ພັດທະນາ​ເສດຖະກິດ​ທາງທະ​ເລ​ ​ແບບ​ຍືນ​ຍົງ ຮອດປີ 2030

16:45 | 09/03/2020

ຍສໝ - ຍຸດທະສາດພັດທະນາເສດຖະກິດທາງທະເລແບບຍືນຍົງຂອງຫວຽດນາມ ຮອດປີ 2030 ກໍໄດ້ວາງອອກເປົ້າໝາຍພັດທະນາລະບົບທ່າກໍ່າປັ່ນ ຕາມການວາງແຜນຜັງສັງລວມ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ການຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ.

ພັດທະນາ​ເສດຖະກິດ​ທາງທະ​ເລ​ ​ແບບ​ຍືນ​ຍົງ ຮອດປີ 2030

ພາບປະກອບ

ຍຸດທະສາດພັດທະນາເສດຖະກິດທາງທະເລແບບຍືນຍົງຂອງຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ໄດ້ຍົກອອກເນື້ອໃນ, ມາດຕະການ 6 ຢ່າງຄື: ທີໜຶ່ງແມ່ນກ່ຽວກັບການຄຸ້ມຄອງທະເລ ແລະ ມະຫາສະໝຸດ, ຄຸ້ມຄອງເຂດຝັ່ງທະເລ; ທີສອງແມ່ນກ່ຽວກັບການພັດທະນາເສດຖະກິດຢູ່ທະເລ, ແຄມທະເລ; ທີສາມແມ່ນກ່ຽວກັບການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວັດທະນະທໍາທາງທະເລ; ທີສີ່ ແມ່ນກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ພັດທະນາແຫຼ່ງຊັບພະຍາກອນມະນຸດທາງທະເລ; ທີຫ້າແມ່ນກ່ຽວກັບສິ່ງແວດລ້ອມ, ການຮັບມືກັບໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ; ທີ່ຫົກແມ່ນຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ.

ລັດຖະບານຫວຽດນາມ ຫາກໍປະກາດໃຊ້ ມະຕິສະບັບເລກທີ 26/NQ-CP ວ່າດ້ວຍການປະກາດໃຊ້ແຜນການສັງລວມ ແລະ ແຜນການ ໄລຍະ 5 ປີ ຂອງລັດຖະບານ ກ່ຽວກັບການປະຕິບັດມະຕິສະບັບເລກທີ 36 – NQ/TW ລົງວັນທີ 22 ຕຸລາ 2018 ຂອງກອງປະຊຸມໃຫຍ່ຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ ຊຸດທີ 12 ກ່ຽວກັບຍຸດທະສາດພັດທະນາເສດຖະກິດທາງທະເລແບບຍືນຍົງຂອງຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.