VUFO: ເປັນຂົວຕໍ່ຊ່ວຍ Plan International ເຜີຍແຜ່ຄຸນຄ່າໃຫ້ແກ່ເດັກນ້ອຍ ແລະ ຊຸມຊົນ

VUFO: ເປັນຂົວຕໍ່ຊ່ວຍ Plan International ເຜີຍແຜ່ຄຸນຄ່າໃຫ້ແກ່ເດັກນ້ອຍ ແລະ ຊຸມຊົນ

ຍສໝ - ນັ້ນ​ແມ່ນການແບ່ງປັນຂອງທ່ານນາງ ເລກວິ່ງລານ, ຜູ້​ອຳ​ນວຍ​ການ​ໃຫຍ່​ປະ​ເທດ​ຂອງ​ອົງ​ການ​ Plan International ຫວຽດ​ນາມ ໄດ້​ແບ່ງ​ປັນ​ເມື່ອ​ກ່າວ​ເຖິງ​ການ​ເດີນ​ທາງ​ຂອງ​ຫຼາຍ​ກວ່າ 30 ປີ​ກັບ​ລູກ​ຫຼານ​ຫວຽດ​ນາມ. ສຳລັບທ່ານ​ນາງ​ແລ້ວ, ການ​ໜູນ​ຊ່ວຍ ​ແລະ ການ​ເຊື່ອມ​ໂຍງ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໄດ້​ສ້າງ​ເງື່ອນ​ໄຂ​ສຳຄັນ​ໃຫ້​ແກ່ Plan International ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ, ​ເຜີຍ​ແຜ່​ຄຸນຄ່າ​ມະນຸດສະທຳ ​ແລະ ຍືນ​ຍົງ​ໃຫ້​ແກ່​ເດັກນ້ອຍ.

ຄວາມ​ສາ​ມັກ​ຄີ​ຫວຽດ​ນາມ - ກູ​ບາ ແມ່ນ​ຄຳ​ສັ່ງ​ຂອງ​ຫົວ​ໃຈ

ຄວາມ​ສາ​ມັກ​ຄີ​ຫວຽດ​ນາມ - ກູ​ບາ ແມ່ນ​ຄຳ​ສັ່ງ​ຂອງ​ຫົວ​ໃຈ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ (2 ທັນວາ 1960 – 2 ທັນວາ 2025), ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ແບ່ງປັນກັບວາລະສານ ຍຸກສະໄໝ ກ່ຽວກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ.

ສະມາຄົມມິດຕະພາບຫວຽດນາມ - ກູບາ ໃນການເດີນທາງອັນສະຫງ່າລາສີ ຄົບຮອບ 75 ປີຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ

ສະມາຄົມມິດຕະພາບຫວຽດນາມ - ກູບາ ໃນການເດີນທາງອັນສະຫງ່າລາສີ ຄົບຮອບ 75 ປີຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ

ຍສໝ - ປີ 1950, ສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ໄດ້ເຂົ້າສູ່ສະພາບການໃໝ່, ເມື່ອການປະຕິວັດຫວຽດນາມ ມີການພົວພັນທາງການທູດກັບກຳລັງປະຕິວັດໂລກ, ໃນນັ້ນມີສະຫະພາບໂຊວຽດ ແລະ ຈີນ, ຄະນະ​ກຳມະການ​ປົກ​ປັກ​ຮັກສາ​ສັນຕິພາບ​ໂລກ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ເຂດ​ທະຫານຫວຽດບັກ ​ເປັນ​ອົງການ​ການ​ຕ່າງປະ​ເທດ​ປະ​ຊາ​ຊົນແຫ່ງ​ທຳ​ອິດ, ອົງການທຳອິດຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ປະຈຸປັນ.

ຫວຽດ​ນາມ ແລະ ສິງ​ກະ​ໂປ ລົງ​ນາມ​ໃນ​ບົດ​ບັນ​ທຶກຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າ​ສານ

ຫວຽດ​ນາມ ແລະ ສິງ​ກະ​ໂປ ລົງ​ນາມ​ໃນ​ບົດ​ບັນ​ທຶກຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າ​ສານ

ຍສໝ - ວັນ​ທີ 30 ຕຸລາ​ນີ້, ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ທີ່​ຈັດ​ຂຶ້ນ​ຢູ່ Gyeongju, ສ.​ເກົາຫຼີ, ຫວຽດນາມ ​ແລະ ສິງກະ​ໂປ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOC) ກ່ຽວ​ກັບ​ການ​ຄ້າ​ເຂົ້າສານ.

