ເພື່ອໃຫ້ແຫຼ່ງກຳລັງຈາກຝຣັ່ງ ສືບຕໍ່ປະກອບສ່ວນໃຫ້ແກ່ຫວຽດນາມ

23:19 | 13/09/2026

ຍສໝ - ມີຫຼາຍກວ່າ 50 ອົງການ NGO ຂອງຝຣັ່ງ ພວມເຄື່ອນໄຫວຢູ່ຫວຽດນາມ. ໃນສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງປະຈຳຫວຽດນາມ ໄດ້ຕີລາຄາສູງບົດບາດຂອງສະຫະພັນໃນການຊ່ວຍເຫຼືອບັນດາອົງການເຫຼົ່ານີ້, ພ້ອມທັງກ່າວເຖິງເຄືອຂ່າຍຄູ່ຮ່ວມ ຝຣັ່ງ - ຫວຽດນາມ ທີ່ໄດ້ຮັບການຂະຫຍາຍ ຜ່ານການຮ່ວມມືລະຫວ່າງສະຖານທູດຝຣັ່ງ ແລະ ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝຣັ່ງ.

ເພື່ອໃຫ້ການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ: ຄວາມຕ້ອງການ “ພົບ” ແຫຼ່ງກຳລັງ ຈັດກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ
ເພື່ອໃຫ້ແຫຼ່ງກຳລັງຈາກຝຣັ່ງ ສືບຕໍ່ປະກອບສ່ວນໃຫ້ແກ່ຫວຽດນາມ
ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງປະຈຳຫວຽດນາມ ຢ້ຽມຢາມໂຮງຕັດຫຍິບ Ngok Bay, ບ່ອນທີ່ແມ່ຍິງໜຸ່ມ 25 ຄົນ ໄດ້ຮັບການຝຶກວິຊາຊີບຕັດຫຍິບ, ຢູ່ກອນຕູມ, ເດືອນກໍລະກົດ 2026.

ໃນສານດັ່ງກ່າວ, ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງປະຈຳຫວຽດນາມ ຕີລາຄາວ່າ ໃນຊຸມປີຜ່ານມາ ຫວຽດນາມໄດ້ບັນລຸຄວາມຄືບໜ້າທີ່ສຳຄັນຫຼາຍດ້ານ ໃນການພັດທະນາເສດຖະກິດ - ສັງຄົມ, ການເປີດກວ້າງສູ່ສາກົນ ແລະ ການປັບປຸງສະພາບການດຳລົງຊີວິດຂອງປະຊາຊົນ. ຕາມທ່ານ, ຜົນສຳເລັດເຫຼົ່ານີ້ແມ່ນໝາກຜົນຈາກຄວາມພະຍາຍາມຂອງທົ່ວລະບົບການເມືອງຫວຽດນາມ; ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນຄວາມພະຍາຍາມຮ່ວມດັ່ງກ່າວ ຜ່ານກິດຈະກຳການຕ່າງປະເທດປະຊາຊົນ ແລະ ການເພີ່ມທະວີສາຍພົວພັນມິດຕະພາບກັບບັນດາຄູ່ຮ່ວມສາກົນ.

ທ່ານເອກອັກຄະລັດຖະທູດ ຍັງກ່າວເຖິງສາຍພົວພັນຮ່ວມມືອັນແໜ້ນແຟ້ນ ແລະ ຍາວນານ ລະຫວ່າງສະຖານທູດຝຣັ່ງປະຈຳຫວຽດນາມ ກັບສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝຣັ່ງ, ເຊິ່ງແມ່ນອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ການຮ່ວມມືນີ້ ແນໃສ່ພັດທະນາເຄືອຂ່າຍຄູ່ຮ່ວມ ຝຣັ່ງ - ຫວຽດນາມ ແລະ ສະໜັບສະໜູນການແລກປ່ຽນລະຫວ່າງສອງປະເທດ ໃນບັນດາຂົງເຂດວັດທະນະທຳ, ສາທາລະນະສຸກ, ການສຶກສາ ແລະ ຊາວໜຸ່ມ.

ເພື່ອໃຫ້ແຫຼ່ງກຳລັງຈາກຝຣັ່ງ ສືບຕໍ່ປະກອບສ່ວນໃຫ້ແກ່ຫວຽດນາມ
ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງປະຈຳຫວຽດນາມ ຕີກອງ “ຟ້າຮ້ອງ” ທີ່ວັນມ໋ຽວ - ກວັກຕື໋ຢ໋າມ ໃນຕົ້ນປີ 2026.

ຕາມເນື້ອໃນຂອງສານ, ສະຖານທູດຝຣັ່ງ ແລະ ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝຣັ່ງ ຍັງໄດ້ຮ່ວມກັນພະຍາຍາມຊຸກຍູ້ເປົ້າໝາຍຂອງມະຕິເລກທີ 57 ກ່ຽວກັບການນຳວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ກາຍເປັນແຮງຂັບເຄື່ອນການເຕີບໂຕ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ນີ້ກໍແມ່ນຈິດໃຈທີ່ຝ່າຍຝຣັ່ງປາຖະໜາຈະສະແດງອອກ ໃນການຢ້ຽມຢາມທາງການທີ່ຈະມາເຖິງຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຢູ່ຝຣັ່ງ.

