ລັດຖະບານລາວ ແລະ ອົງການ ສປຊ ທົບທວນຄືນ ການຈັດຕັ້ງປະຕິບັດ ຂອບການຮ່ວມມື ໃນໄລຍະຜ່ານມາ | |
ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ |
ພາບປະກອບ |
ສປປ ລາວ ໄດ້ຖືກກຳນົດລາຍຊື່ເຂົ້າໃນ ກຸ່ມປະເທດດ້ອຍພັດທະນາ ຫລື Least Developed Countries – LDCs ໃນປີ 1971 ໂດຍອົງການສະຫະປະຊາຊາດ (ສປຊ). ແນວຄວາມຄິດໃນການລິເລີ່ມສ້າງຕັ້ງກຸ່ມປະເທດດ້ອຍພັດທະນາ ແມ່ນມີຂຶ້ນໃນຊຸມປີ 1960 ເນື່ອງຈາກອົງການ ສປຊ ເຫັນວ່າ ລະດັບດ້ານການພັດທະນາຂອງປະເທດສະມາຊິກສປຊ ຈຳນວນໜຶ່ງແມ່ນຍັງຫຼ້າຫຼັງຫຼາຍ ແລະ ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອເປັນພິເສດ ແນໃສ່ເຮັດໃຫ້ບັນດາປະເທດເຫຼົ່ານັ້ນສາມາດຫຼຸດຜົ້ນອອກຈາກສະຖານະພາບດ້ອຍພັດທະນາໃນທີ່ສຸດ.ສະນັ້ນ, ໃນປີ 1971 ອົງການສປຊໄດ້ກຳນົດລາຍຊື່ກຸ່ມປະເທດດ້ອຍພັດທະນາທັງໝົດ 25 ປະເທດ ທີ່ປະກອບດ້ວຍບັນປະເທດທີ່ທຸກຍາກທີ່ສຸດ, ມີລາຍຮັບຕໍ່າ, ມີຄວາມອ່ອນໄຫວຕໍ່ວິກິດການຕ່າງໆ ແລະ ເສດຖະກິດຍັງອ່ອນນ້ອຍ. ມາຮອດປັດຈຸບັນຈຳນວນປະເທດດ້ອຍພັດທະນາໄດ້ເພິ່ມຂຶ້ນເປັນ 46 ປະເທດ,ໃນນັ້ນ 33ປະເທດຢູ່ທະວີບອາຟຣິກກາ, 12ປະເທດຢູ່ທະວີບອາຊີ-ປາຊິຟິກ, 1 ປະເທດ ຢູ່ທະວີບອາເມລິກາລາຕິນ, ພົນລະເມືອງຂອງບັນດາປະເທດເຫຼົ່ານີ້ມີປະມານ 880 ລ້ານຄົນ, ກວມເອົາ 12% ຂອງປະຊາກອນໂລກ, ແຕ່ສັດສ່ວນລວມຍອດຜະລິດຕະພັນພາຍໃນ ຫຼື GDPກວມພຽງແຕ່ 2% ແລະ ບໍລິມາດສິນຄ້າສົ່ງອອກ-ນໍາເຂົ້າ ມີພຽງ 1% ຂອງໂລກ.
