| ຫັນອັດຕະລັກທ້ອງຖິ່ນໃຫ້ກາຍເປັນ “ເຄື່ອງໝາຍການຄ້າ” ດ້ານການຕ່າງປະເທດ ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິຜົນການຮ່ວມມືກັບບັນດາອົງການສາກົນ |
![]() |
| ທ່ານນາງ ຫງວຽນຢ້ຽວເນືອງ, ຜູ້ອຳນວຍການປະຈຳປະເທດ ຂອງອົງການ Room to Read ຫວຽດນາມ. |
- ຂໍຮຽນທ່ານນາງ, ປັດໄຈໃດເປັນຕົວກຳນົດວ່າ ໂຄງການຮ່ວມມືສາກົນໜຶ່ງຈະເໝາະສົມກັບທ້ອງຖິ່ນຢ່າງແທ້ຈິງ ແມ່ນຫຍັງ?
- ກ່ອນອື່ນໝົດ ຕ້ອງກຳນົດໃຫ້ຖືກຄວາມຕ້ອງການຕົວຈິງ.
ສະຫະພັນບັນດາອົງການມິດຕະພາບຫວຽດນາມ (ສະຫະພັນ) ແມ່ນຈຸດປະສານງານເຊື່ອມຕໍ່ລະຫວ່າງບັນດາອົງການ NGO ຕ່າງປະເທດ ກັບບັນດາອົງການຂອງລັດ ແລະ ອຳນາດການປົກຄອງທ້ອງຖິ່ນ. ຜ່ານການແບ່ງປັນຂໍ້ມູນ, ແນະນຳຄູ່ຮ່ວມ ແລະ ຊ່ວຍສ້າງຕັ້ງສາຍພົວພັນຮ່ວມມື, ສະຫະພັນຊ່ວຍໃຫ້ບັນດາອົງການສາກົນເຂົ້າໃຈຈະແຈ້ງຍິ່ງຂຶ້ນກ່ຽວກັບທິດທາງການພັດທະນາ, ເງື່ອນໄຂໃນການຜັນຂະຫຍາຍ ແລະ ຄວາມຕ້ອງການສະເພາະຂອງແຕ່ລະທ້ອງຖິ່ນ.
ເມື່ອຄວາມຕ້ອງການ, ບູລິມະສິດ ແລະ ເງື່ອນໄຂຕົວຈິງ ໄດ້ຮັບການກຳນົດຢ່າງຈະແຈ້ງ, ບັນດາອົງການສາກົນຈຶ່ງມີພື້ນຖານໃນການເລືອກຂົງເຂດທີ່ເໝາະສົມ, ສ້າງໂຄງການໃຫ້ສອດຄ່ອງກັບກຸ່ມຜູ້ໄດ້ຮັບຜົນປະໂຫຍດ ແລະ ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ.
ສິ່ງສຳຄັນແມ່ນ ບໍ່ຄວນໃຫ້ໂຄງການຖືກສ້າງຂຶ້ນໂດຍອີງໃສ່ສິ່ງທີ່ອົງການສາກົນມີຢູ່ແລ້ວເປັນຫຼັກ, ແຕ່ຕ້ອງເລີ່ມຈາກບັນຫາທີ່ທ້ອງຖິ່ນຕ້ອງການແກ້ໄຂຢ່າງແທ້ຈິງ. ການແລກປ່ຽນຢ່າງເປັນປະຈຳລະຫວ່າງບັນດາຝ່າຍ ຍັງຊ່ວຍຈຳກັດການຊ້ຳຊ້ອນ, ຫຼີກລ້ຽງການກະແຈກກະຈາຍແຫຼ່ງກຳລັງ ແລະ ຍົກສູງຄວາມສາມາດໃຫ້ໂຄງການຕອບສະໜອງຖືກຄວາມຕ້ອງການຕົວຈິງ.
