ໂລກ​ລະ​ບາດ Covid – 19 ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ເຖິງ​ເສດ​ຖະ​ກິດ​ອ​າ​ຊີ

06:07 | 01/04/2020

ຍສໝ - ອັດຕາການເຕີບໂຕຂອງ ອາຊີຕາເວັນອອກ - ປາຊີຟິກຈະຫຼຸດແຕ່ ລະດັບ 5,8% ຂອງປີ 2019 ລົງ 2,1%ໃນປີ 2020.

ໂລກ ລະ ບາດ covid 19 ສ ງ ຜ ນ ກະ ທ ບ ຢ າງ ແຮງ ເຖ ງ ເສດ ຖະ ກ ດ ອ າ ຊ ອ​າ​ຊຽນຍົກ​ສູງ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ໂລກ ລະ ບາດ covid 19 ສ ງ ຜ ນ ກະ ທ ບ ຢ າງ ແຮງ ເຖ ງ ເສດ ຖະ ກ ດ ອ າ ຊ ເລຂາທິການໃຫຍ່, ປະທານປະເທດຫວຽດນາມໄດ້ອອກຄໍາຮຽກຮ້ອງທົ່ວປວງຊົນທັງຊາດຫວຽດນາມ ຮ່ວ​ມ​ແຮງ​ຮ່ວ​ມ​ໃຈ ​ເພື່ອ​ເອົາ​ຊະນະ​ໂລກລະບາດ​ໂຄ​ວິດ - 19
ໂລກ ລະ ບາດ covid 19 ສ ງ ຜ ນ ກະ ທ ບ ຢ າງ ແຮງ ເຖ ງ ເສດ ຖະ ກ ດ ອ າ ຊ
ໂລກ​ລະ​ບາດ Covid – 19 ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ເຖິງ​ເສດ​ຖະ​ກິດ​ອ​າ​ຊີ.(ພາບປະກອບ:tinnhanhchungkhoan.vn)

ຖ້າກໍລະນີຊົ່ວຮ້າຍທີ່ສຸດເກີດຂຶ້ນ, ຜົນກະທົບທາງລົບຂອງໂລກລະບາດຈະແກ່ຍາວຮອດປີໜ້າ, ເສດຖະກິດຢູ່ພາກພື້ນນີ້ຄາດວ່າຈະຫຼຸດລົງ 0,5%, ລະດັບອ່ອນແອທີ່ສຸດນັບແຕ່ເກີດວິກິດການເສດຖະກິດອາຊີ ປີ 1997 – 1998. ທ່ານ​ປານີ​ຈີ​​ໂຈກ​ລູ ນັກ​ເສດຖະສາດ​ໃຫ້​ຮູ້​ວ່າ ການ​ແຜ​່ລະບາດ​ຂອງ​ພະຍາດ​ນີ້ ​ໄດ້​ສົ່ງ​ຜົນ​ກະທົບຢ່າງ​ໜັກ​ເຖິງ​ເສດຖະກິດ​​ໂລກ ​ເຮັດ​ໃຫ້​ບັນດາ​ຕະຫລາດ​ຕ້ອງ​ຜະ​ເຊີນ​ກັບ​ຄວາມ​ສັບສົນ ​ແລະ ບັນດາ​ກອງ​ທຶນ​​ແຫ່ງ​ຊາດ ຈາກ​ນ້ຳມັນ ​ແລະ ບໍ່​ແມ່ນ​ນ້ຳມັນ ຕ້ອງ​ເສຍ​ຫາຍ​ປະມານ 1.000 ຕື້​ໂດ​ລາ​ສະຫະລັດ ​​ເຊິ່ງ​ເປັນການ​ລົງທຶນ​ເຂົ້າ​ໃນ​ໃບ​ຮຸ້ນ.

ຕົ​ວ​ເລກ​ດັ່ງກ່າວ ອ້າງ​ຕາມ​ຂໍ້​ມູນ​ຈາກ​ກອງ​ທຶນ​ແຫ່ງ​ຊາດ ​ແລະ ກຸ່ມ​ການຄົ້ນ​ຄ້ວາ​ຂອງ Sovereign Wealth Fund Institude. ລັດຖະບານ​ປະ​ເທດ​ຕ່າງໆ ພວມ​ຜະ​ເຊີນ​ໜ້າ​ກັບ ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ ​ເມື່ອ​ແຫ​ລ່ງລາຍ​ຮັບ​ຫລຸດ​ລົງ ​ເນື່ອງ​ຈາກ​ລາຄາ​ນ້ຳມັນ​ຫລຸດ​ລົງ ​ແລະ ຄ່າ​​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ ​​​ເມື່ອ​ຮັບຮອງ​ງົບປະມານ​ສຸກ​ເສິນ. ນອກຈາກ​ນັ້ນ, ທ່ານ​ປານີ​ຈີ​​ໂຈກ​ລູ ຍັງ​ກ່າວ​ວ່າ ບັນດາ​ ກອງ​ທຶນ​​ແຫ່ງ​ຊາ​ດ ອາດ​ຈະ​ຖອນ​ບ້ວງ​ເງິນ​ປະມານ 100-150 ຕື້​ໂດ​ລາ​ສະຫະລັດ​ ຈາກ​ບ້ວງ​ເງິນ​ການ​ລົງທຶນ​ເຂົ້າ​ໃນ​ໃບ​ຮຸ້ນ, ຍົກ​ເວັ້ນກອງ​ທຶນ​ນອກ​ແວ. ຄາດ​ວ່າ ​ໃນ​ຊຸ​ມອາທິດ​ຕໍ່ໜ້າ, ອາດ​ຈະ​ຂາຍ​​ໃບ​ຮຸ​້ນ​ເພີ່ມ​ຕື່ມ ​ໂດຍ​ມີ​ມູນ​ຄ່າ 50-75 ຕື້​ໂດ​ລາ​ສະຫະລັດ​​.

