ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລັດເຊຍ

14:15 | 03/07/2020

ຍສໝ - ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ຈະສືບຕໍ່ຂະຫຍາຍຕົວ, ຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ...    

ເພ ມພ ນຄ ນສ າງສາຍພ ວພ ນມ ດຕະພາບ ລະຫວ າງ ຫວຽດນາມ ແລະ ລ ດເຊຍ ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ
ເພ ມພ ນຄ ນສ າງສາຍພ ວພ ນມ ດຕະພາບ ລະຫວ າງ ຫວຽດນາມ ແລະ ລ ດເຊຍ ສະຖານທູດຫວຽດນາມມອບຜ້າອັດປາກ ຈຳນວນ 3.500 ອັນ ໃຫ້ແກ່ນະຄອນວໍຊິງຕັນ
ເພ ມພ ນຄ ນສ າງສາຍພ ວພ ນມ ດຕະພາບ ລະຫວ າງ ຫວຽດນາມ ແລະ ລ ດເຊຍ

ເພີ່ມພຸນຄູນສ້າງສ້າງສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລັດເຊຍ.

ຕອນເຊົ້າວັນທີ 3 ກໍລະກົດ ປີ 2020, ຢູ່ມະຫາວິທະຍາໄລດານັງ ໄດ້ຈັດກອງປະຊຸມ “70 ປີ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ລັດເຊຍ” ໂດຍມີຜູ້ເຂົ້າຮ່ວມ 200 ກວ່າຄົນ; ລວມທັງຜູ້ນຳຂອງບັນດາອົງການຕ່າງໆຂອງນະຄອນດານັງ, ກົງສຸນຣັດເຊຍປະຈໍານະຄອນດານັງ, ອາຈານເປັນຄົນຣັດເຊຍ ທີ່ສອນ ຢູ່ ມະຫາວິທະຍາໄລ ແລະ ນັກຮຽນ ຢູ່ພາກວິຊາພາສາລັດເຊຍຫຼາຍຮ້ອຍຄົນ, ພ້ອມທັງຜູ້ທີ່ຮັກປະເທດຣັດເຊຍເຂົ້າຮ່ວມ.

70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2020) ດ້ວຍຫຼາຍກິດຈະກຳ ທີ່ຫຼາກຫຼາຍ. ສອງຝ່າຍຈະສະເຫຼີມສະຫຼອງຫຼາຍເຫດການ ສຳຄັນຮ່ວມກັນ ໃນປີ 2020.

ການພົວພັນດ້ານການເມືອງລະຫວ່າງສອງປະເທດມີຄວາມໜ້າເຊື່ອຖືສູງ, ມີການແລກປ່ຽນຄະນະ ແລະ ການຕິດຕໍ່ພົວພັນໃນທຸກລະດັບ, ໂດຍສະເພາະແມ່ນລະດັບສູງໄດ້ຮັບການຮັກສາເປັນປົກກະຕິ ແລະ ທຸກຊ່ອງທາງ. ມີຫຼາຍກົນໄກຮ່ວມມືໄດ້ຮັບການສ້າງຕັ້ງໃນທຸກຂົງເຂດ. ການລົງທືນລະຫວ່າງສອງປະເທດສືບຕໍ່ຂະຫຍາຍຕົວ, ດ້ວຍຫລາຍໂຄງການຂະໜາດໃຫຍ່ ແລະ ທັນສະ ໄໝ ໄດ້ຮັບການປະຕິບັດຢູ່ທັງຫວຽດນາມ ແລະ ລັດເຊຍ, ໃນນັ້ນມີໂຄງການຮ່ວມມືນ້ຳມັນອາຍແກັດລະຫວ່າງສອງປະເທດ.

ເພ ມພ ນຄ ນສ າງສາຍພ ວພ ນມ ດຕະພາບ ລະຫວ າງ ຫວຽດນາມ ແລະ ລ ດເຊຍ
ທ່ານ ຫງວຽນຫງອກບິ່ງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນດານັງ.