ສຳລັບ Room to Read, ການຊ່ວຍເຫຼືອຂອງສະຫະພັນ ພ້ອມດ້ວຍບັນດາຄູ່ຮ່ວມພາຍໃນປະເທດ ໄດ້ປະກອບສ່ວນສ້າງເງື່ອນໄຂໃຫ້ບັນດາໂຄງການການສຶກສາ ຖືກຜັນຂະຫຍາຍໃຫ້ເໝາະສົມກັບສະພາບຕົວຈິງຂອງທ້ອງຖິ່ນ ແລະ ມຸ່ງໄປສູ່ຜົນກະທົບໃນໄລຍະຍາວ.
- ເຮັດແນວໃດໃຫ້ຄວາມຕ້ອງການຂອງທ້ອງຖິ່ນ “ພົບ” ແຫຼ່ງກຳລັງສາກົນທີ່ຖືກຕ້ອງ?
ກ່ອນອື່ນໝົດ, ທ້ອງຖິ່ນຈຳເປັນຕ້ອງກຳນົດໃຫ້ຈະແຈ້ງວ່າ ກຳລັງຕ້ອງການແກ້ໄຂບັນຫາຫຍັງ, ໃຫ້ບູລິມະສິດແກ່ກຸ່ມເປົ້າໝາຍໃດ ແລະ ມີເງື່ອນໄຂໃນການຜັນຂະຫຍາຍແນວໃດ. ໃນທາງກັບກັນ, ບັນດາອົງການສາກົນ ກໍຈຳເປັນຕ້ອງຊີ້ແຈງຈຸດແຂງ, ປະສົບການ ແລະ ຮູບແບບການຊ່ວຍເຫຼືອທີ່ຕົນສາມາດສະໜອງໄດ້.
ເມື່ອທັງສອງຝ່າຍມີຂໍ້ມູນທີ່ຈະແຈ້ງ, ການເລືອກຂົງເຂດຮ່ວມມື ແລະ ການສ້າງໂຄງການ ຈະສອດຄ່ອງກັບຕົວຈິງຫຼາຍຂຶ້ນ. ໃນເວລານັ້ນ, ບົດບາດຂອງສະຫະພັນ ບໍ່ພຽງແຕ່ແມ່ນການແນະນຳບັນດາຝ່າຍໃຫ້ຮູ້ຈັກກັນ, ແຕ່ຍັງຊ່ວຍກຳນົດຄວາມເໝາະສົມລະຫວ່າງຄວາມຕ້ອງການຂອງທ້ອງຖິ່ນ ກັບຄວາມສາມາດຂອງແຕ່ລະຄູ່ຮ່ວມ.
ວິທີເຂົ້າເຖິງນີ້ ຍັງຊ່ວຍປ່ຽນຈາກການໃຫ້ການຊ່ວຍເຫຼືອຕາມໂຄງການທີ່ມີຢູ່ແລ້ວ ໄປສູ່ການຮ່ວມກັບທ້ອງຖິ່ນສ້າງວິທີແກ້ໄຂ. ບັນດາອົງການສາກົນ ບໍ່ພຽງແຕ່ເຂົ້າຮ່ວມການຜັນຂະຫຍາຍ, ແຕ່ຍັງສາມາດແບ່ງປັນປະສົບການ, ປະກອບສ່ວນດ້ານວິຊາສະເພາະ ແລະ ຮ່ວມກັນຊອກຫາວິທີແກ້ໄຂບັນຫາການພັດທະນາສະເພາະໃດໜຶ່ງ.
ນອກຈາກບັນດາໂຄງການຮ່ວມມືສອງຝ່າຍແລ້ວ, ສາມາດຊຸກຍູ້ບັນດາຮູບແບບການຮ່ວມມືຫຼາຍຝ່າຍ, ໃນນັ້ນ ຫຼາຍພາກສ່ວນຮ່ວມກັນປະກອບສ່ວນຈຸດແຂງຂອງຕົນ ເພື່ອແກ້ໄຂຄວາມຕ້ອງການທີ່ກຳນົດຢ່າງຈະແຈ້ງຂອງທ້ອງຖິ່ນ.