ພື້ນຖານ ​ເສດຖະກິດ ຖືກ​ຊຸດ​ໂຊມ​ລົງ​ ຢ່າງ​ໜັກໜ່ວງ ຍ້ອນ​ຜົນ​ກະທົບ ​ຈາກ​ການ​ ແຜ່​ລະບາດ ​ເຊື້ອ​ພະຍາດ ​ໂຄ​ວິດ-19 ສົ່ງ​ຜົນ​ໃຫ້​ຫລາຍ​ ປະ​ເທດ ​ໃຊ້​ບ້ວງ​ເງິນ​ ມະຫາສານ ​ເພື່ອ​ກະ​ຕຸ້ນ​ ເສດຖະກິດ ​ເປັນຕົ້ນ ສ.ອາ​ເມ​ລິ​ກາ ພວມ​ກ້າວ​ໄປ​ສູ່​ ການ​ຮັບຮອງ​ເອົາ ​ບ້ວງ​ເງິນ 2.000 ຕື້​ໂດ​ລາ​ ສະຫະລັດ ​ເພື່ອ​ໜູນ​ຊ່ວຍ​ ໂດຍ​ກົງ ​ໃຫ້​ແຕ່​ລະ​ຄອບຄົວ, ໜູນ​ຊ່ວຍ​ ການ​ປະກັນ​ໄພ ວ່າງ​ງານ ​ເປີດ​ກວ້າງ, ບັນດາ​ ບ້ວງ​ເງິນ​ ກູ້​ຢືມ ບຸລິມະ​ສິດ ​ໃຫ້​ແກ່​ ບັນດາ​ ວິ​ສາ​ຫະກິດ ​ແລະ ບັນດາ​ ແຫລ່ງ​ກຳລັງ ສາທາລະນະ​ສຸກ ​ໃຫ້​ແກ່​ ບັນດາ ໂຮງໝໍ ​ແລະ ຫ້າງ​ກົດໝາຍ ຮຽກຮ້ອງ​ໃຫ້​ ບັນດາ​ ຜູ້ສະໜອງ​ ປະກັນ​ໄພ ຕ້ອງ​ຈ່າຍ​ ຄ່າ​ບໍລິການ ສະກັດ​ກັ້ນ ພະຍາດ​ ໂຄ​ວິດ-19. ກ່ອນໜ້ານີ້, ເອີຣົບ ກໍ່ໄດ້ຍົກອອກ ຫລາຍບ້ວງເງິນ ກະຕຸກຊຸກຍູ້ ເສດຖະກິດ ຢ່າງມະຫາສານ ດ້ວຍຈຳນວນ ຫລາຍກ່ວາ 1.500 ຕື້ ​ໂດ​ລາ ​ສະຫະລັດ.

ໂດຍສະເພາະ ຝຣັ່ງ ຖືວ່າເປັນປະເທດເອີຣົບ ທີ່ໃຊ້ຈ່າຍຫລາຍກ່ວາໝູ່ ໃນຄວາມພະຍາຍາມກະຕຸກຊຸກຍູ້ ເສດຖະກິດ, ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ໃຫ້ ບໍລິສັດໃດ ຖືກຊຸດໂຊມ. ໃນຂະນະນັ້ນ, ລັດຖະບານ ເຢຍລະມັນໄດ້ເຫັນດີເປັນເອກະສັນຕໍ່ບ້ວງເງິນໜູນຊ່ວຍເສດຖະກິດໃຫ້ຫລາຍກ່ວາ 166 ຕື້​ໂດ​ລາ ​ສະຫະລັດ ເພື່ອຮັບມືກັບ ການກະທົບ ຂອງ​ເຊື້ອພະ​ຍາດ ໂຄວິດ-19 ລະບາດ. ຂະນະ​ທີ່ ແອັດສະປາຍ ປະກາດບ້ວງເງິນກູ້ຊ່ວຍ ທີ່ມີມູນຄ່າ 220 ຕື້​ໂດ​ລາ​ ສະຫະລັດ, ສ່ວນ ອັງກິດ ກໍ່ໃຫ້ຮູ້ວ່າ ຈະໜູນຊ່ວຍ ບ້ວງເງິນ ກູ້ຢືມ ໃນເບື້ອງຕົ້ນ ທີ່ມີມູນຄ່າ 400 ຕື້​ໂດ​ລາ​ ສະຫະລັດ ໃຫ້ແກ່ ບັນດາບໍລິສັດ ເພື່ອຜ່ານຜ່າ ຄວາມຫຍຸ້ງຍາກ ​ໃນ​ຄັ້ງນີ້. ສຳລັບ ​ໃນ​ອາຊີ ທ່ານ ມູນ​ເຈ ອິນ, ປະທານາທິບໍດີ ສ.​ເກົາຫລີ ປະກາດ ແຜນການ ເພີ່ມບ້ວງເງິນ ໜູນຊ່ວຍ ຮີບດ່ວນຂຶ້ນ ສອງເທົ່າ ເປັນ 80 ຕື້​ໂດ​ລາ​ ສະຫະລັດ ເພື່ອໜູນຊ່ວຍ ບັນດາ ວິສາຫະກິດ ທີ່ຖືກຜົນສະທ້ອນ ຈາກການ​ ແຜ່​ລະບາດ ​ເຊື້ອ​ພະຍາດ ໂຄວິດ-19.

