| ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ ໄຂກອງປະຊຸມສູນກາງພັກຄັ້ງທີ 3 ສະໄໝທີ XIV |
ຕອນບ່າຍວັນທີ 17 ມິຖຸນາ 2026, ທີ່ນະຄອນຫຼວງ ຮ່າໂນ້ຍ, ເນື່ອງໃນໂອກາດລະນຶກຄົບຮອບ 101 ປີ ວັນສື່ມວນຊົນປະຕິວັດຫວຽດນາມ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶ ເຖິດ ໄດ້ຮ່ວມກັບຄະນະໂຄສະນາອົບຮົມ ແລະ ປຸກລະດົມມວນຊົນສູນກາງ ພ້ອມທັງວາລະສານກອມມູນິດ ຈັດກອງປະຊຸມສຳມະນາວິຊາການລະດັບຊາດ ພາຍໃຕ້ຫົວຂໍ້ “ສື່ມວນຊົນປະຕິວັດ ກັບໜ້າທີ່ໂຄສະນາເຜີຍແຜ່ເອກະສານກອງປະຊຸມໃຫຍ່ພັກ ຄັ້ງທີ XIV”.
![]() |
| ຮອງສາດສະດາຈານ, ປະລິນຍາເອກ ຫວູຈ້ອງເລີມ, ຜູ້ອຳນວຍການ - ຫົວໜ້າບັນນາທິການ ສໍານັກພິມຈຳໜ່າຍການເມືອງແຫ່ງຊາດ ສຶ ເຖິດ, ກ່າວປາໄສນຳສະເໜີບົດນຳຂອງກອງປະຊຸມສໍາມະນາ. |
ໃນບົດປະກອບຄຳເຫັນກ່ຽວກັບການນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ, ທ່ານ ປອ. ຫງວຽນຈີທຶກ, ກຳມະການຄະນະບັນນາທິການ ວາລະສານກອມມູນິດ, ໄດ້ລະບຸວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ແມ່ນ “ກອງປະຊຸມໃຫຍ່ແຫ່ງການລົງມືປະຕິບັດ”. ທ່ານເຫັນວ່າ ນັກຂ່າວຕ້ອງຍຶດໝັ້ນຄຳຂວັນ “ໄປໃຫ້ຮອດສະຖານທີ່ຕົວຈິງ, ພົບໃຫ້ຖືກບຸກຄົນ ແລະ ຮັບຟັງຄຳເຫັນຈາກຫຼາຍດ້ານ”. ຜູ້ຂຽນຂ່າວຕ້ອງລົງເລິກເຖິງສະພາບຕົວຈິງ, ຮັບຟັງຄວາມປາດຖະໜາຂອງປະຊາຊົນ ເພື່ອຖ່າຍທອດພາສາຂອງມະຕິໃຫ້ກາຍເປັນພາສາທີ່ໃກ້ຊິດກັບຊີວິດປະຈຳວັນ.
ກ່າວສະຫຼຸບກອງປະຊຸມສຳມະນາ, ທ່ານ ເຈິ່ນແທັງເລີມ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແລະ ປຸກລະດົມມວນຊົນສູນກາງ, ໄດ້ສະເໜີ 5 ທິດທາງສຳຄັນ. ໃນນັ້ນ, ຈຸດສຸມແມ່ນການປັບປຸງເນື້ອໃນຢ່າງຮອບດ້ານຄວບຄູ່ກັບການຫັນປ່ຽນເປັນດິຈິຕອນ; ສ້າງທີມງານ “ນັກຂ່າວ - ນັກທິດສະດີ - ນັກໂຄສະນາອົບຮົມທີ່ທັນສະໄໝ”; ພ້ອມທັງຊຸກຍູ້ການປະສານງານລະຫວ່າງວົງການສື່ມວນຊົນ ແລະ ການພິມຈຳໜ່າຍ ເພື່ອສ້າງກຳລັງແນວໜ້າທີ່ເຂັ້ມແຂງໃນວຽກງານໂຄສະນາເຜີຍແຜ່ຂອງຍຸກສະໄໝໃໝ່.
ຍສໝ - ກອງປະຊຸມໃຫຍ່ ສະຫະພັນກຳມະບານຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031 ຈະດຳເນີນໄປແຕ່ວັນທີ 3-5 ເດືອນມິຖຸນາ ຢູ່ ຮ່າໂນ້ຍ ໃນທ່າມກາງສະພາບການທີ່ປະເທດຊາດຍູ້ແຮງການຫັນເປັນດິຈິຕອນ, ເຊື່ອມໂຍງສາກົນ ແລະ ສ້າງກຳລັງການຜະລິດໃໝ່. ດ້ວຍຮຽກຮ້ອງຕ້ອງການດັດແປງໃໝ່ຢ່າງແຂງແຮງທາງດ້ານການຈັດຕັ້ງ, ວິທີການເຄື່ອນໄຫວ ແລະ ຄຸນນະພາບຂອງຖັນແຖວພະນັກງານ, ກອງປະຊຸມໃຫຍ່ໄດ້ຮັບການຄາດຫວັງວ່າຈະເປີດໄລຍະແຫ່ງການພັດທະນາໃໝ່ຂອງການຈັດຕັ້ງກຳມະບານ ແນໃສ່ຮ່ວມເດີນທາງ, ເປັນຕົວແທນ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານໃຫ້ດີກວ່າເກົ່າ. |
ຍສໝ - ກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ, ສົກປີ 2026-2031, ຈະດຳເນີນການເລືອກຕັ້ງກຳມະການຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV ທັງໝົດ 135 ທ່ານ. |
ມີງດຶກ