![]() |
| ຮ້ານວາງສະແດງຂອງ Room to Read ທີ່ງານບຸນປຶ້ມພາບເດັກນ້ອຍຫວຽດນາມ 2026 ໄດ້ຕ້ອນຮັບຜູ້ເຂົ້າຊົມເກືອບ 5.500 ເທື່ອຄົນ, ໃນນັ້ນ ມີເດັກນ້ອຍຫຼາຍກວ່າ 1.200 ເທື່ອຄົນ ເຂົ້າມາອ່ານປຶ້ມ ແລະ ເຂົ້າຮ່ວມບັນດາກິດຈະກຳປະຕິສຳພັນ. |
- ຂໍຮຽນທ່ານນາງ, Room to Read ມີແຜນການແນວໃດໃນການຮ່ວມມື ແລະ ເພີ່ມທະວີແຫຼ່ງກຳລັງໃຫ້ແກ່ບັນດາທ້ອງຖິ່ນຂອງຫວຽດນາມ?
- ການສຶກສາດິຈິຕອນ ແມ່ນໜຶ່ງໃນບັນດາຂົງເຂດທີ່ Room to Read ປາຖະໜາສືບຕໍ່ຊຸກຍູ້, ໂດຍສຸມໃສ່ການພັດທະນາ ແລະ ເຜີຍແຜ່ແຫຼ່ງສື່ການຮຽນຮູ້ດິຈິຕອນທີ່ມີຄຸນນະພາບ ໃຫ້ແກ່ຄູອາຈານ, ນັກຮຽນ ແລະ ຫໍສະໝຸດໂຮງຮຽນ.
Room to Read ພວມຊຸກຍູ້ບັນດາແພລດຟອມການຮຽນຮູ້ດິຈິຕອນ ແລະ ຊັບພະຍາກອນການອ່ານອອນລາຍ ເພື່ອຊ່ວຍເດັກນ້ອຍພັດທະນາທັກສະການອ່ານ ແລະ ຄວາມສາມາດຮຽນຮູ້ດ້ວຍຕົນເອງ. ຂະບວນການນີ້ ຈຳເປັນຕ້ອງດຳເນີນຄຽງຄູ່ກັບການຮັບປະກັນໂອກາດໃນການເຂົ້າເຖິງຢ່າງສະເໝີພາບ, ໂດຍສະເພາະ ສຳລັບເດັກນ້ອຍທີ່ຢູ່ໃນກຸ່ມດ້ອຍໂອກາດ ແລະ ມີຄວາມສ່ຽງສູງ.
ການພັດທະນາວັດທະນະທຳການອ່ານ ແລະ ຍົກສູງຄຸນນະພາບການສຶກສາພື້ນຖານ ກໍແມ່ນທິດທາງຮ່ວມມືທີ່ສຳຄັນ. ບົນພື້ນຖານປະສົບການໃນການປະສານສົມທົບກັບກະຊວງສຶກສາ ແລະ ຝຶກອົບຮົມ, Room to Read ປາຖະໜາສືບຕໍ່ຮ່ວມເດີນທາງໃນການສ້າງສະພາບແວດລ້ອມການອ່ານທີ່ເປັນມິດ, ພັດທະນາຫໍສະໝຸດໂຮງຮຽນ ແລະ ຍົກສູງຄວາມສາມາດໃຫ້ແກ່ຄູອາຈານ.
ນອກຈາກນັ້ນ, Room to Read ຍັງໃຫ້ຄວາມສົນໃຈຕໍ່ການຊຸກຍູ້ຄວາມສະເໝີພາບຍິງ - ຊາຍ ແລະ ການກະກຽມທັກສະໃຫ້ແກ່ໄວໜຸ່ມ, ຊ່ວຍໃຫ້ພວກເຂົາມີຄວາມເປັນເຈົ້າການຫຼາຍຂຶ້ນໃນການຮ່ຳຮຽນ, ການດຳລົງຊີວິດ ແລະ ຂະບວນການກະກຽມສຳລັບອະນາຄົດ.
ສິ່ງສຳຄັນແມ່ນ ບັນດາແຫຼ່ງກຳລັງເຫຼົ່ານີ້ ຈຳເປັນຕ້ອງຖືກນຳໄປສູ່ຖືກບ່ອນທີ່ມີຄວາມຕ້ອງການ ແລະ ຖືກປັບໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ.