ໄລ່ຮອດ 8 ໂມງຕອນເຊົ້າວັນທີ 31 ມີນາ(ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 784.381 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 37.780 ຄົນ. ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວເອີຣົບສືບຕໍ່ເພີ່ມຂຶ້ນດ້ວຍຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ທະວີບນີ້ເພີ່ມຂຶ້ນເກືອບ 400.000ຄົນ, ໃນນັ້ນອີຕາລີ ຢືນຢູ່ອັນດັບທີ 1 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ລື່ນກາຍຕົວເລກ 100.000 ຄົນ, ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ 11.591 ຄົນ.

ປັດຈຸບັນ, ແອັດສະປາຍແມ່ນປະເທດໄດ້ຮັບຜົນກະທົບໃຫຍ່ອັນດັບທີ 2 ຂອງໂລກລະບາດ Covid – 19 ຢູ່ເອີລົບດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນກ່ວາ 85.000 ຄົນ ແລະ ມີຜູ້ເສຍຊີວິດ 812 ຄົນ. ຢູ່ເຢຍລະມັນ ມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 57.298 ຄົນ, ຢູ່ຝລັ່ງ ມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ40.174 ຄົນ ແລະ ຢູ່ອັງກິດມີຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 22.141 ຄົນ. ຢູ່ອາເມລິກາ, ຕາມຕົວເລກຂອງສູນລະບົບວິທະຍາສາດ ແລະ ເຕັກນິກ (CSSE) ອັບເດັດຕອນເວລາ 19 ໂມງ ໃນວັນທີ 30 ມີນາ (ຕາມໂມງ GMT)ວ່າ ມີຜູ້ຕິດເຊື້ອພະຍາດ Covid - 19 ແມ່ນກ່ວາ 150.000 ຄົນ.

ໂລກ ລະ ບາດ covid 19 ສ ງ ຜ ນ ກະ ທ ບ ຢ າງ ແຮງ ເຖ ງ ເສດ ຖະ ກ ດ ອ າ ຊ ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງຍ​ໍ​ຊົມ​ເຊີຍຫວຽດ​ນາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

ຍສໝ - ໜັງສືພິມລາຍວັນ Junge Welt ຂອງເຢຍລະມັນໄດ້ມີບົດຂຽນຍ້ອງຍໍຊົມເຊີຍການກະທຳຢ່າງທັນການແລະຂ້ຽວຂາດຂອງຫວຽດນາມໃນບັ້ນສະກັດກັ້ນໂລກລະບາດ Covid – 19 ທີ່ອັນຕະລາຍນີ້.

ໂລກ ລະ ບາດ covid 19 ສ ງ ຜ ນ ກະ ທ ບ ຢ າງ ແຮງ ເຖ ງ ເສດ ຖະ ກ ດ ອ າ ຊ ອົງການອະນາໄມໂລກ WHO ປະກາດວ່າ COVID-19 ແມ່ນ​ໂລກ​ລະ​ບາດ​ທົ່ວ​ໂລກ

ຍສໝ - WHO ຖື ການແຜ່ລະບາດຂອງ ໂລກພະຍາດອັກເສບປອດ Covid – 19 ທີ່ເກີດຈາກເຊື້ອໄວຣັດ corona ສາຍພັນໃໝ່ (SARS – CoV - 2) ແມ່ນໂລກລະບາດທົ່ວໂລກ.

ໂລກ ລະ ບາດ covid 19 ສ ງ ຜ ນ ກະ ທ ບ ຢ າງ ແຮງ ເຖ ງ ເສດ ຖະ ກ ດ ອ າ ຊ WHO ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ແລະ ອາ​ຊ​ຽນ ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ

ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ເຊີແນວປະເທດ, ສະວິດ, ທ່ານ ຟ້າມກວາງຮ້ຽວ - ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ຢູ່ສຳນັກງານ ຂອງ WHO ທີ່ເຊີແນວ ເມື່ອວັນທີ 6 ມີນາ.

ໄຊພອນ

ເຫດການ
302 Found

Found

The document has moved here.