ພາຍໃຕ້ຂອບວຽກຂອງ ສະພາເສດຖະກິດ-ສັງຄົມ ສປຊ, ຄະນະກຳມະການນະໂຍບາຍດ້ານການພັດທະນາ (Committee for Development Policy - CDP)ໄດ້ຖືກມອບໝາຍໃຫ້ເຮັດໜ້າທີ່ກຳນົດນະໂຍບາຍ ແລະ ປະເມີນຄວາມຄືບໜ້າຂອງການພັດທະນາຂອງປະເທດດ້ອຍພັດທະນາ ທຸກໆ 3 ປີ ບົນພື້ນຖານ 3 ເງື່ອນໄຂ ຄື:ລາຍໄດ້ສະເລ່ຍແຫ່ງຊາດ (Gross National Income - GNI); ດັດສະນີຊັບສິນມະນຸດ (Human Asset Index - HAI); ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (Economic and Environmental Vulnerability Index - EVI). ປະເທດທີ່ຈະຖືກສະເໜີຊື່ໃຫ້ອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຕ້ອງບັນລຸໄດ້ຢ່າງໜ້ອຍ 2 ໃນ 3 ເງື່ອນໄຂ ຫຼື ມີລາຍໄດ້ສະເລ່ຍແຫ່ງຊາດ (GNI) ເກີນມາດຕະຖານສອງເທົ່າຂອງເກນຫຼຸດພົ້ນຄື 2.460 ໂດລາ ຕໍ່ຄົນ ຕໍ່ປີ ແລະ ຕ້ອງຜ່ານເກນດັ່ງກ່າວ 2 ຄັ້ງຕິດຕໍ່ກັນ ຈຶ່ງຈະຖືກສະເໜີຊື່ໃຫ້ອອກຈາກປະເທດດ້ອຍພັດທະນາ ໂດຍຈະມີໄລຍະເວລາຂ້າມຜ່ານ 3 ປີ (ອີງຕາມສະພາບປົກກະຕິ) ເພື່ອຕິດຕາມເບິ່ງວ່າ ປະເທດດັ່ງກ່າວຍັງຢູ່ໃນເກນຂອງການຫຼຸດພົ້ນ ຫຼື ບໍ່. ຫຼັງຈາກນັ້ນ, ສະມັດຊາໃຫຍ່ ສປຊ ຈະສະເໜີຮັບຮອງເອົາຍັດຕິ ປະກາດລຶບຊື່ປະເທດທີ່ບັນລຸບັນດາເງື່ອນໄຂທີ່ກ່າວມານັ້ນອອກຈາກບັນຊີກຸ່ມປະເທດດ້ອຍພັດທະນາຢ່າງເປັນທາງການ.
ໃນໄລຍະຜ່ານມາ, ເພື່ອຊ່ວຍເຫຼືອໃຫ້ແກ່ປະເທດດ້ອຍພັດທະນາ, ອົງການສປຊໄດ້ຈັດກອງປະຊຸມປຶກສາຫາລື ແລະ ສ້າງແຜນດຳເນີນງານສຳລັບກຸ່ມປະເທດດ້ອຍພັດທະນາຂຶ້ນຈຳນວນ 4 ແຜນດຳເນີນງານ ຄື: ຄັ້ງທີ 1 ແລະ ຄັ້ງທີ 2 ແມ່ນຈັດຂຶ້ນຢູ່ທີ່ ປາຣີ, ປະເທດ ຝຣັ່ງ, ໂດຍໄດ້ສ້າງແຜນດຳເນີນງານ ປາຣີ ທົດສະວັດ 1990 - 2000, ຄັ້ງທີ 3 ທີ່ ບຣຸກແຊນ, ປະເທດ ແບນຊິກ, ໂດຍໄດ້ສ້າງຕັ້ງແຜນດຳເນີນງານ ບຣຸກແຊນ ທົດສະວັດ 2001 -2010, ຄັ້ງທີ 4 ທີ່ ອິສຕັນບູລ, ປະເທດ ຕວັກກີ, ໂດຍໄດ້ສ້າງແຜນດຳເນີນງານ ອີສຕັນບູລ ທົດສະວັດ 2011 - 2020 (Istanbul Programme of Action - IPoA). ສ່ວນຄັ້ງທີ 5 ແມ່ນຄາດວ່າຈະໄປຈັດທີ່ ໂດຮາ, ປະເທດ ກາຕາ, ໃນລະຫວ່າງວັນທີ 23 - 27 ມັງກອນ 2022. ນອກຈາກນັ້ນ, ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນດຳເນີນງານ ແລະ ສະໜອງການຊ່ວຍເຫຼືອໃຫ້ແກ່ກຸ່ມປະເທດດ້ອຍພັດທະນາ, ອົງການ ສປຊ ກໍ່ໄດ້ສ້າງຕັ້ງ ຫ້ອງການຂັ້ນສູງເພື່ອຮັບຜິດຊອບກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແລະ ກຸ່ມປະເທດເກາະດອນນ້ອຍກຳລັງພັດທະນາ (Office of High Representatives for Least Developed Countries, Landlocked Developing Countries, and Small Island Developing States - OHRLLS) ເພື່ອຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອປະເທດເຫຼົ່ານັ້ນ. ນັບຕັ້ງແຕ່ການສ້າງກຸ່ມປະເທດດ້ອຍພັດທະນາ ຂຶ້ນມາໃນປີ 1971 ຮອດປັດຈຸບັນ ແມ່ນມີພຽງແຕ່ 6 ປະເທດ ເທົ່ານັ້ນ ທີ່ສາມາດຫຼຸດພົົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄື: ປະເທດ ບອດສະວານາ ຫລຸດພົ້ນອອກໃນປີ 1994, ເຄບ ເວີດໃນປີ 2007, ມານດິບໃນປີ 2011, ຊາມົວໃນປີ 2014, ເອກົວຕໍເຣຍ ກີນີ ໃນປີ 2017 ແລະ ປະເທດວານູອາຕູ ໃນປີ 2021. ໃນການປະເມີນປີ 2021 ມີພຽງ: 3 ປະເທດ ທີ່ຖືກສະເໜີໃຫ້ຫຼຸດພົ້ນ ໄດ້ແກ່ ສປປ ລາວ, ບັງກະລາເທດແລະ ເນປານ.
ຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ສຸມທຸກຄວາມພະຍາຍາມເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ, ຕັດສິນໃຈວາງຄາດໝາຍສູ້ຊົນນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຂອງພັກ ສະໄໝທີ VI ໃນປີ 2000 ເປັນຕົ້ນມາ ໂດຍໄດ້ສຸມໃສ່ພັດທະນາເສດຖະກິດ-ສັງຄົມ, ລວມທັງການຜັນຂະຫຍາຍແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (National Economic and Social Development Plan - NSEDP). ໃນປີ 2015 ສປປລາວໄດ້ຖືກປະເມີນໂດຍCDPແຕ່ບໍ່ຜ່ານເກນປະເມີນທັງ 3 ເງື່ອນໄຂ. ຕໍ່ມາ, ໃນການປະເມີນປີ 2018 ສປປ ລາວສາມາດຜ່ານມາດຖານການປະເມີນ 2 ໃນ 3 ຂອງເງື່ອນໄຂ ໄດ້ເປັນເທື່ອທໍາອິດ ຄື: ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI) ຂອງ ສປປ ລາວ ໄດ້ 1.996 ໂດລາ ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 1.230 ຫລື ສູງກວ່າ; ດັດສະນີຊັບສິນມະນຸດ (HAI) ຂອງ ສປປ ລາວ ໄດ້ 72.8 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້່ງໄວ້ແມ່ນ 66 ຫລື ສູງກວ່າ; ສ່ວນດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ຂອງ ສປປ ລາວ ແມ່ນ 33.7 ຖືວ່າບໍ່ຜ່ານ ເນື່ອງຈາກມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32 ຫລື ຕໍ່າກວ່າ. ສະນັ້ນ, ໃນກອງປະຊຸມຮອບວຽນ 3 ປີ ລະຫວ່າງວັນທີ 22 - 26 ກຸມພາ 2021 ຜ່ານມາ, CDPຈຶ່ງໄດ້ນຳເອົາ ສປປ ລາວ ມາປະເມີນຄືນ,ເຊິ່ງຜົນຂອງການປະເມີນ ສປປ ລາວ ສາມາດຜ່ານເກນການປະເມີນທັງ 3 ເງື່ອນໄຂ ຄື: ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI)ຂອງ ສປປ ລາວ ໄດ້ 2.265 ໂດລາ ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 1.210 ໂດລາ ຫລື ສູງກວ່າ; ດັດສະນີຊັບສິນມະນຸດ (HAI) ຂອງ ສປປ ລາວ ໄດ້ 72.2 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້່ງໄວ້ແມ່ນ 66.0 ຫລື ສູງກວ່າ; ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ຂອງ ສປປ ລາວ ແມ່ນ 26.6 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32.0 ຫລື ຕໍ່າກວ່າ.
ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໂລກໂດຍລວມ ອັນໄດ້ສ້າງຄວາມຫຍຸ້ງຍາກສັບສົນ ເຮັດໃຫ້ການພັດທະນາດ້ານຕ່າງໆພົບກັບອຸປະສັກ ແລະ ກາຍເປັນບັນຫາທ້າທາຍໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ບວກໃສ່ ຂໍ້ມູນທີ່ຖືກນຳໃຊ້ເຂົ້າໃນການປະເມີນໂດຍ CPD ເປັນຂໍ້ມູນຮອດແຕ່ປີ 2019 ເຊິ່ງບໍ່ໄດ້ສ່ອງແສງເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າໃນການປະເມີນ, ອົງການ ສປຊ ຈຶ່ງໄດ້ຂະຫຍາຍໄລຍະເວລາຂ້າມຜ່ານຈາກປົກກະຕິ 3 ປີ ອອກໄປເປັນ 5 ປີ, ໝາຍຄວາມວ່າ ສປປ ລາວ ແລະ ປະເທດທີ່ຜ່ານການປະເມີນໃນຄັ້ງນີ້ຈະມີເວລາເພື່ອກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຮອດປີ 2026. ໃນໄລຍະດັ່ງກ່າວ,ອົງການ ສປຊ ຈະຕິດຕາມ ແລະ ກວດຄືນອີກຄັ້ງໃນປີ 2024 ເພື່ອເບິ່ງວ່າບັນດາປະເທດທີ່ຜ່ານເກນການປະເມີນ ໃນປີ 2021 ຈະສາມາດຖືກປະກາດຫຼຸດພົ້ນໄດ້ແທ້ ຫຼື ບໍ່, ທັງນີ້ກໍ່ເພື່ອຮັບປະກັນໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາຢ່າງມີຄຸນນະພາບ, ຢືນຍົງ ແລະ ຮັບປະກັນວ່າປະເທດທີ່ຫຼຸດພົ້ນຈະບໍ່ກັບມາເປັນປະເທດດ້ອຍພັດທະນາຄືນອີກ. ສິ່ງທີ່ສຳຄັນ ອົງການສະຫະປະຊາຊາດ ແລະ ວົງຄະນະຍາດສາກົນ ຍັງມີພັນທະໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະເທດເຫຼົ່ານີ້ ໃນຖານະທີ່ຍັງເປັນປະເທດດ້ອຍພັດທະນາ ໄປຈົນກວ່າຈະຖືກລຶບຊື່ອອກຈາກສະຖານະພາບດັ່ງກ່າວຢ່າງເປັນທາງການ.
ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ. ໃນຊຸມປີຜ່ານມາ ລັດຖະບານໄດ້ສຸມທຸກຄວາມພະຍາຍາມເພື່ອບັນລຸຄາດໝາຍດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ແລະ ຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ. ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ໄດ້ໝາຍຄວາມວ່າພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດໂດຍລວມອີກບາດກ້າວໜຶ່ງໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ. ການຜ່ານເກນການປະເມີນກໍ່ຍັງສະແດງເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍຄຳໝັ້ນສັນຍາຕໍ່ສາກົນ ກໍ່ຄືຄາດໝາຍທີ່ ອົງການ ສປຊ ໄດ້ຕັ້ງໄວ້ ທີ່ຈະສູ້ຊົນຊ່ວຍໃຫ້ຈຳນວນປະເທດດ້ອຍພັດທະນາຫຼຸດລົງເຄິ່ງໜຶ່ງ ພາຍໃນປີ 2020. ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ສປປ ລາວ ກໍ່ອາດຈະປະເຊີນກັບບັນດາສິ່ງທ້າທາຍພາຍຫຼັງຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດຢ່າງຫຼີກລ້ຽງບໍ່ໄດ້. ດ້ານການຄ້າອາດຈະບໍ່ກະທົບຫລາຍປານໃດ, ເນື່ອງຈາກວ່າ ສປປ ລາວ ບໍ່ໄດ້ນຳໃຊ້ສິດທິພິເສດທາງການຄ້າ(Generalized system of preferences -GSP)ທີ່ໄດ້ຮັບໃນນາມເປັນປະເທດດ້ອຍພັດທະນາ ເພື່ອສົ່ງອອກສິນຄ້າໄປຍັງຕະຫຼາດຢູ່ໃນ ທະວີບເອີຣົບ ຢ່າງມີປະສິດທິຜົນ ແຕ່ ສປປ ລາວ ກໍ່ຈະເສຍສິດທິພິເສດເຫຼົ່ານັ້ນໄປເຊັ່ນ: ສິດທິໃນການຍົກເວັ້ນພາສີ ແລະ ໂກຕາ (duty - free; quota - free ຫລື