ລະຄອນຕຸກກະຕານ້ຳ ຫວຽດນາມ ຊະນະຜູ້ຊົມລາວ

ລະຄອນຕຸກກະຕານ້ຳ ຫວຽດນາມ ຊະນະຜູ້ຊົມລາວ

ຍສໝ​ - ຕອນ​ຄ່ຳ​ວັນ​ທີ 28 ຕຸລາ 2025, ​ໃນ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ (2 ທັນວາ 1975-2 ທັນວາ 2025), ສະຖານທູດ​ຫວຽດນາມ ປະຈຳ​ລາວ ສົມທົບ​ກັບ​ກະຊວງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ, ສູນວັດທະນະທຳຫວຽດນາມ ປະຈຳລາວ ແລະ ໂຮງລະຄອນຕຸກກະຕານ້ຳຫວຽດນາມ ໄດ້ຈັດຕັ້ງການສະແດງສີລະປະລະຄອນຕຸກກະຕານ້ຳທີ່ເປັນເອກະລັກສະເພາະຢູ່ໂຮງກາຍະສິນແຫ່ງຊາດລາວ.

ຊຸກຍູ້ສາຍພົວພັນຫວຽດນາມ - ລາວ ຜ່ານການຮ່ວມມືລົງທຶນລະຫວ່າງບັນດາທ້ອງຖິ່ນ

ຊຸກຍູ້ສາຍພົວພັນຫວຽດນາມ - ລາວ ຜ່ານການຮ່ວມມືລົງທຶນລະຫວ່າງບັນດາທ້ອງຖິ່ນ

ຍສໝ - ຕອນບ່າຍວັນທີ 23 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດລາວ ໃນນະຄອນຫຼວງວຽງຈັນ, ທ່ານ ຫວູຫງອກລີ, ກົງສຸນໃຫຍ່ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈຳ ຫຼວງພະບາງ, ພ້ອມດ້ວຍພັນລະຍາ ໄດ້ຍື່ນສານມອບໝາຍກົງສຸນຂອງ ທ່ານ ເລຮວ່າຍຈຸງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຕໍ່ກະຊວງການຕ່າງປະເທດລາວ.

ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ ຫວຽດນາມ ​ແລະ ​ໄທ

ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ ຫວຽດນາມ ​ແລະ ​ໄທ

ຍສໝ - ຫວ່າງແລ້ວນີ້, ທ່ານ ດິງຮ່ວາງລິງ, ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ໄທ ຫາກໍມີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ກັບ​ມະຫາວິທະຍາ​ໄລ​ອາ​ຊຽນ ​ແລະ ມະຫາວິທະຍາ​ໄລ​ຂອນ​ແກ່ນ ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ​ແລກປ່ຽນ​ນັກ​ສຶກສາ ​ແລະ ຊຸກຍູ້​ຄວາມ​ເຂົ້າ​ໃຈ​ຫວຽດນາມ ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ​ໄທ (1976-2026).

ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຣິ​ກາ​ໃຕ້ ຢ້ຽມ​ຢາມທາງລັດຖະກິດ​ຫວຽດ​ນາມ

ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຣິ​ກາ​ໃຕ້ ຢ້ຽມ​ຢາມທາງລັດຖະກິດ​ຫວຽດ​ນາມ

ຍສໝ - ວັນທີ 23 ຕຸລາ, ທ່ານປະທານາທິບໍດີ ສາທາລະນະລັດ ອາຟຣິກາໃຕ້ Matamela Cyril Ramaphosa ໄດ້ເລີ່ມການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 23 – 24 ຕຸລາ ຕາມຄຳເຊີນຂອງທ່ານປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເລືອງເກື່ອງ.