ພິເສດ, ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ເປີດກວ້າງ. ການພົບປະແລກປ່ຽນດ້ານປະຊາຊົນລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ມີຊາວໜຸ່ມຫວຽດນາມຫຼາຍຄົນເລືອກເອົາລັດເຊຍເພື່ອໄປຮຽນຕໍ່ຢູ່ຕ່າງປະເທດ. ກົງກັນຂ້າມ, ຫວຽດນາມສືບຕໍ່ແມ່ນຈຸດນັດພົບທີ່ເພິ່ງພໍໃຈຂອງປະຊາຊົນລັດເຊຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈພິເສດຂອງມິດຕະພາບແບບດັ້ງເດີມ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ.

ທ່ານ ຫງວຽນຫງອກບິ່ງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນດານັງ, ໄດ້ກ່າວປາໄສໃນກອງປະຊຸມ, ພ້ອມທັງສະແດງຄວາມພາກພູມໃຈທີ່ໄດ້ຫວນຄິດເຖິງການເດີນທາງ 70 ປີແຫ່ງການພົວພັນຫວຽດນາມ - ລັດເຊຍ. ທ່ານກ່າວວ່າ, ບັນດາຜູ້ແທນຫວຽດນາມ ແລະ ລັດເຊຍ ລ້ວນແຕ່ມີຄວາມເຊື່ອໝັ້ນວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ຈະສືບຕໍ່ຂະຫຍາຍຕົວ, ຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ...

ເພ ມພ ນຄ ນສ າງສາຍພ ວພ ນມ ດຕະພາບ ລະຫວ າງ ຫວຽດນາມ ແລະ ລ ດເຊຍ ລາວ: ສືບຕໍ່ຄຸມເຂັ້ມກວດຄົນເຂົ້າເມືອງ ຢູ່ບັນດາດ່ານຊາຍແດນຕ່າງໆ

ຕ້ອງແທກອຸນຫະພູມຮ່າງກາຍ, ເກັບຕົວຢ່າງ ຊອກຫາເຊື້ອໂຄວິດ-19 ແລະ ຈຳກັດບໍລິເວນທີ່ກຳນົດໄວ້ ຄະນະສະເພາະກິດ ກຳນົດໄວ້ຈົນກວ່າ ຈະຄົບກຳນົດ 14 ວັນ ທັງນີ້ ແນໃສ່ບໍ່ໃຫ້ເກີດການລະບາດຮອບສອງ.

ເພ ມພ ນຄ ນສ າງສາຍພ ວພ ນມ ດຕະພາບ ລະຫວ າງ ຫວຽດນາມ ແລະ ລ ດເຊຍ ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII: ສສຊ ຮັບຮອງເອົາ 4 ມາດຕາໃນ 2 ຮ່າງກົດໝາຍ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ໄດ້​ດຳ­ເນີນ​ມາ​ເປັນ​ມື້​ທີ 6 ໃນ​ວັນ​ທີ 1 ກໍ­ລະ­ກົດ 2020 ທີ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ພ້ອມ​ດ້ວຍ​ສະ­ມາ­ຊິກ​ສະ­ພາ​ໃນ​ແຕ່​ລະ​ເຂດ​ເລືອກ​ຕັ້ງ ແລະ ...

ເພ ມພ ນຄ ນສ າງສາຍພ ວພ ນມ ດຕະພາບ ລະຫວ າງ ຫວຽດນາມ ແລະ ລ ດເຊຍ ກອງປະຊຸມທາບທາມຄຳເຫັນຂັ້ນສູນກາງຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ

ໃນວັນທີ 29 - 30 ມິຖຸນາ 2020 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC, ກະຊວງ​ການ​ຕ່າງປະ​ເທດ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມທາບທາມ ຄຳເຫັນຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ພາຍ​ໃຕ້ການ​ເປັນ​ປະທານຂອງ ທ່ານ​ ທອງສະຫວັນ ພົມວິຫານ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າຄະນະຮັບຜິດຊອບ ສ້າງຮ່າງກົດໝາຍ ໂດຍມີບັນດາທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ​​, ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຂັ້ນສູນກາງ ເຂົ້າຮ່ວມ.

ໄຊພອນ

ເຫດການ
302 Found

Found

The document has moved here.