ທ່ານຍັງໄດ້ກ່າວເຖິງການທີ່ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝຣັ່ງ ໄດ້ຮັບຫຼຽນໄຊແຮງງານ ຊັ້ນສອງ ຈາກພັກ ແລະ ລັດຫວຽດນາມ, ໂດຍຖືວ່າ ການຮັບຮອງນີ້ ສະແດງໃຫ້ເຫັນບົດບາດອັນສຳຄັນຂອງສະມາຄົມ ໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

ເມື່ອກ່າວເຖິງກິດຈະກຳຂອງບັນດາອົງການ NGO ຕ່າງປະເທດ ຢູ່ຫວຽດນາມ, ທ່ານ Olivier Brochet ໃຫ້ຮູ້ວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນໃນການຊ່ວຍເຫຼືອບັນດາອົງການເຫຼົ່ານີ້, ໃນນັ້ນ ມີອົງການ NGO ຂອງຝຣັ່ງຫຼາຍກວ່າ 50 ອົງການ.

ເພື່ອໃຫ້ແຫຼ່ງກຳລັງຈາກຝຣັ່ງ ສືບຕໍ່ປະກອບສ່ວນໃຫ້ແກ່ຫວຽດນາມ
ແມ່ຍິງຈາກສອງຕາແສງ ແທ້ງໝີ ແລະ ເບັ໊ນຢັ່ງ (ດານັງ) ເຂົ້າຮ່ວມກິດຈະກຳຍົກສູງຄວາມຮູ້ ແລະ ທັກສະດິຈິຕອນ ໃນໂຄງການທີ່ມີ GRET ເຂົ້າຮ່ວມ ແລະ ໄດ້ຮັບການສະໜັບສະໜູນດ້ານການເງິນຈາກອົງການພັດທະນາຝຣັ່ງ (AFD).

“ຜ່ານບັນດາໂຄງການຂອງຕົນ, ບັນດາອົງການເຫຼົ່ານີ້ ພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສະພາບການດຳລົງຊີວິດຂອງປະຊາຊົນ, ໂດຍສະເພາະ ຢູ່ເຂດຊົນນະບົດ ແລະ ບັນດາເຂດທີ່ຍັງມີຄວາມຫຍຸ້ງຍາກ”, ທ່ານເອກອັກຄະລັດຖະທູດຂຽນ.

ທ່ານສະແດງຄວາມເຊື່ອໝັ້ນວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ ເພື່ອໃຫ້ບັນດາອົງການເຫຼົ່ານີ້ ສາມາດຮັກສາກິດຈະກຳຂອງຕົນໄວ້ພາຍໃຕ້ເງື່ອນໄຂທີ່ດີທີ່ສຸດ ແລະ ສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາຂອງຫວຽດນາມ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະຈັດຂຶ້ນໃນວັນທີ 14/9/2026 ຢູ່ຮ່າໂນ້ຍ, ແນໃສ່ສະຫຼຸບ ແລະ ຕີລາຄາຢ່າງຮອບດ້ານຜົນການປະຕິບັດມະຕິກອງປະຊຸມໃຫຍ່ ອາຍຸການ 2019-2026; ກຳນົດທິດທາງ, ໜ້າທີ່ວຽກງານສຳລັບອາຍຸການ 2026-2031 ແລະ ບູລະນະບຸກຄະລາກອນ, ການຈັດຕັ້ງ.
ຫັນອັດຕະລັກທ້ອງຖິ່ນໃຫ້ກາຍເປັນ “ເຄື່ອງໝາຍການຄ້າ” ດ້ານການຕ່າງປະເທດ ຫັນອັດຕະລັກທ້ອງຖິ່ນໃຫ້ກາຍເປັນ “ເຄື່ອງໝາຍການຄ້າ” ດ້ານການຕ່າງປະເທດ
ຍສໝ - ສິ່ງໃດທີ່ສ້າງຄວາມດຶງດູດໃຫ້ແກ່ທ້ອງຖິ່ນໜຶ່ງໃນສາຍຕາຂອງມິດສະຫາຍສາກົນ? ສຳລັບສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ, ສິ່ງນັ້ນບໍ່ພຽງແຕ່ແມ່ນບັນດາໂຄງການແລກປ່ຽນ, ແຕ່ຍັງແມ່ນຄວາມສາມາດໃນການເລົ່າເລື່ອງກ່ຽວກັບຜືນແຜ່ນດິນ, ຜູ້ຄົນ ແລະ ວັດທະນະທຳ ຜ່ານບັນດາປະສົບການອັນແທ້ຈິງ, ຈາກນັ້ນ ຫັນອັດຕະລັກຂອງທ້ອງຖິ່ນໃຫ້ກາຍເປັນຈຸດແຂງໃນກິດຈະກຳການຕ່າງປະເທດປະຊາຊົນ.
ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິຜົນການຮ່ວມມືກັບບັນດາອົງການສາກົນ ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິຜົນການຮ່ວມມືກັບບັນດາອົງການສາກົນ
ຍສໝ - ຕາມທ່ານນາງ ຫວູງາ, ຜູ້ອຳນວຍການດຳເນີນງານບັນດາໂຄງການຂອງອົງການ World Vision International ປະຈຳຫວຽດນາມ, ການຫັນປ່ຽນດິຈິຕອນໃນຂົງເຂດການຕ່າງປະເທດປະຊາຊົນ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການບໍລິຫານ, ການປະສານງານ ແລະ ການແບ່ງປັນຂໍ້ມູນກັບບັນດາອົງການສາກົນເທົ່ານັ້ນ, ແຕ່ຍັງເປີດອອກບັນດາຂົງເຂດຮ່ວມມືໃໝ່, ນັບແຕ່ການຍົກສູງທັກສະດິຈິຕອນ ຈົນເຖິງການຊ່ວຍເຫຼືອຜູ້ໄດ້ຮັບຜົນປະໂຫຍດໃນພື້ນທີ່ໄຊເບີ.

ດວງດີ