80 ປີ ຂະແໜງການຕ່າງປະເທດ ລາວ ແລະ ຫວຽດນາມ ຮັບໃຊ້ປະເທດຊາດ ແລະ ເພີ່ມພູນຄູນສ້າງສາຍພົວພັນນັບມືນັບຂະຫຍາຍຕົວ

80 ປີ ຂະແໜງການຕ່າງປະເທດ ລາວ ແລະ ຫວຽດນາມ ຮັບໃຊ້ປະເທດຊາດ ແລະ ເພີ່ມພູນຄູນສ້າງສາຍພົວພັນນັບມືນັບຂະຫຍາຍຕົວ

ຍສໝ - ປີ 2025, ຂະ​ແໜງ​​ການ​ຕ່າງ​ປະ​ເທດ ຫວຽດນາມ - ລາວ, ​ຫວຽດນາມ - ລາວ ລ້ວນ​ແຕ່​ຈະ​ສະ​ເຫລີມ​ສະ​ຫລອງ ວັນ​ສ້າງ​ຕັ້ງ​ຄົບ​ຮອບ 80 ປີ​, ໃນ​ນັ້ນ ວັນ​ທີ 28 ສິງຫາ 1945 ແມ່ນ​ວັນ​ມູນ​ເຊື້ອ​ ຂອງ​ຂະ​ແໜງ​ການ​ການ​ທູດ​ຫວຽດ​ນາມ ແລະ ວັນ​ທີ 12 ຕຸລາ 1945 ແມ່ນ​ວັນ​ການ​ທູດ​ລາວ​

ກອງປະຊຸມເຄິ່ງຊັກນຳໄຟຟ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1: ວາງພື້ນຖານການຮ່ວມມືຄົ້ນຄວ້າ ແລະ ບຳລຸງສ້າງລະຫວ່າງ 2 ປະເທດ

ກອງປະຊຸມເຄິ່ງຊັກນຳໄຟຟ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1: ວາງພື້ນຖານການຮ່ວມມືຄົ້ນຄວ້າ ແລະ ບຳລຸງສ້າງລະຫວ່າງ 2 ປະເທດ

ຍສໝ - ກອງປະຊຸມເຄິ່ງຊັກນຳໄຟຟ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1 (Viet Nam-Japan Semiconductor Symposium – VJSS 2025) ໄດ້​ຮັບ​ການ​ຮ່ວມ​ມື​ໂດຍ​ສະ​ມາ​ຄົມ​ນັກ​ປັນ​ຍາ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ແລະ ສະ​ຖານ​ກົງ​ສຸນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Osaka ສົມທົບ​ກັບ​ສະ​ມາ​ຄົມນັກປັນຍາຜູ້ຍິງຫວຽດ​ນາມ - ຍີ່​ປຸ່ນ ແລະ ເຄືອ​ຂ່າຍ​ນັກຮຽນຮູ້ຊາວ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ (VANJ). ງານ​ມະ​ໂຫລານ​ໄດ້​ເຕົ້າ​ໂຮມ​ຜູ້​ແທນ​ເກືອບ 100 ຄົນ, ​ໃນ​ນັ້ນ​ມີ​ບັນດາ​ນັກວິທະຍາສາດ, ນັກ​ວິ​ສາ​ຫະກິດ, ນັກ​ຊ່ຽວຊານ​ຫວຽດນາມ, ຍີ່ປຸ່ນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສາກົນ, ພ້ອມ​ກັບ​ຜູ້​ຊົມ​ທາງ​ອອນ​ລາຍ​ນັບ​ຮ້ອຍ​ຄົນ.

ຜູ້​ທີ່​ເຊື່ອມ​ຕໍ່​ຂົວ​ທາງ​ການ​ສຶກ​ສາ​ລະ​ຫວ່າງ​ຫວຽດ​ນາມ ແລະ ໂລກ

ຜູ້​ທີ່​ເຊື່ອມ​ຕໍ່​ຂົວ​ທາງ​ການ​ສຶກ​ສາ​ລະ​ຫວ່າງ​ຫວຽດ​ນາມ ແລະ ໂລກ

ຍສໝ - ຈາກ​ການ​ເດີນ​ທາງ​ຂອງ​ຕົນ, ທ່ານ ກຽນ​ຟ້າມ (ຊາວຫວຽດນາມອາໄສຢູ່ອາເມລິກາ) ໄດ້​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ພະ​ລັງ​ງານ​ການ​ສຶກ​ສາ​ໃນ​ການ​ປ່ຽນ​ແປງ​ຈຸດ​ໝາຍ​ປາຍ​ທາງ ແລະ ໄດ້​ອຸ​ທິດ​ສຸດ​ທ້າຍ​ຂອງ​ຊີ​ວິດ​ເພື່ອ​ເປີດ​ຂົວ​ທາງ​ຮ່ຳ​ຮຽນ​ໃຫ້​ລຸ້ນ​ໜຸ່ມ.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 14 ຕຸລາ, ທີ່ນະຄອນຫຼວງວຽງຈັນ (ລາວ), ທ່ານພົນໂທ ຄຳລຽງ ອຸດທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນື່ອງໃນໂອກາດນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ທີ່​ພິ​ທີ, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ໃນວຽກ​ງານ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກ​ສາ​​ຊາຍ​ແດນ​ສອງປະເທດຫວຽດ​ນາມ - ລາວ.

ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.

ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.

ຍສໝ - ວັນທີ 12 ຕຸລາ, ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ”, ເພື່ອແນໃສ່ເພີ່ມທະວີການພົວພັນຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ, ສ້າງເງື່ອນໄຂໃຫ້ບັນດານັກສຶກສາສາກົນເຂົ້າໃຈເຖິງມູນເຊື້ອປະຕິວັດ, ວັດທະນະທໍາ ແລະປະຊາຊົນຫວຽດນາມ ກ່ວາອີກ.

ແບນຊິກ ຖືເປັນສຳຄັນການຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ

ແບນຊິກ ຖືເປັນສຳຄັນການຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ

ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສປະຕູທົ່ວໂລກ ຄັ້ງທີ 2, ວັນທີ 10 ຕຸລາ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Peter De Roover, ປະທານສະພາຕໍ່າ ແບນຊິກ.

Samaritan’s Purse ໄດ້ມອບຂອງຂວັນກວ່າ 3.000 ຊຸດໃຫ້ແກ່ປະຊາຊົນໃນແຂວງ ລ້າງເຊີນ, ຮ່າຕິ້ງ, ຕວຽນກວາງ.

Samaritan’s Purse ໄດ້ມອບຂອງຂວັນກວ່າ 3.000 ຊຸດໃຫ້ແກ່ປະຊາຊົນໃນແຂວງ ລ້າງເຊີນ, ຮ່າຕິ້ງ, ຕວຽນກວາງ.

ຍສໝ - ວັນທີ 8 ຕຸລາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກ ຄຳສັ່ງເລກທີ 4156/QĐ-BNNMT ແລະ ຄຳສັ່ງເລກທີ 4157/QĐ-BNNMT ກ່ຽວກັບການຮັບການຊ່ວຍເຫຼືອສາກົນດ່ວນຈາກ ອົງການ Samaritan’s Purse (ສະຫະລັດອາເມລິກາ) ເພື່ອຊ່ວຍເຫຼືອປະຊາຊົນໃນແຂວງ ລ້າງເຊີນ, ຮ່າຕິ້ງ, ຕວຽນກວາງ ໃນການແກ້ໄຂຜົນກະທົບຈາກພາຍຸເລກທີ 10 ແລະ ຝົນນ້ຳຖ້ວມຫຼັງພາຍຸ.

ເຜີຍແຜ່ວັດທະນະທຳ ແລະ ພາສາຫວຽດນາມ ຢູ່ລາວ

ເຜີຍແຜ່ວັດທະນະທຳ ແລະ ພາສາຫວຽດນາມ ຢູ່ລາວ

ຍສໝ - ຕາມ​ນັກ​ຂ່າວ VNA ຢູ່​ລາວ​ແລ້ວ, ຢູ່​ຂອບເຂດ​ວັດເຟິດຕິກ ຢູ່​ນະຄອນຫຼວງ​ວຽງ​ຈັນ, ມີ​ສະຖານ​ທີ່​ພິ​ເສດ​ທີ່​ເປັນ​ທີ່​ຮັກ​ແພງ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ບ້ານ ​ແລະ ​ເພື່ອນ​ລາວ​ຫຼາຍ​ຄົນ​ຄື: ຕູ້ປຶ້ມ​ຫວຽດນາມ. ນີ້ບໍ່ພຽງແຕ່ເປັນບ່ອນເກັບມ້ຽນປຶ້ມກວ່າປື້ມ 500 ຫົວເທົ່ານັ້ນ, ຕູ້ປຶ້ມແຫ່ງນີ້ຍັງກາຍເປັນສະຖານທີ່ທີ່ຄຸ້ນເຄີຍຂອງບັນດານັກຮຽນພາສາຫວຽດນາມ ທີ່ບໍ່ເສຍຄ່າຢູ່ວັດ, ພ້ອມກັນນັ້ນກໍ່ແມ່ນ “ຂົວເຊື່ອມຕໍ່” ບຳລຸງສ້າງຄວາມຮັກແພງພາສາ, ວັດທະນະທຳ ແລະ ຄວາມຮູ້ ຫວຽດນາມໃນປະເທດລາວ.

