ໂລ​ກ​ລ​ະ​ບາດ ອັກ​ເສັບ​ປອດ Covid – 19 ໄດ້​​ເກ​ີດຂຶ້ນ ແລະ ແຜ່​ລະ​ບາດ​ຢູ່ 71 ປະ​ເທດ ແລະ ເຂດ​ແຄ້​ວນ

16:30 | 03/03/2020

ຍສໝ - ໄລ່ຮອດຕອນຄ່ຳວັນທີ 2 ກຸມພາ, ໃນທົ່ວໂລກໄດ້ມີຜູ້ຕິດເຊື້ອພະຍາດ 89.854 ຄົນ ແລະ ຜູ້ເສຍຊີວິດ 3.069 ຄົນຍ້ອນໂລກລະບາດ Covid – 19. ໂລກລະບາດ ໄດ້ເກີດຂຶ້ນ ແລະ ແຜ່ລະບາດຢູ່ 71 ປະເທດ ແລະ ເຂດແຄ້ວນໃນໂລກ.

ໂລ​ກ​ລ​ະ​ບາດ ອັກ​ເສັບ​ປອດ Covid – 19 ໄດ້​​ເກ​ີດຂຶ້ນ ແລະ ແຜ່​ລະ​ບາດ​ຢູ່ 71 ປະ​ເທດ ແລະ ເຂດ​ແຄ້​ວນ

ພາບປະກອບ

WHO ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັບຮູ້ໂດຍໄວ, ຄຽງຄູ່ກັນນັ້ນແມ່ນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານ ແລະ ຄວບຄຸມການແຜ່ລະບາດຂອງ ໂລກພະຍາດ. ສະພາບການໂລກລະບາດ ຢູ່ ສ.ເກົາຫຼີ ຍັງຄົງຜັນແປຢ່າງສັບສົນ, ໄລ່ຮອດຕອນບ່າຍວັນທີ 2 ມີນາ, ສ.ເກົາຫຼີ ໄດ້ຮັບຮູ້ວ່າ ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 4.335 ຄົນ, ໃນນັ້ນມີ26 ຄົນຜູ້ເສຍຊີວິດ. ຍິ່ປຸ່ນ ໄດ້ຮັບຮູ້ວ່າ ມີ ຜູ້ຕິດເຊື້ອ Covid - 19 ກ່ວາ 979 ຄົນ. ອີຣານ, ຈຳນວນຜູ້ຕິດໄວຣັດ SARS – CoV – 2 ຢູ່ປະເທດນີ້ ມາຮອດປັດຈຸບັນໄດ້ເພີ່ມຂຶ້ນກ່ວາ 1.500 ຄົນ ໃນນັ້ນມີຜູ້ເສຍຊີວິດ 66 ຄົນ.

ວັນທີ 02 ມີນາ, ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ແຈ້ງໃຫ້ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຝຮັ່ງ ທັງໝົດ ກໍ່ຄືປະຊາຄົມຊາວ ຫວຽດນາມ, ນັກສຶກສາ ຫວຽດນາມ ທີ່ອາໄສຢູ່ ຝຣັ່ງ ຮັບຊາບກ່ຽວກັບສະພາບການຜັນແປຂອງໂລກລະບາດ, ກ່ຽວກັບຄຳກ່າວເຕືອນຂອງເຈົ້າໜ້າທີ່ ຝຣັ່ງ ກໍ່ຄືແນະນຳການປ້ອງກັນຕົນເອງ ເພື່ອຫຼີກລ້ຽງໂລກລະບາດ ແລະ ວິທີການຮັບມືໃນກໍລະນີຈຳເປັນ. ຕາມພາກສ່ວນກົງສູນຂອງສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ແລ້ວ, ປັດຈຸບັນຍັງບໍ່ທັນກວດພົບກໍລະນີຊາວ ຫວຽດນາມ ຜູ້ໃດຕິດເຊື້ອພະຍາດເທື່ອ ໃນຈຳນວນເກືອບ 200 ກໍລະນີທີ່ຕິດໄວຣັດ SARA-CoV2 ຢູ່ ຝຣັ່ງ. ຕອນຄ່ຳວັນທີ 02 ມີນາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການສັບສົນຂອງໂລກລະບາດ Covid-19 ຢູ່ ສ.ເກົາຫຼີ, Vietnam Airlines ໄດ້ໂຈະບັນດາຖ້ຽວບິນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຊົ່ວຄາວນັບແຕ່ວັນທີ 05 ມີນາ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.