DDQF) ໃນການສົ່ງອອກສິນຄ້າຂອງຕົນໄປສູ່ຕະຫຼາດທີ່ໃຫ້ສິດທິພິເສດເຫຼົ່ານັ້ນໂດຍສະເພາະແມ່ນການສົ່ງອອກໄປປະເທດສະຫະພາບເອີຣົບ(EU). ນອກຈາກນັ້ນ, ການເຂົ້າເຖິງແຫຼ່ງທຶນສາກົນ ໂດຍສະເພາະການກູ້ຢືມທີ່ມີອັດຕາດອກເບ້ຍຕໍ່າ, ການກູ້ຢືມທຶນເພື່ອການພັດທະນາ ທີ່ສປປ ລາວ ເຄີຍເຂົ້າເຖີງໃນຖານະເປັນປະເທດດ້ອຍພັດທະນາ, ມູນຄ່າການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ກໍ່ອາດຈະຫລຸດລົງ ເນື່ອງຈາກບັນດາປະເທດຜູ້ໃຫ້ທຶນ ຫຼື ຄູ່ຮ່ວມພັດທະນາອາດຫັນການຊ່ວຍເຫລືອໄປໃຫ້ປະເທດທີ່ຍັງຢູ່ໃນສະຖານະພາບເປັນປະເທດດ້ອຍພັດທະນາອື່ນ. ການສະໜັບສະໜູນທຶນໃຫ້ເຂົ້າຮ່ວມກອງປະຊຸມສາກົນ ກໍ່ອາດຫຼຸດລົງ, ກົງກັນຂ້າມ ການຈ່າຍເງິນພັນທະປະກອບສ່ວນໃຫ້ແກ່ ອົງການສປຊ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີ ກໍ່ຈະມີການເພີ່ມຂຶ້ນ ອີງຕາມເພດານການຄິດໄລ່ ໃນຖານະທີ່ບໍ່ແມ່ນປະເທດດ້ອຍພັດທະນາ.
ບົນພື້ນຖານຜົນສຳເລັດ ແລະ ສິ່ງທ້າທາຍດັ່ງກ່າວ, ມັນເລັ່ງທ້ວງໃຫ້ທົ່ວພັກ ທົ່ວລັດ ແລະ ປວງຊົນລາວທັງຊາດຈະຕ້ອງໄດ້ເດັດດ່ຽວພ້ອມກັນ ເພີ່ມທະວີຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານ ແລະ ຫລຸດຜ່ອນການເອື່ອຍອີງໃສ່ການຊ່ວຍເຫລືອຈາກຕ່າງປະເທດໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນການກະກຽມຄວາມພ້ອມທາງດ້ານພື້ນຖານໂຄງລ່າງເສດຖະກິດຂອງປະເທດ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ,ການຍົກສູງຄວາມອາດສາມາດ ແລະ ສະມັດຖະພາບດ້ານການຜະລິດພາຍໃນ ເພື່ອເຮັດໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຈະຊ່ວຍເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ພົ້ນເດັ່ນຂຶ້ນໃນເວທີສາກົນ ລວມທັງບົດບາດໃນການປຶກສາຫາລືບັນຫາການເມືອງໂລກ. ໃນດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດກັບພາກກພື້ນ ແລະ ສາກົນ ກໍ່ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຕ່າງປະເທດ ໃຫ້ມີຄວາມສົນໃຈເຂົ້າມາລົງທຶນຢູ່ປະເທດເຮົາຫຼາຍຂຶ້ນ ອັນຈະເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ເສດຖະກິດຂອງປະເທດເຮົາ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງມີຄຸນນະພາບ ຕາມທິດຍືນຍົງ ແລະ ສີຂຽວ.
VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ... |
ຮອງນາຍົກລັດຖະມົນຕີສປປ.ລາວ ຕ້ອນຮັບຜູ້ຕາງຫນ້າ ອົງການ UNICEF ປະຈຳປະເທດລາວ ຍສໝ - ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ(Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ... |
ສປປ ລາວ: ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະ ປ່າໄມ້ໃນຂອບເຂດທົ່ວປະເທດລາວແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4 ປັດຈຸບັນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະປ່າໄມ້ ໃນຂອບເຂດທົ່ວປະເທດລາວ ແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4,2 ຕື້ໂດລາ |
kpl.gov.la