ຜູກມັດ​ປະ​ຊາ​ຄົມ - ຮັດ​ແໜ້ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

ຜູກມັດ​ປະ​ຊາ​ຄົມ - ຮັດ​ແໜ້ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

ຍສໝ - ການສ້າງຕັ້ງຄະນະຄຸ້ມຄອງທັງມີລັກສະນະບໍລິຫານ, ທັງແມ່ນບາດກ້າວຍຸດທະສາດ ແນໃສ່ຍົກສູງປະສິດທິຜົນການຈັດຕັ້ງຂອງປະຊາຄົມ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

ຊຸກຍູ້ບັນດາໂຄງການຮ່ວມມື ຫວຽດນາມ-ລາວ ຢ່າງວ່ອງໄວ, ເຂັ້ມແຂງ ແລະມີປະສິດທິຜົນ

ຊຸກຍູ້ບັນດາໂຄງການຮ່ວມມື ຫວຽດນາມ-ລາວ ຢ່າງວ່ອງໄວ, ເຂັ້ມແຂງ ແລະມີປະສິດທິຜົນ

ຍສໝ - ຕອນເຊົ້າວັນທີ 3 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຈີ໊ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ວິສາຫະກິດກ່ຽວກັບການກວດກາຄືນສະພາບການຜັນຂະຫຍາຍການຮ່ວມມື ຫວຽດນາມ-ລາວ.

ໄຂເປີດສັບ​ປະ​ດາ​ວັດ​ທະ​ນະ​ທຳ​ລາວ ຢູ່ ຫວຽດ​ນາມ ປີ 2025

ໄຂເປີດສັບ​ປະ​ດາ​ວັດ​ທະ​ນະ​ທຳ​ລາວ ຢູ່ ຫວຽດ​ນາມ ປີ 2025

ຍສໝ - ພິທີໄຂສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025 ດຳເນີນໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ໃນຕອນຄ່ຳວັນທີ 02 ຕຸລາ, ເປີດອອກບັນດາເທດສະການວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງປະເທດລາວລ້ານຊ້າງ ຢູ່ ຫວຽດນາມ.

ນຳການພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ມົງ​ໂກລີ ພັດທະນາຢ່າງແທດຈິງ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ

ນຳການພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ມົງ​ໂກລີ ພັດທະນາຢ່າງແທດຈິງ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ

ຍສໝ - ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນກວາງເຟືອງ ຕີ​ລາຄາ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ມົງ​ໂກ​ລີ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ທີ່ດີງາມ​ທີ່​ສຸດ.

ຫວຽດນາມ - ລາວ ​ເຊື່ອມ​ຕໍ່​ມໍລະດົກ, ​ໂຄສະນາ​ວັດທະນະທຳ ​ແລະ ພັດທະນາ​ການທ່ອງທ່ຽວ

ຫວຽດນາມ - ລາວ ​ເຊື່ອມ​ຕໍ່​ມໍລະດົກ, ​ໂຄສະນາ​ວັດທະນະທຳ ​ແລະ ພັດທະນາ​ການທ່ອງທ່ຽວ

ຍສໝ - ຈາກບັນດາ​ໂຄງການ​ແລກປ່ຽນ​ວັດທະນະທຳ-ສິລະ​ປະ​ເຖິງ​ການ​ຮ່ວມ​ມື​ອະນຸລັກ​ຮັກສາ​ມໍລະດົກ ​ແລະ ພັດທະນາ​ການທ່ອງທ່ຽວ, ຫວຽດນາມ ​ແລະ ລາວ ພວມ​ສືບ​ຕໍ່​ຢືນຢັນ​ສາຍ​ພົວພັນ​ມິດຕະພາບແບບພິເສດ, ຮ່ວມ​ກັນ​ເພື່ອຊຸກຍູ້​ບັນດາ​ຄຸນຄ່າ​ແບບ​ຍືນ​ຍົງ​ໃນ​ໄລຍະ​ໃໝ່.

ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຸນກາຣີ

ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຸນກາຣີ

ຍສໝ - ໃນຂອບເຂດການປະຕິບັດງານຢູ່ ບຸນກາຣີ, ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດບຸນກາຣີ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Nikolay Pavlov ຮອງລັດຖະມົນຕີກະຊວງການຕ່າງປະເທດບຸນກາຣີ.

