ມລະດັບຄວາມຂັດແຍ່ງ, ມຸ່ງໄປສູ່ວິທີແກ້ໄຂທີ່ຍືນຍົງ ເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
ທ່ານ ຫງວຽນຮຸຍຮຽບ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນແກ່ສາຍພົວພັນມິດຕະພາບ, ການຮ່ວມມືກັບລັດ ແລະ ປະຊາຊົນກາຕາ; ຕີລາຄາສູງການຮ່ວມມື, ຊ່ວຍໜູນຂອງບັນດາອົງການ ແລະ ວິສາຫະກິດກາຕາ, ໂດຍສະເພາະ ກະຊວງການຕ່າງປະເທດກາຕາ ທີ່ມີຕໍ່ຫວຽດນາມ.
ທ່ານໃຫ້ຮູ້ວ່າ ສະຖານທູດຫວຽດນາມປະຈຳກາຕາ ຈະສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມທີ່ໄວ້ວາງໃຈໄດ້ ລະຫວ່າງສອງປະເທດ, ປະກອບສ່ວນນຳສາຍພົວພັນ ຫວຽດນາມ - ກາຕາ ຂຶ້ນສູ່ລະດັບໃໝ່.
ພິທີດຳເນີນໄປໃນບັນຍາກາດສົມກຽດ, ມິດຕະພາບ, ພ້ອມດ້ວຍພິທີຕັດເຄັກ, ພື້ນທີ່ຈັດສະແດງວັດທະນະທຳ ແລະ ອາຫານຫວຽດນາມ. ແຂກຮັບເຊີນຈຳນວນຫຼາຍ ໄດ້ສະແດງຄວາມປະທັບໃຈ ຕໍ່ບັນດາບາດກ້າວພັດທະນາຂອງຫວຽດນາມ, ພ້ອມທັງຕີລາຄາສູງຄວາມອົບອຸ່ນ ແລະ ນ້ຳໃຈຕ້ອນຮັບແຂກຂອງຊາວຫວຽດນາມ.
ຍສໝ - ວັນທີ 21/9 (ຕາມເວລາທ້ອງຖິ່ນ), ຢູ່ນອກຂອບເຂດສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81 ທີ່ New York (ສະຫະລັດອາເມລິກາ), ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ Recep Tayyip Erdogan, ປະທານາທິບໍດີຕວກກີ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ສາຍພົວພັນສອງຝ່າຍ, ໃນນັ້ນ ມີການຄົ້ນຄວ້າຍົກລະດັບສາຍພົວພັນເປັນຄູ່ຮ່ວມຍຸດທະສາດ ແລະ ມຸ່ງໄປສູ່ເປົ້າໝາຍການຄ້າ 4 ຕື້ USD. |
ຍສໝ - ແຕ່ວັນທີ 27/9 ຫາ 1/10/2026, ລັດຖະບານຫວຽດນາມ ປະສານງານກັບ UNESCO ຈັດກອງປະຊຸມສົນທະນາ ອາຊີ - ປາຊີຟິກ ວ່າດ້ວຍມໍລະດົກ ແລະ ຄວາມແທ້ຈິງ ຢູ່ຮ່າໂນ້ຍ ແລະ ນິງບິ່ງ, ໂດຍມີຜູ້ແທນ, ຊ່ຽວຊານພາຍໃນ ແລະ ຕ່າງປະເທດປະມານ 250 ຄົນເຂົ້າຮ່ວມ. |
ມິງດຶກ