- ຂໍຮຽນທ່ານນາງ, ທ່ານນາງມີຂໍ້ສະເໜີແນວໃດ ເພື່ອໃຫ້ການເຊື່ອມໂຍງສ້າງສັນການຮ່ວມມື ມີປະສິດທິຜົນຍິ່ງຂຶ້ນ?
ສະຫະພັນຈຳເປັນຕ້ອງສືບຕໍ່ສົ່ງເສີມບົດບາດເປັນຈຸດປະສານລະຫວ່າງຄວາມຕ້ອງການຂອງທ້ອງຖິ່ນ ກັບແຫຼ່ງກຳລັງ, ປະສົບການ ແລະ ຂໍ້ລິເລີ່ມຂອງບັນດາຄູ່ຮ່ວມສາກົນ.
ກ່ອນອື່ນໝົດ, ຈຳເປັນຕ້ອງສ້າງເງື່ອນໄຂໃຫ້ທ້ອງຖິ່ນກຳນົດໃຫ້ຈະແຈ້ງຄວາມຕ້ອງການ, ບູລິມະສິດ ແລະ ເງື່ອນໄຂໃນການຜັນຂະຫຍາຍ. ບົນພື້ນຖານນັ້ນ, ສະຫະພັນສາມາດຊ່ວຍຊອກຫາຄູ່ຮ່ວມທີ່ມີຄວາມສາມາດເໝາະສົມ, ພ້ອມທັງຊ່ວຍບັນດາຝ່າຍເອກະພາບເປົ້າໝາຍ ແລະ ຮູບແບບການຮ່ວມມື ຕັ້ງແຕ່ຕົ້ນ.
ໃນຂະບວນການຜັນຂະຫຍາຍ, ສະຫະພັນຍັງຈຳເປັນຕ້ອງຊ່ວຍແກ້ໄຂບັນດາຄວາມຫຍຸ້ງຍາກທີ່ເກີດຂຶ້ນ ແລະ ຊຸກຍູ້ການປະສານສົມທົບລະຫວ່າງອົງການຄຸ້ມຄອງ, ທ້ອງຖິ່ນ, ອົງການສາກົນ ແລະ ບັນດາຄູ່ຮ່ວມທີ່ກ່ຽວຂ້ອງ.
ອີກເນື້ອໃນສຳຄັນໜຶ່ງ ແມ່ນການສະຫຼຸບບັນດາຮູບແບບທີ່ໄດ້ພິສູດແລ້ວວ່າມີປະສິດທິຜົນ, ແບ່ງປັນປະສົບການ ແລະ ຂະຫຍາຍຜົນລະຫວ່າງບັນດາທ້ອງຖິ່ນ. ເມື່ອນັ້ນ, ກິດຈະກຳເຊື່ອມຕໍ່ ຈະບໍ່ຢຸດຢູ່ພຽງແຕ່ການນຳພາບັນດາຝ່າຍມາພົບກັນ, ແຕ່ຈະຊ່ວຍໃຫ້ຖືກຄວາມຕ້ອງການ “ພົບ” ຖືກແຫຼ່ງກຳລັງຢ່າງແທ້ຈິງ.
- ຂໍຮຽນທ່ານນາງ, ຂໍຂອບໃຈທ່ານນາງຢ່າງຈິງໃຈ!
ຍສໝ - |
ຍສໝ - ບັນດາກິດຈະກຳການຕ່າງປະເທດປະຊາຊົນໃນປັດຈຸບັນ ໄດ້ກາຍເປັນ “ມື້ບຸນ” ເພື່ອ “ສານສາຍສຳພັນ” ໃຫ້ແກ່ບັນດາອົງການ, ວິສາຫະກິດ, ທ້ອງຖິ່ນ, ໂຄງການ... ຂອງຫວຽດນາມ ໄດ້ລົງນາມ ແລະ ຮ່ວມມືກັບບັນດາຄູ່ຮ່ວມສາກົນ, ສ້າງຜົນສຳເລັດທີ່ເປັນຮູບປະທຳ ແລະ ສະເພາະເຈາະຈົງ ໃຫ້ແກ່ແຕ່ລະໜ້າທີ່ຂອງຕົນ. |
ດວງດີ