ຫວຽດ​ນາມ, ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ການ​ສຶກ​ສາ STEM – Robotics

ຫວຽດ​ນາມ, ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ການ​ສຶກ​ສາ STEM – Robotics

ຍສໝ - ກອງປະຊຸມສຳມະນາໄດ້ນຳມາເຊິ່ງບັນດາຄວາມຮູ້ຕົວຈິງ, ວິທີການຜັນຂະຫຍາຍການສຶກສາ STEM ໃຫ້ແກ່ຄູສອນ ແລະ ນັກຮຽນລາວ, ພ້ອມທັງເປີດໂອກາດຮ່ວມມືໃໝ່ ລະຫວ່າງບັນດາຮາກຖານການສຶກສາສອງປະເທດ.

ສື່ມວນຊົນ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນສັງກາດດີຈີຕອນ

ສື່ມວນຊົນ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນສັງກາດດີຈີຕອນ

ຍສໝ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ, ຄະນະຜູ້ແທນໜັງສືພິມປະຊາຊົນລາວ ນໍາໂດຍທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນລາວ ໄດ້ມີການພົບປະ ແລະເຮັດວຽກກັບສໍານັກຂ່າວສານຫວຽດນາມ.

ຫວຽດນາມ-ນິວຊີແລນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຫວຽດນາມ-ນິວຊີແລນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຍສໝ - ໃນລະຫວ່າງວັນທີ 22-25 ກັນຍາ, ທ່ານ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ໄປຢ້ຽມຢາມນິວຊີແລນ-ການຢ້ຽມຢາມຂັ້ນສູງຄັ້ງທໍາອິດ ພາຍຫຼັງທີ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດກວ້າງກາລະໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ.

ລາຍ​ການ​ສະ​ແດ​ງ​ສິ​ລະ​ປະ “ນັກ​ສຶກ​ສາ ຫວຽດ - ລາວ, ເອກ​ອ້າງ​ທະ​ນົງ​ໃຈ​ສືບຕໍ່ກ້າວ​ເດີນ​”

ລາຍ​ການ​ສະ​ແດ​ງ​ສິ​ລະ​ປະ “ນັກ​ສຶກ​ສາ ຫວຽດ - ລາວ, ເອກ​ອ້າງ​ທະ​ນົງ​ໃຈ​ສືບຕໍ່ກ້າວ​ເດີນ​”

ຍສໝ ​- ລາຍການສະແດງສິລະປະ “ນັກສຶກສາ ຫວຽດນາມ - ລາວ, ເອກອ້າງທະນົງໃຈສືບຕໍ່ກ້າວເດີນ” ໄດ້ດຳເນີນໃນຕອນຄ່ຳວັນທີ 20 ກັນຍາ, ຢູ່ສະໜາມຫຼວງ ຮູບປັ້ນ ໄຊຊະນະ ນຸ໊ຍບ່າ, ຕາແສງ ກາດຕຽນ, ແຂວງ ຢາຣາຍ.

ເລີມດົງ ເສີມຂະຫຍາຍການ​ພົວພັນ​ມິດຕະພາບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ

ເລີມດົງ ເສີມຂະຫຍາຍການ​ພົວພັນ​ມິດຕະພາບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ

ຍສໝ - ຄະ​ນະ​ປະຕິບັດງານສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແຂວງ ເລີມດົງ ຫາ​ກໍ່​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ, ມອບ​ຂອງ​ຂວັນ​ຢູ່​ບັນ​ດາ​ແຂວງ ລາວ. ທ່ານ ຫງວຽນ​ບ້ານ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ​ ເລີມດົງ ​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ສະມາຄົມ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ.

ຊຸກຍູ້​ການ​ຮ່ວມ​ມື​​ລັດ​ຖະ​ສະພາ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຊຸກຍູ້​ການ​ຮ່ວມ​ມື​​ລັດ​ຖະ​ສະພາ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຍສໝ - ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ເລແອງຕ໋ວນ ໄດ້​ຕອບ​ຄຳສຳພາດ​ຕໍ່​ນັກ​ຂ່າວ​ໃນ​ໂອກາດການໄປປະຕິບັດງານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລະຫວ່າງ​​​ລັດ​ຖະ​ສະພາ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 46 (AIPA-46) ​ແລະ ການ​ຢ້ຽມຢາມ​ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-20 ກັນຍາ 2025.

|< < 1 2 3 4 5 > >|